Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຕຳນານປະຫວັດສາດແລະສາສະໜາ

    ໃນການຕຽມພ້ອມເພື່ອເຮັດວຽກຂອງຄຣິດສະຕຽນ ຫຼາຍຄົນຄິດວ່າຈຳເປັນຕ້ອງ ຫາຄວາມຮູ້ທີ່ຄວບຄຸມຈາກການຂຽນເຊີງປະຫວັດສາດແລະສາສະໜາ ຄົນເຫຼົ່ານີ້ຄາດ ຫວັງວ່າ ຄວາມຮູ້ປະເພດນີ້ເປັນປະໂຫຍດຕໍ່ການປະກາດຂ່າວປະເສີດ ແຕ່ຄວາມມາ ນະອຸດສາຫະໃນການສຶກສາຄວາມຄິດເຫັນຂອງມະນຸດ ແທນທີ່ຈະສະໜັບສະໜູນ ຄວາມສາມາດກັບໄປບັ່ນທອນງານຮັບໃຊ້ຂອງຄົນເຫຼົ່ານັ້ນລົງເສຍອີກ ເມື່ອຂ້າພຣະເຈົ້າ ເຫັນຫ້ອງສະໝຸດທີ່ເຕັມໄປດ້ວຍໜັງສືທີ່ເປັນຕຳນານກ່ຽວກັບປະຫວັດສາດແລະສາສະໜາ ຂ້າພຣະເຈົ້າສົງໃສຂຶ້ນມາວ່າເຫດໃດເຮົາຈຶ່ງໃຊ້ເງິນທອງຊື້ສິ່ງທີ່ບໍ່ແມ່ນອາຫານພຣະ ທຳໂຢຮັນ ບົດທີຫົກກ່າວເຖິງ ສິ່ງທີ່ເປັນຄວາມຮູ້ທີ່ເຮົາບໍ່ອາດຫາໄດ້ຈາກການຂຽນ ເຫຼົ່ານັ້ນ ພຣະຄຣິດຕັດວ່າ “ເຮົາເປັນອາຫານແຫ່ງຊີວິດ ຜູ້ທີ່ມາຫາເຮົາຈະບໍ່ຫິວແລະຜູ້ທີ່ ວາງໃຈໃນເຮົາຈະບໍ່ມີມື້ກະຫາຍອີກເລີຍ” “ເຮົາເປັນອາຫານທີ່ທຳລົງຊີວິດຊຶ່ງລົງມາຈາກ ສະຫວັນ ຖ້າຜູ້ໃດກິນອາຫານນີ້ຜູ້ນັ້ນຈະມີຊີວິດ ນິລັນ” “ຜູ້ທີ່ວາງໃຈໃນເຮົາກໍຈະມີຊີວິດ ນິລັນ” “ຖ້ອຍຄຳເຊິ່ງເຮົາໄດ້ກ່າວກັບທ່ານທັງຫຼາຍນັ້ນເປັນຈິດວິນຍານແລະເປັນຊີວິດ” ໂຢຮັນ 6:35,51,47,63 {MH 441.1}ມແ 456.2

    ມີການສຶກສາຮຳ່ຮຽນວິຊາປະຫວັດສາດຢູ່ຂະແໜງໜຶ່ງ ຊຶ່ງບໍ່ຖືວ່າເປັນສິ່ງທີ່ຜິດ ແຕ່ຢ່າງໃດປະຫວັດສາດທີ່ກ່ຽວກັບສາສະໜາເປັນວິຊາຂະແໜງໜຶ່ງທີ່ສອນກັນຢູ່ໃນໂຮງ ຮຽນ ຂອງຜູ້ເຜີຍພຣະວັດຈະນະ ໃນບັນທຶກທີ່ກ່າວເຖິງຄວາມສຳພັນຕ່າງໆທີ່ພຣະເຢ ໂຮວາຊົງມີຕໍ່ບັນດາປະຊາຊາດ ເຮົາສາມາດຕິດຕາມເຖິງສິ່ງທີ່ເປັນຮອຍພຣະບາດທີ່ພຣະ ອົງໄດ້ຊົງໂປດສຳແດງໄວ້ໃນອະດີດ ດັ່ງນັ້ນ ໃນທຸກວັນນີ້ເຮົາຈະພິຈາລະນາເຖິງຄວາມສຳ ພັນຕ່າງໆທີ່ພຣະເຈົ້າຊົງມີຕໍ່ບັນດາປະຊາຊາດ ທີ່ມີຢູ່ໃນແຜ່ນດິນໂລກເຮົາຈະເບິ່ງເຫັນ ເຖິງການບັນລຸຜົນຕາມຄຳພະຍາກອນໃນປະຫວັດສາດທີ່ຜ່ານມາ ເຮົາຈະສຶກສາເຖິງ ພຣະລາຊະກິດທີ່ພຣະເຈົ້າຊົງຈັດສັນແກ່ຂະບວນການປະຕິຮູບທາງສາສະໜາຄັ້ງຍິ່ງໃຫຍ່ ຄັ້ງນັ້ນແລະຈະໄດ້ເຂົ້າໃຈເຖິງການດຳເນີນໄປຂອງເຫດການໃນການປຸກລະດົມ ໃຫ້ບັນດາປະຊາຊາດເພື່ອກ້າວໄປສູ່ການຕໍ່ສູ້ຄັ້ງສຸດທ້າຍຂອງສົງຄາມແຫ່ງປະຫວັດສາດ {MH 441.2}ມແ 457.1

