Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຜູ້ເຜີຍແຜ່ສາສະໜາທີ່ເຮັດວຽກລ້ຽງດູຕົນເອງ

    ໃນຫຼາຍໆທ້ອງຖິ່ນ ຜູ້ເຜີຍແຜ່ສາສະໜາທີ່ລ້ຽງຕົນເອງໄດ້ ສາມາດປະຕິບັດງານ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ ອັກຄະສາວົກເປົາໂລໄດ້ເຮັດການປະກາດຂ່າວປະເສີດ ຂອງພຣະຄຣິດໄປຍັງທົ່ວທຸກມຸມໂລກໂດຍການເປັນຜູ້ເຜີຍແຜ່ສາສະໜາທີ່ຫາລ້ຽງຊີບ ຕົນເອງ ໃນຂະນະທີ່ເປົາໂລໄດ້ສັ່ງສອນເຖິງພຣະກຽດຕິຄຸນປະເສີດຢູ່ຕາມຫົວເມືອງໃຫຍ່ໆ ໃນທະວີບເອເຊຍແລະຢູໂຣບຢູ່ນັ້ນ ເຂົາໄດ້ເຮັດວຽກເປັນຊ່າງຝີມືເພື່ອຫາລ້ຽງ ຕົວເອງແລະເພື່ອນຮ່ວມງານ ຖ້ອຍຄໍາທີ່ເຂົາໄດ້ກ່າວກັບບັນດາຜູ້ປົກຄອງແຫ່ງເມືອງເອ ເຟຊັດສະແດງໃຫ້ເຫັນເຖິງວຽກອາຊີບທີ່ເຂົາໄດ້ເຮັດເປັນບົດຮຽນທີ່ລໍ້າຄ່າແກ່ຜູ້ປະກາດ ພຣະກຽດຕິຄຸນປະເສີດທຸກໆຄົນ {HM 154.1}ມແ 139.2

    ເປົາໂລໄດ້ເວົ້າວ່າ “ທ່ານທັງຫຼາຍຍ່ອມຮູ້ຢູ່ວ່າ ຂ້າພະເຈົ້າໄດ້ປະພຶດຕໍ່ທ່ານຢ່າງ ໃດທຸກເວລາ..... ແລະສິ່ງໜຶ່ງສິ່ງໃດຊຶ່ງເປັນຄຸນປະໂຫຍດແກ່ທ່ານທັງຫຼາຍ ຂ້າພະເຈົ້າ ບໍ່ໄດ້ປິດຊ້ອນໄວ້ແຕ່ໄດ້ຊີ້ແຈງໃຫ້ທ່ານເຫັນກັບໄດ້ສັ່ງສອນທ່ານໃນທີ່ປະຊຸມ ແລະຕາມ ບ້ານເຮືອນ....ຂ້າພະເຈົ້າບໍ່ໄດ້ໂລບເງິນຫຼືຄໍາຫຼືເສື້ອຜ້າຂອງຜູ້ໃດ ທ່ານທັງຫຼາຍຮູ້ວ່າມື ຂອງຂ້າພະເຈົ້າເອງໄດ້ຈັດຫາປັດໃຈສໍາລັບຕົວຂ້າພະເຈົ້າ ກັບຄົນທີ່ຢູ່ກັບຂ້າພະເຈົ້າ ຂ້າ ພະເຈົ້າໄດ້ວາງແບບຢ່າງໄວ້ໃຫ້ທ່ານທຸກໆຢ່າງແລ້ວ ໃຫ້ເຫັນວ່າໂດຍວຽກເຊັ່ນນີ້ຄວນ ຈະຊ່ວຍຄົນທີ່ມີກໍາລັງນ້ອຍ ລະລຶກເຖິງພຣະວາທະຂອງພຣະເຢຊູເຈົ້າ ຊຶ່ງພຣະອົງຕັດ ວ່າການໃຫ້ທ່ານເປັນເຫດໃຫ້ມີຄວາມສຸກຍິ່ງກວ່າການຮັບ” ກິດຈະການ 20:18-35 {HM 154.2}ມແ 139.3

    ທຸກມື້ນີ້ ຖ້າຫາກຫຼາຍຄົນທີ່ໄດ້ຮູ້ຊຶ້ງໃນຈິດວິນຍານຂອງການເສຍສະຫຼະຕົນເອງ ຢ່າງດຽວກັນ ກໍຈະເຮັດວຽກໃຫ້ປະສົບຜົນໄດ້ເປັນຢ່າງດີ ຂໍໃຫ້ຄົນໜຶ່ງສອງຄົນຫຼືຫຼາຍ ກວ່ານັ້ນເລີ່ມຮ່ວມກັນອອກໄປເຜີຍແຜ່ສາສະໜາ ຂໍໃຫ້ພວກເຂົາອອກໄປຢ້ຽມຢາມຜູ້ ຄົນດ້ວຍການອະທິຖານ ການຮ້ອງເພງແລະການສັ່ງສອນ ການອະທິບາຍພຣະຄໍາພີແລະ ການຮັກສາພະຍາບານແກ່ຜູ້ທີ່ເຈັບປ່ວຍ ບາງຄົນສາມາດທີ່ຈະຢັ່ງຊີບຕົນເອງໄດ້ດ້ວຍ ກນເປັນຜູ້ບໍລິການຈໍາໜ່າຍໜັງສື ສ່ວນຄົນອື່ນໆອາດຈະເຮັດວຽກຝີມື ຫຼືງານອາຊີບ ອື່ນໆໄດ້ເຊັ່ນດຽວກັບເຫຼົ່າອັກຄະສາວົກ ຂະນະເມື່ອພວກເຂົາເຮັດວຽກຕ່າງໆດ້ວຍມຸ້ງ ໝັ້ນເຖິງການຊ່ວຍເຫຼືອຕົນເອງ ບໍ່ໄດ້ແຕ່ພຽງຖ່ອນໃຈທີ່ຈະວາງໃຈໃນພຣະເຈົ້າ ພວກ ເຂົາກໍຈະໄດ້ຮັບປະສົບການອັນມີຄ່າຫຼາຍ ອົງພຣະເຢຊູຄຣິດເຈົ້າຊົງນໍາໜ້າພວກເຂົາໄປ ທັງຄົນຮັ່ງມີແລະຄົນຍາກຄົນຈົນຈະໃຫ້ຄວາມອຸປະຖໍາຄໍ້າຊູແລະໃຫ້ການສະໜັບ ສະໜູນເຂົາ {HM 154.3}ມແ 140.1

