Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    “ຈົ່ງໄປເຖີດແລະຢ່າເຮັດຜິດອີກ”

    ເທດສະການຢູ່ເພິງຫາກໍສິ້ນສຸດລົງ ພວກປູໂລຫິດແລະອາຈານຮັບບີທີ່ກຸງເຢລູຊາ ເລັມທີ່ຮ່ວມສົມຄົບຄິດກັນເພື່ອຈະຈັບຜິດພຣະເຢຊູ ແຕ່ທຸກຢ່າງກໍຕ້ອງລົ້ມເຫຼວ ແລະ ເມື່ອຍາມຄໍ່າຄືນມາເຖິງແລ້ວ ຕ່າງຄົນຕ່າງກັບໄປບ້ານຂອງຕົນແຕ່ພຣະເຢຊູຊົງສະເດັດ ໄປທີ່ພູໝາກກອກເທດ ໂຢຮັນ 7:53; 8:1 {MH 86.3}ມແ 63.3

    ເພື່ອຫຼົບໜີຈາກຄວາມຕື່ນເຕັ້ນແລະຄວາມຊົນລະມຸນວຸ້ນວາຍພາຍໃນເມືອງ ຈາກຝູງຊົນທີ່ຢາກຮູ້ຢາກເຫັນແລະພວກອາຈານຮັບບີທີ່ແຝງໄວ້ດ້ວຍເລ້ກົນອຸບາຍ ພຣະ ເຢຊູຈຶ່ງສະເດັດໄປຫາທີ່ອັນສະຫງົບງຽບພາຍໃຕ້ກົກໝາກກອກເທດບ່ອນທີ່ພຣະອົງຈະ ຊົງຢູ່ຕາມລໍາພັງກັບພຣະເຈົ້າໄດ້ ແຕ່ເມື່ອເຖິງເວລາຕອນເຊົ້າພຣະອົງສະເດັດກັບໄປຍັງວິ ຫານແລະເມື່ອຝູງຊົນໄດ້ເຂົ້າມາຈັບກຸ່ມອ້ອມຮອບພຣະອົງແລ້ວ ພຣະອົງຈຶ່ງຊົງປະທັບ ລົງແລະຕັດສັ່ງສອນພວກເຂົາ {MH 86.2}ມແ 64.1

    ໃນບໍ່ຊ້າພຣະອົງກໍຖືກຂັດຂວາງ ມີພວກຟາລີຊາຍແລະພວກອາລັກສ໌ກຸ່ມໜຶ່ງໄດ້ ດຶງລາກຍິງຜູ້ໜຶ່ງທີ່ຕົກຢູ່ໃນອາການຢ້ານກົວເຂົ້າມາຫາພຣະອົງ ພວກເຂົາກ່າວຫາດ້ວຍ ນໍ້າສຽງຮຸນແຮງ ວ່ານາງໄດ້ລະເມີດພຣະບັນຍັດຂໍ້ທີເຈັດ ພວກເຂົາຍູ້ນາງລົ້ມລົງຕໍ່ເບື້ອງ ພຣະຫັດຂອງພຣະເຢຊູ ແລ້ວແກ້ງທໍາທ່າເປັນຄົນນັບຖືພຣະອົງດ້ວຍການທູນວ່າ “ພຣະ ອາຈານເຈົ້າເອີຍ ຍິງຄົນນີ້ຖືກຈັບເມື່ອກໍາລັງ ລ່ວງປະເວຍີຢູ່ ໃນທໍາພຣະບັນຍັດນັ້ນ ໂມ ເສດສັ່ງໃຫ້ເຮົາເອົາຫີນຂວ່າງໃສ່ຄົນເຊັ່ນນີ້ໃຫ້ຕາຍ ສ່ວນທ່ານຈະວ່າຢ່າງໃດໃນເລື່ອງນີ້” ໂຢຮັນ 8:4,5 {MH 87.1}ມແ 64.2

    ການແກ້ງເຮັດຄືວ່ານັບຖືພຣະອົງກໍເພື່ອປົກປິດແຜນກົນອຸບາຍອັນຫຼັກແຫຼມທີ່ ຈະທໍາລາຍພຣະອົງ ຖ້າພຣະເຢຊູຈະຊົງຕັດສິນໃຈວ່າຍິງນັ້ນບໍ່ມີຄວາມຜິດ ພຣະອົງກໍຈະ ຖືກກ່າວຫາວ່າພຣະອົງຊົງໝິ່ນປະໝາດກົດໝາຍຂອງໂມເສດ ແຕ່ຖ້າພຣະອົງຈະປະ ກາດວ່າຍິງນັ້ນມີຄວາມຜິດສົມຄວນທີ່ຈະຮັບໂທດເຖິງຕາຍ ພວກເຂົາກໍຈະຟ້ອງພຣະອົງ ຕໍ່ພວກໂຣມັນວ່າ ພຣະອົງບັງອາດຖືສິດໃນການຕັດສິນ ລົງໂທດເຊິ່ງເປັນສິດອໍານາດ ຂອງພວກໂຣມັນແຕ່ພຽງຜູ້ດຽວເທົ່ານັ້ນ {MH 88.1}ມແ 64.3

