Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຊົງເປີດເຜີຍແກ່ເຫຼົ່າສາວົກ

    ຂໍໃຫ້ເຮົາຮຽນຮູ້ເຖິງພຣະດຳລັດທີ່ພຣະຄຣິດຕັດກັບເຫຼົ່າສາວົກໃນຫ້ອງຊັ້ນເທິງ ໃນຄຳ່ຄືນທີ່ພຣະອົງຈະຊົງຖືກຕຶງກາງແຂນ ພຣະອົງໄດ້ມາຢູ່ໃກ້ເວລາແຫ່ງການ ທົດລອງແລະພຣະອົງພະຍາຍາມທີ່ຈະເລົ້າໂລມຈິດໃຈຂອງເຫຼົ່າສາວົກ ຜູ້ຊຶ່ງຈະຕ້ອງ ຖືກທົດລອງແລະໄດ້ຮັບຄວາມທຸກຍາກລຳບາກຢ່າງແສນສາຫັດ {MH 419.5}ມແ 429.4

    “ພຣະອົງຕັດວ່າຢ່າໃຫ້ໃຈທ່ານທັງຫຼາຍວິຕົກເລີຍ ທ່ານວາງໃຈໃນພຣະເຈົ້າຈົ່ງ ວາງໃຈໃນເຮົາດ້ວຍໃນພຣະນິເວດຂອງພຣະບິດາເຮົາມີທີ່ຢູ່ຢ່າງຫຼວງຫຼາຍຖ້າບໍ່ມີເຮົາຄົງ ໄດ້ບອກທ່ານແລ້ວເພາະເຮົາໄປຈັດຕຽມທີ່ໄວ້ສຳລັບທ່ານທັງຫຼາຍ...” {MH 419.6}ມແ 429.5

    “ໂທມັດທູນພຣະອົງວ່າ ພຣະອົງເຈົ້າຂ້າ ພວກຂ້າພຣະອົງບໍ່ຮູ້ວ່າພຣະອົງສະ ເດັດໄປບ່ອນໃດ ພວກຂ້າພຣະອົງຈະຮູ້ຈັດທາງນັ້ນໄດ້ຢ່າງໃດ ພຣະເຢຊູຕັດກັບເຂົາວ່າ ເຮົາເປັນທາງນັ້ນ ເປັນຄວາມຈິງແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກ ຈະມາທາງເຮົາຖ້າທ່ານທັງຫຼາຍຮູ້ຈັກເຮົາແລ້ວທ່ານກໍຈະຮູ້ຈັກພຣະບິດາຂອງເຮົາດ້ວຍ ຕັ້ງແຕ່ນີ້ໄປທ່ານກໍຈະຮູ້ຈັກພຣະອົງແລະໄດ້ເຫັນພຣະອົງ.” {MH 419.7}ມແ 429.6

    “ຟີລິບທູນພຣະອົງວ່າ ພຣະອົງເຈົ້າຂ້າຂໍສຳແດງພຣະບິດາໃຫ້ຂ້າພຣະອົງທັງຫຼາຍ ໄດ້ເຫັນກໍພໍໃຈຂ້າພຣະອົງແລ້ວພຣະເຢຊູຕັດກັບເຂົາວ່າ ຟີລິບເອີຍ ເຮົາຢູ່ກັບທ່ານ ນານເຖິງພຽງນີ້ແລະທ່ານຍັງບໍ່ຮູ້ຈັກເຮົາອີກຫຼືຜູ້ທີ່ໄດ້ເຫັນເຮົາກໍຈະໄດ້ເຫັນພຣະບິດາທ່ານ ຈະເວົ້າໄດ້ຢ່າງໃດອີກວ່າ” “ຂໍໃຫ້ສຳແດງພຣະບິດາໃຫ້ຂ້າພຣະອົງທັງຫຼາຍເຫັນ” ທ່ານບໍ່ ເຊື່ອວ່າເຮົາຢູ່ໃນພຣະບິດາແລະພຣະບິດາຊົງຢູ່ໃນເຮົາ ຄຳທີ່ເຮົາກ່າວແກ່ທ່ານທັງຫຼາຍ ນັ້ນເຮົາກ່າວບໍ່ໄດ້ຕາມໃຈມັກ ແຕ່ພຣະບິດາຜູ້ສະຖິດໃນເຮົາຊົງກະທຳພຣະລາຊະ ກິດຂອງພຣະອົງ ໂຢຮັນ 14:1-10 {MH 420.1}ມແ 430.1

