Go to full page →

ການດູແລເບິ່ງແຍງເດັກນ້ອຍໃນເວລາປ່ວຍໄຂ້ ມແ 390

ຫຼາຍຄັ້ງຄວາມເຈັບປ່ວຍທີ່ເກີດຂຶ້ນກັບເດັກນ້ອຍສາມາດສືບເສາະພົບວ່າມີສາ ເຫດມາຈາກການລ້ຽງດູຢ່າງບໍ່ຖືກຕ້ອງການຮັບປະທານອາຫານບໍ່ເປັນເວລາການສວມ ໃສ່ເສື້ອຜ້າທີ່ບໍ່ອົບອຸ່ນພຽງພໍໃນເວລາກາງຄືນທີ່ມີອາກາດໜາວເຢັນຂາດການອອກກໍາ ລັງກາຍເພື່ອໃຫ້ເລືອດໃນຮ່າງກາຍໝຸນວຽນ ຫຼືຂາດອາກາດບໍລິສຸດທີ່ໃຊ້ໃນການຟອກ ເລືອດ ສິ່ງເຫຼົ່ານີ້ອາດເຮັດໃຫ້ເດັກເກີດເຈັບປ່ວຍໄດ້ ບິດາມານດາຄວນຄົ້ນຫາສາເຫດ ຂອງການເຈັບປ່ວຍ ຈາກນັ້ນ ຈຶ່ງຄວນກໍາຈັດສະພາບທີ່ບໍ່ເໝາະສົມນີ້ອອກໄປໃຫ້ໄວທີ່ສຸດ {MH 385.2} ມແ 390.1

ບິດາມານດາທຸກຄົນສາມາດຮຽນຮູ້ຢ່າງຫຼາກຫຼາຍເຖິງວິທີເບິ່ງແຍງປ້ອງກັນແລະ ແມ່ນແຕ່ວິທີການຮັກສາໂລກໄພໄຂ້ເຈັບໂດຍສະເພາະຢ່າງຍິ່ງຜູ້ເປັນມານດາຄວາມຮູ້ຈັກ ວິທີທີ່ຄວນປະຕິບັດເວລາເກີດໂລກສາມັນທໍາມະດາຂຶ້ນໃນຄອບຄົວແລະຄວນຮູ້ຈັກ ວິທີການເບິ່ງແຍງປະຕິບັດຕໍ່ບຸດຂອງຕົນທີ່ປ່ວຍເພາະມານດາຍ່ອມມີຄວາມຮັກແລະມີ ຄວາມເຂົ້າໃຈອັນເລິກເຊິ່ງທີ່ຈະເບິ່ງແຍງບຸດຂອງຕົນໄດ້ດີກວ່າໄປໄວ້ວາງໃຈການເບິ່ງ ແຍງຂອງຄົນແປກໜ້າ {HM 385.3} ມແ 390.2