Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ກິດຈະການຂອງເຫຼົ່າອັກຄະທຸດ

    ລູການໄດ້ຂຽນໜັງສືພຣະຄຣິດຊຶ່ງໄດ້ຕັ້ງຊື່ຕາມນາມຂອງເຂົາ ເຂົາເປັນຜູ້ເຜີຍ ແຜ່ສາສະໜາໃນດ້ານການແພດໃນພຣະຄໍາພີໄດ້ເອີ້ນຊື່ເຂົາວ່າ ລູກາ ແພດທີ່ຮັກ ໂກໂລ ຊາຍ 4:14 ອັກຄະສາວົກເປົາໂລເຄີຍໄດ້ຍິນເຖິງກິດຕິສັກຄວາມສາມາດຂອງລູກໃນ ຖານະທີ່ເປັນແພດ ແລະໄດ້ສະ ແຫວງຫາທີ່ຈະໄດ້ເຫັນເຂົາໃນຖານະບຸກຄົນຜູ້ໜຶ່ງທີ່ອົງ ພຣະຜູ້ເປັນເຈົ້າໄດ້ຊົງມອບໝາຍວຽກງານສິ້ນພິເສດໃຫ້ເຂົາໄດ້ເຮັດ ເປົາໂລໄດ້ເຊື້ອເຊີນ ໃຫ້ລູກາໄດ້ເຂົ້າມາເຮັດວຽກນໍາກັນ ແລະລູກເອງກໍໄດ້ເດີນທາງໄປຍັງສະຖານທີ່ຕ່າງໆ ພ້ອມກັນກັບເປົາໂລໃຍຊ່ວງໄລຍະເວລາໜຶ່ງ ຕໍ່ມາພາຍຫຼັງເປົາໂລໄດ້ປະລູກາໄວ້ທີ່ເມືອງ ຟີລິບປີໃນແຄວ້ນມາຊິໂດເນຍ ທີ່ນັ້ນລູກາໄດ້ເຮັດວຽກຕໍ່ໄປ ທັງໃນຖານະຂອງແພດແລະ ຜູ້ເທສະໜາສັ່ງສອນຂ່າວປະເສີດເປັນເວລາອີກຫຼາຍປີ ໃນໜ້າທີ່ຂອງແພດເຂົາໄດ້ໃຫ້ ການຮັກສາພະຍາບານແກ່ຜູ້ທີ່ເຈັບປ່ວຍ ຈາກນັ້ນກໍໄດ້ອະທິຖານຂໍໃຫ້ລິດອໍານາດໃນ ການຮັກສາຂອງພຣະເຈົ້າໄດ້ມາສະຖິດເໜືອຜູ້ປ່ວຍ ດ້ວຍວິທີການເຊັ່ນນີ້ໄດ້ເປີດທາງ ໃຫ້ແກ່ກິດຕິຄຸນຂ່າວປະເສີດ ຄວາມສໍາເລັດຂອງລູກາໃນຖານະແພດເຮັດໃຫ້ເຂົາໄດ້ ມີໂອກາດຫຼາຍຢ່າງໃນການເທສະໜາສັ່ງສອນເລື່ອງຂອງພຣະຄຣິດໃນໝູ່ຜູ້ບໍ່ເຊື່ອ ພຣະ ເຈົ້າຊົງມີແຜນການທີ່ຈະໃຫ້ເຮົາເຮັດວຽກ ເໝືອນທີ່ເຫຼົ່າສາວົກໄດ້ເຮັດນັ້ນ ການຮັກສາ ໂຣກໄພຖືກບັນຈຸລວມເຂົ້າກັບການປະກາດຂ່າວປະເສີດ ການເທສະໜາສັ່ງສອນແລະ ການຢຽວຢາຮັກສາຈະຕ້ອງບໍ່ຖືກແຍກອອກຈາກກັນ {HM 140.1}ມແ 123.2

