Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຄວາມຜິດຫວັງແລະໄພອັນຕະລາຍ

    ຜູ້ທີ່ເຮັດວຽກເພື່ອຜູ້ທີ່ຫຼົງຜິດອາດຮູ້ສຶກຜິດຫວັງກັບຫຼາຍຄົນທີ່ໄດ້ສັນຍາວ່າຈະ ປະຕິຮູບປ່ຽນແປງອຸປະນິດໄສໃໝ່ ຫຼາຍຄົນປ່ຽນແປງອຸປະນິດໄສແລະຄວາມປະພຶດ ແຕ່ພຽງຜິວເຜີນ ພວກເຂົາເຮັດໄປຕາມອາລົມແລະຄວາມຮູ້ສຶກຊົ່ວວູບ ແລະໃນຊ່ວງເວ ລາໜຶ່ງອາດເບິ່ງຄືວ່າພວກເຂົາໄດ້ປະຕິຮູບປ່ຽນແປງແລ້ວ ແຕ່ບໍ່ໄດ້ປ່ຽນແປງຈິດໃຈໃໝ່ ຢ່າງແທ້ຈິງ ພວກເຂົາຍັງຄົງຮັກຕົວເອງ ຍັງຄົງຫິວກະຫາຍໃນຄວາມເພີນເພີນ ແບບໂງ່ໆ ແລະມີຄວາມປາຖະໜາທີ່ຈະເຮັດຕາມໃຈຕົວເອງຢູ່ເຊັ່ນເກົ່າ ພວກເຂົາໄຮ້ຊຶ່ງຄວາມຮູ້ ທີ່ກ່ຽວກັບການປຸກສ້າງອຸປະນິດໄສທີ່ດີງາມແລະເຮົາບໍ່ອາດທີ່ຈະວາງໃຈເຂົາໄດ້ວ່າເປັນ ຄົນທີ່ມີຫຼັກການ ພວກເຂົາໄດ້ເຮັດໃຫ້ກໍາລັງຝ່າຍສະຕິປັນຍາແລະຝ່າຍຈິດວິນຍານ ຂອງພວກເຂົາເຊື່ອມຊາມລົງ ດ້ວຍການເຮັດຕາມຄວາມຢາກແລະກິເຫຼດຕັນຫາ ແລະ ສິ່ງເຫຼົ່ານີ້ເຮັດໃຫ້ເຂົາຕ້ອງຕົກຢູ່ໃນສະພາບທີ່ອ່ອນແອ ພວກເຂົາເປັນຄົນທີ່ເອົາແນ່ເອົາ ນອນອັນໃດບໍ່ໄດ້ແລະມີອາລົມທີ່ປ່ຽນແປງໄດ້ງ່າຍ ແຮງກະຕຸ້ນຊົ່ວວູບຂອງພວກເຂົາ ຝັກໄຝ່ໃນກາມະຕັນຫາ ຫຼາຍຄັ້ງທີ່ຄົນເຫຼົ່ານີ້ກາຍເປັນໄພອັນຕະລາຍຕໍ່ຜູ້ອື່ນ ໂດຍເຫດ ທີ່ໃຜໆພາກັນເຫັນວ່າ ເຂົາເປັນຊາຍຍິງທີ່ໄດ້ປະຕິຮູບປ່ຽນແປງອຸປະນິດໄສຂອງຕົນໃໝ່ ແລ້ວ ພວກເຂົາຈຶ່ງໄດ້ຮັບຄວາມໄວ້ວາງໃຈໃຫ້ຮັບຜິດຊອບໃນສິ່ງຕ່າງໆ ແລະໄດ້ຮັບຕໍາ ແໜ່ງໜ້າທີ່ຊຶ່ງອິດທິພົນຂອງພວກເຂົາອາດເຮັດໃຫ້ຜູ້ບໍລິສຸດຊົ່ວໄປຕາມ {MH 177.2}ມແ 167.2