    ພຣະເຢຊູຊົງທອດພຣະເນດເບິ່ງພາບເຫດການທີ່ເກີດຂຶ້ນ ພາບຍິງເຄາະຮ້າຍທີ່ ຕົວສັ່ນເຊັ່ນດ້ວຍຄວາມອັບອາຍຂາຍໜ້າ ພາບຂອງພວກທີ່ມີຕໍາແໜ່ງສູງສັກທີ່ມີສີໜ້າ ອໍາມະຫິດໄຮ້ຄວາມປານີ ແລະບໍ່ມີແມ່ນກະທັ້ງຄວາມເຫັນອົກເຫັນໃຈທີ່ມີຕໍ່ເພື່ອນມະ ນຸດດ້ວຍກັຍ ພຣະໄທອັນບໍລິສຸດໄຮ້ມົນທິນຂອງພຣະອົງຊົງເບືອນພຣະພັກຈາກພາບ ເຫຼົ່ານັ້ນ ພຣະອົງບໍ່ໄດ້ສະແດງເຖິງສິ່ງໃດວ່າພຣະອົງຊົງໄດ້ຍິນຄໍາທູນຖາມ ແຕ່ພຣະອົງ ຊົງໂນ້ມພຣະກາຍລົງ ແລະຊົງຈ້ອງເບິ່ງໄປທີ່ພື້ນດິນ ແລະຊົງໃຊ້ນິ້ວພຣະຫັດຂຽນລົງໄປ ໃນຝຸ່ນດິນນັ້ນ {MH 88.2}ມແ 64.4

    ດ້ວຍຄວາມອົດບໍ່ໄຫວທີ່ພຣະອົງຊົງເສີຍຊາແລະເຫັນວ່າພຣະອົງຊົງສະແດງ ທ່າທີເມີນເສີຍບັນດາຜູ້ກ່າວຫາຈຶ່ງໄດ້ຂະຫຍັບເຂົ້າມາໃກ້ເພື່ອເລ່ງໃຫ້ພຣະອົງຊົງສົນ ພຣະໄທກັບເລື່ອງນີ້ ແຕ່ຂະນະທີ່ສາຍຕາຂອງພວກເຂົາໄດ້ເຫຼືອບຕິດຕາມເບິ່ງລາຍພຣະ ຫັດຂອງພຣະອົງທີ່ຂຽນລົງເທິງພື້ນທີ່ເບື້ອງພຣະບາດຂອງພຣະອົງ ສຽງຂອງພວກເຂົາ ກໍມິດງຽບໄປເພາະສິ່ງທີ່ປາກົດຢູ່ຕໍ່ໜ້ານັ້ນກໍຄືຄວາມຜິດທີ່ພວກເຂົາໄດ້ແອບເຮັດໄວ້ຢ່າງ ລັບໆໃນຊີວິດ {MH 88.3}ມແ 65.1

    ພຣະເຢຊູຊົງລຸກຂຶ້ນແລະຊົງຈ້ອງໄປເບິ່ງທາງພວກຜູ້ຫຼັກຜູ້ໃຫຍ່ທີ່ຄິດວາງແຜນ ຮ້າຍຕໍ່ພຣະອົງ ພຣະເຢຊູຕັດວ່າ “ຜູ້ໃດໃນພວກທ່ານທີ່ບໍ່ມີຄວາມຜິດ ກໍໃຫ້ຜູ້ນັ້ນເອົາ ຫີນນັ້ນຂວ່າງໃສ່ເຂົາກ່ອນ” ໂຢຮັນ 8:7 ແລ້ວພຣະອົງກໍຊົງໂນ້ມພຣະກາຍລົງຂຽນຕໍ່ໄປ {MH 88.4}ມແ 65.2

    ພຣະອົງບໍ່ໄດ້ລະເລີຍຂໍ້ກົດໝາຍຂອງໂມເສດຫຼືລ່ວງລະເມີດສິດອໍານາດຂອງຊາວ ໂຣມັນ ຜູ້ກ່າວໂທດພຣະອົງຕ້ອງພ່າຍແພ້ໄປຢ່າງລາບຄາບ ບັດນີ້ເສື້ອຄຸມແຫ່ງຄວາມບໍລິ ສຸດທີ່ແກ້ງທໍາທ່າຫຼອກລວງໄດ້ຖືກສີກອອກແລ້ວ ພວກເຂົາຕ້ອງພະເຊີນໜ້າກັບຄວາມ ອັບອາຍແລະເບິ່ງຄືຈະຖືກປະນາມຢູ່ເບື້ອງພຣະພັກຂອງພຣະເຈົ້າຜູ້ຊົງຊຶ່ງຄວາມບໍລິສຸດ ພວກເຂົາຕ່າງກໍຮູ້ສຶກຕົກໃຈຢ້ານ ດ້ວຍເກງວ່າຄວາມຊົ່ວຮ້າຍທີ່ໄດ້ປິດເຊື່ອງໄວ້ໃນຊີ ວິດຈະຖືກເປີດເຜີຍອອກຕໍ່ໜ້າຝູງຊົນ ພວກເຂົາຈຶ່ງໄດ້ແອບຖອຍກັບໄປຢ່າງງຽບໆດ້ວຍ ການກົ້ມຫົວລົງແລະຫັນສາຍຕາຫຼຽວລົງທີ່ພື້ນ ປ່ອຍຍິງຜູ້ເຄາະຮ້າຍນັ້ນໄວ້ກັບພຣະຜູ້ ຊ່ວຍໃຫ້ລອດຜູ້ຊົງມີພຣະໄທເມດຕາສົງສານ {MH 88.5}ມແ 65.3

