Go to full page →

ທໍາມະຊາດບໍ່ແມ່ນພຣະເຈົ້າ ມແ 421

ພຣະຫັດຖະກິດຂອງພຣະເຈົ້າໃນທໍາມະຊາດນັ້ນບໍ່ໄດ້ແມ່ນພຣະອົງເອງໃນທໍາ ມະຊາດທໍາມະຊາດບໍ່ແມ່ນພຣະເຈົ້າສິ່ງຕ່າງໆໃນທໍາມະຊາດ ລ້ວນເປັນສິ່ງທີ່ສະແດງໃຫ້ ເຫັນເຖິງພຣະລັກສະນະແລະລິດທານຸພາບຂອງພຣະເຈົ້າແຕ່ເຮົາຈະຕ້ອງບໍ່ຖືວ່າທໍາມະ ຊາດເປັນພຣະເຈົ້າມະນຸດຜູ້ມີທັກສະໃນງານສິລະປະຍ່ອມສາມາດສັນສ້າງຜົນງານທີ່ ສວຍສົດງົດງາມໄດ້ອັນເປັນສິ່ງທີ່ໜ້າຊື່ນຊົມຍາມເມື່ອໄດ້ເຫັນແລະສິ່ງເຫຼົ່ານີ້ເປີດເຜີຍ ບາງສິ່ງບາງຢ່າງກ່ຽວກັບຄວາມຄິດຂອງຜູ້ທີ່ອອກແບບໃຫ້ແກ່ເຮົາແຕ່ຜົນງານທີ່ຖືກສ້າງ ຂຶ້ນຍ່ອມບໍ່ແມ່ນຜູ້ສ້າງຜູ້ທີ່ຄວນໄດ້ຮັບຄໍາສັນລະເສີນບໍ່ແມ່ນຕົວຜົນງານແຕ່ເປັນຜູ້ທີ່ສ້າງ ສັນສິ່ງນັ້ນຂຶ້ນມາຕ່າງຫາກ ດັ່ງນັ້ນໃນຂະນະທີ່ທໍາມະຊາດເປັນສິ່ງທີ່ສະແດງເຖິງພຣະດໍາ ຣິຂອງພຣະເຈົ້າຈຶ່ງບໍ່ແມ່ນທໍາມະຊາດ ແຕ່ເປັນພຣະເຈົ້າຜູ້ຊົງສ້າງທໍາມະຊາດທີ່ສົມຄວນ ໄດ້ຮັບການຍ້ອງຍໍສັນລະເສີນ ມແ 421.4

“ມາເຖິດໃຫ້ເຮົານະມັດສະການກາບລົງ
ໃຫ້ເຮົາຄຸກເຂົ່າລົງຕໍ່ພຣະເຈົ້າຜູ້ຊົງສ້າງພວກເຮົາ”
“ທີ່ເລິກຂອງແຜ່ນດິນໂລກຢູ່ໃນພຣະຫັດຂອງພຣະອົງ
ທີ່ສູງຂອງພູເຂົາເປັນຂອງພຣະອົງດ້ວຍ
ທະເລເປັນຂອງພຣະອົງເພາະພຣະອົງຊົງສ້າງມັນ
ແລະພຣະຫັດຂອງພຣະອົງຊົງປັ້ນແຜ່ນດິນ” ມແ 422.1

ເພງ ສັນລະເສີນ 95:6;95:4,5

“ພຣະອົງຜູ້ຊົງສ້າງດາວລູກໄກ່ແລະດາວໄຖ
ຜູ້ຊົງປ່ຽນຄວາມມືດທຶບໃຫ້ເປັນຮຸ່ງເຊົ້າ
ແລະຊົງເຮັດກາງເວັນມືດຢ່າງກາງຄືນ”
“ພຣະອົງຜູ້ປັ້ນພູເຂົາແລະສ້າງພາຍຸ
ແລະຊົງປະກາດພຣະດໍາຣິຂອງພຣະອົງແກ່ມະນຸດ”
“ຜູ້ຊົງສ້າງຫ້ອງຊັ້ນເທິງໄວ້ໃນສະຫວັນ
ແລະຕັ້ງຟ້າຄອບໄວ້ທີ່ພື້ນໂລກ”
“ຜູ້ຊົງຮຽກເອີ້ນນໍ້າທະເລມາ
ແລ້ວເທນໍ້ານັ້ນເທິງພື້ນໂລກ
ພຣະນາມຂອງພຣະອົງຄືພຣະຢາເວ” ມແ 422.2

ອາໂມດສ໌ 5:8,4:13,9:6 (THSV) {MH 413.2}