    ພວກສາວົກຍັງບໍ່ເຂົ້າໃຈເຖິງພຣະດຳລັດຂອງພຣະຄຣິດ ທີ່ກ່ຽວກັບຄວາມສຳ ພັນຂອງພຣະອົງກັບພຣະບິດາ ພວກເຂົາຍັງບໍ່ເຂົ້າໃຈຄຳສອນຂອງພຣະອົງອີກຫຼາກ ຫຼາຍພຣະຄຣິດຊົງປາຖະໜາທີ່ຈະໃຫ້ພວກເຂົາໄດ້ຮຽນຮູ້ເຖິງພຣະເຈົ້າຢ່າງແຈ່ມແຈ້ງ ແລະຊັດເຈນຍິ່ງຂຶ້ນ {MH 420.2}ມແ 430.2

    ເຮົາເວົ້າເລື່ອງນີ້ກັບທ່ານເປັນຄຳອຸບປະມາ ແຕ່ມື້ໜຶ່ງເຮົາຈະບຊ່ເວົ້າກັບທ່ານເປັນ ຄຳອຸບປະມາອີກແຕ່ຈະບອກທ່ານເຖິງເລື່ອງພຣະບິດາຢ່າງແຈ່ມແຈ້ງ” ໂຢຮັນ 16:25 {MH 420.3}ມແ 430.3

    ໃນວັນເທສະການພັນເທຄອດ ເມື່ອພຣະວິນຍານບໍລິສຸດໄດ້ຫຼັ່ງລົງມາຍັງເຫຼົ່າສາ ວົກພວກເຂົາກໍເຂົ້າໃຈເຖິງຄວາມຈິງທີ່ພຣະຄຣິດໄດ້ຕັດໄວ້ເປັນຄຳອຸປະມາເລິກ ເຊິ່ງຍິ່ງ ຂຶ້ນຄຳສອນຫຼາກຫຼາຍທີ່ເດີມເປັນຄວາມລໍ້າເລິກກໍເກີດຄວາມເຂົ້າໃຈຢ່າງແຈ່ມແຈ້ງແຕ່ ເຖິງປານນັ້ນ ພວກເຂົາກໍຍັງບໍ່ໄດ້ຮັບພຣະສັນຍາທີ່ສຳເລັດສົມບູນຂອງພຣະຄຣິດ ພວກເຂົາໄດ້ຮັບສັບພະຄວາມຮູ້ກ່ຽວກັບພຣະເຈົ້າເທົ່າທີ່ພວກເຂົາຈະຮັບໄວ້ໄດ້ ແຕ່ ພຣະສັນຍາທີ່ສຳເລັດສົມບູນທີ່ພຣະຄຣິດຈະຊົງສຳແດງໃຫ້ເຫັນເຖິງພຣະບິດາຢ່າງຊັດ ແຈ້ງນັ້ນຍັງມາບໍ່ເຖິງໃນທຸກວັນນີ້ກໍເປັນເຊັ່ນດຽວກັນເຮົາມີຄວາມຮູ້ທີ່ກ່ຽວກັບພຣະເຈົ້າ ຢູ່ພຽງບາງສ່ວນແລະຍັງບໍ່ສົມ ບູນເມື່ອການຕໍ່ສູ້ໄດ້ສິ້ນສຸດລົງແລະພຣະເຢຊູຄຣິດໄດ້ຊົງ ຍອມຮັບຜູ້ຮັບໃຊ້ຂອງພຣະອົງຕໍ່ເບື້ອງພຣະພັກຂອງພຣະບິດາແລ້ວ ເມື່ອນັ້ນແຫຼະພວກ ເຂົາກໍຈະມີຄວາມເຂົ້າໃຈຢ່າງແທ້ຈິງເຖິງສິ່ງທີ່ຍັງເປັນຄວາມລໍ້າເລິກສຳລັບພວກເຂົາໃນ ເວລານີ້ {MH 420.4}ມແ 430.4