    ການສຶກສາຮຳຮຽນໃນລັກສະນະນີ້ ຊ່ວຍໃຫ້ເຮົາເຫັນທັດສະນະທີ່ກວ້າງແລະ ລະອຽດຂອງພາບແຫ່ງຊີວິດ ເຮັດໃຫ້ເຮົາເຂົ້າໃຈເຖິງບາງສິ່ງທີ່ກ່ຽວເນື່ອງແລະເພິ່ງພາຊຶ່ງ ກັນແລະກັນມັນຊ່າງເປັນເລື່ອງອັດສະຈັນພຽງໃດ ທີ່ເຮົາທັງຫຼາຍຖືກຜູກພັນຮ່ວມກັນຢູ່ ໃນສັງຄົມແລະປະຊາຊາດໃນຖານະພີ່ນ້ອງຊຶ່ງກັນແລະກັນ ແລະຜົນກະທົບຊ່າງຮຸນແຮງ ປານໃດເມື່ອການກົດຂີ່ຂົ່ມເຫັງ ແລະການລ້າງຜານທຳລາຍທີ່ເກີດຂຶ້ນກັບຄົນໃດຄົນໜຶ່ງ ໝາຍເຖິງການສູນເສຍຂອງທຸກຄົນ {MH 442.1}ມແ 457.2

    ແຕ່ປະຫວັດສາດທີ່ຮຽນກັນ ໂດຍທົ່ວໄປນັ້ນເປັນເລື່ອງທີ່ກ່ຽວຂ້ອງກັບຄວາມສຳ ເລັດຂອງມະນຸດທັງໄຊຊະນະໃນສົງຄາມ ຄວາມສຳເລັດໃນການຄອບຄອງອຳນາດແລະ ຄວາມຍິ່ງໃຫຍ່ເຮົາບໍ່ອາດເບິ່ງເຫັນພຣະລາຊະກິດຂອງພຣະເຈົ້າ ໃນກິດຈະການຂອງມະ ນຸດໃນຕຳລາປະຫວັດສາດ ມີໜ້ອຍຄົນຮຽນຮູ້ໃນການດຳເນີນໄປຂອງພຣະປະສົງຂອງ ພຣະເຈົ້າໃນຄວາມເຮືອງອຳນາດ ແລະລົ່ມສະຫຼາຍຂອງບັນດາປະຊາຊາດເຫຼົ່ານັ້ນ {MH 442.2}ມແ 457.3

    ສາສະໜາທີ່ສອນແລະຮຽນກັນເປັນພຽງບັນທຶກຄວາມຄິດເຫັນສ່ວນຕົວຂອງ ມະນຸດທີ່ມີປະໂຫຍດພຽງ “ໃຫ້ຄຳປຶກສາທີ່ມຶດມົນໄປດ້ວຍຖ້ອຍຄຳທີ່ປາສະຈາກປັນຍາ” ໂຢບ 38: 2ມແ 458.1

    ຫຼາຍຄັ້ງຄວາມໝຸ້ງໝາຍໃນການສະສົມໜັງສືເຫຼົ່ານີ້ໄວ້ຫຼາກຫຼາຍ ບໍ່ແມ່ນເປັນ ເພາະຕ້ອງການທີ່ຈະຮັບອາຫານລ້ຽງຈິດໃຈແລະຈິດວິນຍານຫຼາຍໄປກວ່າຄວາມທະເຍີ ທະຍານ ທີ່ຕ້ອງການຮູ້ຈັກກັບນັກປັດຊະຍາແລະນັກສາສະໜາທີ່ມີຊື່ສຽງເປັນຄວາມ ປາຖະໜາທີ່ຈະສະເໜີເລື່ອງລາວຂອງຄຣິດຕະສາສະໜາແກ່ປະຊາຊົນດ້ວຍຖ້ອຍຄຳ ແລະຂໍ້ວິນິດໃສໃນຖານະຂອງຜູ້ທີ່ຮອບຮູ້ແລະໄດ້ຮຳ່ຮຽນຫຼາຍ {MH 442.3}ມແ 458.2