    ກິດຈະການຂອງເຫຼົ່າສາວົກກໍຄືການເຜີຍແຜ່ຂ່າວປະເສີດ ພວກເຂົາໄດ້ຮັບມອບ ໝາຍໜ້າທີ່ໃນການປະກາດໃຫ້ທົ່ວທັງໂລກໄດ້ຍິນຂ່າວປະເສີດທີ່ພຣະຄຣິດໄດ້ຊົງນໍາ ມາໃຫ້ແກ່ມວນມະນຸດ ຊຶ່ງເປັນກິດຈະການທີ່ພວກເຂົາໄດ້ເຮັດສໍາເລັດລຸລ່ວງເພື່ອປະຊາ ຊົນໃນຍຸກສະໄໝຂອງເຂົາ ຂ່າວປະເສີດໄດ້ຖືກນໍາໄປເຜີຍແຜ່ແກ່ຄົນທຸກຊາດທົ່ວໃຕ້ຟ້າ ໃນຊ່ວງເວລາຂອງຄົນຊົ່ວອາຍຸດຽວ {HM 141.1}ມແ 124.1

    ການນໍາຂ່າວປະເສີດໄປປະກາດແກ່ມວນມະນຸດເປັນວຽກທີ່ພຣະເຈົ້າຊົງມອບ ໝາຍໃຫ້ແກ່ຄົນທັງຫຼາຍທີ່ເຊື່ອໃນພຣະນາມຂອງພຣະອົງ ຂ່າວປະເສີດເປັນການແກ້ ຜິດຂະໜານດຽວ ທີ່ໃຊ້ໃນການບໍາບັດຮັກສາຄວາມຜິດບາບແລະຄວາມທຸກຍາກຂອງ ໂລກ ງານທໍາອິດຂອງໝູ່ຄົນທີ່ຮູ້ຈັກລິດອໍານາດໃນການຮັກສາກໍຄືການປະກາດຂ່າວແຫ່ງ ພຣະຄຸນຂອງພຣະເຈົ້າໄປຍັງມວນມະນຸດຊາດ {HM 141.2}ມແ 124.2

    ເມື່ອພຣະຄຣິດຊົງສົ່ງເຫຼົ່າສາວົກອອກໄປປະກາດຂ່າວປະເສີດນັ້ນ ຄວາມເຊື່ອໃນ ພຣະເຈົ້າແລະໃນພຣະວັດຈະນະຂອງພຣະອົງເກືອບຈະສູນຫາຍໄປຈາກໂລກເສຍແລ້ວ ໃນໝູ່ຊົນຊາດຢີວຜູ້ສະແດງຕົນວ່າມີຄວາມຮູ້ແຈ້ງໃນພຣະເຢໂຮວາ ພຣະວັດຈະນະຂອງ ພຣະອົງກັບຖືກຂະນົບທໍານຽມປະເພນີ ບົດບັນຍັດແລະກົດເກນຕ່າງໆຂອງມວນມະນຸດ ມາແທນທີ່ ຄວາມມັກໃຫຍ່ໃຝ່ສູງຢ່າງເຫັນແກ່ຕົວ ຄວາມຊື່ນຊອບ ການມັກໂອ້ອວດ ແລະຄວາມໂລບມາກໂລພາໄດ້ເຂົ້າຄອບງໍາຈິດໃຈຂອງມະນຸດ ເມື່ອຄວາມເຄົາລົບຢໍາເກງ ໃນພຣະເຈົ້າໄດ້ຖືກປະຖິ້ມໄປ ຄວາມເມດຕາສົງສານທີ່ມີຕໍ່ເພື່ອນມະນຸດດ້ວຍກັນຈຶ່ງ ໄດ້ຈາງຫາຍໄປນໍາ ຄວາມເຫັນແກ່ຕົວໄດ້ກາຍເປັນຫຼັກຢຶດປະຕິບັດ ແລະຊາຕານໄດ້ເຮັດ ຕາມຄວາມມຸ້ງໝາຍຂອງມັນດ້ວຍການນໍາຄວາມທຸກຍາກແລະຄວາມເສື່ອມຊາມມາສູ່ ມວນມະນຸດ {HM 142.1}ມແ 124.3

