Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຊາແລະກາເຟ

    ຊາເປັນສານກະຕຸ້ນຊະນິດໜຶ່ງແລະເມື່ອດື່ມເຖິງລະດັບໜຶ່ງສາມາດກໍໃຫ້ເກີດພິດ ໄດ້ ກາເຟແລະເຄື່ອງດື່ມອີກຫຼາຍຊະນິດທີ່ໄດ້ຮັບຄວາມນິຍົມກໍອອກລິດໃນລັກສະນະ ດຽວກັນ ຜົນທີ່ໄດ້ຮັບເບື້ອງຕົ້ນຄືເກີດຄວາມຮູ້ສຶກຊື່ນໃຈ ປະສາດຂອງກະເພາະຖືກ ກະຕຸ້ນແລະສົ່ງຄວາມຜິດປົກກະຕິນີ້ໄປຍັງສະໝອງເຮັດໃຫ້ສະໝອງເກີດການຕື່ນຕົວ ຈົນຕ້ອງເລັ່ງການເຮັດວຽກຂອງຫົວໃຈ ແລະເພີ່ມພະລັງງານຊ່ວງສັ້ນ ໃຫ້ທົ່ວຮ່າງກາຍ ຄວາມອ່ອນເພຍອິດເມື່ອຍຈະຫາຍໄປ ແລະເບິ່ງຄືວ່າຮ່າງກາຍຈະມີກໍາລັງວັງຊາຫຼາຍຂຶ້ນ ສະໝອງມີຄວາມຕື່ນຕົວ ຄວາມນຶກຄິດເກີດຄວາມວ່ອງໄວແຈ່ມໃສຍິ່ງຂຶ້ນ {HM 326.1}ມແ 328.1

    ເພາະເຫດຜົນເຫຼົ່ານີ້ ຫຼາຍຄົນເຂົ້າໃຈວ່ານໍ້າຊາແລະກາເຟທີ່ດື່ມໄປເປັນປະໂຫຍດ ຕໍ່ຄົນເຫຼົ່ານີ້ຢ່າງຫຼວງຫຼາຍ ແຕ່ເລື່ອງນີ້ເປັນຄວາມເຂົ້າໃຈທີ່ຜິດ ເພາະກາເຟບໍ່ໄດ້ມີສ່ວນ ຊ່ວຍໃນການບໍາລຸງຮ່າງກາຍ ຜົນທີ່ຮູ້ສຶກນັ້ນເກີດຂຶ້ນກ່ອນຈະມີຂະບວນການຍ່ອຍແລະ ການດູດຊຶມອີກ ແລະສິ່ງທີ່ຮູ້ສຶກຄືກໍາລັງວັງຊາທີ່ເພີ່ມຂຶ້ນນັ້ນ ແທ້ຈິງເປັນພຽງການຕື່ນ ຕົວຂອງລະບົບປະສາດ ແລະເມື່ອລິດຂອງສານກະຕຸ້ນໝົດໄປ ກໍາລັງເຫື່ອແຮງທີ່ຜິດ ທໍາມະຊາດນີ້ກໍຫຼຸດລົງ ເຮັດໃຫ້ເກີດອາການອ່ອນເພຍໝົດແຮງໃນລະດັບດຽວກັນຕາມມາ {HM 326.2}ມແ 328.2

    ຜູ້ທີ່ດື່ມເຄື່ອງດື່ມທີ່ມີລິດໃນການກະຕຸ້ນລະບົບປະສາດເປັນປະຈໍາຈະເຮັດໃຫ້ ກໍາລັງເຫື່ອແຮງຂອງຮ່າງກາຍຄ່ອຍໆເສື່ອມຖອຍລົງ ໂດຍຈະເຮັດໃຫ້ເກີດອາການປວດ ຫົວ ພາວະນອນບໍ່ຫຼັບ ອາການໃຈສັ່ນ ອາຫານບໍ່ຍ່ອຍ ມືສັ່ນແລະອາການອື່ນໆ ອີກຫຼາຍ ປະການທີ່ເປັນອັນຕະລາຍຕໍ່ຮ່າງກາຍຕາມມາ ປະສາດທີ່ອ່ອນລ້າຕ້ອງການພັກຜ່ອນ ແລະນິ້ງສະຫງົບແທນການຕື່ນຕົວແລະເຮັດວຽກໜັກ ທໍາມະຊາດຕ້ອງການເວລາຟື້ນຟູ ພະລັງງານທີ່ສູນເສຍໄປ ເມື່ອພະລັງງານຖືກກະຕຸ້ນໄປຢ່າງຕໍ່ເນື່ອງ ການຟື້ນຟູຍິ່ງຕ້ອງ ການເວລາຫຼາຍຂຶ້ນ ແຕ່ໃນຂະນະທີ່ຮ່າງກາຍເລີ່ມໝົດກໍາລັງ ການຟື້ນຮ່າງກາຍເພື່ອໃຫ້ ມີກໍາລັງວັງຊາແບບເດີມ ຈະຄ່ອຍໆຍາກຍິ່ງຂຶ້ນ ຮ່າງກາຍເລີ່ມຄວບຄຸມຄວາມຮູ້ສຶກຢາກ ເສບສານກະຕຸ້ນບໍ່ໄດ້ ຈົນກະທັ້ງມາເຖິງຈຸດທີ່ເໜືອກວ່າອໍານາດຂອງຈິດໃຈທີ່ປະຕິເສດໄດ້ ຮ່າງກາຍເກີດຄວາມຕ້ອງການເສບສານກະຕຸ້ນທີ່ມີລິດແຮງຫຼາຍຍິ່ງຂຶ້ນ ໃນທີ່ສຸດ ຮ່າງກາຍໝົດແຮງແລະບໍ່ອາດຕອບສະໜອງຕໍ່ການຟື້ນຟູໄດ້ອີກຕໍ່ໄປ {HM 326.3}ມແ 329.1

    Larger font
    Smaller font
    Copy
    Print
    Contents