    ບໍ່ແມ່ນໜັງສືທຸກເຫຼັ້ມທີ່ຖືກຂຽນຂຶ້ນ ຈະສອນໃຫ້ເຮົາໄດ້ດຳເນີນຊີວິດໃນທາງທີ່ ບໍລິສຸດຊອບທຳໄດ້ ພຣະຄຣິດໃນຖານະພຣະອາຈານທີ່ຍິ່ງໃຫຍ່ໄດ້ຕັດໄວ້ວ່າ: “ຮຽນ ຈາກເຮົາ ເອົາແອກຂອງເຮົາແບກໄວ້ ຮຽນຈາກໃຈສຸພາບແລະໃຈອ່ອນນ້ອມຂອງເຮົາ” ມາດ ທາຍ 11:29 ຄວາມທະນົງຕົວວ່າທ່ານເປັນຜູ້ທີ່ມີສະຕິປັນຍາແລະຄວາມ ຮູ້ຈະບໍ່ສາມາດຊ່ວຍອັນໃດທ່ານ ໃນການທີ່ຈະໃຫ້ການຊ່ວຍເຫຼືອແກ່ຈິດວິນຍານທີ່ກຳ ລັງຈະເຖິງຊຶ່ງຄວາມພິນາດເພາະຂາດອາຫານທິບແຫ່ງຊີວິດ ໃນການທີ່ທ່ານສຶກສາຮຳ່ ຮຽນຈາກໜັງສືເຫຼົ່ານີ້ ທ່ານກຳລັງຍອມໃຫ້ໜັງສືດັ່ງກ່າວເຂົ້າໄປແທນທີ່ບົດຮຽນເຊີງ ປະຕິບັດຢ່າງແທ້ຈິງທີ່ທ່ານຄວນຈະໄດ້ຮຽນຮູ້ຈາກພຣະຄຣິດ ຜົນທີ່ໄດ້ຮັບການສຶກສາ ຮຳ່ຮຽນນີ້ບໍ່ໄດ້ຊ່ວຍໃຫ້ມະນຸດໄດ້ຮັບອາຫານທີ່ຊ່ວຍບຳລຸງລ້ຽງໃນຝ່າຍຈິດວິນຍານແຕ່ ເປັນການສຶກສາຫາຄວາມຮູ້ທີ່ມີແຕ່ຈະເຮັດໃຫ້ຄວາມຄິດຕ້ອງອິດເໜື່ອຍເມື່ອຍລ້າ ຊຶ່ງ ແທບຈະບໍ່ໄດ້ມີສ່ວນຊ່ວຍເຫຼືອໃຫ້ໃຜໄດ້ເປັນຜູ້ຮັບໃຊ້ທີ່ເຮັດວຽກເພື່ອຈິດວິນຍານຢ່າງ ບັງເກີດຜົນ {MH 442.4}ມແ 458.3

    ພຣະຜູ້ຊ່ວຍໃຫ້ລອດສະເດັດມາ “ເພື່ອນຳຂ່າວດີມາຍັງຄົນຍາກຈົນ” ລູກາ 4:18 (THSV) ໃນຄຳສອນຂອງພຣະອົງ ພຣະອົງຊົງໃຊ້ຖ້ອຍຄຳທີ່ງ່າຍທີ່ສຸດແລະໃຊ້ ສິ່ງທີ່ເປັນສັນຍະລັກທີ່ສາມາດເຂົ້າໃຈໄດ້ຢ່າງຊັດເຈນທີ່ສຸດແລະມີຄຳກ່າວວ່າ “ປະ ຊາຊົນຟັງພຣະອົງດ້ວຍຄວາມຍິນດີ” ມາລະໂກ 13:37 ຜູ້ທີ່ປາຖະໜາຈະໄດ້ປະຕິບັດ ຮັບໃຊ້ພາລະກິດຂອງພຣະອົງ ໃນເວລານີ້ຈຳເປັນຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຍິ່ງຂຶ້ນຂອງຄວາມໝາຍບົດຮຽນທີ່ພຣະອົງໄດ້ປະທານແກ່ເຮົາ {MH 443.1}ມແ 458.4

    ພຣະວໍລະນະພຣະເຈົ້າຜູ້ຊົ່ງພຣະຊົນເປັນການສຶກສາໃນລະດັບສູງສຸດ ຂອງບັນດາ ການສຶກສາທັງປວງ ຄົນທັງຫຼາຍທີ່ປົນນິບັດຮັບໃຊ້ແກ່ເພື່ອນມະນຸດຈຳເປັນຕ້ອງໄດ້ຮັບ ທິບອາຫານແຫ່ງຊີວິດ ສິ່ງນີ້ຈະຊ່ວຍໃຫ້ເຂົາມີກຳລັງຝ່າຍວິນຍານຈິດແລ້ວເຂົາທັງຫຼາຍ ຈະມີຄວາມພຽກພ້ອມໃນການປົນນິບັດຮັບໃຊ້ແກ່ຜູ້ຄົນໃນທຸກຊົນຊັ້ນ {MH 443.2}ມແ 459.1