    ຜູ້ທີ່ໄດ້ຮັບການຝຶກອົບຮົມໃຫ້ເຮັດການເຜີຍແຜ່ສາສະໜາດ້ານການແພດໃນຕ່າງ ປະເທດ ຄວນຈະໄດ້ຮັບການສະໜັບສະໜູນໃຫ້ອອກໄປປະຕິບັດວຽກໃນດິນແດນເປົ້າ ໝາຍໂດຍບໍ່ລໍຊ້າ ແລະເລີ່ມເຮັດວຽກທ່າມກາງປະຊາຊົນ ໂດຍຮຽນພາສາໄປນໍາໃນຂະ ນະທີ່ເຮັດວຽກ ໃນບໍ່ຊ້າພວກເຂົາກໍຈະເຮັດການສັ່ງສອນຄວາມຈິງຢ່າງງ່າຍໆຈາກພຣະ ວັດຈະນະຂອງພຣະເຈົ້າ {HM 155.1}ມແ 140.2

    ຕະຫຼອດທຸກຫົນທຸກແຫ່ງໃນໂລກ ຕ່າງມີຄວາມຕ້ອງການທູດຂອງພຣະເຈົ້າດ້ວຍ ຄວາມເມດຕາກະລຸນາ ພຣະເຈົ້າໄດ້ຊົງເອີ້ນຄອບຄົວຂອງຄຣິດສະຕຽນໃຫ້ເດີນທາງໄປ ປະກາດສັ່ງສອນໃນຊຸມຊົນຕ່າງແດນທີ່ຍັງຢູ່ໃນຄວາມມືດແລະຄວາມຜິດບາບ ເພື່ອຈະ ໄດ້ຮູ້ເຖິງຄວາມຕ້ອງການຂອງເພື່ອນມະນຸດເຫຼົ່ານັ້ນ ແລະເຮັດວຽກເພື່ອໃຫ້ເປັນໄປຕາມ ວັດຖຸປະສົງຂອງອົງພຣະອາຈານຖ້າຄອບຄົວເຊັ່ນນີ້ຈະເຂົ້າໄປຕັ້ງຮາກຖານຢູ່ໃນສະຖານ ທີ່ມືດມົນເຫຼົ່ານີ້ເທິງໂລກ ໃນບ່ອນທີ່ຜູ້ຄົນຍັງຖືກຄອບງໍາໄວ້ດ້ວຍຄວາມມືດມົນໃນ ຝ່າຍຈິດວິນຍານແລະໃຫ້ແສງສະຫວ່າງຂອງພຣະຄຣິດສ່ອງຜ່ານໄປຍັງຕົວພວກເຂົາ ວຽກງານອັນປະເສີດໜ້າຈະສໍາເລັດຜົນໄດ້ຫຼາຍພຽງໃດ {HM 155.2}ມແ 140.3

    ວຽກນີ້ຕ້ອງການການເສຍສະຫຼະຊຶ່ງຄວາມສຸກສ່ວນຕົວ ໃນຂະນະທີ່ຫຼາຍຄົນຖ້າ ໃຫ້ອຸປະສັກທັງຫຼາຍຜ່ານພົ້ນໄປສະກ່ອນ ວຽກທີ່ເຂົາຄວນຈະເຮັດຈຶ່ງຖືກປະຄ້າງໄວ້ ແລະຄົນຫຼວງຫຼາຍກໍາລັງຕ້ອງຕາຍໄປໂດຍປາສະຈາກຄວາມຫວັງແລະປາສະຈາກພຣະເຈົ້າ ເພື່ອຜົນປະໂຫຍດທາງການຄ້າຫຼືເພື່ອໃຫ້ໄດ້ມາຊຶ່ງຄວາມຮູ້ທາງວິທະຍາສາດ ບາງ ຄົນເຖິງກັບຍອມສ່ຽງໄພເຂົ້າໄປຍັງດິນແດນທີ່ຍັງບໍ່ມີຜູ້ຄົນເຂົ້າໄປຕັ້ງຮາກຖານຢູ່ມາ ກ່ອນແລະຍິນດີທົນຕໍ່ຄວາມຍາກລໍາບາກດ້ວຍການອຸທິດຕົນ ແຕ່ຈະມີຈັກຄົນທີ່ເຫັນ ແກ່ປະໂຫຍດຕໍ່ເພື່ອນມະນຸດດ້ວຍການຍອມເຕັມໃຈທີ່ຈະຍ້າຍຄອບຄົວໄປຍັງດິນແດນ ທີ່ຕ້ອງການຂ່າວປະເສີດແຫ່ງພຣະກຽດຕິຄຸນ {HM 156.1}ມແ 141.1

