Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ແສງແດດ ການຖ່າຍເທອາກາດແລະອຸນຫະພູມ

    ເພື່ອຊ່ວຍໃຫ້ຄົນໄຂ້ຫາຍປ່ວຍໄດ້ໄວຂຶ້ນ ຈຶ່ງຄວນຈັດໃຫ້ຄົນໄຂ້ຢູ່ໃນສະພາວະ ແວດລ້ອມທີ່ເປັນຄຸນປະໂຫຍດຫຼາຍທີ່ສຸດ ໃນຫ້ອງກວ້າງທີ່ມີແສງສະຫວ່າງ ເບິ່ງສົດຊື່ນ ແລະມີອາກາດຖ່າຍເທສະດວກ ເຮົາຄວນຈະເລືອກຫ້ອງໃນເຮືອນທີ່ມີລັກສະນະດັ່ງ ກ່າວໃຫ້ເປັນຫ້ອງຜູ້ປ່ວຍ ມີເຮືອນຫຼາຍຫຼັງມັກຈະບໍ່ໄດ້ຈັດຕຽມໄວ້ລ່ວງໜ້າໃນເລື່ອງ ຂອງການຖ່າຍເທອາກາດຢ່າງເໝາະສົມ ການຈັດຕຽມໃນທັນທີທັນໃດຈຶ່ງຂ້ອນຂ້າງຍາກ ແຕ່ຄວນຊອກຫາທຸກທາງທີ່ເປັນໄປໄດ້ເພື່ອໃຫ້ຫ້ອງຜູ້ປ່ວຍມີອາກາດບໍລິສຸດຖ່າຍເທໄດ້ ສະດວກທັງໃນເວລາກາງເວັນແລະກາງຄືນ {MH 220.3}ມແ 217.3

    ເຮົາຄວນຈະຄອຍລະວັງຮັກສາອຸນຫະພູມໃນຫ້ອງຂອງຜູ້ປ່ວຍໃຫ້ຢູ່ຄົງທີ່ເທົ່າ ທີ່ຈະເຮັດໄດ້ ໂດຍໃຊ້ເຄື່ອງວັດອຸນຫະພູມເປັນຕົວຄວບຄຸມ ຜູ້ທີ່ດູແລຜູ້ປ່ວຍມັກຈະ ຕ້ອງອົດຫຼັບອົດນອນຫຼືຕ້ອງລຸກຂຶ້ນເບິ່ງຄົນໄຂ້ໃນເວລາເດິກໆ ມັກຈະຮູ້ສຶກໜາວສັ່ນໄດ້ ໂດຍງ່າຍ ແລະບໍ່ອາດເປັນຜູ້ກໍານົດທີ່ດີໃນເລື່ອງຂອງອຸນຫະພູມຫ້ອງທີ່ພໍເໝາະຕໍ່ຄົນໄຂ້ໄດ້ {MH 221.1}ມແ 218.1

    Larger font
    Smaller font
    Copy
    Print
    Contents