    ພຣະເຢຊູຊົງລຸກຂຶ້ນແລະທອດພຣະເນດຍິງນັ້ນແລະຕັດວ່າ “ພວກເຂົາໄປໃສ ໝົດບໍ່ມີໃຜເອົາໂທດເຈົ້າບໍ່?” ນາງນັ້ນທູນວ່າ “ພຣະອົງເຈົ້າເອີນ ບໍ່ມີຜູ້ໃດເລີຍ” ແລະ ພຣະເຢຊູຕັດແກ່ນາງວ່າ “ເຮົາກໍຈະບໍ່ເອົາໂທດເຈົ້າຄືກັນ ຈົ່ງໄປເຖີດແລະຢ່າເຮັດຜິດອີກ” ໂຢຮັນ 8:10,11 {MH 88.6}ມແ 65.4

    ຍິງນັ້ນຢືນຕົວສັ່ນສະທ້ານດ້ວຍຄວາມຢ້ານກົວຢູ່ເບື້ອງໜ້າພຣະເຢຊູ ພຣະດໍາລັດ ຂອງພຣະອົງທີ່ວ່າ “ຜູ້ໃດໃນພວກທ່ານທີ່ບໍ່ມີຄວາມຜິດ ກໍໃຫ້ຜູ້ນັ້ນເອົາຫີນນັ້ນຂວ່າງໃສ່ ເຂົາກ່ອນ” ເປັນສະເໝືອນໜຶ່ງຄໍາຕັດສິນປະຫານຊີວິດນາງ ນາງບໍ່ກ້າເງີຍໜ້າເບິ່ງພຣະ ພັກຂອງພຣະຜູ້ຊ່ວຍໃຫ້ລອດ ໄດ້ແຕ່ງຽບຄອຍຮັບແຕ່ຊາຕາກໍາຂອງຕົນເອງ ແຕ່ແລ້ວ ກໍຕ້ອງຮູ້ສຶກປະຫຼາດໃຈເມື່ອນາງເຫັນວ່າຜູ້ທີ່ກ່າວຫານາງໄດ້ຈາກໄປຢ່າງງຽບໆແລະອັບ ອາຍແລະແລ້ວນາງກໍໄດ້ຍິຍຖ້ອຍຄໍາຊຶ່ງໃຫ້ຄວາມຫວັງແກ່ນາງວ່າ “ເຮົາກໍຈະບໍ່ເອົາໂທດ ເຈົ້າຄືກັນ ຈົ່ງໄປເຖີດແລະຢ່າເຮັດຜິດອີກ” ຈິດໃຈຂອງນາງໄດ້ຫຼອມລະລາຍແລະນາງ ໄດ້ຊົບກາຍລົງແທບພຣະບາດຂອງພຣະເຢຊູ ນາງສະອື້ນໄຫ້ດ້ວຍຄວາມຮັກທີ່ຊາບຊຶ້ງ ໃນພຣະມະຫາກະລຸນາທິຄຸນແລະໄດ້ສາລະພາບບາບຂອງນາງທັງນໍ້າຕາແຫ່ງຄວາມທຸກ ລະທົມ {MH 89.1}ມແ 65.5