    ການເຂົ້າເຖິງປະຊາຊົນບໍ່ວ່າພວກເຂົາຈະຢູ່ສະຖານທີ່ແຫ່ງໃດແລະຢູ່ໃນຖານະອັນ ໃດຫຼືຢູ່ໃນສະພາບໃດກໍຕາມ ແລະພະຍາຍາມທີ່ຈະໃຫ້ຄວາມຊ່ວຍເຫຼືອແກ່ພວກເຂົາ ໃນທຸກວິທີທາງທີ່ເຮັດໄດ້ຄືການຮັບໃຊ້ທີ່ແທ້ຈິງ ດ້ວຍຄວາມມານະພະຍາຍາມເຊັ່ນນີ້ ທ່ານເອົາຊະນະຈິດໃຈຫຼວງຫຼາຍແລະເປີດປະຕູເພື່ອເຂົ້າໄປສູ່ຈິດວິນຍານທີ່ກໍາລັງຖືກທໍາ ລາຍໄດ້ {HM 156.2}ມແ 141.2

    ຈົ່ງລະລຶກຢູ່ສະເໝີວ່າໃນກິດຈະການທັງຫຼາຍຂອງທ່ານ ທ່ານໄດ້ຜູກພັນຢູ່ກັບ ພຣະຄຣິດ ທ່ານເປັນໜຶ່ງຂອງແຜນການແຫ່ງການໄຖ່ໃຫ້ລອດອັນຍິ່ງໃຫຍ່ໃນການຮັກ ສາຜູ້ເຈັບປ່ວຍນັ້ນ ຄວາມຮັກຂອງພຣະຄຣິດປຽບດັ່ງສາຍນໍ້າແຫ່ງຊີວິດຈະຫຼັ່ງໄຫຼຜ່ານຊີ ວິດຂອງທ່ານ ໃນຂະນະທີ່ທ່ານພະຍາຍາມນໍາພາຄົນອື່ນໆໃຫ້ເຂົ້າມາໃນວິຖີແຫ່ງຄວາມ ຮັກຂອງພຣະອົງ ຈົ່ງໃຫ້ຄວາມບໍລິສຸດຂອງພາສາທີ່ທ່ານໃຊ້ເວົ້າຈາ ຄວາມບໍ່ເຫັນແກ່ຕົວ ໃນການປະຕິບັດຮັບໃຊ້ ຄວາມຊື່ນຊົມຍິນດີໃນສີໜ້າທ່າທີຂອງທ່ານໄດ້ເປັນພະຍານເຖິງ ລິດອໍານາດໃນພຣະຄຸນຂອງພຣະອົງ ຈົ່ງສະແດງໃຫ້ໂລກໄດ້ເຫັນເຖິງຄວາມບໍລິສຸດ ແລະຄວາມຊອບທໍາຂອງຜູ້ແທນຂອງພຣະອົງ ເພື່ອຄົນທັງຫຼາຍຈະໄດ້ເຫັນເຖິງສະຫງ່າ ລາສີອັນຮຸ່ງເຮືອງຂອງພຣະອົງ {HM 156.3}ມແ 141.3

    ເປັນເລື່ອງທີ່ບໍ່ເປັນປະໂຫຍດຫຼາຍໃນການພະຍາຍາມຈະປະຕິຮູບຜູ້ອື່ນໂດຍການ ຕິຕຽນພວກເຂົາ ໃນສິ່ງທີ່ເຮົາເຫັນວ່າເປັນນິໄສທີ່ບໍ່ຖືກຕ້ອງ ການເຮັດເຊັ່ນນີ້ມັກຈະກໍ ຜົນຮ້າຍກວ່າຜົນດີໃນການສົນທະນາກັບຍິງຊາວສະມາເລຍແທນທີ່ບອກວ່າ “ຖ້າເຈົ້າ ໄດ້ຮູ້ຈັກຂອງທີ່ພຣະເຈົ້າປະທານ ແລະຮູ້ຈັກຜູ້ທີ່ເວົ້າກັບເຈົ້າວ່າ ຂໍນໍ້າໃຫ້ເຮົາດື່ມແດ່ ເຈົ້າກໍຄົງຈະໄດ້ຂໍຈາກທ່ານຜູ້ນັ້ນ ແລະທ່ານຜູ້ນັ້ນກໍຄົງຈະໃຫ້ນໍ້າຊີວິດແກ່ທ່ານ” ໂຢຮັນ 4: 10 ພຣະອົງຊົງປ່ຽນເລື່ອງທີ່ສົນທະນາໄປຍັງສິ່ງທີ່ລໍ້າຄ່າຊຶ່ງພຣະອົງຈະຊົງປະທານໃຫ້ ແກ່ຍິງນັ້ນ ໂດຍການຊົງສະເໜີສິ່ງທີ່ດີກວ່າ ສິ່ງທີ່ຍິງນັ້ນມີຢູ່ນັ້ນຄື ນໍ້າແຫ່ງຊີວິດ ອັນເປັນ ຄວາມຊື່ນຊົມຍິນດີແລະເປັນຄວາມຮັກຄວາມຫວັງແຫ່ງພຣະກຽດຕິຄຸນປະເສີດ {HM 156.1}ມແ 142.1

