Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ເຄື່ອງຕົກແຕ່ງບ້ານເຮືອນທີ່ລຽບງ່າຍ

    ນິດໄສຈອມປອມຂອງເຮົາເຮັດໃຫ້ເຮົາພາດໂອກາດໄດ້ຮັບພຣະພອນຫຼາຍປະການ ແລະຂາດຄວາມສຸກຢ່າງຫຼວງຫຼາຍ ແລະຂັດຂວາງເຮົາບໍ່ສາມາດດໍາເນີນຊີວິດທີ່ເປັນປະ ໂຫຍດໄດ້ ເຄື່ອງຕົກແຕ່ງບ້ານເຮືອນທີ່ຫຼູຫຼາຟຸມເຟືອຍ ເປັນຂອງສິ້ນເປືອງບໍ່ແມ່ນພຽງ ເງິນຄໍາຢ່າງດຽວເທົ່ານັ້ນ ແຕ່ສູນເສຍສິ່ງທີ່ມີຄ່າຍິ່ງໄປກວ່ານັ້ນຫຼາຍພັນເທົ່າ ສິ່ງເຫຼົ່ານີ້ສ້າງ ພາລະຢ່າງຫຼວງຫຼາຍໃນການດູແລ ສິ້ນເປືອງແຮງງານແລະສ້າງຄວາມຍຸ້ງຍາກໃຫ້ຄອບຄົວ {MH 367.2}ມແ 372.2

    ສະພາບທີ່ເຮົາພົບເຫັນໃນຫຼາຍຄອບຄົວນັ້ນເປັນຢ່າງໃດ ແມ່ນວ່າຈະມີເງິນຄໍາຢູ່ ຢ່າງຈໍາກັດແລະວຽກງານພາຍໃນບ້ານສ່ວນຫຼາຍແລ້ວກໍຕົກຢູ່ກັບຜູ້ທີ່ເປັນມານດາ ຫ້ອງ ທີ່ດີທີ່ສຸດກັບຖືກຕົກແຕ່ງໄວ້ຢ່າງງົດງາມເກີນລາຍໄດ້ຂອງຜູ້ອາໄສແລະບໍ່ເໝາະທີ່ຈະ ຢູ່ກັນຢ່າງສະດວກສະບາຍແລະມີຄວາມສຸກ ມີພົມຫຼູຫຼາລາຄາແພງມີເຄື່ອງເຮືອນທີ່ແກະ ສະຫຼັກຢ່າງປານີດບັນຈົງແລະຕົກແຕ່ງໄວ້ຢ່າງງົດງາມຮ່ວມທັງຜ້າກັ້ງອັນຫຼູຫຼາ ໂຕະ ຫິ້ງທີ່ ຢູ່ເທິງເຕົາຝິງແລະບ່ອນວ່າງອື່ນໆໃນເຮືອນລ້ວນເຕັມໄປດ້ວຍເຄື່ອງປະດັບຕົບແຕ່ງອີກ ທັງຝາບ້ານກໍເຕັມໄປດ້ວຍຮູບພາບຈົນເບິ່ງແລ້ວເມື່ອຍສາຍຕາ ແລະການເບິ່ງແຍງຮັກ ສາສິ່ງຕ່າງໆເຫຼົ່ານີ້ໃຫ້ເປັນລະບຽບຮຽບຮ້ອຍແລະບໍ່ມີຝຸ່ນຈັບເລີຍນັ້ນ ຈະຕ້ອງໃຊ້ເຫື່ອ ແຮງງານຫຼາຍພຽງໃດ ພາລະນີ້ແລະນິດໄສມັກເຮັດຕາມສະໄໝນິຍົມບັງຄັບໃຫ້ແມ່ ເຮືອນຕ້ອງລໍາບາກກາກກໍາເຮັດວຽກໜັກບໍ່ມີວັນຈົບສິ້ນ {MH 367.3}ມແ 372.3

