Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 26 ສານກະຕຸ້ນແລະຢາເສບຕິດໃຫ້ໂທດ

    ມີອາຫານແລະເຄື່ອງດື່ມຢູ່ຫຼາຍຊະນິດທີ່ຖືກຈັດຢູ່ໃນກຸ່ມຂອງສານກະຕຸ້ນແລະ ສານເສບຕິດໃຫ້ໂທດ ຊຶ່ງລ້ວນແລ້ວແຕ່ສົ່ງຜົນລະຄາຍເຄືອງຕໍ່ກະເພາະອາຫານເຮັດໃຫ້ ເລືອດເປັນພິດແລະມີລິດກະຕຸ້ນປະສາດ ການກິນອາຫານແລະເຄື່ອງດື່ມເຫຼົ່ານີ້ເປັນ ເລື່ອງຮ້າຍແຮງຢ່າງແທ້ຈິງ ມະນຸດເສບສານກະຕຸ້ນເພາະໄດ້ຮັບຄວາມເພີດເພີນໃຈໃນ ຊົ່ວໄລຍະເວລາໜຶ່ງ ແຕ່ຈະມີປະຕິກິລິຍາຕາມມາສະເໝີ ການໃຊ້ສານກະຕຸ້ນທີ່ບໍ່ໄດ້ມາ ຈາກທໍາມະຊາດມັກຊັກນໍາໄປສູ່ການເສບເກີນຂະໜາດແລະເປັນຕົວການສໍາຄັນທີ່ເລັ່ງ ໃຫ້ຮ່າງກາຍເສື່ອມສະພາບແລະຊຸດໂຊມໄວຂຶ້ນ {HM 325.1}ມແ 327.1