Go to full page →

ອາຫານການກິນຂອງເດັກ ມແ 388

ອາຫານທີ່ດີທີ່ສຸດສໍາຫຼັບເດັກອ່ອນກໍຄືນໍ້ານົມຂອງມານດາຊຶ່ງເປັນອາຫານທີ່ທໍາ ມະຊາດຈັດສັນໃຫ້ ເດັກເຫຼົ່ານີ້ບໍ່ຄວນຖືກຕັດສິດນີ້ໄປໂດຍບໍ່ມີເຫດຜົນອັນສົມຄວນ ມັນເປັນເລື່ອງໂຫດຮ້າຍທີ່ມານດາບາງຄົນເຫັນແກ່ຄວາມສະດວກສະບາຍຫຼືເຫັນແກ່ ຄວາມສະໜຸກສະໜານໃນການເຂົ້າສັງຄົມ ຍ່ອມລະຖິ້ມການໃຫ້ນົມຂອງຕົນແກ່ບຸດນ້ອຍ {MH 383.1} ມແ 388.1

ຄວາມສໍາຄັນໃນການອົບຮົມເດັກທີ່ມີນິໃສໃນການຮັບປະທານອາຫານຢ່າງຖືກ ຕ້ອງນັ້ນບໍ່ແມ່ນເປັນການກ່າວທີ່ເກີນຄວາມຈິງ ເດັກອ່ອນຈໍາເປັນຕ້ອງຮຽນຮູ້ວ່າເຮົາຮັບ ປະທານເພື່ອທີ່ຈະມີຊີວິດຢູ່ ບໍ່ແມ່ນເພື່ອຮັບປະທານອາຫານເປັນເວລາຕາມກໍານົດ ແລະ ລົດຈໍານວນຄາບລົງເມື່ອເດັກໃຫຍ່ຂຶ້ນ ບໍ່ຄວນໃຫ້ເດັກຮັບປະທານຂະໜົມອົມຫຼືອາ ຫານຂອງຜູ້ໃຫຍ່ຊຶ່ງເປັນອາຫານທີ່ຍ່ອຍຍາກ ຄວາມໃສ່ໃຈແລະການໃຫ້ເດັກໄດ້ຮັບປະ ທານອາຫານເປັນເວລາ ບໍ່ແມ່ນພຽງແຕ່ຊ່ວຍໃຫ້ເດັກມີສຸຂະພາບທີ່ດີເທົ່ານັ້ນ ຍັງເຮັດ ໃຫ້ເດັກບໍ່ຮ້ອງກວນໂຢເຢ ຫຼືມີອາລົມຫງຸດຫງິດອີກດ້ວຍ ທັງຍັງຊ່ວຍວາງຮາກຖານໃຫ້ ກັບອຸປະນິໃສອັນຈະເປັນພຣະພອນແກ່ເຂົາເມື່ອໃຫຍ່ຂຶ້ນ {MH 383.3} ມແ 388.2

ເມື່ອເດັກໃຫຍ່ຂຶ້ນຄວນເອົາໃຈໃສ່ໃນການຝຶກອົບຮົມເດັກເຫຼົ່ານີ້ໃຫ້ເຂົ້າໃຈກ່ຽວ ກັບການບໍລິໂພກແລະການເລືອກອາຫານ ເດັກຈະໄດ້ຮັບການຍິນຍອມໃຫ້ເລືອກອາ ຫານຮັບປະທານຕາມໃຈມັກແລະມັກຈະເລືອກໂດຍບໍ່ຄໍານຶງເຖິງສຸຂະພາບຄວາມເຈັບ ປວດແລະເງິນຄໍາທີ່ທຸ້ມເທໃຫ້ກັບການຮັບປະທານອາຫານທີ່ປຸງແຕ່ງຢ່າງດີເລີດ ແຕ່ບໍ່ມີ ຄຸນຄ່າຕໍ່ຮ່າງກາຍເຮັດໃຫ້ເດັກນ້ອຍເຂົ້າໃຈຜິດວ່າເປົ້າໝາຍສູງສຸດຂອງຊີວິດ ແລະສິ່ງທີ່ ຈະໃຫ້ຄວາມສຸກໄດ້ຫຼາຍທີ່ສຸດກໍຄື ການຮັບປະທານຕາມໃຈມັກ ຜົນຂອງການອົບຮົມ ເຊັ່ນນີ້ສ້າງໃຫ້ເດັກນ້ອຍເກີດຄວາມກິນຕາມໃຈຢາກ ຕາມມາດ້ວຍໂລກໄພໄຂ້ເຈັບແລະ ການຮັກສາດ້ວຍຢາທີ່ເປັນອັນຕະລາຍຕໍ່ຮ່າງກາຍໃນທີ່ສຸດ {MH 384.1} ມແ 388.3

ບິດາມານດາຄວນຈະຝຶກຫັດໃຫ້ເດັກຮູ້ຈັກບໍລິໂພກອາຫານແຕ່ພໍຄວນແລະບໍ່ ຄວນປ່ອຍໃຫ້ເດັກຮັບປະທານອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍ ແຕ່ໃນຄວາມພະຍາ ຍາມຄວບຄຸມອາຫານການກິນນັ້ນ ເຮົາຄວນລະມັດລະວັງຢ່າເຮັດຜິດພາດດ້ວຍການໃຫ້ ເດັກຮັບປະທານອາຫານທີ່ບໍ່ມີລົດຊາດ ຫຼືຫຼາຍເກີນຄວາມຈໍາເປັນ ເດັກມີສິດຮັບປະ ທານອາຫານທີ່ຕົນເອງມັກແລະຖ້າເຂົາເລືອກໃນສິ່ງທີ່ເໝາະສົມ ເຮົາກໍຄວນຕາມໃຈເຂົາ {MH 384.2} ມແ 388.4