    ນີ້ເປັນແບບຢ່າງວິທີການທີ່ເຮົາຄວນຈະນໍາມາໃຊ້ໃນງານຂອງເຮົາ ເຮົາຕ້ອງມອບ ສິ່ງທີ່ມີຄ່າກວ່າທີ່ເຂົາມີຢູ່ໃຫ້ແກ່ເຂົາ ແມ່ນແຕ່ສັນຕິສຸກໃນພຣະຄຣິດຊຶ່ງເກີນກວ່າຄວາມ ເຂົ້າໃຈທັງປວງ ເຮົາຕ້ອງບອກພວກເຂົາໃຫ້ຮູ້ເຖິງທໍາມະບັນຍັດອັນບໍລິສຸດຂອງພຣະເຈົ້າຊຶ່ງ ເປັນສໍາເນົາທີ່ສະແດງເຖິງພຣະອຸປະນິໄສຂອງພຣະອົງ ແລະສະແດງໃຫ້ເຫັນເຖິງນໍ້າ ພຣະໄທຂອງ ພຣະອົງທີ່ຊົງປາຖະໜາໃຫ້ເຂົາໄດ້ກ້າວໄປຫາຈົ່ງຊີ້ໃຫ້ເຂົາໄດ້ເຫັນວ່າສະງ່າ ລາສີແຫ່ງສະຫວັນທີ່ຈະຄົງຢູ່ຊົ່ວນິລັນນັ້ນມີຄວາມສູງສົ່ງເຫຼືອຄະນາ ຍິ່ງກວ່າຄວາມສຸກ ສໍາລານແລະຄວາມສະໜຸກສະໜານຂອງໂລກທີ່ມີຢູ່ຊົ່ວຄູ່ຊົ່ວຍາມ ຈົ່ງບອກເຂົາໄດ້ຮູ້ ເຖິງຄວາມມີອິດສະຫຼະພາບແລະການພັກຜ່ອນທີ່ເຂົາຈະໄດ້ພົບໃນພຣະຜູ້ຊ່ວຍໃຫ້ລອດ ພຣະອົງຊົງເປີດເຜີຍວ່າ “ ຜູ້ທີ່ດື່ມນໍ້າທີ່ເຮົາຈະໃຫ້ແກ່ເຂົານັ້ນ ຈະບໍ່ຫິວກະຫາຍອີກເລີຍ” ໂຢຮັນ 4: 14 {MH 157.1}ມແ 142.2

    ຈົ່ງເທີດທູນພຣະເຢຊູແລະປະກາດວ່າ “ເບິ່ງແມ້ ພຣະບຸດຂອງພຣະເຈົ້າ ຜູ້ຊົງຮັບ ຄວາມຜິດບາບຂອງໂລກໄປແລ້ວ” ໂຢຮັນ 1:29 ພຣະອົງແຕ່ພຽງຜູ້ດຽວເທົ່ານັ້ນທີ່ຊົງ ສາມາດຈະປະທານຄວາມອີ່ມເຕັມໃຫ້ແກ່ຈິດໃຈຂອງຜູ້ທີ່ໂຫຍຫາແລະຊົງປະທານສັນ ຕິສຸກໃຫ້ແກ່ຈິດວິນຍານໄດ້ {HM 157.2}ມແ 142.3

    ໃນບັນດາຄົນທັງຫຼາຍໃນໂລກນັກປະຕິຮູບຄວນເປັນຜູ້ທີ່ບໍ່ເຫັນແກ່ຕົວ ເປັນຄົນ ທີ່ມີຈິດໃຈເມດຕາກະລຸນາແລະມີຄວາມສຸພາບອ່ອນໂຍນຫຼາຍທີ່ສຸດໃນຊີວິດຂອງພວກ ເຂົາຈະຕ້ອງແນມເຫັນຄວາມດີຢ່າງແທ້ຈິງໃນການກະທໍາທີ່ບໍ່ເຫັນແກ່ຕົວ ຜູ້ຮັບໃຊ້ຊຶ່ງສະ ແດງອອກເຖິງຄວາມບໍ່ສຸພາບອ່ອນນ້ອມ ເຮັດໃຫ້ເຫັນເຖິງຄວາມໂມໂຫຮ້າຍ ເມື່ອເຫັນ ຜູ້ອື່ນສະແດງຄວາມຮູ້ບໍ່ເທົ່າທັນຫຼືບໍ່ຍອມເຊື່ອຟັງ ຄົນທີ່ເວົ້າຈາໂດຍບໍ່ຢັ້ງຄິດຫຼືສະແດງກິ ລິຍາທີ່ຂາດສະຕິກໍອາດຈະປິດປະຕູໃຈຈົນບໍ່ມີທາງທີ່ຈະເຂົ້າເຖິງຈິດໃຈຂອງຄົນເຫຼົ່ານັ້ນໄດ້ {HM 157.3}ມແ 142.4

    ກໍເຊັ່ນດຽວກັນຢອດນໍ້າໝອກແລະລະອອງຝົນທີ່ເທລົງເທິງຕົ້ນໄມ້ໃບຫຍ້າທີ່ ຫ່ຽວແຫ້ງຂໍໃຫ້ຄໍາເວົ້າເທລົງມາຢ່າງອ່ອນໂຍນໃນຂະນະທີ່ກໍາລັງສະແຫວງຫາຫົນທາງທີ່ ຈະນໍາຄົນທັງຫຼາຍໃຫ້ຫັນກັບມາຈາກຄວາມຜິດບາບ ແຜນການຂອງພຣະເຈົ້າຄືສິ່ງທໍາ ອິດຕ້ອງເຂົ້າເຖິງຈິດໃຈຂອງມະນຸດໃຫ້ໄດ້ເສຍກ່ອນ ເຮົາຈຶ່ງຕ້ອງເວົ້າເຖິງຄວາມຈິງຂອງ ຄວາມຮັກ ການໄວ້ວາງໃຈໃນພຣະອົງທີ່ຈະຊົງປະທານລິດອໍານາດໃນການປະຕິຮູບຊີວິດ ພຣະວິນຍານບໍລິສຸດຈະຊົງນໍາຖ້ອຍຄໍາທີ່ກ່າວດ້ວຍຄວາມຮັກມາສູ່ຈິດວິນຍານຂອງເຂົາ {HM 157.4}ມແ 143.1