    ເຫຼົ່າຕົວແທນຂອງຊາຕານໄດ້ເຂົ້າຄອບງໍາມວນມະນຸດ ຮ່າງກາຍຊຶ່ງໄດ້ຮັບການຊົງ ສ້າງມາເພື່ອເປັນ ນິດເວດຂອງພຣະເຈົ້າກັບກາຍເປັນບ່ອນທີ່ເຫຼົ່າມານຮ້າຍສິງຢູ່ ເຫຼົ່າຕົວ ແທນທີ່ມີອໍານາດເໜືອທໍາມະຊາດໄດ້ເອົາຄວາມຮູ້ສຶກນຶກຄິດ ລະບົບປະສາດແລະອະ ໄວຍະວະຕ່າງໆຂອງມະນຸດມາໃຊ້ຈົນຈົມລົງສູ່ການປ່ອຍຕົວສະໜອງຕັນຫາລາຄະອັນ ຊົ່ວຊ້າຢ່າງທີ່ສຸດ ວິນຍານຂອງມານຮ້າຍໄດ້ສໍາແດງອອກມາທາງຮູບຮ່າງໜ້າຕາຂອງມະ ນຸດ ໃບໜ້າຂອງມະນຸດສະທ້ອນໃຫ້ເຫັນເຖິງອາລົມຂອງເຫຼົ່າກອງທັບປີສາດຮ້າຍທີ່ສິງສູ່ ຢູ່ພາຍໃນ {HM 142.2}ມແ 124.4

    ສະພາບຂອງໂລກນີ້ເປັນຢ່າງໃດ ຄວາມເຊື່ອໃນພຣະຄໍາພີໃນທຸກມື້ນີ້ບໍໄດ້ຖືກ ທໍາລາຍຢ່າງໄດ້ຜົນໂດຍຄໍາວິຈານເຂັ້ມຂຸ້ນກວ່າແລະການຄາດເດົາຂອງໂລກປັດຈຸບັນ ເຊັ່ນດຽວກັນກັບທີ່ໄດ້ຖືກທໍາລາຍມາແລ້ວໂດຍຂະນົບທໍານຽມປະເພນີແລະຫຼັກຈາຮີດ ຄໍາສອນຂອງເຫຼົ່າອາຈານຮັບບີໃນສະ ໄໝຂອງພຣະຄຣິດຢ່າງນັ້ນບໍ່ ຄວາມໂລບມາກ ຄວາມມັກໃຫຍ່ໃຝ່ສູງແລະຄວາມມັກສະນຸກສະໜານບໍ່ໄດ້ຄອບຄອງຈິດໃຈຂອງມະ ນຸດໃນຍຸກສະໄໝນີ້ໄວ້ຢ່າງແໜ້ນໜາເໝືອນຢ່າງໃນສະໄໝກ່ອນແລ້ວບໍ່ ໃນໂລກຂອງ ຄຣິດສະຕຽນແມ່ນແຕ່ໂບດຕ່າງໆ ທີ່ອ້າງຕົນວ່າເປັນຄຣິດຕະຈັກຂອງພຣະຄຣິດ ມີຢູ່ຈັກ ໂບດບໍ່ທີ່ປົກຄອງຕາມຫຼັກຄໍາສອນຂອງຄຣິດສະຕຽນ ໃນວົງການທຸລະກີດ ໃນວົງສັງຄົມ ໃນຄອບຄົວ ແລະແມ່ນແຕ່ເວດວົງສາສະໜາມີຢູ່ຈັກຄົນບໍ່ທີ່ໄດ້ນໍາຄໍາສັ່ງສອນຂອງ ພຣະຄຣິດມາເປັນບັນທັດຖານໃນຊີວິດບໍ່ເປັນຄວາມຈິງບໍ່ທີ່ວ່າ “ຄວາມຊອບທໍາກໍຢືນຢູ່ ແຕ່ໄກ...ຄວາມທ່ຽງຕົງເຂົ້າໄປບໍ່ໄດ້….ແລະຜູ້ໃດທີ່ພາກຈາກຄວາມຊົ່ວກໍເຮັດຕົວໃຫ້ ເປັນເຫຍື່ອ” ເອຊາຢາ 59:14,15 {HM 142.3}ມແ 125.1