    ແມ່ນແຕ່ຄົນທັງຫຼາຍທີ່ກໍາລັງພະຍາຍາມດ້ວຍຄວາມຈິງໃຈທີ່ຈະປະຕິຮູບຕົວເອງ ກໍຍັງບໍ່ພົ້ນຈາກອັນຕະລາຍທີ່ອາດຈະພັ້ງພາດໄດ້ເຊັ່ນກັນ ເຮົາຈຶ່ງຕ້ອງປະຕິບັດຕໍ່ພວກ ເຂົາດ້ວຍຄວາມສະຫຼຽວສະຫຼາດພໍໆກັບຄວາມສຸພາບອ່ອນໂຍນ ບາງຄັ້ງການຍົກຍ້ອງ ສັນລະເສີນ ຜູ້ທີ່ໄດ້ຮັບການຊ່ວຍເຫຼືອໃຫ້ພົ້ນຈາກຄວາມຊົ່ວຮ້າຍ ອາດເປັນການນໍາພວກ ເຂົາໄປສູ່ຄວາມພິນາດ ການເຊີນຊາຍຍິງເຫຼົ່ານັ້ນໃຫ້ມາເວົ້າຕໍ່ໜ້າສາທະລະນະຊົນເຖິງປະ ສົບການຕ່າງໆໃນຊີວິດທີ່ໄດ້ເຮັດຄວາມຜິດບາບອາດເປັນໄພອັນຕະລາຍທັງຕໍ່ຜູ້ເວົ້າແລະ ຜູ້ຟັງ ການກ່າວບັນຍາຍເຖິງເລື່ອງລາວຂອງຄວາມຊົ່ວຮ້າຍຍ່ອມສົ່ງຜົນໃຫ້ຄວາມຄິດ ແລະຈິດວິນຍານເສື່ອມຊາມລົງ ການຍົກຍ້ອງເຊີດຊູແກ່ຜູ້ທີ່ໄດ້ຮັບການຊ່ວຍເຫຼືອອອກ ມານັ້ນຍ່ອມສະສົ່ງຜົນຮ້າຍຕໍ່ຕົວເຂົາ ຫຼາຍຄົນຈຶ່ງເກີດຄວາມຮູ້ສຶກວ່າຊີວິດທີ່ເຕັມໄປ ດ້ວຍຄວາມຜິດບາບນັ້ນກັບເຮັດໃຫ້ພວກເຂົາໄດ້ເປັນຄົນທີ່ມີຊື່ສຽງ ຄວາມຮັກໃນຊື່ສຽງ ແລະການຫຼົງໄວ້ວາງໃຈໃນຕົວເອງຈຶ່ງຖືກກະຕຸ້ນຂຶ້ນຊຶ່ງກະທົບເຖິງຄວາມຢູ່ລອດຂອງ ຈິດວິນຍານ ພວກເຂົາຈະຢືນຢູ່ໄດ້ກໍຕໍ່ເມື່ອພວກເຂົາບໍ່ໄດ້ວາງໃຈໃນຕົວເອງ ແຕ່ເພິ່ງພາ ອາໄສໃນພຣະກະລຸນາທິຄຸນຂອງພຣະຄຣິດເທົ່ານັ້ນ {MH 178.1}ມແ 168.1