    ໂດຍທໍາມະຊາດແລ້ວມະນຸດເຮົາມັກຈະຢຶດຜົນປະໂຫຍດຂອງຕົນເອງ ແລະ ຄວາມຄິດຂອງຕົນເອງເປັນໃຫຍ່ ແຕ່ເມື່ອເຮົາຮຽນຮູ້ເຖິງບົດຮຽນທີ່ພຣະຄຣິດຊົງປະ ສົງທີ່ຈະສັ່ງສອນເຮົາ ເຮົາຈະກາຍເປັນຜູ້ມີສ່ວນຮ່ວມໃນສະພາບພຣະອົງຈາກນັ້ນເຮົາຈິ່ງ ດໍາເນີນຊີວິດຕາມແບບຢ່າງຂອງພຣະອົງຊຶ່ງມີຄວາມອ່ອນໂຍນອັນບໍ່ມີຫຍັງຈະປຽບປາມ ແລະເປັນສິ່ງທີ່ພຣະອົງຊົງນໍາເຂົ້າໄປໃສ່ໄວ້ໃນຄວາມຮູ້ສຶກຂອງຜູ້ອື່ນ ຊົງທຸກໂສກຮ່ວມ ກັບຄົນທີ່ຮ້ອງໄຫ້ ຊົງມີຄວາມຊື່ນຊົມຍິນດີກັບຜູ້ທີ່ມີຄວາມສຸກ ສິ່ງເຫຼົ່ານີ້ຈະຕ້ອງມີອິດ ທິພົນອັນຍິ່ງໃຫຍ່ເໜືອອຸປະນິໄສຂອງຄົນທັງຫຼາຍ ທີ່ໄດ້ຕິດຕາມພຣະອົງດ້ວຍຄວາມຈິງ ໃຈດ້ວຍຖ້ອຍຄໍາແລະການກະທໍາຕົນດ້ວຍຄວາມເມດຕາກະລຸນາ ພວກເຂົາຈະພະຍາ ຍາມປູທາງຍ່າງໃຫ້ພຽງດີສໍາລັບຕີນທີ່ອ່ອນເປ້ຍເພຍແຮງ {HM 157.5}ມແ 143.2

    ພຣະເຈົ້າໄດ້ປະທານໃຫ້ຂ້າພະເຈົ້າມີລິ້ນຂອງບັນດາຜູ້ທີ່ພຣະອົງຊົງສອນ ເພື່ອ ຂ້າພະເຈົ້າຈະໄດ້ຮູ້ທີ່ຈະຄໍ້າຊູ ຜູ້ທີ່ອິດເມື່ອຍໄວ້ດ້ວຍຖ້ອຍຄໍາ” ເອສະຢາ 50:4 {HM 158.1}ມແ 143.3

    ອ້ອມຮອບຕົວເຮົາມີຜູ້ທີ່ໄດ້ຮັບຄວາມທໍລະມານ ເຮົາຈະພົບຄົນເຫຼົ່ານີ້ໃນບ່ອນນີ້ ແນ່ ບ່ອນນັ້ນແນ່ແລະໃນທົ່ວທຸກຫົນແຫ່ງ ໃຫ້ເຮົາຊອກຫາຜູ້ທີ່ທຸກທໍລະມານເຫຼົ່ານີ້ແລະ ປອບໂລມຈິດໃຈດ້ວຍຖ້ອຍ ຄໍາອັນມ່ວນຫູ ຂໍໃຫ້ເຮົາໄດ້ເປັນສາຍທານນໍ້າແຫ່ງຄວາມ ເມດຕາປານີອັນແສນຊຸ່ມຊື່ນໃຈໄຫຼຜ່ານຕະ ຫຼອດໄປ {HM 158.2}ມແ 143.4

