Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພຣະເຈົ້າຊົງສໍາແດງພຣະອົງໃຫ້ປະກົດຢູ່ໃນທໍາມະຊາດ

    “ຕັ້ງແຕ່ເລີ່ມສ້າງໂລກມາແລ້ວສະພາບທີ່ບໍ່ປະກົດຂອວພຣະເຈົ້ານັ້ນຄື ລິດທານຸ ພາບອັນຖາວອນແລະຄວາມເປັນພຣະເຈົ້າຂອງພຣະອົງກໍໄດ້ປະກົດຊັດໃນ ສັບພະສິ່ງທີ່ ພຣະອົງໄດ້ຊົງສ້າງສະນັ້ນ ເຂົາທັງຫຼາຍຈຶ່ງບໍ່ມີຂໍ້ແກ້ຕົວເລີຍ” ໂຣມ 1:20 {MH 410.3}ມແ 419.1

    ສັບພະສິ່ງໃນທໍາມະຊາດທີ່ເຮົາເຫັນຢູ່ທຸກມື້ນີ້ ໃຫ້ພຽງຄວາມເຂົ້າໃຈທີ່ເລືອນລາງ ຂອງຄວາມງົດງາມແຫ່ງສວນເອເດນເທົ່ານັ້ນຄວາມຜິດບາບ ໄດ້ສ້າງຄວາມມົວໝອງແກ່ ຄວາມງົດງາມຂອງແຜ່ນດິນໂລກໄປເຮົາເຫັນຮ່ອງຮອຍຜົນງານຂອງຄວາມຊົ່ວໃນສັບ ພະສິ່ງໄດ້ແຕ່ກະນັ້ນຍັງມີສິ່ງທີ່ສວຍງາມເຫຼືອຢູ່ອີກຫຼາຍທໍາມະຊາດເປັນພະຍານໄດ້ວ່າ ພຣະອົງຜູ້ຊົງລິດທານຸພາບນິລັນດອນຊົງປະກອບດ້ວຍພຣະຄຸນຄວາມດີພຣະເມດຕາ ແລະຄວາມຮັກຊົງເປັນຜູ້ສ້າງແຜ່ນດິນໂລກແລະໂປດເຕີມເຕັມໂລກນີ້ດ້ວຍສັບພະສິ່ງ ທີ່ມີຊີວິດແລະຄວາມສຸກທີ່ປ່ຽມລົ້ນ ເຖິງແມ່ນຢູ່ໃນສະພາບທີ່ເສື່ອມເສຍໄປກໍຕາມ ສິ່ງ ສາລະພັດຍັງຄົງສໍາແດງເຖິງ ພຣະຫັດກິດຂອງພຣະຜູ້ຊົງເປັນຈອມໂຍທາທີ່ຍິ່ງໃຫຍ່ບໍ່ ວ່າເຮົາຈະຫັນ ໜ້າໄປທິດໃດເຮົາຈະໄດ້ຍິນພຣະສຸລະສຽງຂອງພຣະເຈົ້າແລະເຫັນຫຼັກ ຖານແຫ່ງພຣະຄຸນຄວາມດີຂອງພຣະອົງ {MH 411.1}ມແ 419.2

    ຈາກສຽງຟ້າຮ້ອງກຶກກ້ອງແລະສຽງຄື້ນຄໍາລາມຂອງມະຫາສະໝຸດ ທີ່ບໍ່ເຄີຍຫຼັບ ໄຫຼຈົນເຖິງບົດເພງແຫ່ງຄວາມເບີກບານທີ່ຂັບຂານຢູ່ໃນພົງໄພດ້ວຍທ່ວງທໍານອງອັນ ອອນຊອນ ສຽງທໍາມະຊາດເຫຼືອຄະນານັບເຫຼົ່ານີ້ຕ່າງເປ່ງວາຈາຖະຫວາຍຖ້ອຍຄໍາສັນລະ ເສີນແດ່ພຣະອົງເທິງ ຜືນແຜ່ນດິນໂລກໃນທະເລ ແລະເໜືອທ້ອງຟ້າທີ່ແຕ່ງແຕ້ມດ້ວຍ ສີສັນອັນຫຼາກຫຼາຍບໍ່ວ່າຈະທັງຕັດກັນຢ່າງສວຍງາມຫຼືປະສົມປະສານກັນຢ່າງກົມກືນ ໜ້າພິສະວົງລ້ວນສໍາແດງພຣະສິຣິຂອງພຣະອົງໃຫ້ປະຈັກແກ່ເຮົາເນີນພູທີ່ສະຖິດສະ ຖາພອນຢູ່ເທິງໂລກບອກເຮົາໃຫ້ຮູ້ເຖິງລິດທານຸພາບຂອງພຣະອົງຕົ້ນໄມ້ທີ່ໂບກກິ່ງກ້ານ ອັນຂຽວສົດຢູ່ທ່າມກາງແສງແດດແລະສຸຄັນທະຊາດທີ່ປົ່ງດອກອັນປານີດບັນຈົງຕ່າງຊີ້ ໃຫ້ເຫັນເຖິງອົງພຣະຜູ້ສ້າງທົ່ງຫຍ້າທີ່ຂຶ້ນປົກຄຸມສີນໍ້າຕານທີ່ແຫ້ງແລ້ງຂອງແຜ່ນດິນ ໂລກດຸດດັ່ງພົມຜືນໃຫຍ່ລ້ວນບອກໃຫ້ເຮົາຊາບເຖິງຄວາມຫ່ວງໃຍຂອງພຣະອົງຕໍ່ສາ ລະພັດສິ່ງຊົງສ້າງ ແມ່ນແຕ່ສິ່ງທີ່ຕໍ່າຕ້ອຍທີ່ສຸດຖໍ້າໃນທ້ອງທະເລແລະພາຍໃຕ້ຜືນແຜ່ນ ດິນເຜີຍໃຫ້ເຫັນເຖິງຊັບສົມບັດຂອງພຣະອົງພຣະອົງຜູ້ຊົງມອບໄຂ່ມຸກໄວ້ໃນມະຫາສະ ໝຸດແລະຝັງອັນຍະມະນີພອຍໄພລິນໄວ້ພາຍໃນສີລາ ຊົງເປັນພຣະເຈົ້າຜູ້ຊົງປະຕິພັດຮັກ ໄຄ່ໃນສິ່ງທີ່ສວຍງາມດວງອາທິດທີ່ປະກົດຈາກຂອບຟ້າເປັນດັ່ງຕົວແທຮຂອງພຣະອົງຜູ້ ຊົງເປັນຊີວິດແລະເປັນແສງສະຫວ່າງຂອງສາລະພັດສິ່ງທີ່ພຣະອົງຊົງສ້າງຄວາມສະຫວ່າງ ສົດໃສແລະຄວາມງົດງາມທັງປວງ ທີ່ວິຈິດລັງສັນແຫ່ງແຜ່ນດິນໂລກແລະຟາກຟ້າໃຫ້ສະ ຫວ່າງເຮືອງນັ້ນລ້ວນເປັນພະຍານຮັບຮອງອົງພຣະຜູ້ເປັນເຈົ້າມແ 420.1