    ຄົນທັງຫຼາຍທີ່ມີຫຼັກຖານວ່າໄດ້ກັບໃຈໃໝ່ຢ່າງແທ້ຈິງຄວນຈະໄດ້ຮັບການສະໜັບ ສະໜູນໃຫ້ເຮັດວຽກເພື່ອຜູ້ອື່ນ ຈົ່ງຢ່າປະຕິເສດຜູ້ທີ່ໄດ້ຮັບໃຊ້ຊາຕານແລ້ວຫັນມາປະຕິ ບັດຮັບໃຊ້ພຣະຄຣິດ ເມື່ອຜູ້ໃດມີຫຼັກຖານສະແດງໃຫ້ເຫັນວ່າພຣະວິນຍານຂອງພຣະ ເຈົ້າຊົງກໍາລັງເຮັດວຽກກັບເຂົາ ຈຶ່ງສະໜັບສະໜູນໃນທຸກວິທີທາງໃຫ້ເຂົາໄດ້ເຂົ້າມາມີ ສ່ວນຮ່ວມໃນງານປະຕິບັດຮັບໃຊ້ພຣະເຈົ້າ “ແລະຈົ່ງຊັກຊວນຄົນທີ່ຍັງສົງໃສຢູ່ໃຫ້ເຂົາ ເຊື່ອ” ຢູດາ 22 ຄົນທັງຫຼາຍທີ່ມີຄວາມສະຫຼຽວສະຫຼາດທາງສະຕິປັນຍາທີ່ມາຈາກພຣະ ເຈົ້າຈະສາມາດແນມເຫັນເຖິງຈິດວິນຍານທີ່ຕ້ອງການຄວາມຊ່ວຍເຫຼືອແນມເຫັນຜູ້ທີ່ໄດ້ ກັບໃຈໃໝ່ຢ່າງຈິງໃຈຜູ້ທີ່ບໍ່ໄດ້ຮັບການຊ່ວຍເຫຼືອກໍຍາກທີ່ພວກເຂົາຈະເກີດມີໃຈກ້າທີ່ ຈະຢຶດໝັ້ນໃນຄວາມຫວັງ ອົງພຣະຜູ້ເປັນເຈົ້າຈະຊົງໂປດໃຫ້ຜູ້ຮັບໃຊ້ຂອງພຣະອົງມີໃຈ ຍິນດີທີ່ຈະຄອຍຕ້ອນຮັບເຫຼົ່າຜູ້ທີ່ຕົວສັ່ນດ້ວຍຄວາມຢໍາເກງທີ່ໄດ້ກັບໃຈໃໝ່ ໃຫ້ເຂົ້າມາ ຮ່ວມສໍາພັນພີ່ນ້ອງດ້ວຍໃຈທີ່ຮັກປອງດອງກັນ ບໍ່ວ່າເຂົາຈະເຄີຍເຮັດບາບຜິດທີ່ຮ້າຍແຮງ ມາຫຼາຍພຽງໃດ ບໍ່ວ່າເຂົາຈະເຄີຍປະພຶດຕົວຕໍ່າຊາມມາຫຼາຍພຽງໃດ ແຕ່ເມື່ອເຂົາເຂົ້າມາ ຫາພຣະຄຣິດດ້ວຍໃຈທີ່ສໍານຶກຜິດແລ້ວ ພຣະອົງກໍຈະຊົງຍອມຮັບໃນຕົວເຂົາ ເຮົາຈຶ່ງ ຄວນຈະຫາວຽກອັນໃດບາງຢ່າງໃຫ້ພວກເຂົາໄດ້ມີໂອກາດທີ່ຈະຮັບໃຊ້ພຣະອົງ ຫາກ ພວກເຂົາມີໃຈປາຖະໜາທີ່ຈະໄດ້ເຮັດວຽກເພື່ອຜູ້ອື່ນໃຫ້ພົ້ນຈາກວິບາກກໍາແຫ່ງຄວາມ ພິນາດຊຶ່ງເຂົາໄດ້ເຄີຍລອດພົ້ນມາແລ້ວ ຈໍານໍາພວກເຂົາໃຫ້ໄດ້ເຂົ້າມາຄົບຫາສະມາຄົມກັບ ຄຣິດສະຕຽນທີ່ມີປະສົບການໃນຊີວິດ ເພື່ອພວກເຂົາຈະໄດ້ມີກໍາລັງຝ່າຍຈິດວິນຍານທີ່ ເຂັ້ມແຂງຍິ່ງຂຶ້ນ ຈົ່ງໃຫ້ຈິດໃຈແລະມືຂອງເຂົານັ້ນໄດ້ກະທໍາການເພື່ອງານຮັບໃຊ້ຂອງ ພຣະອາຈານ {MH 178.2}ມແ 168.2

    ເມື່ອແສງສະຫວ່າງໄດ້ສາຍແສງເຂົ້າໄປຍັງຈິດວິນຍານ ບາງຄົນທີ່ມີທ່າທີວ່າຈະ ເຮັດຄວາມຜິດບາບຫຼາຍທີ່ສຸດອາດຈະກັບກາຍເປັນຜູ້ຮັບໃຊ້ທີ່ເຮັດວຽກໄດ້ຢ່າງບັງເກີດ ຜົນກັບເຫຼົ່າຄົນບາບດັ່ງທີ່ພວກເຂົາເຄີຍເປັນມາກ່ອນ ໂດຍອາໄສຄວາມເຊື່ອໃນພຣະ ຄຣິດບາງຄົນອາດຈະໄດ້ຮັບຕໍາແໜ່ງໜ້າທີ່ໆສໍາຄັນໃນການປະຕິບັດຮັບໃຊ້ພຣະອົງແລະ ເຂົາຈະໄດ້ຮັບມອບຄວາມຮັບຜິດຊອບໃນກິດຈະການງານເພື່ອຊ່ວຍເຫຼືອຈິດວິນຍານ ໃຫ້ໄດ້ຮັບຄວາມລອດ ພວກເຂົາເຫັນຈຸດອ່ອນຂອງຕົນເອງວ່າຢູ່ທີ່ໃດ ພວກເຂົາຄິດສະ ເໝີເຖິງສະພາບທີ່ເສື່ອມຊາມໄປຂອງອຸປະນິດໄສຂອງຕົນເອງ ພວກເຂົາຮູ້ດີເຖິງອໍານາດ ຄອບງໍາຂອງຄວາມຜິດບາບແລະອິດທິພົນຂອງອຸປະນິດໄສທີ່ຊົ່ວຮ້າຍ ພວກເຂົາຄິດສະ ເໝີວ່າພວກເຂົາບໍ່ອາດທີ່ຈະເອົາຊະນະໄດ້ຫາກປາສະຈາກຄວາມຊ່ວຍເຫຼືອຂອງພຣະຄຣິດ ແລະສຽງຮຽກຮ້ອງຕະຫຼອດເວລາຂອງພວກເຂົາກໍຄື ” ຂ້າພະອົງຂໍມອບຈິດວິນ ຍານທີ່ຊ່ວຍຕົວເອງບໍ່ໄດ້ແກ່ພຣະອົງ ” {MH 179.1}ມແ 169.1

