Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ວັນນະກຳຄະລາດສິກຂອງສະໄໝກາລີກໂຣມັນ

    ໃນວິທະຍາໄລແລະມະຫາວິທະຍາໄລຫຼາຍແຫ່ງ ບັນດານັກສຶກສາໜຸ່ມສາວຈຳ ນວນຫຼາຍ ຕ່າງທຸ້ມເທຊ່ວງເວລາທີ່ດີທີ່ສຸດໃນຊີວິດເປັນເວລາຫຼາຍປີກັບການສຶກສາພາ ສາກະລີກ ແລະ ພາສາລາຕິນ ແລະໃນຂະນະທີ່ໜຸ່ມສາວເຫຼົ່ານີ້ມຸມານະກັບການຮຳ່ຮຽນ ຈິດໃຈແລະອຸປະນິໃສຂອງເຂົາທັງຫຼາຍ ກໍຖືກຫຼໍ່ຫຼອມໃຫ້ເປັນໄປຕາມຄວາມຮູ້ສຶກອັນ ຊົ່ວຮ້າຍ ແຫ່ງວັນນະກຳຂອງຜູ້ທີ່ບໍ່ມີຄວາມເຊື່ອໃນພຣະເຈົ້າ ໂດຍທົ່ວໄປແລ້ວການ ອ່ານວັນນະກຳເຫຼົ່ານີ້ຖືວ່າເປັນຂໍ້ກຳນົດທີ່ສຳຄັນຂອງການສຶກສາຮຳ່ຮຽນພາສາກະລີກ ແລະລາຕິນ {MH 443.3}ມແ 459.2

    ຜູ້ທີ່ມີຄວາມຊ່ຽວຊານຮອບຮູ້ໃນວັນນະກຳຄະລາດສິກບອກໄວ້ວ່າ “ເລື່ອງໂສກ ນາຕະກຳກະລີກເຕັມໄປດ້ວຍການຜິດປະເວນີລະຫວ່າງພີ່ນ້ອງຮ່ວມທ້ອງດຽວກັນ ການ ຄາດຕະກຳແລະການຂ້າມະນຸດເພື່ອບູຊາຍັນຖະຫວາຍເທບພຣະເຈົ້າທີ່ມີຄວາມມັກ ຫຼາຍໃນກາມແລະອາຄາດພະຍາບາດ” ໂລກຈະຢູ່ໃນສະພາບທີ່ດີກວ່ານີ້ຢ່າງຫຼາກຫຼາຍ ພຽງໃດຖ້າເຮົາປະຖີ້ມການສຶກສາຮຳ່ຮຽນໜັງສືທີ່ມາຈາກວັນນະກຳເຫຼົ່ານີ້ “ຜູ້ໃດທີ່ຈະ ຍ່າງຢູ່ບົນທ່ານໄຟທີ່ລຸກໂພງໄດ້ໂດຍບໍ່ໃຫ້ຕີນຂອງເຂົາຖືກໄຟລວກໄດ້ລະ?” ສຸພາສິດ 6:28 “ໃຜຈະເອົາສິ່ງທີ່ສະອາດອອກມາຈາກສິ່ງບໍ່ສະອາດໄດ້ ບໍ່ມີໃຜຈັກຄົນ” ໂຢບ 14:4 ຖ້າເຊັ່ນນັ້ນແລ້ວ ເຮົາຫວັງທີ່ຈະໃຫ້ຄົນໜຸ່ມສາວພັດທະນາອຸປະນິໃສຕາມແບບ ຢ່າງຂອງຄຣິດສະຕຽນໄດ້ຢ່າງໃດ ໃນເມື່ອການສຶກສາຂອງພວກເຂົາຖືກຫຼໍ່ຫຼອມຂຶ້ນ ຈາກຄຳສັ່ງສອນຂອງຜູ້ທີ່ທ້າທາຍແລະບໍ່ຍອມຮັບຫຼັກເກນຕາມພຣະບັນຍັດຂອງພຣະເຈົ້າ {MH 443.4}ມແ 459.3