    ໃນການຄົບຫາສະມາຄົມກັບຜູ້ອື່ນນັ້ນ ເຮົາຄວນຈື່ຈໍາຈາກປະສົບການທີ່ເກີດຂຶ້ນ ກັບຜູ້ອື່ນວ່າ ມີບາງເລື່ອງທີ່ພຣະເຈົ້າໄດ້ຊົງປິດບັງບໍ່ໃຫ້ມະນຸດໄດ້ຮູ້ເຫັນເທິງໜ້າບັນທຶກ ແຫ່ງຄວາມຊົງຈໍາ ມີເລື່ອງລາວອັນໜ້າເສົ້າສະຫຼົດໃຈໃນຊີວິດທີ່ພຣະເຈົ້າຊົງປ້ອງກັນບໍ່ ໃຫ້ສາຍຕາທີ່ຢາກຮູ້ຢາກເຫັນໄດ້ລ່ວງຮູ້ ມີການຕໍ່ສູ້ຢ່າງໜັກໃນສະຖານະການອັນຍາກ ລໍາບາກທີ່ໄດ້ຮັບການບັນທຶກໄວ້ຊຶ່ງອາດຈະເປັນເລື່ອງຫຍຸ້ງຍາກໃນຄອບຄົວທີ່ເກີດຂຶ້ນ ມື້ແລ້ວມື້ເລົ່າ ຈົນໄດ້ບັນທອນກໍາລັງໃຈ ເຮັດໃຫ້ຂາດຄວາມໄວ້ວາງໃຈແລະຄວາມເຊື່ອ ໃນພຣະເຈົ້າ ຜູ້ທີ່ກໍາລັງຕໍ່ສູ້ໃນສົງຄາມແຫ່ງຊີວິດຈະມີກໍາລັງໃຈທີ່ເຂັ້ມແຂງຍິ່ງຂຶ້ນ ຖ້າ ພວກເຂົາໄດ້ຮັບຄວາມຮັກແລະຄວາມເອົາໃຈໃສ່ເຖິງຈະເປັນພຽງເລັກນ້ອຍກໍຕາມ ສໍາ ລັບຄົນເຫຼົ່ານີ້ ມືຂອງເພື່ອນແທ້ທີ່ກໍາໄວ້ແໜ້ນແລະຄອຍທີ່ຈະໃຫ້ຄວາມຊ່ວຍເຫຼືອນັ້ນ ຍ່ອມມີຄ່າຫຼາຍກວ່າເງິນຫຼືຄໍາ ຖ້ອຍຄໍາທີ່ສະແດງອອກເຖິງຄວາມເມດຕາກະລຸນາເປັນສິ່ງ ທີ່ໜ້າຊື່ນຊົມຍິນດີຫຼາຍເທົ່າກັບຮອຍຍິ້ມຂອງທູດສະຫວັນ {HM 158.3}ມແ 144.1

    ມີຄົນອີກຈໍານວນຫຼວງຫຼາຍທີ່ຕໍ່ສູ້ດິ້ນລົນຢູ່ກັບຄວາມຍາກຈົນ ຖືກບີບບັງຄັບໃຫ້ ຕ້ອງເຮັດວຽກໜັກເພື່ອແລກກັບເງິນຄ່າຈ້າງພຽງເລັກນ້ອຍພໍປະທັງຊີວິດເທົ່ານັ້ນ ການ ຕ້ອງກາກກໍາລໍາບາກເຮັດວຽກຢ່າງໜັກແລະຄວາມອັດຕະຄັດຂັດສົນ ມີຊີວິດຢູ່ໂດຍປາ ສະຈາກຄວາມຫວັງໃນສິ່ງທີ່ດີກວ່າ ເຮັດໃຫ້ພາລະທີ່ແບກຢູ່ນັ້ນໜັກຍິ່ງ ເມື່ອມີຄວາມ ເຈັບປ່ວຍຊໍ້າເຕີມເຂົ້າມາອີກ ພາລະນັ້ນກໍເກີນກວ່າຈະທານທົນໄດ້ ສຸກສິ້ນໃນຄວາມ ຫວັງແລະຄັບແຄ້ນໃນຊີວິດ ພວກເຂົາບໍ່ຮູ້ຈະຫັນໜ້າໄປເພິ່ງໃຜເພື່ອບັນເທົາທຸກ ຈົ່ງເຫັນ ອົກເຫັນໃຈພວກເຂົາໃນຍາມທຸກທໍລະມານ ໃນຄວາມປວດລ້າວໃຈແລະຮູ້ສຶກທໍ້ຖອຍ ສິ້ນຫວັງຂອງພວກເຂົາ ສິ່ງເຫຼົ່ານີ້ຈະເປີດຊ່ອງທາງໃຫ້ທ່ານຊ່ວຍເຫຼືອພວກເຂົາໄດ້ ຈົ່ງເວົ້າ ກັບພວກເຂົາເຖິງພຣະສັນຍາຂອງພຣະເຈົ້າ ຈົ່ງອະທິຖານເພື່ອພວກເຂົາແລະອະທິຖານ ຮ່ວມກັບພວກເຂົາໜູນຈິດໃຈພວກເຂົາໃຫ້ເກີດມີຄວາມຫວັງ {HM 158.4}ມແ 144.2

    ຄໍາເວົ້າທີ່ໜູນໃຈແລະກໍາລັງໃຈທີ່ກ່າວອອກໄປໃນຍາມທີ່ຈິດວິນຍານປ່ວຍແລະ ຄວາມກ້າຫານຕົກຕໍ່າລ້ວນເປັນຖ້ອຍຄໍາທີ່ພຣະຜູ້ຊ່ວຍໃຫ້ລອດຊົງຖືວ່າໄດ້ກ່າວຕໍ່ພຣະອົງ ເມື່ອຫົວໃຈເຫຼົ່ານັ້ນໄດ້ຊື່ນບານຂຶ້ນ ເຫຼົ່າທູດສະຫວັນກໍຈະເຝົ້າເບິ່ງດ້ວຍຄວາມຍິນດີ {HM 159.1}ມແ 144.3

    ຕະຫຼອດທຸກຍຸກທຸກສະໄໝ ອົງພຣະຜູ້ເປັນເຈົ້າຊົງຄອຍປຸກຈິດວິນຍານຂອງມະ ນຸດໃຫ້ໃສ່ໃຈເຖິງຄວາມເປັນພີ່ນ້ອງໃນພຣະເຈົ້າ ຂໍໃຫ້ເຮັດວຽກຮ່ວມກັບພຣະອົງ ໃນ ຂະນະທີ່ການຂາດຊຶ່ງຄວາມໄວ້ເນື້ອເຊື່ອໃຈແລະການກາຍເປັນສັດຕູຕໍ່ກັນກໍາລັງແຜ່ຂະ ຫຍາຍໄປທົ່ວທັງໂລກ ສາວົກຂອງພຣະຄຣິດຈະຕ້ອງສໍາແດງໃຫ້ເຫັນເຖິງຈິດສໍານຶກ ຝ່າຍຈິດວິນຍານທີ່ຄອຍຄອງຢູ່ໃນສວງສະຫວັນ {HM 159.2}ມແ 145.1