    ເຮົາທັງຫຼາຍກໍາລັງມີຊີວິດຢູ່ທ່າມກາງຄວາມບາບທີ່ແຜ່ລະບາດໄປທົ່ວ ໃນທົ່ວ ທຸກຫົນແຫ່ງຜູ້ທີ່ຢໍາເກງພຣະເຈົ້າໄດ້ແຕ່ມີຄວາມວິຕົກັງວົນ ເພາະເຫັນວ່າ ການຄົດໂກງ ມີຢູ່ຫຼາຍເກີນຄໍາບັນຍາຍໃນແຕ່ລະມື້ຈະມີເລື່ອງຂອງຄວາມຂັດແຍ່ງທາງການເມືອງການ ຕິດສິນບົນແລະການກະທໍາໃນທາງທຸດຈະລິດທີ່ເກີດຂຶ້ນໃໝ່ໆມາເປີດເຜີຍໃຫ້ເຫັນຢູ່ ສະເໝີ ທຸກໆມື້ຈະມີການລາຍງານເຖິງສິ່ງອັນໜ້າສະຫຼົດໃຈບໍ່ວ່າຈະເປັນຄວາມຮຸນແຮງ ແລະການເຄື່ອນໄຫວທີ່ຜິດກົດໝາຍ ຄວາມບໍ່ອາໄລໄຍດີຕໍ່ຄວາມທຸກຍາກລໍາບາກຂອງ ເພື່ອນມະນຸດດ້ວຍກັນ ຄວາມໂຫດຮ້າຍທາລຸນແລະການເຂັ່ນຂ້າທໍາລາຍລ້າງຊີວິດມະ ນຸດຢ່າງອໍາມະຫິດເລືອດເຢັນ ທຸກໆວັນຈະມີປະຈັກພະຍານທີ່ສະແດງໃຫ້ເຫັນເຖິງການ ເພີ່ມຂຶ້ນຂອງຄວາມວິກົນຈະລິດ ການຄາດຕະກໍາແລະການຂ້າຕົວຕາຍ ຈະມີຜູ້ໃດບໍ່ທີ່ບໍ່ ເຊື່ອວ່າຕົວແທນຂອງຊາຕານກໍາລັງເພີ່ມຄວາມກະຕືລືລົ້ນໃນການເຮັດວຽກຢູ່ທ່າມກາງ ມະນຸດເພື່ອນໍາຄວາມວຸ້ນວາຍສັບສົນແລະເສື່ອມຊາມມາສູ່ຈິດໃຈ ຮ່ວມທັງນໍາຄວາມເປິ ເປື້ອນແລະຄວາມພິນາດມາສູ່ຮ່າງກາຍຂອງມະນຸດ {HM 142.4}ມແ 125.2

    ແລະໃນຂະນະທີ່ໂລກເຕັມໄປດ້ວຍຄວາມຊົ່ວຮ້າຍເຫຼົ່ານັ້ນ ຫຼາຍຄັ້ງທີ່ການປະກາດ ຂ່າວປະເສີດໄດ້ເປັນໄປຢ່າງບໍ່ມີຄວາມຮູ້ສຶກທີ່ດີ ຊຶ່ງເກືອບຈະເວົ້າໄດ້ວ່າບໍ່ສາມາດ ສົ່ງຜົນໃດໆ ຕໍ່ຈິດສໍານຶກຫຼືຕໍ່ຊີວິດຂອງມະນຸດ ໃນທຸກຫົນທຸກແຫ່ງໄດ້ມີຈິດໃຈທີ່ຮຽກ ຮ້ອງຫາໃນສິ່ງທີ່ພວກເຂົາບໍ່ມີ ພວກເຂົາປາຖະໜາເຖິງລິດອໍານາດທີ່ຈະຊ່ວຍພວກເຂົາ ໃຫ້ໄດ້ຮັບໄຊຊະນະເໜືອຄວາມຜິດບາບ ລິດອໍານາດທີ່ຈະຊ່ວຍປົດປ່ອຍພວກເຂົາອອກ ຈາກພັນທະນາການຂອງຄວາມຊົ່ວຮ້າຍ ລິດອໍານາດທີ່ຈະປະທານສຸຂະພາບຊີວິດແລະ ສັນຕິສຸກມີຫຼາຍຄົນທີ່ຄັ້ງໜຶ່ງໄດ້ເຄີຍປະຈັກເຖິງລິດອໍານາດໃນພຣະວັດຈະນະຂອງພຣະ ເຈົ້າໄດ້ອາໄສຢູ່ບ່ອນຊຶ່ງບໍ່ມີໃຜຍອມຮັບໃນພຣະເຈົ້າແລະພວກເຂົາຕ່າງປາຖະໜາທີ່ ຈະໃຫ້ພຣະເຈົ້າໄດ້ຊົງສະຖິດໃກ້ຊິດຢູ່ກັບເຂົາ {HM 143.1}ມແ 126.1