    ພຣະຄຣິດສະເດັດສູ່ບັນລັງຂອງພຣະເຈົ້າເທິງສະຫວັນໃນສະພາບຂອງມະນຸດທີ່ ໄດ້ຮັບພຣະກຽດແລະສະຫງ່າລາສີ ບັນດາຜູ້ທີ່ຍອມຮັບແລະເຊື່ອໃນພຣະນາມຂອງ ພຣະອົງ ພຣະອົງກໍຈະປະທານສິດໃຫ້ເປັນບຸດຂອງພຣະເຈົ້າເພື່ອໃນທີ່ສຸດພຣະເຈົ້າຈະ ຊົງຮັບພວກເຂົາໄວ້ເປັນບຸດຂອງພຣະອົງ ແລະໄດ້ຢູ່ຮ່ວມກັບພຣະອົງຕາມຊົ່ວນິລັນ ດອນຖ້າໃນຊີວິດນີ້ພວກເຂົາມີຄວາມຊື່ສັດຕໍ່ພຣະເຈົ້າໃນທີ່ສຸດພວກເຂົາຈະໄດ້ “ເຫັນ ພຣະພັກພຣະອົງແລະພຣະນາມຂອງພຣະອົງຈະປະທັບຢູ່ທີ່ໜ້າຜາກເຂົາ” ພຣະນິມິດ 22:4 ແລະຈະມີອັນໃດທີ່ເຮັດໃຫ້ເຮົາໄດ້ມີຄວາມສຸກໃນສະຫວັນຍິ່ງກວ່າການໄດ້ ເຫັນພຣະເຈົ້າ ຈະມີຄວາມຊື່ນຂົມຍິນດີໃດທີ່ຍິ່ງໃຫຍ່ໄປກວ່າການທີ່ເຮົາທັງຫຼາຍຊຶ່ງ ເປັນຄົນບາບໄດ້ຮັບຄວາມລອດໂດຍພຣະຄຸນຂອງພຣະຄຣິດ ໄດ້ເຫັນພຣະພັກຂອງ ພຣະເຈົ້າແລະທູນຮຽກພຣະອົງວ່າເປັນພຣະບິດາ {MH 421.1}ມແ 431.1

    ພຣະຄຳພີໄດ້ກ່າວວ່າ ຢ່າງຊັດແຈ້ງເຖິງຄວາມສຳພັນລະຫວ່າງພຣະເຈົ້າກັບພຣະ ຄຣິດ ແລະເຮັດໃຫ້ເຮົາໄດ້ເຫັນເຖິງບຸກຄະລິກລັກສະນະເອກັດຕະພາບຂອງພຣະ ເຈົ້າແລະພຣະຄຣິດຢ່າງຊັດເຈນ {MH 421.2}ມແ 431.2

    “ໃນໂບຮານນະການ ພຣະເຈົ້າໄດ້ຕັດດ້ວຍວິທີຕ່າງໆຫຼາກຫຼາຍແກ່ບັນພະບູລຸດ ຂອງເຮົາທາງຜູ້ເຜີຍພຣະວັດຈະນະແຕ່ໃນເວລາສຸດທ້າຍນີ້ ພຣະອົງໄດ້ຕັດແກ່ເຮົາ ທັງຫຼາຍທາງພຣະບຸດ... ພຣະບຸດຊົງເປັນແສງສະທ້ອນພຣະສະຣິຂອງພຣະເຈົ້າແລະຊົງ ມີພາວະເປັນພິມດຽວກັນກັບພຣະອົງ ແລະຊົງຜະຍຸງໂລກໄວ້ດ້ວຍພຣະບັນຍັດອັນຊົງ ລິດຂອງພຣະອົງ ເມື່ອພຣະອົງໄດ້ຊົງຊຳລະບາບແລ້ວກໍໄດ້ປະທັບນະເບື້ອງຂວາຂອງ ພຣະເຈົ້າເບື້ອງເທິງພຣະອົງຊົ່ງຍິ່ງໃຫຍ່ເໜືອເຫຼົ່າທູດສະຫວັນທັງຫຼາຍ ດ້ວຍວ່າພຣະອົງ ຊົງພຣະນາມທີາປະເສີດວ່ານາມຂອງທູດສະຫວັນເພາະວ່າມີຜູ້ໃດແດ່ທີ່ບັນດາທູດສະ ຫວັນທີ່ພຣະອົງໄດ້ຕັດແກ່ເຂົາວ່າມແ 431.3

