Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    “ທ່ານທັງຫຼາຍຈະໄດ້ພັກ”

    ພຣະອົງຊົງຮັບສັ່ງດ້ວຍພຣະໄທອັນອ່ອນໂຍນຕໍ່ຜູ້ທີ່ກຳລັງອິດເມື່ອຍວ່າ “ຈົ່ງເອົາ ແອກຂອງເຮົາແບກໄວ້ ແລະຮຽນຈາກເຮົາ ເພາະວ່າເຮົາສຸພາບແລະໃຈອ່ອນນ້ອມ ແລະ ຈິດໃຈທ່ານທັງຫຼາຍຈະໄດ້ພັກ ” ມັດທາຍ 11:29 {MH 71.2}ມແ 50.2

    ດ້ວຍຖ້ອຍຄຳເຫຼົ່ານີ້ ພຣະຄຣິດຊົງກຳລັງບອກກັບມະນຸດໂດຍທຸກໆຄົນ ບໍ່ວ່າເຂົາຈະ ຮູ້ຕົວຫຼືບໍ່ກໍຕາມ ເຮົາທຸກຄົນຕ່າງຕ້ອງແບກພາລະອັນໜັກດ້ວຍຄວາມອ່ອນນ້ອມໃຈພາ ລະທີ່ທັບຖົມຢູ່ນີ້ມີພຽງພຣະຄຣິດເທົ່ານັ້ນທີ່ຈະຊົງປົດປ່ອຍໄດ້ ພາລະໜັກທີ່ສຸດທີ່ເຮົາ ຕ້ອງແບກຮັບໄວ້ກໍຄືພາລະຂອງຄວາມຜິດບາບ ຖ້າເຮົາຖືກປະຖິ້ມໃຫ້ຕ້ອງແບກພາລະ ນີ້ໄວ້ແຕ່ພຽງລຳພັງ ເຮົາກໍຈະຮູ້ຊຶ້ງເຖິງຄວາມພິນາດ ແຕ່ພຣະເຈົ້າຜູ້ຊົງປາສະຈາກຄວາມ ຜິດບາບໄດ້ຊົງຍອມແບກຮັບພາລະນັ້ນແທນເຮົາແລ້ວ ພຣະເຈົ້າຊົງວາງມືລົງທີ່ທ່ານ ຊຶ່ງ ຄວາມຜິດບາບຂອງພວກເຮົາທຸກຄົນ ເອຊະຢາ53:6{MH71.3}ມແ 50.3

    ພຣະອົງຊົງແບກຮັບພາລະແຫ່ງຄວາມຜິດບາບຂອງເຮົາໄວ້ ພຣະອົງຈະຊົງຍົກພາ ລະອັນໜັກອອກໄປຈາກບ່າທີ່ເມື່ອຍອິດອ່ອນຂອງເຮົາ ພຣະອົງຊົງໂປດໃຫ້ເຮົາໄດ້ພັກ ຜ່ອນຫາຍເມື່ອຍ ພຣະອົງຈະຊົງແບກພາລະແຫ່ງຄວາມວິຕົກກັງວົນແລະຄວາມທຸກໃຈ ຂອງເຮົານຳ ພຣະອົງໄດ້ເຊື້ອເຊີນໃຫ້ເຮົາໄດ້ວາງຄວາມວິຕົກກັງວົນໃນສິ່ງທັງປວງໄວ້ກັບ ພຣະອົງ ເພາະພຣະອົງຈະຊົງຮັບເຮົາໄວ້ພຣະໄທຂອງພຣະອົງ {MH 71.4}ມແ 50.4

    ພຣະອົງຊົງປຽບເໝືອນອ້າຍຜູ້ໃຫຍ່ຂອງບັນດາມະນຸດຊາດ ຊົງປະທັບຢູ່ຂ້າງພຣະ ທີ່ນັ່ງອັນດຳລົງຢູ່ຊົ່ວນິລັນ ພຣະອົງຊົງທອດພຣະເນດເບິ່ງທຸກໆຄົນຜູ້ທີ່ກຳລັງຫັນໜ້າມາ ຫາພຣະອົງແລະຮັບພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ ພຣະອົງຊົງເຂົ້າໃຈເຖິງຄວາມ ອ່ອນແອຂອງມະນຸດ ຊົງຮູ້ເຖິງຄວາມຕ້ອງການຂອງເຮົາແລະອໍານາດທີ່ຈະລໍ້ລວງເຮົາໃຫ້ ຕົກສູ່ການທົດລອງນັ້ນຢູ່ບ່ອນໃດ ເພາະພຣະອົງຊົງເຄີຍປະສົບມາກ່ອນແລະຊົງ “ຖືກ ທົດລອງໃຈຄືເຮົາທຸກປະການ ແຕ່ເຖິງຢ່າງນັ້ນພຣະອົງກໍຍັງປາສະຈາກບາບ” ເຮັບເລີ 4:15 ພຣະອົງຊົງເຝົ້າດູແລເອົາໃຈໃສ່ທ່ານຢູ່ ບຸດທັງຫຼາຍຂອງພຣະເຈົ້າທີ່ກໍາລັງປະເຊີນ ກັບຄວາມທຸກຍາກ ທ່ານກໍາລັງຕົກຢູ່ໃນການທົດລອງຫຼືພຣະອົງຈະຊົງຊ່ວຍໃຫ້ທ່ານ ລອດເມື່ອທ່ານອ່ອນກໍາລັງ ພຣະອົງຈະຊົງຊ່ວຍໃຫ້ທ່ານມີກໍາລັງທີ່ເຂັ້ມແຂງ ທ່ານຂາດ ສະຕິປັນຍາບໍ່ ພຣະອົງຈະຊົງກະທໍາໃຫ້ທ່ານເກີດຄວາມກະຈ່າງ ທ່ານບາດເຈັບຟົກຊ້ຳບໍ່ ພຣະອົງຈະຊົງຊ່ວຍຮັກສາທ່ານໃຫ້ຫາຍ ພຣະເຢໂຮວາຊົງ ນັບຈຳນວນດາວແຕ່ເຖິງຢ່າງ ນັ້ນພຣະອົງກໍຍັງ ຮັກສາຄົນທີ່ຟົກຊ້ຳລະກຳໃຈແລະສົ່ງພັນບາດແຜຂອງເຂົາ ເພງສັນລະເສີນ 147:4,3 {MH 71.5}ມແ 51.1