    ສິ່ງທີ່ໂລກຕ້ອງການໃນວັນນີ້ເປັນສິ່ງທີ່ໂລກເຄີຍຕ້ອງການມາແລ້ວເມື່ອໜຶ່ງພັນ ເກົ້າຮ້ອຍປີກ່ອນ ນັ້ນກໍຄືການສໍາແດງພຣະຄຣິດໃຫ້ປາກົດ ກິດຈະການອັນຍິ່ງໃຫຍ່ຂອງ ການປະຕິຮູບເປັນສິ່ງທີ່ຕ້ອງການແລະໂດຍອາໄສພຣະຄຸນຂອງພຣະຄຣິດເທົ່ານັ້ນທີ່ຈະ ເຮັດໃຫ້ງານດ້ານການຟື້ນຟູສະພາບຂອງຮ່າງກາຍຈິດໃນແລະຈິດວິນຍານສໍາເລັດລົງໄດ້ {HM 143.2}ມແ 126.2

    ວິທີການຂອງພຣະຄຣິດເທົ່ານັ້ນທີ່ຈະເຮັດໃຫ້ເກີດຄວາມສໍາເລັດທີ່ແທ້ຈິງໃນ ການເຂົ້າເຖິງຈິດໃຈຂອງປະຊາຊົນ ພຣະຜູ້ຊ່ວຍໃຫ້ລອດຊົງສະຖິດຢູ່ກັບມະນຸດໃນຖາ ນະບຸກຄົນຜູ້ໜຶ່ງຊຶ່ງຊົງປາຖະໜາທີ່ຈະໃຫ້ມະນຸດໄດ້ຮັບສິ່ງທີ່ດີງາມ ພຣະອົງຊົງສໍາແດງ ນໍ້າພຣະໄທອັນກາລຸນາຕໍ່ພວກເຂົາ ຊົງປະຕິບັດຮັບໃຊ້ໃນສິ່ງຊຶ່ງຄວາມຕ້ອງການຂອງ ພວກເຂົາ ແລະເມື່ອພຣະອົງຊົງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກເຂົາແລ້ວພຣະອົງຈຶ່ງ ຊົງຮັບສັ່ງວ່າ “ເຊີນຕາມເຮົາມາ” {HM 143.3}ມແ 126.3

    ການເຮັດໂຕໃຫ້ໄກ້ຊິດກັບປະຊາຊົນເປັນການສ່ວນຕົວຈໍາເປັນຕ້ອງໃຊ້ຄວາມ ພະຍາຍາມ ຫາກໃຊ້ເວລາໃນການເທດສະໜາສັ່ງສອນໃຫ້ໜ້ອຍລົງແລະໃຊ້ເວລາໃນ ການຮັບໃຊ້ເປັນການສ່ວນຕົວໃຫ້ຫຼາຍຂຶ້ນ ກໍຈະເຫັນຜົນຫຼາຍກວ່າ ຄົນຍາກຈົນຈະໄດ້ ຮັບການບັນເທົາທຸກ ຄົນເຈັບປ່ວຍຈະໄດ້ຮັບການເອົາໃຈໃສ່ດູແລ ຜູ້ທີ່ມີຄວາມທຸກໂສກ ແລະຜູ້ສູນເສຍຄົນຮັກກໍຈະໄດ້ຮັບການປອບປະໂລມຈິດໃຈ ຜູ້ທີ່ຂາດຄວາມຮູ້ກໍຈະໄດ້ ຮັບການສັ່ງສອນ ຜູ້ທີ່ຂາດປະສົບການກໍຈະໄດ້ຮັບຄໍາແນະນໍາປຶກສາ ເຮົາຈະຕ້ອງຫຼັ່ງ ນໍ້າຕາຮ່ວມກັບຜູ້ທີ່ກໍາລັງຮ້ອງໄຫ້ ແລະຊື່ນຊົມຍິນດີຮ່ວມກັບຜູ້ທີ່ມີຄວາມສຸກ ໂດຍອາ ໄສລິດອຊານາດໃນການໂນ້ມນ້າວຈິດໃຈ ລິດອໍານາດຂອງການອະທິຖານ ແລະລິດອໍານາດ ໃນຄວາມຮັດຂອງພຣະເຈົ້າ ການງານໃນກິດຈະການນີ້ກໍຍ່ອມຈະບໍ່ມີທາງທີ່ຈະດໍາເນີນ ໄປໂດຍປາສະຈາກຜົນ {HM 143.4}ມແ 126.4

