Go to full page →

ຊົງເປີດເຜີຍແກ່ເຫຼົ່າສາວົກ ມແ 429

ຂໍໃຫ້ເຮົາຮຽນຮູ້ເຖິງພຣະດຳລັດທີ່ພຣະຄຣິດຕັດກັບເຫຼົ່າສາວົກໃນຫ້ອງຊັ້ນເທິງ ໃນຄຳ່ຄືນທີ່ພຣະອົງຈະຊົງຖືກຕຶງກາງແຂນ ພຣະອົງໄດ້ມາຢູ່ໃກ້ເວລາແຫ່ງການ ທົດລອງແລະພຣະອົງພະຍາຍາມທີ່ຈະເລົ້າໂລມຈິດໃຈຂອງເຫຼົ່າສາວົກ ຜູ້ຊຶ່ງຈະຕ້ອງ ຖືກທົດລອງແລະໄດ້ຮັບຄວາມທຸກຍາກລຳບາກຢ່າງແສນສາຫັດ {MH 419.5} ມແ 429.4

“ພຣະອົງຕັດວ່າຢ່າໃຫ້ໃຈທ່ານທັງຫຼາຍວິຕົກເລີຍ ທ່ານວາງໃຈໃນພຣະເຈົ້າຈົ່ງ ວາງໃຈໃນເຮົາດ້ວຍໃນພຣະນິເວດຂອງພຣະບິດາເຮົາມີທີ່ຢູ່ຢ່າງຫຼວງຫຼາຍຖ້າບໍ່ມີເຮົາຄົງ ໄດ້ບອກທ່ານແລ້ວເພາະເຮົາໄປຈັດຕຽມທີ່ໄວ້ສຳລັບທ່ານທັງຫຼາຍ...” {MH 419.6} ມແ 429.5

“ໂທມັດທູນພຣະອົງວ່າ ພຣະອົງເຈົ້າຂ້າ ພວກຂ້າພຣະອົງບໍ່ຮູ້ວ່າພຣະອົງສະ ເດັດໄປບ່ອນໃດ ພວກຂ້າພຣະອົງຈະຮູ້ຈັດທາງນັ້ນໄດ້ຢ່າງໃດ ພຣະເຢຊູຕັດກັບເຂົາວ່າ ເຮົາເປັນທາງນັ້ນ ເປັນຄວາມຈິງແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກ ຈະມາທາງເຮົາຖ້າທ່ານທັງຫຼາຍຮູ້ຈັກເຮົາແລ້ວທ່ານກໍຈະຮູ້ຈັກພຣະບິດາຂອງເຮົາດ້ວຍ ຕັ້ງແຕ່ນີ້ໄປທ່ານກໍຈະຮູ້ຈັກພຣະອົງແລະໄດ້ເຫັນພຣະອົງ.” {MH 419.7} ມແ 429.6

“ຟີລິບທູນພຣະອົງວ່າ ພຣະອົງເຈົ້າຂ້າຂໍສຳແດງພຣະບິດາໃຫ້ຂ້າພຣະອົງທັງຫຼາຍ ໄດ້ເຫັນກໍພໍໃຈຂ້າພຣະອົງແລ້ວພຣະເຢຊູຕັດກັບເຂົາວ່າ ຟີລິບເອີຍ ເຮົາຢູ່ກັບທ່ານ ນານເຖິງພຽງນີ້ແລະທ່ານຍັງບໍ່ຮູ້ຈັກເຮົາອີກຫຼືຜູ້ທີ່ໄດ້ເຫັນເຮົາກໍຈະໄດ້ເຫັນພຣະບິດາທ່ານ ຈະເວົ້າໄດ້ຢ່າງໃດອີກວ່າ” “ຂໍໃຫ້ສຳແດງພຣະບິດາໃຫ້ຂ້າພຣະອົງທັງຫຼາຍເຫັນ” ທ່ານບໍ່ ເຊື່ອວ່າເຮົາຢູ່ໃນພຣະບິດາແລະພຣະບິດາຊົງຢູ່ໃນເຮົາ ຄຳທີ່ເຮົາກ່າວແກ່ທ່ານທັງຫຼາຍ ນັ້ນເຮົາກ່າວບໍ່ໄດ້ຕາມໃຈມັກ ແຕ່ພຣະບິດາຜູ້ສະຖິດໃນເຮົາຊົງກະທຳພຣະລາຊະ ກິດຂອງພຣະອົງ ໂຢຮັນ 14:1-10 {MH 420.1} ມແ 430.1

ພວກສາວົກຍັງບໍ່ເຂົ້າໃຈເຖິງພຣະດຳລັດຂອງພຣະຄຣິດ ທີ່ກ່ຽວກັບຄວາມສຳ ພັນຂອງພຣະອົງກັບພຣະບິດາ ພວກເຂົາຍັງບໍ່ເຂົ້າໃຈຄຳສອນຂອງພຣະອົງອີກຫຼາກ ຫຼາຍພຣະຄຣິດຊົງປາຖະໜາທີ່ຈະໃຫ້ພວກເຂົາໄດ້ຮຽນຮູ້ເຖິງພຣະເຈົ້າຢ່າງແຈ່ມແຈ້ງ ແລະຊັດເຈນຍິ່ງຂຶ້ນ {MH 420.2} ມແ 430.2