    ໃນຄອບຄົວຫຼາຍຄອບຄົວ ເມຍແລະຜູ້ເປັນມານດາບໍ່ມີເວລາແມ່ນແຕ່ກະທັ້ງຈະ ອ່ານໜັງສືເພື່ອຈະຫາຄວາມຮູ້ທັນຕາມສະຖານະການ ບໍ່ມີເວລາທີ່ຈະເປັນມິດຄູ່ໃຈ ຂອງຜົວ ບໍ່ມີເວລາທີ່ຈະດູແລລູກໆ ເພື່ອພັດທະນາຄວາມຮູ້ສຶກນຶກຄິດຂອງລູກໆ ບໍ່ມີ ເວລາແລະສະຖານທີ່ເພື່ອໃຫ້ພຣະຜູ້ຊ່ວຍໃຫ້ລອດເປັນສະຫາຍທີ່ຮັກແລະໃກ້ຊິດ ນາງ ຄ່ອຍໆຕົກເປັນທາດວຽກເຮືອນໄປທີລະເລັກລະນ້ອຍ ກໍາລັງເຫື່ອແຮງຄວາມເອົາໃຈ ໃສ່ແລະເວລາຂອງນາງຖືກໃຊ້ໄປກັບສິ່ງທີ່ມີແຕ່ເສື່ອມສະພາບໄປເພາະການໃຊ້ວຽກງານ ກວ່າຈະຮູ້ສຶກຕົວກໍສວຍເກີນໄປແລ້ວ ນາງເກືອບຈະກາຍເປັນຄົນແປກໜ້າຂອງຄົນໃນ ຄອບຄົວ ໂອກາດອັນມີຄ່າຊຶ່ງຄັ້ງໜຶ່ງເຄີຍເປັນຂອງນາງເພື່ອຊັກຈູງຈິດໃຈຂອງລູກໆໃຫ້ ຮູ້ຈັກດໍາເນີນຊີວິດໃນທາງທີ່ສູງຂຶ້ນນັ້ນໄດ້ຜ່ານພົ້ນໄປຕະຫຼອດການໂດຍເປົ່າປະໂຫຍດ {MH 368.1}ມແ 373.1

    ຂໍໃຫ້ຜູ້ທີ່ຕ້ອງການສ້າງຄອບຄົວຈົ່ງຕັດສິນໃຈດໍາເນີນຊີວິດຕາມແຜນທີ່ສະຫຼາດ ຈະດີກວ່າ ຂໍໃຫ້ເປົ້າໝາຍທໍາອິດຂອງທ່ານຄືການສ້າງຄອບຄົວທີ່ໜ້າຢູ່ໃຫ້ແນ່ໃຈວ່າມີ ການຈັດຫາສິ່ງອໍານວຍຄວາມສະດວກເພື່ອຫຼຸດພາລະດ້ານແຮງງານ ແລະສົ່ງເສີມໃຫ້ ທຸກໆຄົນໃນຄອບຄົວມີສຸຂະພາບດີແລະໄດ້ຮັບຄວາມສະດວກສະບາຍ ໃຫ້ວາງແຜນ ການຮັບຮອງແຂກທີ່ພຣະຄຣິດຊົງບັນຊາໃຫ້ເຮົາຕ້ອນຮັບແລະທີ່ພຣະອົງບອກວ່າ “ຊຶ່ງ ທ່ານໄດ້ກະທໍາແກ່ຄົນໃດຄົນໜຶ່ງໃນພວກພີ່ນ້ອງຂອງເຮົານີ້ ເຖິງແມ່ນວ່າຈະຕໍ່າຕ້ອຍພຽງ ໃດ ກໍເໝືອນໄດ້ກະທໍາແກ່ເຮົາດ້ວຍ” ມັດທາຍ 25:40 {MH 369.1}ມແ 373.2

    ຈົ່ງຕົບແຕ່ງບ້ານເຮືອນຂອງທ່ານດ້ວຍສິ່ງຂອງທີ່ລຽບແລະງ່າຍ ສິ່ງຂອງທີ່ທົນ ແລະຮັກສາຄວາມສະອາດໄດ້ງ່າຍ ແລະສາມາດປ່ຽນໃໝ່ໄດ້ໂດຍບໍ່ຕ້ອງເສຍເງິນຄໍາຢ່າງ ຫຼວງຫຼາຍ ດ້ວຍການໃຊ້ລົດສະນິຍົມທີ່ເໝາະສົມ ທ່ານສາມາດສັນສ້າງເຮືອນທີ່ທໍາມະ ດາໃຫ້ເປັນທີ່ຖືກຕາຕ້ອງໃຈແລະໜ້າຢູ່ໄດ້ ຖ້າມີຄວາມຮັກແລະຄວາມເພິ່ງພໍໃຈຢູ່ທີ່ນັ້ນ {MH 370.1}ມແ 373.3