    ບໍ່ວ່າທ່ານຈະມີຄວາມວິຕົກກັງວົນໃຈແລະການທົດລອງໃດກໍຕາມ ຈົ່ງທູນຂໍຕໍ່ ພຣະເຢໂຮວາແລ້ວທ່ານຈະໄດ້ຮັບການໜູນຈິດວິນຍານໃຫ້ມີກຳລັງທີ່ຈະທົນໄດ້ ຈະມີ ຫົນທາງເປີດອອກເພື່ອປົດປ່ອຍທ່ານໃຫ້ຫຼຸດພົ້ນຈາກຄວາມຫຍຸ້ງຍາກແລະອຸປະສັກບັນຫາ ເມື່ອທ່ານຮູ້ຕົວວ່າທ່ານຍັງອ່ອນກຳລັງແລະໝົດຫົນທາງຫຼາຍພຽງໃດ ທ່ານກໍຈະຍິ່ງ ເຂັ້ມແຂງຂຶ້ນໃນທຸກສະຖານະການຂອງພຣະອົງຫຼາຍຂຶ້ນເທົ່ານັ້ນ ແມ່ນວ່າພາລະຂອງ ທ່ານຈະໜັກພຽງໃດ ທ່ານກໍຈະໄດ້ຮັບການພັກຜ່ອນເປັນສຸກຫຼາຍຂຶ້ນເທົ່ານັ້ນ ດ້ວຍການ ທີ່ທ່ານໄດ້ເພິ່ງພາພຣະອົງຜູ້ຊົງແບກພາລະແທນເຮົາ {MH 72.1}ມແ 51.2

    ສະຖານະການຕ່າງໆອາດຈະແຍກມິດສະຫາຍໃຫ້ພັດພາກຈາກກັນ ຄື້ນອັນໜ້າ ຢ້ານຂອງມະຫາສະໝຸດອັນກວ້າງໃຫຍ່ໄພສານອາດຈະຊັດເຂົ້າມາແຍກລະຫວ່າງເຮົາ ແຕ່ຈະບໍ່ມີສະຖານະການໃດໆຫຼືໄລຍະທາງໃດໆທີ່ຈະມາແຍກເຮົາອອກໄປຈາກພຣະ ຜູ້ຊ່ວຍໃຫ້ລອດໄດ້ ບໍ່ວ່າເຮົາຈະຢູ່ບ່ອນໃດ ພຣະອົງຈະຊົງປະທັບຢູ່ເບື້ອງຂວາຂອງເຮົາ ເພື່ອຊົງຄ້ຳຈູນເຮົາ ຮັກສາເຮົາ ຍົກຊູເຮົາ ແລະໃຫ້ກຳລັງໃຈແກ່ເຮົາ ຄວາມຮັກຂອງພຣະ ຄຣິດທີ່ມີໃຫ້ກັບຜູ້ທີ່ພຣະອົງໄດ້ຊົງໄຖ່ໄວ້ນັ້ນຍິ່ງໃຫຍ່ກວ່າຄວາມຮັກຂອງມານດາທີ່ມີຕໍ່ ບຸດ ເປັນສິດທິພິເສດຂອງເຮົາທີ່ຈະໄດ້ພັກພິງຢູ່ໃນຄວາມຮັກຂອງພຣະອົງ ແລະຈະໄດ້ ເວົ້າວ່າ ຂ້າພະເຈົ້າຈະວາງໃຈໃນພຣະອົງ ເພາະພຣະອົງພຼີພຣະຊົນໃຫ້ແກ່ຂ້າພະເຈົ້າ {MH 72.2}ມແ 51.3

    ຄວາມຮັກຂອງມະນຸດອາດຈະປ່ຽນແປງໄດ້ ແຕ່ຄວາມຮັກຂອງພຣະຄຣິດຈະບໍ່ ມີວັນປ່ຽນແປງເມື່ອເຮົາຮູ້ຂໍໃຫ້ພຣະອົງໄດ້ຊົງຊ່ວຍເຫຼືອເຮົາ ພຣະຫັດຂອງພຣະອົງ ຈະຊົງຍືດອອກເພື່ອຊ່ວຍໃຫ້ເຮົາລອດມແ 52.1

    “ເພາະພູເຂົາທັງຫຼາຍອາດຈະຖືກເຄື່ອນຍ້າຍໄປ
    ແລະບັນດາໂນນພູອາດຈະຄອນແຄນ
    ແຕ່ຄວາມຮັກໝັ້ນຄົງຂອງເຮົາຈະບໍ່ເຄື່ອນຍ້າຍໄປຈາກເຈົ້າ
    ແລະພັນທະສັນຍາແຫ່ງສະຫວັດດີພາບຂອງເຮົາຈະບໍ່ຄອນແຄນ
    ພຣະເຢໂຮວາຜູ້ມີຄວາມເມດຕາຕໍ່ເຈົ້າຕັດດັ່ງນີ້ ”
    ມແ 52.2

    ເອຊະຢາ 54:10 {MH 72.3}