ຄວນລະມັດລະວັງເອົາໃຈໃສ່ໃຫ້ເດັກຮັບປະທານອາຫານທີ່ເປັນເວລາແລະບໍ່ ຄວນໃຫ້ເດັກຮັບປະທານອາຫານລະຫວ່າງຄາບເຂົ້າ ບໍ່ວ່າຈະເປັນຂະໜົມອົມ ຫຼືຂະໜົມ ຫວານ ຖົ່ວເປືອກແຂງ ໝາກໄມ້ ຫຼືອາຫານອື່ນໆ ການຮັບປະທານອາຫານບໍ່ເປັນເວລາ ທໍາລາຍສຸຂະພາບຂອງລະບົບຍ່ອຍອາຫານຊຶ່ງເປັນອັນຕະລາຍຕໍ່ສຸຂະພາບແລະເຮັດໃຫ້ ຈິດໃຈຫົດຫູ່ ແລະເມື່ອເຖິງເວລາອາຫານ ເດັກນ້ອຍຈະບໍ່ຢາກກິນອາຫານທີ່ເປັນປະ ໂຫຍດແຕ່ຫິວກະຫາຍຢາກກິນອາຫານທີ່ໃຫ້ໂທດຕໍ່ຮ່າງກາຍ {MH 384.3} ມແ 389.1

ມານດາຜູ້ຕາມໃຈບຸດເທິງຄວາມສູນເສຍຂອງສຸຂະພາບທີ່ແຂງແຮງແລະອາລົມທີ່ ລ່າເລີງ ກໍາລັງຫວ່ານເມັດພັນແຫ່ງຄວາມຊົ່ວຮ້າຍໃຫ້ງອກຂຶ້ນແລະເກີດຜົນນິໃສມັກຕາມ ໃຈຕົນເອງຈະພັດທະນາຂຶ້ນພ້ອມກັບການເຕີບໂຕຂອງເດັກນ້ອຍ ຄວາມສົມບູນຂອງ ຮ່າງກາຍແລະສະຕິປັນຍາຖືກບຽດບັງໄປ ມານດາຜູ້ກະທໍາເຊັ່ນນີ້ຕ້ອງເກັບກ່ຽວເມັດພັນ ທີ່ຕົນເອງຫວ່ານໄວ້ດ້ວຍຄວາມຂົມຂື່ນ ຈະເຫັນລູກໆເຕີບໃຫຍ່ຂຶ້ນດ້ວຍຈິດໃຈແລະອຸ ປະນິໃສບໍ່ເໝາະສົມທີ່ຈະກະທໍາໃນສິ່ງທີ່ດີງາມ ແລະເຮັດປະໂຫຍດໃຫ້ແກ່ສັງຄົມຫຼືແກ່ ຄອບຄົວ ຈິດວິນຍານຕະຫຼອດຈົນເຖິງກໍາລັງກາຍແລະກໍາລັງສະຕິປັນຍາຍ່ອມໄດ້ຮັບ ຜົນກະທົບຈາກອາຫານທີ່ໃຫ້ໂທດຕໍ່ຮ່າງກາຍ ຄວາມຮູ້ສຶກຜິດຊອບຊົ່ວດີຈຶ່ງຕົກຕໍ່າລົງ ແລະອາລົມຊາບຊຶ້ງໃນຄຸນງາມຄວາມດີຕ້ອງເສື່ອມເສຍໄປ {MH 384.4} ມແ 389.2

ໃນຂະນະທີ່ສອນເດັກນ້ອຍໃຫ້ຮູ້ຈັກຄວບຄຸມການບໍລິໂພກໂດຍຄໍານຶງເຖິງຄຸນ ຄ່າຕໍ່ສຸຂະພາບ ເຮົາຄວນອະທິບາຍໃຫ້ເດັກນ້ອຍເຂົ້າໃຈຍ່າງແຈ່ມແຈ້ງວ່າສິ່ງທີ່ເຂົາທັງ ຫຼາຍຖືກຫ້າມກະທໍາເຊັ່ນນັ້ນລ້ວນເປັນອັນຕະລາຍຕໍ່ຕົນເອງເທົ່ານັ້ນ ເປັນການລະເວັ້ນ ສິ່ງທີ່ໃຫ້ໂທດຕໍ່ຮ່າງກາຍເພື່ອສິ່ງອື່ນທີ່ດີກວ່າ ຈົ່ງຈັດໂຕະອາຫານໃຫ້ໜ້າເບິ່ງແລະໜ້າ ສົນໃຈດ້ວຍອາຫານທີ່ມີປະໂຫຍດຕ່າງໆທີ່ພຣະເຈົ້າປະທານ ຈົ່ງໃຫ້ເວລາຮັບປະທານ ອາຫານເປັນເວລາທີ່ເບີກບານແລະມີຄວາມສຸກ ໃນຂະນະທີ່ເຮົາໄດ້ມີຄວາມສຸກ ໃນເວ ລາອັນໜ້າຊື່ນຊົມຍິນດີກັບຂອງປະທານຈາກພຣະເຈົ້າເຊັ່ນນີ້ ໃຫ້ເຮົາຕອບສະໜອງ ດ້ວຍສຽງສັນລະເສີນທີ່ປ່ຽມດ້ວຍຄວາມຊາບຊຶ້ງໃນພຣະຄຸນຂອງພຣະອົງຜູ້ປະທານ {MH 385.1} ມແ 389.3