    ຄົນເຫຼົ່ານີ້ສາມາດໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນໄດ້ ຜູ້ທີ່ເຄີຍຜ່ານການທົດລອງ ແລະທົດສອບມາກ່ອນແລະເກືອບຈະສູນສິ້ນຄວາມຫວັງ ແຕ່ເປັນຜູ້ທີ່ໄດ້ຮັບຄວາມ ລອດເມື່ອໄດ້ຟັງໃນພຣະກຽດຕິຄຸນປະເສີດແຫ່ງຄວາມຮັກ ພວກເຂົາຈຶ່ງເຂົ້າໃຈເຖິງ ການຊ່ວຍເຫຼືອຈິດວິນຍານໃຫ້ໄດ້ຮັບຄວາມລອດ ເຂົາຜູ້ມີຈິດໃຈທີ່ເຕັມໄປດ້ວຍຄວາມ ຮັກຂອງພຣະຄຣິດເພາະພຣະຜູ້ຊ່ວຍໃຫ້ລອດໄດ້ຊົງສະແຫວງຫາເຂົາ ແລະຊົງນໍາເຂົາ ກັບມາຍັງຝູງ ເຂົາຈຶ່ງຮູ້ດີເຖິງວິທີການທີ່ຈະສະແຫວງຫາຜູ້ທີ່ໄດ້ຫຼົງຫາຍ ເຂົາສາມາດຊີ້ ໃຫ້ຄົນບາບເຫັນເຖິງພຣະເນດຂອງພຣະເຈົ້າເຂົາໄດ້ມອບຖະຫວາຍຕົນເອງແດ່ພຣະເຈົ້າ ຢ່າງໝົດສິ້ນແລະໄດ້ຮັບການຍອມຮັບເຂົ້າໃນກຸ່ມທີ່ພຣະອົງຊົງໂປດປານ ມືທີ່ຍື່ນມາຂໍ ຄວາມຊ່ວຍເຫຼືອຍາມອ່ອນແອໄດ້ຮັບການຮັບໄວ້ແລ້ວ ດ້ວຍການຮັບໃຊ້ຂອງຄົນເຫຼົ່ານີ້ ຄົນທີ່ຫຼົງຫາຍໄປຫຼວງຫຼາຍຈະໄດ້ຮັບການນໍາກັບມາຫາພຣະອົງພຣະບິດາ {MH 179.2}ມແ 169.2