    ເຮົາຄວນຈະລະລຶກໄວ້ຢູ່ສະເໝີວ່າ ຄວາມມຸ້ງໝາຍຂອງການເຜີຍແຜ່ສາສະໜາ ໃນດ້ານການແພດກໍຄື ການສະແດງໃຫ້ຊາຍຍິງທີ່ເຈັບປວດດ້ວຍໂລກແຫ່ງຄວາມຜິດ ບາບໄດ້ເຫັນເຖິງພຣະມະຫາບຸລຸດແຫ່ງກາງແຂນ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປ ເສຍດ້ວຍການເຝົ້າເບິ່ງໄປຍັງພຣະອົງ ພວກເຂົາຈະໄດ້ຮັບການປ່ຽນແປງໃຫ້ເໝືອນກັບ ພຣະສາຍາຂອງພຣະອົງ ເຮົາຕ້ອງໜູນຈິດໃຈໃຫ້ຄົນທີ່ເຈັບປ່ວຍແລະຜູ້ທີ່ໄດ້ຮັບຄວາມ ທຸກທໍລະມານໃຫ້ຫັນມາເພິ່ງພາອົງພຣະເຢຊູໃນການດໍາເນີນຊີວິດ ຈົ່ງໃຫ້ຜູ້ທີ່ປະຕິບັດ ງານໄດ້ເຊີດຊູພຣະຄຣິດ ພຣະອົງຜູ້ຊົງເປັນແພດຜູ້ປະເສີດໄວ້ເບື້ອງໜ້າຜູ້ທີ່ມີຈິດໃຈທໍ້ ແທ້ສິ້ນຫວັງ ຈົ່ງສະແດງໃຫ້ພວກເຂົາໄດ້ເຫັນເຖິງອົງຜູ້ຊົງສາມາດຢຽວຢາຮັກສາໂຣກທັງ ທາງຝ່າຍກາຍແລະຈິດວິນຍານໄດ້ ຈົ່ງບອກພວກເຂົາເຖິງພຣະອົງຜູ້ຊົງຮູ້ສຶກເຫັນອົກ ເຫັນໃຈໃນຄວາມອ່ອນແອຂອງພວກເຂົາ ຈົ່ງໜູນຈິດໃຈຂອງພວກເຂົາໃຫ້ໄດ້ມອບຕົວ ເອງໄວ້ພາຍໃຕ້ການດູແລເອົາໃຈໃສ່ຂອງພຣະອົງ ຜູ້ຊົງຍອມປະທານຊີວິດເພື່ອໃຫ້ພວກ ເຂົາໄດ້ຮັບຊີວິດນິລັນ ຈົ່ງກ່າວຂານເຖິງຄວາມຮັກຂອງພຣະອົງແລະບອກກ່າວເຖິງລິດ ອໍານາດຂອງພຣະອົງທີ່ຈະຊ່ວຍໃຫ້ລອດໄດ້ {144.1}ມແ 127.1

    ນີ້ເປັນໜ້າທີ່ອັນສູງສົ່ງແລະເປັນສິດທິພິເສດອັນລໍ້າຄ່າຂອງຜູ້ເຜີຍແຜ່ສາສະໜາ ໃນດ້ານການແພດ ແລະຫຼາຍຄັ້ງທີ່ການຮັບໃຊ້ເປັນການສ່ວນຕົວຈະຈັດຕຽມຫົນທາງ ໄວ້ສໍາລັບວຽກນີ້ ພຣະເຈົ້າຊົງມັກຈະເຂົ້າເຖິງຈິດໃຈຂອງມະນຸດໂດຍອາໄສຄວາມພາກ ພຽນພະຍາຍາມຂອງເຮົາທີ່ຈະຄອຍຊ່ວຍຮັກສາບັນເທົາຄວາມເຈັບປ່ວຍທໍລະມານທາງ ຮ່າງກາຍ {HM 144.2}ມແ 127.2