    “ຄວາມສະຫງ່າງາມຂອງພຣະອົງຄຸມທົ່ວຟ້າສະຫວັນ”
    “ແຜ່ນດິນໂລກເຕັມໄປດ້ວຍສິ່ງທີ່ຊົງສ້າງ”
    “ວັນສົ່ງຖ້ອຍຄໍາໃຫ້ແກ່ວັນ
    ແລະຄືນແຈ້ງຄວາມຮູ້ໃຫ້ແກ່ຄືນ
    ຖ້ອຍຄໍາບໍ່ມີວາຈາກໍບໍ່ມີ
    ແລະບໍ່ມີໃຜໄດ້ຍິນສຽງຟ້າ
    ເຖິງປານນັ້ນ ສຽງຂອງມັນກໍອອກໄປທົ່ວແຜ່ນດິນໂລກ
    ແລະຖ້ອຍຄໍາກໍອອກໄປເຖິງສຸດປາຍພິພົບ”
    ມແ 420.2

    ຮາບາກຸກ 3: 3; ເພງສັນລະເສີນ 104:24; 19:2-4 (THSV) {MH 411.2}

    ສັບພະສິ່ງຕ່າງບອກເຖິງການດູແລເອົາໃຈໃສ່ຢ່າງອ່ອນໂຍນດຸດດັ່ງບິດາຂອງພຣະ ອົງແລະຊົງປະສົງທີ່ຈະເຮັດໃຫ້ບຸດທັງຫຼາຍ ຂອງພຣະອົງມີຄວາມສຸກ {MH 412.1}ມແ 421.1

    ລິດທານຸພາບອັນຍິ່ງໃຫຍ່ ທີ່ບັນດານໃຫ້ທຸກສິ່ງເກີດຂຶ້ນໃນທໍາມະຊາດແລະທີ່ຄໍ້າ ຈຸນສາລະພັດສິ່ງໄວ້ນັ້ນຫາແມ່ນພຽງພະລັງງານທີ່ມີຢູ່ທົ່ວໄປທີ່ຄອຍຂັບເຄື່ອນທຸກສິ່ງ ຕາມທີ່ນັກວິທະຍາສາດຄິດບໍ່ພຣະເຈົ້າຊົງເປັນພຣະວິນຍານແຕ່ປານນັ້ນ ພຣະອົງກໍຊົງມີ ບຸກຄະລິກະພາບເພາະພຣະອົງຊົງສໍາແດງພຣະອົງໃຫ້ປະກົດແກ່ເຮົາມແ 421.2

    “ພຣະເຢໂຮວາເປັນພຣະເຈົ້າທີ່ທ່ຽງແທ້
    ພຣະອົງຊົງເປັນພຣະເຈົ້າຜູ້ຊົງພຣະຊົນ
    ແລະເປັນພຣະມະຫາສັດເນືອງນິດ
    ບັນດາພຣະເຈົ້າຜູ້ທີ່ບໍ່ໄດ້ຊົງສ້າງສະຫວັນແລະໂລກ
    ຈະພິນາດໄປຈາກໂລກແລະຈາກພາຍໃຕ້ສະຫວັນ”
    “ພຣະອົງຜູ້ຊົງເປັນສ່ວນຂອງຢາໂຄບບໍ່ຄືສິ່ງເຫຼົ່ານີ້
    ເພາະພຣະອົງຊົງເປັນຜູ້ທີ່ກໍ່ຮ່າງທຸກສິ່ງຂຶ້ນ”
    “ພຣະເຢໂຮວາຈອມໂຍທາເປັນ
    ຜູ້ຊົງສ້າງໂລກດ້ວຍລິດເດດຂອງພຣະອົງ
    ຜູ້ຊົງສະຖາປະນາພິພົບໄວ້ດ້ວຍສະຕິປັນຍາຂອງພຣະອົງແລະຊົງເບີກທ້ອງຟ້າ
    ອອກດ້ວຍຄວາມເຂົ້າໃຈຂອງພຣະອົງ”
    ມແ 421.3

    ເຢເຣມີຢາ 10:10,11,16,12 {MH 413.1}