    ສໍາລັບຈິດວິນຍານທຸກດວງທີ່ກໍາລັງດິ້ນລົນເພື່ອໃຫ້ຫຼຸດພົ້ນຈາກຊີວິດແຫ່ງຄວາມ ຜິດບາບໄປສູ່ຊີວິດທີ່ບໍລິສຸດມີພຽງພຣະນາມຂອງພຣະອົງເທົ່ານັ້ນທີ່ມີລິດອໍານາດອັນຍິ່ງ ໃຫຍ່ຂອງການຊ່ວຍໃຫ້ລອດດໍາລົງສະຖິດຢູ່ “ໃນຜູ້ອື່ນຄວາມລອດບໍ່ມີເລີຍ ດ້ວຍວ່າ ນາມອື່ນຊຶ່ງໃຫ້ເຮົາທັງຫຼາຍລອດໄດ້ ບໍ່ຊົງໂປດໃຫ້ມີໃນທ່າມກາງມະນຸດທົ່ວໂລກໃຕ້ຟ້າ ” ກິດຈະການ 4:12 ພຣະຄຣິດຕັດວ່າ “ຖ້າຜູ້ໃດກະຫາຍ” ຄວາມຫວັງໃຈທີ່ຈະໄດ້ ເຂົ້າສູ່ການພໍານັກຫຼືກະຫາຍໃນຄວາມຊ່ວຍເຫຼືອເພື່ອຈະໄດ້ຫຼຸດພົ້ນຈາກຄວາມຫຼຸ້ມຫຼົງ ໃນຄວາມຜິດບາບແລ້ວໃຫ້ຜູ້ນັ້ນ “ຈົ່ງມາຫາເຮົາແລະດື່ມ” ໂຢຮັນ 7:73 ມີພຽງພຣະ ຄຸນແລະລິດອໍານາດຂອງພຣະຄຣິດເທົ່ານັ້ນທີ່ຈະຊ່ວຍໃຫ້ເຮົາພົ້ນຈາກມົນທິນບາບໄດ້ {MH 179.3}ມແ 170.1

    ຄວາມຕັ້ງໃຈແກ້ບັນຫາອັນດີທີ່ໄດ້ເຮັດຕາມກໍາລັງຂອງຕົນເອງນັ້ນມັນຈະກໍ່ໃຫ້ ເກີດປະໂຫຍດອັນໃດບໍ່ ບໍ່ແມ່ນໃຊ້ຄໍາປະຕິຍານທັງໝົດໃນໂລກນີ້ຈະທໍາລາຍລ້າງອໍາ ນາດຂອງອຸປະນິດໄສອັນຊົ່ວຮ້າຍໄດ້ ມະນຸດບໍ່ມີມື້ທີ່ຈະສາມາດຢັບຢັ້ງຕົນເອງບໍ່ໃຫ້ເຮັດ ຜິດໄດ້ໃນທຸກໆສິ່ງ ຈົນກວ່າຈິດໃຈຂອງເຂົາຈະໄດ້ຮັບການປ່ຽນແປງໃໝ່ໂດຍພຣະຄຸນ ຂອງພຣະເຈົ້າ ເຮົາບໍ່ອາດທີ່ຈະປົກປ້ອງຕົວເຮົາເອງໃຫ້ພົ້ນຈາກຄວາມຜິດບາບແມ່ນວ່າ ຈະເປັນເວລາຊົ່ວໄລຍະໜຶ່ງ ໃນທຸກເວລານາທີເຮົາຕ້ອງເພິ່ງພາພຣະເຈົ້າ {MH 179.4}ມແ 170.2

    ການປະຕິຮູບປ່ຽນແປງທີ່ແທ້ຈິງເລີ່ມຈາກການຊໍາລະຈິດວິນຍານໃຫ້ສະອາດບໍລິ ສຸດ ງານຂອງເຮົາທີ່ເຮັດເພື່ອຜູ້ທີ່ຫຼົງຜິດຈະປະສົບຜົນສໍາເລັດໄດ້ຢ່າງແທ້ຈິງກໍຕໍ່ເມື່ອພຣະ ຄຸນຂອງພຣະຄຣິດໄດ້ປັ້ນແຕ່ງອຸປະນິດໄສໃໝ່ແລະຈິດວິນຍານນັ້ນໄດ້ຖືກນໍາມາດໍາເນີນ ຊີວິດຜູກພັນກັບພຣະເຈົ້າ {MH 180.1}ມແ 170.3

    ພຣະຄຣິດຊົງດໍາລົງພຣະຊົນດ້ວຍຊີວິດທີ່ເຊື່ອຟັງໃນບົດບັນຍັດຂອງພຣະເຈົ້າ ຢ່າງປາສະຈາກທີ່ຕິ ແລະໃນການກະທໍາເຊັ່ນນີ້ ພຣະອົງໄດ້ຊົງວາງແບບຢ່າງໄວ້ສໍາລັບ ທຸກໆຄົນ ເຮົາຈະຕ້ອງດໍາເນີນຊີວິເຂອງເຮົາເໝືອນດັ່ງເຊັ່ນຊີວິດຂອງພຣະອົງທີ່ເຄີຍຊົງ ດໍາເນີນຢູ່ໃນໂລກນີ້ ໂດຍເພິ່ງພາອາໄສໃນລິດອໍານາດຂອງພຣະອົງແລະພາຍໃຕ້ຄໍາສັ່ງ ສອນຂອງພຣະອົງ {MH 180.2}ມແ 171.1