    ການເຜີຍແຜ່ສາສະໜາໃນດ້ານການແພດເປັນການບຸກເບີກຂອງການປະກາດພຣະ ກຽດຕິຄຸນປະເສີດ ການດໍາເນີນການໃນພັນທະກິດການປະກາດພຣະວັດຈະນະຂອງ ພຣະເຈົ້າແລະໃນການເຜີຍແຜ່ສາສະໜາໃນດ້ານການແພດ ພຣະກຽດຕິຄຸນປະເສີດຕ້ອງ ຮັບການເທສະໜາສັ່ງສອນແລະນໍາໄປປະຕິບັດ {HM 144.3}ມແ 127.3

    ໃນຊຸມຊົນແທບທຸກແຫ່ງຫົນຈະມີຜູ້ຄົນຈໍານວນຫຼາຍທີ່ບໍ່ສົນໃຈຟັງຄໍາເທສະໜາ ສັ່ງສອນໃນພຣະວັດຈະນະຂອງພຣະເຈົ້າ ຫຼືເຂົ້າຮ່ວມໃນພິທີທາງສາສະໜາ ຖ້າຈະໃຫ້ ພຣະກຽດຕິຄຸນປະເສີດເຂົ້າເຖິງພວກເຂົາໄດ້ ເຮົາຈະຕ້ອງນໍາໄປຍັງບ້ານຂອງພວກເຂົາ ຫຼາຍຄັ້ງທີ່ການຮັກສາບັນເທົາຄວາມເຈັບປ່ວຍຂອງຮ່າງກາຍເປັນວິທິທາງດຽວທີ່ເຮົາຈະ ສາມາດເຂົ້າເຖິງພວກເຂົາໄດ້ ພະຍາບານຜູ້ປະກວດສາສະໜາທີ່ຄອຍຊ່ວຍເຫຼືອດູແລຄົນ ເຈັບປ່ວຍແລະຊ່ວຍຮັກສາບັນເທົາຄວາມທຸກໃຫ້ແກ່ຄົນຍາກຈົນ ຍ່ອມມີໂອກາດຫຼາຍ ທີ່ຈະໄດ້ຮ່ວມອະທິຖານກັບພວກເຂົາ ອ່ານພຣະວັດຈະນະຂອງພຣະເຈົ້າໃຫ້ພວກເຂົາ ຟັງແລະເວົ້າເຖິງເລື່ອງຂອງພຣະຜູ້ຊ່ວຍໃຫ້ລອດ ພວກເຂົາສາມາດທີ່ຈະອະທິຖານຮ່ວມ ກັນແລະອະທິຖານເພື່ອຄົນທັງຫຼາຍທີ່ໝົດສິ້ນຫົນທາງແລະຊ່ວຍເຫຼືອຕົວເອງບໍ່ໄດ້ຜູ້ ຊຶ່ງຂາດກໍາລັງໃຈອັນເຂັ້ມແຂງທີ່ຈະຄວບຄຸມກິເຫຼດຕັນຫາໄດ້ເຮັດໃຫ້ຕົວເສື່ອມຊາມລົງ ພວກເຂົາສາມາດທີ່ຈະນໍາແສງສະຫວ່າງແຫ່ງຄວາມຫວັງໄປສູ່ຊີວິດຂອງຄົນທີ່ສິ້ນຫວັງ ແລະໝົດກໍາລັງໃຈ ຄວາມຮັກອັນປາສະຈາກຄວາມເຫັນແກ່ຕົວຊຶ່ງສະແດງອອກໂດຍ ການກະທໍາທີ່ເມດຕາແບບບໍ່ມີສ່ວນໄດ້ສ່ວນເສຍ ຍ່ອມຈະເຮັດໃຫ້ຄົນທຸກໄດ້ຍາກເຫຼົ່າ ນີ້ມີຄວາມເຊື່ອໃນຄວາມຮັກຂອງພຣະຄຣິດໄດ້ງ່າຍຂຶ້ນ {HM 144.4}ມແ 128.1