    ສິ່ງນີ້ຖືວ່າເປັນການເລີ່ມຕົ້ນຊີວິດໃໝ່ຂອງນາງເປັນຊີວິດແຫ່ງຄວາມບໍລິສຸດແລະ ສັນຕິສຸກທີ່ໄດ້ອຸທິດຖະຫວາຍແດ່ພຣະເຈົ້າ ການທີ່ພຣະເຢຊູໄດ້ຊົງຍົກຊູຈິດວິນຍານທີ່ ໄດ້ຫຼົງໄປໃນຄວາມບາບນີ້ ພຣະອົງໄດ້ຊົງກະທໍາການອັດສະຈັນທີ່ຍິ່ງໃຫຍ່ກວ່າການຮັກ ສາໂຣກທາງກາຍທີ່ຮ້າຍແຮງທີ່ສຸດ ພຣະອົງຊົງຮັກສາຄວາມເຈັບປ່ວຍໃນຝ່າຍຈິດວິນ ຍານທີ່ນໍາໄປສູ່ຄວາມຕາຍຊົ່ວນິລັນ ຍິງຜູ້ສໍານຶກຜິດຄົນນີ້ໄດ້ກາຍມາເປັນສາວົກຜູ້ຕິດ ຕາມຂອງພຣະອົງທີ່ມີຄວາມພັກດີຫຼາຍທີ່ສຸດຄົນໜຶ່ງນາງໄດ້ສະແດງອອກເຖິງການຂອບ ພຣະຄຸນໃນພຣະກະລຸນາທີ່ໄດ້ຊົງອະໄພຕໍ່ຄວາມຜິດບາບຂອງນາງດ້ວຍຄວາມຮັກທີ່ ສະແດງອອກໃນການເສຍສະຫຼະຕົນເອງແລະການອຸທິດຖະຫວາຍ ກ່ຽວກັບຍິງຜູ້ກະທໍາ ຜິດນີ້ໂລກມີແຕ່ພຽງຄໍາດູໝິ່ນແລະຄວາມຢຽດຫຍາມ ແຕ່ກັບພຣະອົງຜູ້ຊົງປາສະຈາກ ຄວາມຜິດບາບ ພຣະອົງຊົງມີຄວາມເມດຕາສົງສານໃນຄວາມອ່ອນແອຂອງນາງ ແລະ ຊົງຍື່ນພຣະຫັດອອກໄປເພື່ອໃຫ້ຄວາມຊ່ວຍເຫຼືອ ໃນຂະນະທີ່ພວກຟາລີຊາຍຜູ້ໜ້າຊື່ ໃຈຄົດໄດ້ແຕ່ກ່າວປະນາມ ແຕ່ພຣະເຢຊູຊົງຮັບສັ່ງກັບນາງວ່າ “ຈົ່ງໄປເຖີດແລະຢ່າເຮັດ ຜິດອີກ” {MH 89.2}ມແ 66.1

    ພຣະເຢຊູຊົງຄິດເຖິງສະພາບຈິດວິນຍານຂອງທຸກໆຄົນວ່າ ຄວາມຜິດບາບຂອງ ເຂົາຍິ່ງມີຫຼາຍເທົ່າໃດ ເຂົາກໍຍິ່ງຕ້ອງການພຣະຜູ້ຊ່ວຍໃຫ້ລອດຫຼາຍຍິ່ງຂຶ້ນເທົ່ານັ້ນ ພຣະ ໄທຂອງພຣະອົງທີ່ເຕັມດ້ວຍຄວາມຮັກອັນບໍລິສຸດ ແລະຄວາມເມດຕາສົງສານຊົງເອີ້ນ ຫາຄົນທັງຫຼາຍທີ່ຕົກຢູ່ໃນບ່ວງແຮ້ວ ຂອງສັດຕູຢ່າງບໍ່ມີຄວາມຫວັງ ດ້ວຍພຣະໂລຫິດ ຂອງພຣະອົງ ພຣະອົງໄດ້ຊົງລົງພຣະນາມໃນໜັງສືສໍາຄັນທີ່ສະແດງເຖິງເຈດຈໍານົງວ່າ ພຣະອົງຈະຊົງປົດປ່ອຍມະນຸດຊາດໃຫ້ພົ້ນຈາກຄວາມບາບ {NH 89.3}ມແ 66.2

    ພຣະເຢຊູບໍ່ໄດ້ຊົງປາຖະໜາໃຫ້ຜູ້ທີ່ພຣະອົງຊົງໄຖ່ໄວ້ດ້ວຍລາຄາອັນສູງຄ່າເຊັ່ນນີ້ ຕ້ອງການເປັນເຍື່ອຜູ້ເຄາະຮ້າຍໃນການທົດລອງຂອງສັດຕູພຣະອົງບໍ່ໄດ້ຊົງປາຖະໜາໃຫ້ ເຮົາຕ້ອງພ່າຍແພ້ແລະເຖິງກັບຄວາມພິນາດ ພຣະອົງຊົງອັດປາກສິງໃນຖໍ້າສິງແລະຊົງດໍາ ເນີນຮ່ວມກັບພະຍານຜູ້ຊື່ສັດຂອງພຣະອົງທ່າມກາງແປວໄຟທີ່ຮ້ອນແຮງ ຊົງພ້ອມທີ່ຈະ ປະກອບກິດແທນເຮົາເພື່ອກໍາຈັດຄວາມຊົ່ວຮ້າຍທຸກປະການທີ່ຢູ່ໃນທໍາມະຊາດຂອງເຮົາ ໃນວັນນີ້ພຣະອົງຊົງກໍາລັງປະທັບຢືນຢູ່ທີ່ແທ່ນບູຊາແຫ່ງພຣະກະລຸນາ ຊົງກໍາລັງນໍາຄໍາອະ ທິຖານຂອງຜູ້ທີ່ປາຖະໜາຈະໃຫ້ພຣະອົງຊົງຊ່ວຍເຫຼືອທູນຂໍຕໍ່ພຣະເຈົ້າ ພຣະອົງຈະບໍ່ຊົງ ປະຕິເສດຜູ້ທີ່ມີຄວາມໂສກາອາດູນແລະມີຈິດໃຈທີ່ສໍານຶກຜິດ ພຣະອົງຊົງເຕັມພຣະໄທ ທີ່ຈະຊົງອະໄພໃຫ້ແກ່ທຸກຄົນທີ່ເຂົ້າມາຫາພຣະອົງ ເພື່ອຂໍໃຫ້ພຣະອົງຊົງຍົກໂທດໃນ ຄວາມຜິດບາບແລະຊ່ວຍໃຫ້ເຮົາໄດ້ກັບຄືນສູ່ຄວາມບໍລິສຸດຊອບທໍາຄືເກົ່າ ພຣະອົງບໍ່ ໄດ້ບອກທຸກສິ່ງທີ່ພຣະອົງຊົງສາມາດເປີດເຜີຍໄດ້ໃຫ້ແກ່ມະນຸດທຸກຄົນ ແຕ່ພຣະອົງຊົງ ຮັບສັ່ງແກ່ຈິດວິນຍານທຸກຄົນທີ່ເປັນທຸກໃຫ້ມີກໍາລັງໃຈທີ່ເຂັ້ມແຂງ ຜູ້ໃດທີ່ຕັ້ງໝັ້ນຢູ່ໃນ ພຣະກໍາລັງຂອງພຣະເຈົ້າແລະໄດ້ຄືນດີກັບພຣະອົງ ພຣະອົງກໍຈະຊົງເຮັດໃຫ້ສັນຕິພາບ ເກີດຂຶ້ນ {MH 90.1}ມແ 67.1