    ໃນວຽກຂອງເຮົາເພື່ອຜູ້ທີ່ຜິດ ຂໍ້ກໍານົດໃນບົດບັນຍັດຂອງພຣະເຈົ້າແລະຄວາມ ສັດຊື່ທີ່ມີຕໍ່ພຣະອົງຈະຕ້ອງໄດ້ຮັບການປູກຝັງໄວ້ໃນຄວາມຄິດແລະຈິດໃຈ ຈົ່ງຢ່າເມີນ ເສີຍທີ່ຈະສະແດງໃຫ້ຜູ້ອື່ນໄດ້ເຫັນເຖິງຄວາມແຕກຕ່າງທີ່ເດັ່ນລະຫວ່າງຜູ້ທີ່ປະຕິບັດ ຮັບໃຊ້ພຣະເຈົ້າແລະຜູ້ທີ່ບໍ່ໄດ້ປະຕິບັດຮັບໃຊ້ພຣະອົງ ຕາມບົດບັນຍັດໃນລະບອບການ ປົກຄອງຂອງພຣະອົງ ຜູ້ທີ່ບໍ່ສັດຊື່ບໍ່ອາດຫຼີກໜີຈາກຜົນຂອງການກະທໍາຂອງຕົນເອງໄດ້ ມີແຕ່ຜູ້ທີ່ຖະຫວາຍກຽດແດ່ພຣະອົງເທົ່ານັ້ນທີ່ພຣະອົງຈະຊົງປະທານກຽດໃຫ້ ຄວາມ ປະພຶດຂອງມະນຸດໃນໂລກນີ້ເປັນສິ່ງທີ່ກໍານົດຊາຕາກໍາຕະຫຼອດນິລັນດອນຂອງເຂົາເອງ ເຂົາຈະເກັບກ່ຽວຕາມສິ່ງທີ່ເຂົາໄດ້ຫວ່ານລົງໄປ ເພາະຜົນນັ້ນເປັນສິ່ງທີ່ສຶບເນື່ອງມາຈາກ ເຫດ {MH 180.3}ມແ 171.2

    ບໍ່ມີສິ່ງໃດນອກຈາກການເຊື່ອຟັງໂດຍປາສະຈາກຂໍ້ໂຕ້ແຍ້ງໃດໆ ຈຶ່ງຈະຊ່ວຍໃຫ້ ບັນລຸເຖິງມາດຕະຖານແຫ່ງຂໍ້ກໍານົດຂອງພຣະເຈົ້າພຣະອົງບໍ່ໄດ້ຕັ້ງຂໍ້ກໍານົດຂອງພຣະອົງ ມາຢ່າງບໍ່ມີຂອບເຂດ ພຣະອົງບໍ່ໄດ້ຊົງບັນຊາອັນໃດທີ່ເກີນຄວາມຈໍາເປັນເພື່ອໃຫ້ມະນຸດ ມາປອງດອງຄືນດີກັບພຣະອົງ ເຮົາຈະຕ້ອງຊີ້ໃຫ້ຄົນບາບເຫຼົ່ານັ້ນໄດ້ເຫັນເຖິງອຸປະນິດ ໄສອັນຊົງເປັນທີ່ເພິ່ງປະສົງຂອງພຣະອົງ ແລະນໍາພວກເຂົາໄປຍັງພຣະຄຣິດ ແລະໂດຍ ອາໄສພຣະຄຸນຂອງພຣະອົງເທົ່ານັ້ນຈຶ່ງຈະບັນລຸເຖິງອຸປະນິດໄສອັນຊົງເປັນທີ່ເພິງປະສົງ ນີ້ໄດ້ {MH 180.4}ມແ 171.3