    ຫຼາຍຄົນບໍ່ມີຄວາມເຊື່ອໃນພຣະເຈົ້າແລະຂາດຄວາມໄວ້ວາງໃຈໃນມະນຸດ ແຕ່ ພວກເຂົາຍັງຄົງຊື່ນຊົມຍິນດີໃນການກະທໍາທີ່ສະແດງອອກເຖິງຄວາມເຫັນອົກເຫັນໃຈ ແລະຄວາມໂອບເອື້ອອາລີ ເມື່ອພວກເຂົາເຫັນຜູ້ທີ່ບໍ່ມີປະສົງຈະຮັບຄໍາຍົກຍ້ອງສັນເສີນ ຈາກທາງໂລກຫຼືຄໍາຕອບແທນໃດໆ ເຂົ້າມາຍັງບ້ານຂອງພວກເຂົາຄອຍຮັກສາພະຍາບານ ຜູ້ເຈັບປ່ວຍ ຊ່ວຍຈັດຫາອາຫານໃຫ້ແກ່ຄົນທີ່ຫິວໂຫຍ ຈັດຫາເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ ທີ່ເປືອຍກາຍ ຊ່ວຍປອບປະໂລມຈິດໃຈຂອງຄົນທີ່ໂສກເສົ້າແລະນໍາພາພວກເຂົາຢ່າງອ່ອນ ໂຍນມາພົບກັບຄວາມຮັກແລະຄວາມເມດຕາສົງສານຂອງພຣະອົງຜູ້ຊຶ່ງຜູ້ຮັບໃຊ້ເຫຼົ່ານີ້ ເປັນພຽງມະນຸດຜູ້ນໍາຂ່າວ ເມື່ອພວກເຂົາໄດ້ເຫັນເຖິງສິ່ງເຫຼົ່ານີ້ຈິດໃຈກໍຈະໄດ້ຮັບຄວາມ ປະທັບໃຈ ຄວາມຮູ້ສຶກຂອບພຣະຄຸນຈະບັງເກີດຂຶ້ນ ຄວາມເຊື່ອຈະຖືກຈຸດປະກາຍຂຶ້ນ ມາພວກເຂົາຈະເຫັນວ່າພຣະເຈົ້າຊົງຫ່ວງໃຍພວກເຂົາ ຈຶ່ງພ້ອມທີ່ຈະຮັບຟັງເມື່ອເຮົາປະ ກາດສັ່ງສອນເຖິງພຣະວັດຈະນະຂອງພຣະອົງ {HM 145.1}ມແ 128.2

    ບໍ່ວ່າຈະເປັນການປະກາດສາສະໜາໃນຕ່າງແດນຫຼືໃນປະເທດຂອງຕົນຜູ້ປະກາດ ສາສະໜາທັງຊາຍແລະຍິງຈະຄ່ອຍໆເຂົ້າເຖິງປະຊາຊົນໄດ້ຫຼາຍຂຶ້ນ ແລະຈະເຫັນວ່າງານ ພວກເຂົາຍັງເປັນປະໂຫຍດເພີ່ມຂຶ້ນທະວີຄູນ ເມື່ອພວກເຂົາຊ່ວຍຢຽວຢາຮັກສາຄົນເຈັບ ປ່ວຍໄດ້ ພວກຜູ້ຍິງທີ່ອອກໄປເປັນຜູ້ປະກາດສາສະໜາຍັງດິນແດນທີ່ຍັງບໍ່ໄດ້ນັບຖືພຣະ ເຈົ້າ ຍ່ອມມີໂອກາດໃນການປະກາດພຣະກຽດຕິຄຸນປະເສີດແກ່ພວກຜູ້ຍິງໃນດິນແດນ ເຫຼົ່ານັ້ນ ໃນຂະນະທີ່ປະຕູທີ່ຈະເຂົ້າເຖິງປະຊາຊົນໄດ້ຖືກປິດກັ້ນໃນທຸກໆທາງ ຜູ້ປະກາດ ພຣະກຽດຕິຄຸນປະເສີດທັງຫຼາຍຄວນຈະຮູ້ເຖິງການບໍາບັດຮັກສາແບບພື້ນຖານທີ່ຊ່ວຍ ບັນເທົາຄວາມເຈັບປວດແລະຂະຈັດໂລກໄພໄດ້ຢ່າງຫຼວງຫຼາຍ {HM 145.2}ມແ 129.1