    ຈົ່ງເວົ້າແບບດຽວກັບທີ່ພຣະອົງຕັດໄວ້ ຈົ່ງເຮັດຄືດັ່ງເຊັ່ນທີ່ພຣະອົງຊົງໄດ້ເຮັດ ຈົ່ງ ສະແດງອອກເຖິງຄວາມຫວານໃນພຣະອຸປະນິໄສຂອງພຣະອົງ ຈົ່ງສະແດງເຖິງຄວາມ ສົມບູນໃນຄວາມຮັກຂອງພຣະອົງທີ່ແຝງຢູ່ໃນຄໍາສອນແລະຄວາມສໍາພັນທັງປວງລະ ຫວ່າງພຣະອົງກັບມວນມະນຸດ ຜູ້ປະຕິບັດງານທີ່ຖ່ອມຕົນຢ່າງທີ່ສຸດເມື່ອໄດ້ຮ່ວມງານ ກັບພຣະຄຣິດຈະສໍາພັດໄດ້ເຖິງສຽງປະສານທີ່ຈະດັງກັງວານໄປຈົນເຖິງສຸດປາຍຂອງ ແຜ່ນດິນໂລກແລະບັນເລັງຊ່ວງທໍານອງອັນມ່ວນຊື່ນໄປຕະຫຼອດນິລັນການ {HM 159.3}ມແ 145.2

    ບັນດາຊາວສະຫວັນຕ່າງກໍາລັງລໍຄອຍທີ່ຈະໄດ້ຮ່ວມມືກັບຕົວແທນຂອງມະນຸດ ເພື່ອໃຫ້ພວກເຂົາໄດ້ສະແດງໃຫ້ໂລກໄດ້ເຫັນວ່າມະນຸດນັ້ນສາມາດຈະເຮັດສິ່ງໃດໄດ້ແນ່ ແລະໂດຍການຜູກພັນກັບພຣະເຈົ້າພວກເຂົາສາມາດທີ່ຈະຊ່ວຍຈິດວິນຍານທີ່ກໍາລັງຈະ ພິນາດໃຫ້ລອດໄດ້ ຜູ້ທີ່ບໍ່ໄດ້ຄິດເຖິງແຕ່ຕົວເອງ ແລະຍອມໃຫ້ພຣະວິນຍານບໍລິສຸດໄດ້ ຊົງປະກອບກິດຢູ່ພາຍໃນຈິດໃຈແລະໄດ້ມອບຖະຫວາຍຊີວິດດ້ວຍການອຸທິດຕົນແດ່ ພຣະເຈົ້າຢ່າງໝົດສິ້ນ ຍ່ອມຈະເຮັດປະໂຫຍດແກ່ຜູ້ອື່ນໄດ້ຢ່າງບໍ່ມີຂີດຈໍາກັດ ຄົນທັງ ຫຼາຍທີ່ໄດ້ຍອມມອບຖະຫວາຍຮ່າງກາຍ ຈິດໃຈແລະຈິດວິນຍານເພື່ອປະຕິ ບັດຮັບ ໃຊ້ໃນພຣະລາຊະກິດຂອງພຣະອົງຍ່ອມທີ່ຈະໄດ້ຮັບກໍາລັງທັງທາງຮ່າງກາຍ ສະຕິປັນຍາ ແລະທາງຝ່າຍຈິດວິນຍານຢູ່ສະເໝີຂອງປະທານຈາກສະຫວັນທີ່ບໍ່ມີມື້ໝົດສິ້ນນັ້ນມີຢູ່ ພ້ອມຕາມທີ່ເຂົາຕ້ອງການ ພຣະຄຣິດຊົງລະບາຍອາລົມປາຖະໜາຈາກພຣະວິນຍານ ແລະຈາກຊີວິດຂອງພຣະອົງເອງແກ່ພວກເຂົາ ພຣະວິນຍານບໍລິສຸດຊົງໃຊ້ລິດອໍານາດ ອັນຍິ່ງໃຫຍ່ສູງສຸດເພື່ອທີ່ຈະເຮັດວຽກຢູ່ພາຍໃນຄວາມຄິດແລະຈິດໃຈ ໂດຍພຣະຄຸນ ທີ່ຊົງປະທານໃຫ້ແກ່ເຮົາ ເຮັດໃຫ້ເຮົາບັນລຸເຖິງໄຊຊະນະແລະຄວາມສໍາເລັດໄດ້ ຊຶ່ງໂດຍ ຄວາມເປັນຈິງດ້ວຍຄວາມຜິດພາດຂອງເຮົາ ທັດສະນະແບບອະຄະຕິຕາມແນວຄິດຂອງເຮົາ ຄວາມບົກຜ່ອງໃນອຸປະນິໄສຂອງເຮົາ ແລະຄວາມເຊື່ອອັນມີພຽງນ້ອຍຂອງເຮົາ ເບິ່ງ ຄືວ່າໄຊຊະນະເຫຼົ່ານີ້ບໍ່ອາດຈະບັງເກີດຂຶ້ນໄດ້ {HM 159.4}ມແ 145.3