    ພຣະຜູ້ຊ່ວຍໃຫ້ລອດຊົງມີໄຊເໜືອການທົດລອງເພື່ອສາທິດໃຫ້ມະນຸດເຫັນວ່າ ເຂົາສາມາດທີ່ຈະມີໄຊຕໍ່ການທົດລອງໄດ້ ພຣະຄຣິດຊົງພະເຊີນໜ້າກັບການທົດລອງ ທຸກຢ່າງຂອງຊາຕານດ້ວຍພຣະວັດຈະນະຂອງພຣະເຈົ້າ ກໍາລັງອໍານາດທັງໝົດໃນພຣະ ວັດຈະນະເປັນຂອງເຮົາ ຜູ້ປະພັນເພງສັນລະເສີນໄດ້ກ່າວໄວ້ວ່າ ໂດຍການໄວ້ວາງໃຈໃນ ພຣະສັນຍາຂອງພຣະເຈົ້າ ພຣະອົງຈຶ່ງຊົງໄດ້ຮັບພະລະກໍາລັງທີ່ຈະປະຕິບັດຕາມພຣະບັນ ຍັດຂອງພຣະເຈົ້າແລະມານຜູ້ລໍ້ລວງບໍ່ອາດຈະເອົາຊະນະເໜືອພຣະອົງໄດ້ ຄໍາຕອບຂອງ ພຣະອົງທີ່ມີຕໍ່ການທົດລອງກໍຄື “ພຣະຄໍາພີຂຽນໄວ້ວ່າ” ດ້ວຍເຫດນີ້ພຣະເຈົ້າຈຶ່ງໂປດ ປະທານພຣະວັດຈະນະຂອງພຣະອົງໃຫ້ແກ່ເຮົາເພື່ອເຮົາຈະຕ້ານທານຕໍ່ຄວາມຊົ່ວຮ້າຍໄດ້ ພຣະອົງໄດ້ຊົງປະທານພຣະສັນຍາອັນປະເສີດແລະຍິ່ງໃຫຍ່ແກ່ເຮົາ ເພື່ອວ່າດ້ວຍ ເຫດຜົນນີ້ເຮົາ ຈະພົ້ນຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນິ້ເພາະຕັນຫາ ແລະຈະໄດ້ ຮັບສ່ວນໃນສະພາບຂອງພຣະອົງ 2 ເປໂຕ 1:4 {MH 181.1}ມແ 171.4

    ຈົ່ງບອກກ່າວແກ່ຜູ້ທີ່ຖືກທົດລອງວ່າຢ່າໄດ້ສົນໃຈໃນເຫດການທີ່ຢູ່ອ້ອມຮອບຢ່າ ແນມເບິ່ງຄວາມອ່ອນແອຂອງຕົນເອງຫຼືອໍານາດຂອງການທົດລອງ ແຕ່ໃຫ້ເພິ່ງພາລິດອໍາ ນາດໃນພຣະວັດຈະນະຂອງພຣະເຈົ້າື ກໍາລັງອໍານາດທັງໝົດໃນພຣະວັດຈະນະເປັນຂອງເຮົາ ຜູ້ປະພັນເພງສັນລະເສີນໄດ້ກ່າວໄວ້ວ່າ “ຂ້າພະອົງໄດ້ສະສົມພຣະດໍາລັດຂອງພຣະ ອົງໄວ້ໃນໃຈຂອງຂ້າພຣະອົງ ເພື່ອຂ້າພະອົງຈະບໍ່ເຮັດບາບຕໍ່ພຣະອົງ” “ໂດຍພຣະວັດ ຈະນະຈາກພຣະໂອດຂອງພຣະອົງ ຂ້າພະອົງບໍ່ໄດ້ກ່ຽວຂ້ອງກັບທາງແຫ່ງຄົນທາລຸນໂຫດ ຮ້າຍ” ເພງສັນລະເສີນ 119:11, 17:4 1:4 {MH 181.2}ມແ 172.1