    ບັນດາຈິດວິນຍານທີ່ໄດ້ເຂົ້າລີ້ໄພຢູ່ໃນພຣະອົງ ພຣະເຢຊູຈະຊົງຍົກຊູເຂົາຂຶ້ນ ໃຫ້ພົ້ນຈາກລິ້ນທີ່ກ່າວໂທດແລະຜິດຂ້ອງຕ້ອງຖຽງ ບໍ່ມີມະນຸດຄົນໃດຫຼືທູດສະຫວັນອົງ ໃດທີ່ສາມາດຈະກ່າວຫາຈິດວິນຍານເຫຼົ່ານີ້ໄດ້ ພຣະຄຣິດຊົງໂປດໃຫ້ພວກເຂົາໄດ້ເຂົ້າສະ ນິດໃນທໍາມະຊາດແຫ່ງຄວາມເປັນພຣະເຈົ້າແລະຄວາມເປັນມະນຸດຂອງພຣະອົງເອງ ພວກເຂົາຈະໄດ້ຢືນຄຽງຂ້າງກັບພຣະຜູ້ຊົງຮັບຄວາມຜິດບາບໄປພາຍໃຕ້ລັດສະໝີທີ່ ສ່ອງມາຈາກພຣະທີ່ນັ່ງຂອງພຣະເຈົ້າ {NH 90.2}ມແ 67.2

    ພຣະໂລຫິດຂອງພຣະຄຣິດຊໍາລະໃຫ້ “ປາສະຈາກບາບທັງສິ້ນ” 1 ໂຢຮັນ 1: 7 {MH 90.3}ມແ 67.3

    ໃຜທີ່ຈະຟ້ອງຄົນເຫຼົ່ານັ້ນທີ່ພຣະເຈົ້າຊົງເລືອກໄວ້ພຣະເຈົ້າຊົງໂປດໃຫ້ພົ້ນໂທດ ແລ້ວໃຜແດ່ຈະເປັນຜູ້ປັບໂທດອີກພຣະເຢຊູຄຣິດຫັ້ນບໍ່ ຜູ້ຊົງສິ້ນພຣະຊົນແລ້ວ ແລະຍິ່ງ ກວ່ານັ້ນອີກໄດ້ຊົງຖືກຊຸບໃຫ້ເປັນຂຶ້ນມາຈາກຄວາມຕາຍ ຊົງສະຖິດທີ່ເບື້ອງຂວາພຣະ ຫັດຂອງພຣະເຈົ້າແລະຊົງອະທິຖານຂໍເພື່ອເຮົາທັງຫຼາຍດ້ວຍ” ໂຣມ 8:33 {MH90.4}ມແ 67.4

    ພຣະຄຣິດຊົງສໍາແດງໃຫ້ເຫັນວ່າພຣະອົງຊົງມີລິດອໍານາດອັນບໍ່ຈໍາກັດ ເໜືອລົມ ແລະຄື້ນແລະຜູ້ທີ່ຖືກຜີເຂົ້າສິງ ພຣະອົງຜູ້ຊົງຫ້າມພາຍຸແລະເຮັດໃຫ້ທ້ອງທະເລອັນປັ່ນ ປ່ວນສະຫງົບລົງ ຕັດຄວາມສັນຕິສຸກໃຫ້ບັງເກີດຂຶ້ນໃນຈິດໃຈທີ່ວຸ້ນວາຍສັນສົນແລະ ຕົກຢູ່ໃນພາຍໃຕ້ອໍານາດຂອງຊາຕານ {MH 91.1}ມແ 68.1