    ການທີ່ນັກຮຽນນັກສຶກສາລະຖີ້ມໃນສິ່ງທີ່ຄອຍຈ່ອງດຶງຕົນເອງ ແລະໄດ້ຖະຫຼຳ ເຂົ້າໄປສູ່ຄວາມສະໜຸກສະໜານເພີດເພີນໂດຍຂາດສະຕິຢັ້ງຄິດຮວມທັງໃຊ້ຊີວິດຢ່າງເສ ເພເຫຼວໄຫຼໃນຄວາມຊົ່ວຮ້າຍ ນັ້ນກໍພວກເຂົາທັງຫຼາຍກຳລັງຮຽນແບບສິ່ງທີ່ຖືກເກັບ ຊ້ອນຢູ່ພາຍໃນຈິດໃຈຈາກການສຶກສາຮຳ່ຮຽນສິ່ງເຫຼົ່ານີ້ ຈິງຢູ່ຄວາມຮູ້ກ່ຽວກັບພາສາ ກະລິກແລະພາສາລາຕິນ ຖືວ່າເປັນສິ່ງທີ່ມີຄວາມຈຳເປັນຢູ່ແດ່ແລະບາງຄົນກໍຈຳເປັນທີ່ ຕ້ອງສຶກສາພາສາເຫຼົ່ານີ້ແຕ່ຄວາມຮູ້ຂອງພາສາເຫຼົ່ານີ້ທີ່ຈຳເປັນຕໍ່ການນຳໄປໃຊ້ປະໂຫຍດ ສາມາດຫາມາໄດ້ໂດຍບໍ່ຕ້ອງສຶກສາຮຳ່ຮຽນວັນນະກຳທີ່ເສື່ອມຊາມແລະເຮັດໃຫ້ຜູ້ອ່ານ ມີອຸປະນິໃສທີ່ຊົ່ວຮ້າຍເຫຼົ່ານີ້ເລີຍ {MH 444.1}ມແ 460.1

    ຫຼາກຄົນບໍ່ມີຄວາມຈຳເປັນຕ້ອງຮຽນຮູ້ພາສາກະລີກແລະພາສາລາຕິນ ແຕ່ຢ່າງ ໃດການຮຽນພາສາທີ່ຕາຍແລ້ວຄວນມີຄວາມສຳຄັນຮອງໄປຈາກວິຊາຄວາມຮູ້ທີ່ສອນ ໃຫ້ຮູ້ຈັກໃຊ້ພະລະກຳລັງທັງໝົດຂອງຮ່າງກາຍແລະອຳນາດຂອງຈິດໃຈຢ່າງຖືກຕ້ອງ ເປັນສິ່ງໂງ່ງ່າວທີ່ນັກຮຽນນັກສຶກສາທຸ່ມເທເວລາຢ່າງຫຼວງຫຼາຍ ເພື່ອໄດ້ມາຊຶ່ງພາສາທີ່ຕາຍ ແລ້ວຫຼືໄດ້ຮັບຄວາມຮູ້ມາຈາກໜັງສືອື່ນໆຈົນລະເລີຍການຝຶກຝົນອົບຮົມຕົນເອງໃນໜ້າ ທີ່ເຊິງປະຕິບັດຂອງຊີວິດ {MH 444.2}ມແ 460.2

    ນັກຮຽນນັກສຶກສາເຫຼົ່ານັ້ນນຳອັນໃດຕິດຕົວໄປແນ່ ເມື່ອສຳເລັດການສຶກສາ ເຂົາທັງຫຼາຍມຸ້ງໜ້າໄປທາງໃດ ເຂົາທັງຫຼາຍຈະເຮັດອັນໃດ ຄວາມຮູ້ທີ່ເຂົາທັງຫຼາຍມີ ຈະສາມາດສັ່ງສອນຄົນອື່ນໆໄດ້ຫຼືບໍ່ ເຂົາທັງຫຼາຍໄດ້ຮັບການສຶກສາຮຳ່ຮຽນ ເພື່ອທີ່ມື້ ໜຶ່ງຈະໄດ້ເປັນບິດາແລະມານດາທີ່ຊື່ສັດໄດ້ຫຼືບໍ່ ເຂົາທັງຫຼາຍຈະຢູ່ໃນຖານະຂອງຫົວໜ້າ ຄອບຄົວທີ່ສາມາດໃຫ້ຄຳແນະນຳທີ່ສະຫຼາດຮອບຄອບໄດ້ຫຼືບໍ່ ການສຶກສາດຽວທີ່ຄວນ ຄ່າແກ່ການຮຽກເຊັ່ນນັ້ນ ຄືການສຶກສາທີ່ຊ່ວຍນຳຄົນໜຸ່ມສາວໄປສູ່ການມີອຸປະນິໃສທີ່ ເປັນຄືຢ່າງພຣະຄຣິດ ຊຶ່ງຈະຊ່ວຍກະກຽມເຂົາທັງຫຼາຍໃຫ້ເປັນຜູ້ມີຄວາມເໝາະສົມທີ່ ຈະແບກຮັບໜ້າທີ່ຮັບຜິດຊອບຂອງຊີວິດໄດ້ແລະກຽມເຂົາທັງຫຼາຍໃຫ້ພ້ອມທີ່ຈະເປັນ ຫົວໜ້າຄອບຄົວການສຶກສາເຊັ່ນນີ້ບໍ່ ແມ່ນໄດ້ມາຈາກການສຶກສາຮຳ່ຮຽນວັນນະກຳຄະ ລາດສິກຂອງພວກນອກສາສະໜາ {MH 444.3}ມແ 460.3

    Larger font
    Smaller font
    Copy
    Print
    Contents