Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 24 ອາຫານທີ່ເປັນຊີ້ນສັດ

    ເມື່ອການສ້າງໂລກຄັ້ງທໍາອິດສໍາເລັດແລ້ວນັ້ນ ພຣະເຈົ້າບໍ່ໄດ້ຊົງກໍານົດໃຫ້ຊີ້ນ ສັດເປັນອາຫານຂອງມະນຸດ ຈົນມາເຖິງພາຍຫຼັງຍຸກສະໄໝທີ່ເກີດນໍ້າຖ້ວມໂລກ ເມື່ອ ບັນດາພືດພັນທີ່ມີຢູ່ໃນແຜ່ນດິນໄດ້ຖືກທໍາລາຍໄປໝົດ ມະນຸດຈຶ່ງໄດ້ຮັບອານຸຍາດໃຫ້ ກິນຊີ້ນສັດໄດ້ {MH 311.1}ມແ 315.1

    ໃນການເລືອກສັນອາຫານສໍາລັບມະນຸດໃນສວນເອເດນ ອົງພຣະຜູ້ເປັນເຈົ້າຊົງ ສະແດງໃຫ້ເຫັນວ່າອາຫານຊະນິດໃດເປັນອາຫານທີ່ດີທີ່ສຸດ ແລະໃນການເລືອກອາຫານ ໃຫ້ກັບອິສະລະເອນ ພຣະອົງຊົງສອນບົດຮຽນຢ່າງດຽວກັນ ພຣະອົງຊົງນໍາຊົນຊາດອິສະ ລະເອນອອກຈາກແຜ່ນດິນອິຢິບ ແລະຊົງອົບຮົມສັ່ງສອນພວກເຂົາເພື່ອເປັນປະຊາກອນ ຂອງພຣະອົງ ໂດຍຜ່ານທາງພວກເຂົາ ພຣະອົງຊົງປະສົງຈະອວຍພຣະພອນແລະສັ່ງ ສອນບັນດາຊາວໂລກ ພຣະອົງຊົງຈັດຕຽມອາຫານທີ່ເໝາະສົມທີ່ສຸດໃຫ້ແກ່ພວກເຂົາ ໄວ້ເພື່ອການນີ້ຊຶ່ງບໍ່ແມ່ນຊີ້ນສັດແຕ່ເປັນມານາອັນເປັນ ” ອາຫານຈາກຟ້າສະຫວັນ ” ແຕ່ ເພາະວ່າພວກເຂົາບໍ່ພໍໃຈແລະມັກຈົ່ມເຖິງໝໍ້ຊີ້ນສັດທີ່ເຄີຍກິນໃນແຜ່ນດິນອິຢິບ ດ້ວຍ ເຫດນີ້ພຣະອົງຈຶ່ງປະທານອາຫານຈໍາພວກຊີ້ນສັດໃຫ້ແກ່ພວກເຂົາ ແຕ່ກໍເປັນພຽງໄລ ຍະສັ້ນໆ ການກິນໃນຄັ້ງນັ້ນໄດ້ນໍາໂລກໄພແລະຄວາມຕາຍມາສູ້ຜູ້ຄົນເປັນຈໍານວນຫຼວງ ຫຼາຍເຖິງຢ່າງນັ້ນຂໍ້ກໍານົດທີ່ໃຫ້ກິນແຕ່ອາຫານທີ່ປາສະຈາກຊີ້ນສັດກໍບໍ່ເຄີຍເປັນທີ່ຍອມ ຮັບຢ່າງເຕັມໃຈ ຄວາມບໍ່ພໍໃຈແລະເວົ້າຕໍ່ວ່າຍັງມີເລື້ອຍມາ ບໍ່ວ່າຈະໃນທີ່ລັບຫຼືໃນທີ່ແຈ້ງ ດັ່ງນັ້ນ ຂໍ້ກໍານົດນີ້ຈຶ່ງບໍ່ໄດ້ຖືກກໍານົດຢ່າງຖາວອນ {MH 311.2}ມແ 315.2

    ເມື່ອຊົນຊາດອິສະລະເອນເຂົ້າໄປຕັ້ງຖິ່ນຖານໃນແຜ່ນດິນຄານາອັນແລ້ວ ພວກ ເຂົາກໍໄດ້ຮັບອານຸຍາດໃຫ້ບໍລິໂພກຊີ້ນສັດໄດ້ ແຕ່ດ້ວຍຂໍ້ກໍານົດຢ່າງລະອຽດເພື່ອຫຼຸດຜົນ ຮ້າຍ ຊີ້ນໝູເປັນອາຫານຕ້ອງຫ້າມ ຮ່ວມທັງຊີ້ນສັດຊະນິດອື່ນໆ ນົກແລະປາທີ່ຖືກລະ ບຸວ່າເປັນສັດທີ່ບໍ່ສະອາດ ຊີ້ນສັດທີ່ອະນຸຍາດໃຫ້ກິນໄດ້ນັ້ນ ກໍຍັງມີຂໍ້ຫ້າມບໍ່ໃຫ້ກິນໄຂ ມັນແລະເລືອດຂອງມັນໂດຍເດັດຂາດ {MH 311.3}ມແ 316.1

    ສັດທີ່ຈະໃຊ້ເປັນອາຫານນັ້ນຕ້ອງເປັນສັດທີ່ຢູ່ໃນສະພາບສົມບູນ ສັດທີ່ຖືກກັດ ຕາຍຫຼືຕາຍເອງທີ່ບໍ່ໄດ້ຖືກຮີດເລືອດອອກຈາກຕົວໃຫ້ໝົດຈະນໍາມາໃຊ້ເປັນອາຫານບໍ່ໄດ້ {MH 312.1}ມແ 316.2

    ການທີ່ຊົນຊາດອິສະລະເອນປະຈາກແຜນການຂອງພຣະເຈົ້າທີ່ຊົງກໍານົດໃນເລື່ອງ ຂອງອາຫານນັ້ນ ເຮັດໃຫ້ເຂົາຕ້ອງປະສົບກັບຫາຍະນະອັນໃຫຍ່ຫຼວງ ພວກເຂົາຕ້ອງ ການອາຫານຈໍາພວກຊີ້ນສັດ ດັ່ງນັ້ນ ຈຶ່ງຕ້ອງເກັບກ່ຽວຜົນຂອງມັນ ພວກເຂົາບໍ່ອາດຍ່າງ ໄປເຖິງອຸປະນິດໄສເພິ່ງປາຖະໜາທີ່ພຣະເຈົ້າຊົງວາງໄວ້ ຫຼືບັນລຸພຣະປະສົງຂອງພຣະອົງ ອົງພຣະຜູ້ເປັນເຈົ້າໄດ້ “ພຣະອົງຊົງປະທານສິ່ງທີ່ທ່ານຂໍ ແຕ່ຊົງສົ່ງພະຍາດອັນຮ້າຍແຮງ ມາທ່າມກາງທ່ານ” ເພງສັນລະເສີນ 106.15 ພວກເຂົາຕີຄ່າສິ່ງຂອງທາງໂລກສູງກວ່າ ສິ່ງທີ່ຢູ່ໃນຝ່າຍຈິດວິນຍານ ແລະພວກເຂົາບໍ່ໄດ້ກ້າວໄປເຖິງມາດຕະຖານອັນສູງສົ່ງທີ່ ເປັນພຣະປະສົງຂອງພຣະອົງທີ່ມີຕໍ່ພວກເຂົາ {MH 312.2}ມແ 316.3