    ຈົ່ງກ່າວຖ້ອຍຄໍາເພື່ອໜູນໃຈແກ່ຄົນທັງຫຼາຍ ໜູນຊູພວກເຂົາໃຫ້ເຂົ້າໄປຫາພຣະ ເຈົ້າດ້ວຍການອະທິຖານ ຫຼາຍຄົນໄດ້ພ່າຍແພ້ຕໍ່ການທົດລອງຈົນເຮັດໃຫ້ເຂົານ້ອຍເນື້ອ ຕໍ່າໃຈ ແລະຮູ້ສຶກວ່າເຂົາບໍ່ອາດທີ່ຈະເຂົ້າໄປຫາພຣະເຈົ້າໄດ້ ແຕ່ຄວາມຄິດເຊັ່ນນີ້ເປັນ ຄວາມຄິດຂອງສັດຕູ ເມື່ອເຂົາໄດ້ກະທໍາຄວາມຜິດບາບແລະຮູ້ສຶກວ່າເຂົາບໍ່ສາມາດອະທິ ຖານໄດ້ ຈົ່ງບອກພວກເຂົາວ່ານັ້ນແຫຼະເປັນເວລາທີ່ເຂົາຈະຕ້ອງອະທິຖານ ເຂົາອາດຈະຮູ້ ສຶກລະອາຍແລະຮູ້ສຶກຕົວວ່າຕໍ່າຕ້ອຍ ແຕ່ເມື່ອເຂົາໄດ້ສາລະພາບຄວາມຜິດບາບຂອງເຂົາ ພຣະອົງຜູ້ຊົງຊື່ສັດແລະທ່ຽງທໍາກໍຈະຊົງໂປດຍົກໂທດບາບຂອງເຂົາແລະຊໍາລະພວກເຂົາ ໃຫ້ພົ້ນຈາກອະທໍາທັງສິ້ນ {MH 181.3}ມແ 172.2

    ບໍ່ມີສິ່ງໃດທີ່ສະແດງເຖິງຄວາມສິ້ນຫວັງ ແລະຄວາມພ່າຍແພ້ໄດ້ຊັດເຈນຫຼາຍໄປ ກວ່າຈິດວິນຍານທີ່ຮູ້ສຶກວ່າຕົນເອງນັ້ນບໍ່ມີອັນໃດເລີຍແລະຂໍເພິ່ງພາໃນພຣະຄຸນຂອງ ພຣະຜູ້ຊ່ວຍໃຫ້ລອດຢ່າງໝົດສິ້ນ ໂດຍການອະທິຖານ ໂດຍການສຶກສາພຣະວັດຈະນະ ຂອງພຣະອົງ ໂດຍຄວາມເຊື່ອວ່າພຣະອົງຈະຊົງສະຖິດຢູ່ນໍາ ມະນຸດທີ່ອ່ອນແອທີ່ສຸດ ຍ່ອມຈະໄດ້ຮັບຊີວິດທີ່ໄດ້ສໍາພັນໄກ້ຊິດກັບພຣະຄຣິດ ແລະພຣະອົງຈະຊົງຢຶດເຂົາໄວ້ ດ້ວຍພຣະຫັດທີ່ບໍ່ມີມື້ປ່ອຍເຂົາໃຫ້ຫຼຸດໄປ {MH 182.1}ມແ 172.3

    ພຣະວາທະອັນລໍ້າຄ່າເຫຼົ່ານີ້ທີ່ຈິດວິນຍານທຸກດວງທີ່ເພິ່ງພິງໃນພຣະຄຣິດຍ່ອມ ຈະນໍາມາເປັນສົມບັດຂອງພວກເຂົາເອງ ພວກເຂົາຈະກ່າວວ່າມແ 173.1

    ” ຂ້າພະເຈົ້າຈະແນມເບິ່ງພຣະເຈົ້າ
    ຂ້າພະເຈົ້າຈະເຝົ້າຄອຍພຣະເຈົ້າແຫ່ງຄວາມລອດຂອງຂ້າພະເຈົ້າ
    ພຣະເຈົ້າຂອງຂ້າພະເຈົ້າຈະຊົງຟັງຂ້າພະເຈົ້າ
    ສັດຕູຂອງຂ້າເອີຍ ຢ່າໄດ້ເຍາະເຍີ້ຍຂ້າເລີຍ
    ເມື່ອຂ້າລົ້ມລົງ ຂ້າຈະລຸກຂຶ້ນອີກໃໝ່
    ເມື່ອຂ້ານັ່ງຢູ່ໃນຄວາມມືດ
    ພຣະເຈົ້າຈະຊົງເປັນຄວາມສະຫວ່າງແກ່ຂ້າ ”
    ມແ 173.2

    ມີຄາ 7:7,8

    ” ພຣະອົງຊົງເມດຕາເຮົາທັງຫຼາຍອີກ
    ພຣະອົງຈະຊົງຢຽບຄວາມຜິດບາບຂອງເຮົາລົງໃຕ້ຕີນຂອງພຣະອົງ
    ແລະຈະຊົງໂຍນຖິ້ມລົງໄປໃນທີ່ທ້ອງທະເລເລິກ ”
    ມແ 173.3

    ມີຄາ 7:19 {MH 182.2}

    Larger font
    Smaller font
    Copy
    Print
    Contents