    ໃນທໍາມະສາລາທີ່ເມືອງຄາເປີນາອຸມ ພຣະເຢຊູບອກເຖິງພະລາຊະກິດຂອງພຣະ ອົງທີ່ຈະຊົງປົດປ່ອຍຜູ້ທີ່ຕົກເປັນທາດແຫ່ງຄວາມບາບໃຫ້ໄດ້ເປັນອິດສະຫຼະ ແຕ່ພຣະ ອົງຊົງຢຸດສະງັກລົງທັນໃດ ເພາະມີສຽງກີດຮ້ອງດັງຂຶ້ນມາຢ່າງໜ້າຢ້ານ ມີຊາຍບ້າຄັ່ງຄົນ ໜຶ່ງແລ່ນຜ່າມາຈາກຝູງຊົນເຫຼົ່ານັ້ນແລະຮ້ອງສຽງດັງວ່າ “ພຣະເຢຊູຊາວນາຊາເລັດທ່ານ ມາຫຍຸ້ງກັບເຮົາເຮັດຫຍັງ ທ່ານມາທໍາຮ້າຍພວກເຮົາບໍ່ ເຮົາຮູ້ວ່າທ່ານເປັນຜູ້ໃດ ທ່ານຄື ອົງບໍລິສຸດຂອງພຣະເຈົ້າ” {MH 91.2}ມແ 68.2

    ພຣະເຢຊູສັ່ງຫ້າມຜີຮ້າຍນັ້ນວ່າ “ມິດແມ້ ຈົ່ງໜີອອກໄປຈາກເຂົາສາ! ຜີມານນັ້ນ ໄດ້ເຮັດໃຫ້ຊາຍຄົນນັ້ນລົ້ມລົງທ່າມກາງຝູງຊົນ ແລ້ວກໍອອກມາຈາກເຂົາໄປໂດຍບໍ່ໄດ້ທໍາ ອັນຕະລາຍແຕ່ຢ່າງໃດ” ລູກາ 4:35 {MH 91.3}ມແ 68.3

    ສາເຫດທີ່ເຮັດໃຫ້ຊາຍຜູ້ນີ້ຕ້ອງທົນທຸກທໍລະມານນັ້ນເກີດມາຈາກຊີວິດຂອງເຂົາ ເອງເຂົາໄດ້ເພີດເພີນກັບຄວາມສະນຸກສະໜານທີ່ຜິດບາບແລະໄດ້ທ່ຽວຫຼິ້ນດັ່ງກັບວ່າຊີ ວິດເປັນງານບຸກສະເຫຼີມສະຫຼອງທີ່ຍິ່ງໃຫຍ່ການຂາດຄວາມຢັບຢັ້ງຊັ່ງໃຈແລະການບໍ່ເອົາ ຈິງເອົາຈັງໃນຊີວິດຈຶ່ງເຮັດໃຫ້ຄຸນສົມບັດອັນດີງາມໃນອຸປະນິດໃສຂອງເຂົາຕ້ອງເສື່ອມ ໂຊມລົງແລະຊາຕານໄດ້ເຂົ້າມາມີອໍານາດຄວບຄຸມເໜືອຕົວເຂົາໄດ້ຢ່າງສິ້ນເຊີງ ກວ່າເຂົາ ຈະຮູ້ສຶກເສຍໃຈທີ່ເຂົາໄດ້ເຮັດຜິດໄປກໍເກີນກາຍຍາມແກ້ເຖິງແມ່ນວ່າເຂົາຈະຍິນດີສະ ຫຼະຊັບສົມບັດແລະຄວາມສຸກທີ່ມີຢູ່ເພື່ອຫວັງຈະໄດ້ຄວາມເປັນມະນຸດຂອງເຂົາກັບຄືນ ມາແຕ່ເຂົາກໍຊ່ວຍຕົວເອງບໍ່ໄດ້ແລະໝົດສິ້ນຫົນທາງເພາະໄດ້ຕົກຢູ່ພາຍໃຕ້ອໍານາດຂອງ ຊາຕານແລ້ວ {MH 91.4}ມແ 68.4

    ເມື່ອເຂົາໄດ້ເຂົ້າມາຢູ່ຕໍ່ເບື້ອງພຣະພັກຂອງພຣະຜູ້ຊ່ວຍໃຫ້ລອດ ຈຶ່ງເປັນສິ່ງທີ່ດົນ ຈິດໃຈໃຫ້ເຂົາປາຖະໜາທີ່ຈະໄດ້ເປັນອິດສະຫຼະ ແຕ່ຜີຮ້າຍໄດ້ຕໍ່ຕ້ານລິດອໍານາດຂອງ ພຣະຄຣິດ ເມື່ອຊາຍຄົນນັ້ນພະຍາຍາມອ້ອນວອນຂໍໃຫ້ພຣະເຢຊູຊົງຊ່ວຍເຫຼືອເຂົາວິນຍານ ຊົ່ວຮ້າຍໄດ້ໃສ່ຄໍາເວົ້າເຂົ້າໄປໃນປາກແລະເຂົາໄດ້ກີດຮ້ອງອອກມາດ້ວຍຄວາມເຈັບ ປວດທໍລະມານອັນເກີດຈາກຄວາມຢ້ານກົວທີ່ມີຢູ່ພາຍໃນ ຊາຍທີ່ຖືກຜີເຂົາສິງພໍທີ່ຈະ ເຂົ້າໃຈໄດ້ຢູ່ວ່າເຂົາກໍາລັງຢູ່ຕໍ່ເບື້ອງພຣະພັກຂອງພຣະອົງຜູ້ຊົງສາມາດທີ່ຈະປົດປ່ອຍເຂົາ ໃຫ້ໄດ້ຮັບອິດສະຫຼະພາບໄດ້ ແຕ່ເມື່ອເຂົາພະຍາຍາມທີ່ຈະມາໃຫ້ເຖິງພຣະຫັດອັນຊົງລິດ ອໍານາດອີກຢ່າງໜຶ່ງກໍໄດ້ດຶງເຂົາໄວ້ ມັນໄດ້ບັນດານໃຫ້ເຂົາກ່າວຖ້ອຍຄໍາອື່ນໆອອກ ມາແທນ {MH 91.5}ມແ 68.5