    “ທ່ານເປັນບຸດຂອງເຮົາ
    ວັນນີ້ເຮົາໃຫ້ກຳເນີດທ່ານ ແລະຍັງຕັດອີກວ່າ
    ເຮົາຈະເປັນບິດາຂອງທ່ານ
    ແລະທ່ານຈະເປັນບຸດຂອງເຮົາ”
    ມແ 431.4

    ຮີບຣູ 1:1-5 {MH 421.3}

    ບຸກຄະລິກລັກສະນະຂອງພຣະບິດາ ແລະພຣະບຸດຮ່ວມ ທັງຄວາມເປັນອັນໜື່ງ ອັນດຽວກັນທີ່ປະກົດລະຫວ່າງທັງສອງພຣະອົງໄດ້ຮັບການອະທິບາຍໄວ້ ໃນຄຳອະທິ ຖານທີ່ພຣະຄຣິດ ຊົງອະທິຖານເພື່ອເຫຼົ່າສາວົກຂອງພຣະອົງໃນພຣະທຳໂຢຮັນບົດທີ່ ສິບເຈັດ {MH 421.4}ມແ 432.1

    “ຂ້າພຣະອົງບໍ່ໄດ້ອະທິຖານເພື່ອຄົນເຫຼົ່ານີ້ພວກດຽວແຕ່ເພື່ອຄົນທັງປວງ ທີ່ວາງ ໃຈໃນຂ້າພຣະອົງເພາະຖ້ອຍຄຳຂອງເຂົາເພື່ອເຂົາທັງຫຼາຍຈະໄດ້ເປັນອັນໜຶ່ງອັນດຽວ ກັນດັ່ງທີ່ພຣະອົງຄືພຣະບິດາສະຖິດໃນຂ້າພຣະອົງ ແລະຂ້າພຣະອົງໃນພຣະອົງເພື່ອໃຫ້ ເຂົາເປັນອັນໜຶ່ງອັນດຽວກັນກັບພຣະອົງແລະກັບຂ້າພຣະອົງດ້ວຍ ເພື່ອໂລກນີ້ຈະໄດ້ເຊື່ອ ວ່າພຣະອົງຊົງໃຊ້ຂ້າພຣະອົງມາ” ໂຢຮັນ 17:20,21 {MH 421.5}ມແ 432.2

    ຄວາມເປັນອັນໜຶ່ງອັນດຽວກັນລະຫວ່າງພຣະຄຣິດແລະເຫຼົ່າສາວົກຂອງພຣະອົງ ບໍ່ໄດ້ເປັນສິ່ງທຳລາຍຍຸກຄະລິກລັກສະນະຂອງທັງສອງຝ່າຍ ພຣະຄຣິດແລະເຫຼົ່າສາວົກມີ ຄວາມມຸ້ງໝາຍມີຄວາມຄິດແລະມີລັກສະນະນິໃສຢ່າງດຽວກັນ ແຕ່ບໍ່ແມ່ນຄົນດຽວ ກັນໂດຍປະການສະນີ້ແຫຼະພຣະເຈົ້າແລະພຣະຄຣິດຊົງເປັນອັນໜຶ່ງອັນດຽວກັນ {MH 422.1}ມແ 432.3