    ສໍາລັບທຸກຄົນທີ່ໄດ້ມອບຖະຫວາຍຕົນເອງເພື່ອປະຕິບັດຮັບໃຊ້ພຣະເຈົ້າໂດຍບໍ່ ໄດ້ຫວັງສິ່ງໃດໄວ້ ເຂົາຈະໄດ້ຮັບພຣະລາຊະທານລິດອໍານາດທີ່ຈະນໍາໄປສູ່ຄວາມສໍາເລັດ ອັນບໍ່ອາດຈະຄໍານວນໄດ້ ພຣະເຈົ້າຈະຊົງກະທໍາການຍິ່ງໃຫຍ່ໃນຊີວິດຂອງເຂົາ ພຣະອົງ ຈະຊົງປະກອບກິດຢູ່ພາຍໃນຈິດໃຈຂອງມະນຸດ ເພື່ອຈະໃຫ້ເຫັນເຖິງຄວາມບັນລຸຜົນສໍາ ເລັດຕາມພຣະສັນຍາສໍາລັບຊີວິດເບື້ອງໜ້າພາຍໃນຊີວິດຂອງພວກເຂົາມແ 146.1

    “ຖິ່ນແຫ້ງແລ້ງທຸລະກັນດານຈະຊື່ນຊົມຍິນດີ
    ທະເລຊາຍຈະຍິນດີແລະປົ່ງດອກ ຢ່າງຕົ້ນດອກຝຣັ່ນ
    ມັນຈະອອກດອກອຸດົມ ແລະຍິນດີດ້ວຍຄວາມຊື່ນບານແລະການຮ້ອງເພງ
    ສັກສີຂອງເລບານອນກໍຈະປະທານໃຫ້ມັນ
    ທັງຄວາມໂອ້ອ່າຕະການຂອງຄາລາເມວແລະຊາໂຣນ
    ທີ່ເຫຼົ່ານີ້ຈະເຫັນພຣະສິຣິຂອງພຣະເຈົ້າ
    ຄວາມໂອ້ຕະການຂອງພຣະເຈົ້າຂອງພວກເຮົາ”
    “ຈົ່ງໜູນຜູ້ທີ່ອິດເມື່ອຍອ່ອນແຮງ
    ແລະຈົ່ວເຮັດຫົວເຂົ່າທີ່ອ່ອນລ້າໃຫ້ໝັ້ນຄົງ
    ຈົ່ງບອກກັບຄົນທີ່ມີໃຈຢ້ານກົວວ່າ
    ຈົ່ງແຂງແຮງເຖີດ ຢ່າສູ້ຢ້ານປະການໃດເລີຍ
    ເບິ່ງແມ້ ພຣະເຈົ້າຂອງທ່ານທັງຫຼາຍກໍາລັງມາຊ່ວຍພວກເຈົ້າ
    ແລະລົງໂທດສັດຕູຂອງພວກເຈົ້າ......”
    “ແລ້ວໃນຕາຂອງຄົນຕາບອດຈະເປີດອອກ
    ແລ້ວຫູຂອງຄົນຫູໜວກຈະໄດ້ຍິນສຽງ
    ແລ້ວຄົນງ່ອຍຈະກະໂດດໄດ້ຢ່າງກວາງ
    ແລະລິ້ນຂອງຄົນໄບ້ຈະຮ້ອງເພງດ້ວຍຄວາມຊື່ນບານ
    ເພາະນໍ້າຈະພຸ່ງຂຶ້ນມາໃນປ່າດອນ ແລະລໍາທານຈະທັ່ງຂຶ້ນໃນທະເລຊາຍ”
    “ດິນຊາຍທີ່ຮ້ອນຈັດຈະກາຍເປັນສະນໍ້າ
    ແລະດິນທີ່ແຕກແຫງຈະເປັນນໍ້າພຸ......
    ແລະຈະມີແນວທາງຫຼວງເກີດຂຶ້ນທີ່ນັ້ນ
    ແລະເຂົາຈະເອີ້ນທາງນັ້ນວ່າ ວິສຸທິມັກຄະ(ທາງທີ່ບໍລິສຸດ)
    ຈະບໍ່ມີຄົນບາບ ຍ່າງທາງນັ້ນເລີຍ
    ແມ່ນແຕ່ຄົນໂງ່ກໍຈະບໍ່ຫຼົງໃນທາງນັ້ນ”
    “ຈະບໍ່ມີສິ່ງທີ່ຮ້າຍກາດຢູ່ທີ່ນັ້ນ
    ຫຼືຈະບໍ່ມີສັດຮ້າຍຜ່ານໄປທາງນັ້ນ
    ຈະຫາພວກມັນທີ່ນັ້ນບໍ່ເຫັນອີກ
    ແຕ່ຜູ້ທີ່ໄຖ່ໄວ້ແລ້ວຈະຍ່າງເທິງນັ້ນ
    ຜູ້ທີ່ຮັບການໄຖ່ແລ້ວຂອງພຣະເຈົ້າຈະກັບ
    ມແ 146.2

    ແລະຈະມາຍັງຊີໂຍນດ້ວຍການຮ້ອງເພງ ດ້ວຍຄວາມຊື່ນບານຢູ່ໃນຫົວໃຈຂອງ ເຂົາທັງຫຼາຍ ເຂົາຈະໄດ້ຮັບຄວາມຊື່ນບານແລະຄວາມຍິນດີ ຄວາມໂສກເສົ້າແລະການ ຖອນຫາຍໃຈຈະສະຫຼາຍໄປເສຍ” ເອຊາຢາ 35: 1-10 {HM 160.1}ມແ 147.1