    ການຕໍ່ສູ້ລະຫວ່າງອໍານາດຂອງຊາຕານແລະຄວາມປາຖະໜາຂອງເຂົາເອງທີ່ຈະ ໄດ້ເປັນອິດ ສະຫຼະນັ້ນເປັນໄປຢ່າງຮຸນແຮງ ເບິ່ງຄືວ່າຊາຍທີ່ເຈັບປວດທໍລະມານຢູ່ນັ້ນຈະ ຕ້ອງສູນເສບຊີວິດຂອງເຂົາໃນການດິ້ນລົນຕໍ່ສູ້ກັບສັດຕູທີ່ເປັນຕົ້ນເຫດຂອງຄວາມພິ ນາດໃນໄວໜຸ່ມຂອງເຂົາ ແຕ່ພຣະຜູ້ຊ່ວຍໃຫ້ລອດບອກສັ່ງດ້ວຍລິດອໍານາດແລະຊົງປົດ ປ່ອຍຊາຍທີ່ຕົກເປັນສະເລີຍໃຫ້ເປັນອິດສະຫຼະຊາຍທີ່ຖືກຜີສິງຢືນຢູ່ຕໍ່ໜ້າຝູງຊົນທີ່ເຕັມ ໄປດ້ວຍຄວາມປະຫຼາດໃຈທີ່ໄດ້ເຫັນເຂົາເປັນອິດສະຫຼະແລະກັບມາຄວບຄຸມຕົວເອງ ໄດ້ອີກເທື່ອໜຶ່ງ {MH 92.1}ມແ 69.1

    ເຂົາໄດ້ສັນລະເສີນພຣເຈົ້າດ້ວຍຄວາມປິຕິຍິນດີທີ່ຊົງປົດປ່ອຍເຂົາອອກຈາກ ບ່ວງມານ ດວງຕາທີ່ເມື່ອກ່ອນເຄີຍລຸກເປັນໄຟດ້ວຍຄວາມບ້າຄັ່ງ ແຕ່ບັດນີ້ໄດ້ສາຍແວວ ແຫ່ງຄວາມຮູ້ສຶກນຶກຄິດແລະຢາດນໍ້າຕາທີ່ໄດ້ສໍານຶກໃນພຣະມະຫາກະລຸນາທິຄຸນໄດ້ເອີ່ ລົ້ນເຕັມເບົ້າ ຝູງຊົນເຫຼົ່ານັ້ນໄດ້ພາກັນຕະລຶງພິສະຫວົງ ແລະໃນທັນທີທີ່ພວກເຂົາໄດ້ ສະຕິກໍໄດ້ພາກັນຮ້ອງອຸທານຂຶ້ນວ່າ “ເຫດການນີ້ເປັນຢ່າງໃດນໍ ຄໍາສັ່ງສອນໃໝ່ມີສິດ ອໍານາດແທ້ ເພາະທ່ານຜູ້ນີ້ ສັ່ງຜີຊົ່ວຮ້າຍແລະມັນກໍຟັງຄວາມເພິ່ນ” ມາລະໂກ 1: 27 {MH 92.2}ມແ 69.2

