Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພາກທີ 4 - ການບໍລິການຜູ້ທີ່ເຈັບປ່ວຍ

    ບົດທີ 15 ໃນຫ້ອງຂອງຜູ້ປ່ວຍ

    ຄົນທັງຫຼາຍທີ່ມີໜ້າທີ່ຮັກສາພະຍາບານຜູ້ປ່ວຍ ຄວນຈະເຂົ້າໃຈເຖິງຄວາມສໍາຄັນ ຂອງການລະມັດລະວັງເອົາໃຈໃສ່ຕໍ່ກົດເກນໃນດ້ານສຸຂະພາບ ບໍ່ມີສະຖານທີ່ໃດທີ່ການ ເຊື່ອຟັງຕໍ່ກົດເກນເຫຼົ່ານີ້ຈະມີຄວາມສໍາຄັນຍິ່ງໄປກວ່າໃນຫ້ອງຂອງຜູ້ປ່ວຍ ບໍ່ມີສະຖານ ທີ່ແຫ່ງໃດທີ່ຜູ້ຄອຍດູແລຜູ້ປ່ວຍຈະຕ້ອງເພິ່ງພາຄວາມຊື່ສັດໃນສິ່ງເລັກໆນ້ອຍໆຂອງຜູ້ ປ່ວຍຫຼາຍເຊັ່ນນີ້ ໃນລາຍຂອງຜູ້ປ່ວຍໜັກ ການເມີນເສີຍລະເລີຍພຽງນ້ອຍດຽວ ການບໍ່ ໃສ່ໃຈດູແລພຽງແປບດຽວຕໍ່ຄວາມຕ້ອງການທີ່ສຸກເສີນຫຼືອັນຕະລາຍຂອງຜູ້ປ່ວຍ ການ ສະແດງອອກເຖິງຄວາມຢ້ານກົວຄວາມຕື່ນເຕັ້ນຫຼືຄວາມເຄືອງໃຈ ຫຼືແມ່ນແຕ່ການຂາດ ຊຶ່ງຄວາມເຫັນອົກເຫັນໃຈ ກໍອາດຈະຫັນປ່ຽນທິດທາງຂອງຄວາມເປັນຄວາມຕາຍ ແລະ ເຮັດໃຫ້ຜູ້ປ່ວຍຊຶ່ງໜ້າຈະຫາຍເປັນປົກກະຕິໄດ້ນັ້ນຕ້ອງກັບປ່ວຍໜັກແລະເສຍຊີວິດລົງ {MH 219.1}ມແ 216.1

    ປະສິດທິພາບຂອງພະຍາບານຂຶ້ນຢູ່ກັບຄວາມແຂງແຮງຂອງຮ່າງກາຍ ຖ້າສຸຂະ ພາບດີເທົ່າໃດ ພະຍາບານກໍຈະສາມາດອົດທົນຕໍ່ແຮງກົດດັນໃນການຄອຍດູແລຜູ້ປ່ວຍ ແລະປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຫຼາຍເທົ່ານັ້ນ ຜູ້ທີ່ມີໜ້າທີ່ດູແລຄົນປ່ວຍ ຄວນຈະເອົາໃຈໃສ່ເປັນພິເສດໃນເລື່ອງຂອງອາຫານການກິນ ຄວາມສະອາດ ອາກາດທີ່ບໍ ລິສຸດແລະການອອກກໍາລັງກາຍ ສໍາລັບສະມາຊິກໃນຄອບຄົວຄວນເອົາໃຈໃສ່ໃນເລື່ອງ ເຫຼົ່ານີ້ ໃນລະດັບດຽວກັນຍ່ອມຈະເຮັດໃຫ້ພວກເຂົາສາມາດອົດທົນຕໍ່ພາລະກິດທີ່ຈະ ເພີ່ມຂຶ້ນໄດ້ ແລະຈະຊ່ວຍປ້ອງກັນພວກເຂົາບໍ່ໃຫ້ຕິດໂລກ {MH 219.2}ມແ 216.2

    ໃນກໍລະນີຂອງການປ່ວຍໜັກ ຕ້ອງການການດູແລຂອງພະຍາບານໄວ້ຄອຍດູແລ ທັງໃນເວລາກາງເວັນແລະກາງຄືນ ກໍຄວນຈະຈັດໃຫ້ມີພະຍາບານທີ່ຊໍານານງານຢ່າງ ໜ້ອຍສອງຄົນສໍາລັບຜັດປ່ຽນເວນໃນການດູແລຄົນໄຂ້ ເພື່ອໃຫ້ທຸກຄົນມີເວລາພັກ ຜ່ອນແລະອອກກໍາລັງກາຍກາງແຈ້ງໄດ້ ສິ່ງນີ້ມີຄວາມສໍາຄັນໂດຍສະເພາະຢ່າງຍິ່ງໃນກໍ ລະນີທີ່ຫ້ອງຜູ້ປ່ວຍບໍ່ສາມາດຖ່າຍເທອາກາດບໍລິສຸດໄດ້ສະດວກ ໂດຍການເບິ່ງຂ້າມ ຄວາມສໍາຄັນຂອງອາກາດບໍລິສຸດແລະການຖ່າຍເທໝູນວຽນອາກາດຖືກຈໍາກັດ ຫຼາຍຄັ້ງ ຊີວິດຂອງຜູ້ປ່ວຍແລະຜູ້ດູແລມັກຈະຕົກຢູ່ໃນອັນຕະລາຍ {MH 220.1}ມແ 217.1

    ຖ້າລະມັດລະວັງຢ່າງເໝາະສົມແລ້ວ ຄົນອ້ອມຂ້າງກໍບໍ່ຈໍາເປັນຕ້ອງເຈັບປ່ວຍ ດ້ວຍໂລກທີ່ບໍ່ຕິດຕໍ່ ຈົ່ງແກ້ໄຂນິດໄສໃນການປະຕິບັດໃຫ້ຖືກຕ້ອງດ້ວຍການຮັກສາ ຄວາມສະອາດແລະໃຫ້ມີການໝູນວຽນຖ່າຍເທອາກາດບໍລິສຸດຢ່າງເໝາະສົມໃນຫ້ອງ ຜູ້ປ່ວຍໃນການກໍາຈັດສິ່ງທີ່ເປັນພິດ ພາຍໃຕ້ສະພາບເຊັ່ນນີ້ຜູ້ປ່ວຍກໍຈະມີໂອກາດເຊົາ ປ່ວຍໄດ້ໄວຂຶ້ນ ແລະໃນຫຼາຍກໍລະນີທັງຜູ້ດູແລແລະສະມາຊິກໃນຄອບຄົວກໍຈະບໍ່ຕ້ອງ ຕິດໂລກ {MH 220.2}ມແ 217.2