    ໃນທຸກມື້ນີ້ມີຄົນຈໍານວນຫຼວງຫຼາຍທີ່ຕົກຢູ່ພາຍໃຕ້ອໍານາດຂອງວິນຍານຊົ່ວຮ້າຍ ເຊັ່ນດຽວກັນກັບຊາຍທີ່ຖືກຜີສິງໃນເມືອງຄາເປິນາອຸມ ຄົນທັງຫຼາຍທີ່ເຈດຕະນາຈະປະຖິ້ມ ພຣະບັນຍັດຂອງພຣະເຈົ້າກໍາລັງມອບຕົວເອງໄວ້ພາຍໃຕ້ອໍານາດການຄວບຄຸມຂອງຊາ ຕານ ຫຼາຍຄົນໄດ້ເຂົາໄປຫຍຸ້ງກ່ຽວກັບຄວາມຊົ່ວຮ້າຍ ໂດຍຄິດວ່າຕົນເອງຈະປັດເຂ່ຍ ຄວາມຊົ່ວຮ້າຍນັ້ນໃຫ້ຫຼຸດພົ້ນອອກໄປໄດ້ເມື່ອເຂົາຕ້ອງການ ແຕ່ເຂົາກັບຖືກລໍ້ລວງໃຫ້ ຫຼົງຜິດໄປຫຼາຍກວ່າເກົ່າຂຶ້ນເລື້ອຍໆ ຈົນກະທັ້ງເຂົາຮູ້ສຶກວ່າເຂົາຖືກບັງຄັບໂດຍອໍານາດ ທີ່ເຂັ້ມແຂງກວ່າ ເຂົາບໍ່ອາດທີ່ຈະຫຼີກໜີຈາກອໍານາດເລິກລັບນີ້ໄດ້ ບາບອັນລີ້ລັບຫຼືກິ ເຫຼດຕັນຫາທີ່ພະລັງອໍານາດຄອບງໍາຍ່ອມຈະກັກເຂົາໄວ້ເປັນຊະເລີຍຢ່າງໝົດສິ້ນເຊັ່ນ ດຽວກັບຄົນທີ່ຖືກຜີສິງໃນເມືອງຄາເປິນາອຸມ {MH 92.3}ມແ 69.3

    ເຖິງປານນັ້ນສະພາບຂອງເຂົາກໍຍັງບໍ່ໄດ້ໝົດຫວັງໄປ ພຣະເຈົ້າບໍ່ຊົງບັງຄັບຈິດໃຈ ຂອງເຮົາໂດຍທີ່ເຮົາບໍ່ຍິນຍອມ ແຕ່ມະນຸດທຸກຄົນມີເສລີທີ່ຈະເລືອກໄດ້ວ່າເຂົາຈະຍອມ ໃຫ້ອໍານາດໃດຄອບຄອງເຂົາ ບໍ່ມີໃຜທີ່ຈະຕົກຕໍ່າຫຼືຊົ່ວຊ້າເກີນກວ່າທີ່ຈະໄດ້ຮັບການປົດ ປ່ອຍໃຫ້ຫຼຸດພົ້ນຈາກອໍານາດຊົ່ວຮ້າຍໂດຍພຣະຄຣິດ ຄົນທີ່ຖືກຜີສິງກ່າວໄດ້ແຕ່ພຽງຄໍາ ເວົ້າຂອງຊາຕານ ແທນທີ່ຈະເປັນຄໍາອະທິຖານ ແຕ່ເຖິງຢ່າງນັ້ນພຣະເຢຊູກໍຊົງໄດ້ຍິນຄໍາ ອ້ອນວອນຮ້ອງຂໍທີ່ບໍ່ໄດ້ເອີ່ຍອອກມາເປັນຄໍາເວົ້າແຕ່ຢູ່ພາຍໃນຈິດໃຈຂອງຊາຍຜູ້ນັ້ນ ພຣະອົງບໍ່ໄດ້ຊົງມອງຂ້າມຈິດວິນຍານທີ່ບໍ່ໄດ້ຮ້ອງທຸກອອກມາເປັນຄໍາເວົ້າກໍຕາມ ຄົນທັງ ຫຼາຍທີ່ໄດ້ຍອມເຂົ້າຮ່ວມໃນພັນທະສັນຍາກັບພຣະເຈົ້າຈະບໍ່ຖືກປະຖິ້ມໃຫ້ຕົກຢູ່ພາຍ ໃຕ້ອໍານາດຂອງຊາຕານ ຫຼືຕົກຢູ່ພາຍໃຕ້ສະພາບທໍາມະຊາດອັນອ່ອນແອຂອງເຂົາເອງ {MH 93.1}ມແ 70.1

    ຈະເອົາເຫຍື່ອອອກໄປຈາກຜູ້ມີກໍາລັງ ຫຼືຈະຊ່ວຍຊະເລີຍຂອງຜູ້ຊະນະໃຫ້ພົ້ນ ໄດ້ບໍ່... ພຣະເຈົ້າຕັດວ່າດັ່ງນີ້ ແມ່ນແຕ່ຊະເລີຍຂອງຜູ້ມີກໍາລັງກໍຈະຕ້ອງເອົາໄປ ແລະ ເຫຍື່ອຂອງຜູ້ຢ້ານກົວກໍຕ້ອງຊ່ວຍໃຫ້ພົ້ນ ເພາະເຮົາຈະຕໍ່ສູ້ກັບຜູ້ທີ່ຕໍ່ສູ້ເຈົ້າ ແລະຈະຊ່ວຍ ບຸດຂອງເຈົ້າໃຫ້ລອດ” ເອຊະຢາ 49:24, 25 {MH 93.2}ມແ 70.2

    ຄວາມປ່ຽນແປງອັນມະຫັດສະຈັນຈະກໍ່ເກີດຂຶ້ນໃນຈິດໃຈຂອງຜູ້ທີ່ເປີດປະຕູຕ້ອນ ຮັບພຣະຜູ້ຊ່ວຍໃຫ້ລອດ {MH 93.3}ມແ 70.3