ເຮົາເວົ້າເລື່ອງນີ້ກັບທ່ານເປັນຄຳອຸບປະມາ ແຕ່ມື້ໜຶ່ງເຮົາຈະບຊ່ເວົ້າກັບທ່ານເປັນ ຄຳອຸບປະມາອີກແຕ່ຈະບອກທ່ານເຖິງເລື່ອງພຣະບິດາຢ່າງແຈ່ມແຈ້ງ” ໂຢຮັນ 16:25 {MH 420.3} ມແ 430.3

ໃນວັນເທສະການພັນເທຄອດ ເມື່ອພຣະວິນຍານບໍລິສຸດໄດ້ຫຼັ່ງລົງມາຍັງເຫຼົ່າສາ ວົກພວກເຂົາກໍເຂົ້າໃຈເຖິງຄວາມຈິງທີ່ພຣະຄຣິດໄດ້ຕັດໄວ້ເປັນຄຳອຸປະມາເລິກ ເຊິ່ງຍິ່ງ ຂຶ້ນຄຳສອນຫຼາກຫຼາຍທີ່ເດີມເປັນຄວາມລໍ້າເລິກກໍເກີດຄວາມເຂົ້າໃຈຢ່າງແຈ່ມແຈ້ງແຕ່ ເຖິງປານນັ້ນ ພວກເຂົາກໍຍັງບໍ່ໄດ້ຮັບພຣະສັນຍາທີ່ສຳເລັດສົມບູນຂອງພຣະຄຣິດ ພວກເຂົາໄດ້ຮັບສັບພະຄວາມຮູ້ກ່ຽວກັບພຣະເຈົ້າເທົ່າທີ່ພວກເຂົາຈະຮັບໄວ້ໄດ້ ແຕ່ ພຣະສັນຍາທີ່ສຳເລັດສົມບູນທີ່ພຣະຄຣິດຈະຊົງສຳແດງໃຫ້ເຫັນເຖິງພຣະບິດາຢ່າງຊັດ ແຈ້ງນັ້ນຍັງມາບໍ່ເຖິງໃນທຸກວັນນີ້ກໍເປັນເຊັ່ນດຽວກັນເຮົາມີຄວາມຮູ້ທີ່ກ່ຽວກັບພຣະເຈົ້າ ຢູ່ພຽງບາງສ່ວນແລະຍັງບໍ່ສົມ ບູນເມື່ອການຕໍ່ສູ້ໄດ້ສິ້ນສຸດລົງແລະພຣະເຢຊູຄຣິດໄດ້ຊົງ ຍອມຮັບຜູ້ຮັບໃຊ້ຂອງພຣະອົງຕໍ່ເບື້ອງພຣະພັກຂອງພຣະບິດາແລ້ວ ເມື່ອນັ້ນແຫຼະພວກ ເຂົາກໍຈະມີຄວາມເຂົ້າໃຈຢ່າງແທ້ຈິງເຖິງສິ່ງທີ່ຍັງເປັນຄວາມລໍ້າເລິກສຳລັບພວກເຂົາໃນ ເວລານີ້ {MH 420.4} ມແ 430.4

ພຣະຄຣິດສະເດັດສູ່ບັນລັງຂອງພຣະເຈົ້າເທິງສະຫວັນໃນສະພາບຂອງມະນຸດທີ່ ໄດ້ຮັບພຣະກຽດແລະສະຫງ່າລາສີ ບັນດາຜູ້ທີ່ຍອມຮັບແລະເຊື່ອໃນພຣະນາມຂອງ ພຣະອົງ ພຣະອົງກໍຈະປະທານສິດໃຫ້ເປັນບຸດຂອງພຣະເຈົ້າເພື່ອໃນທີ່ສຸດພຣະເຈົ້າຈະ ຊົງຮັບພວກເຂົາໄວ້ເປັນບຸດຂອງພຣະອົງ ແລະໄດ້ຢູ່ຮ່ວມກັບພຣະອົງຕາມຊົ່ວນິລັນ ດອນຖ້າໃນຊີວິດນີ້ພວກເຂົາມີຄວາມຊື່ສັດຕໍ່ພຣະເຈົ້າໃນທີ່ສຸດພວກເຂົາຈະໄດ້ “ເຫັນ ພຣະພັກພຣະອົງແລະພຣະນາມຂອງພຣະອົງຈະປະທັບຢູ່ທີ່ໜ້າຜາກເຂົາ” ພຣະນິມິດ 22:4 ແລະຈະມີອັນໃດທີ່ເຮັດໃຫ້ເຮົາໄດ້ມີຄວາມສຸກໃນສະຫວັນຍິ່ງກວ່າການໄດ້ ເຫັນພຣະເຈົ້າ ຈະມີຄວາມຊື່ນຂົມຍິນດີໃດທີ່ຍິ່ງໃຫຍ່ໄປກວ່າການທີ່ເຮົາທັງຫຼາຍຊຶ່ງ ເປັນຄົນບາບໄດ້ຮັບຄວາມລອດໂດຍພຣະຄຸນຂອງພຣະຄຣິດ ໄດ້ເຫັນພຣະພັກຂອງ ພຣະເຈົ້າແລະທູນຮຽກພຣະອົງວ່າເປັນພຣະບິດາ {MH 421.1} ມແ 431.1

ພຣະຄຳພີໄດ້ກ່າວວ່າ ຢ່າງຊັດແຈ້ງເຖິງຄວາມສຳພັນລະຫວ່າງພຣະເຈົ້າກັບພຣະ ຄຣິດ ແລະເຮັດໃຫ້ເຮົາໄດ້ເຫັນເຖິງບຸກຄະລິກລັກສະນະເອກັດຕະພາບຂອງພຣະ ເຈົ້າແລະພຣະຄຣິດຢ່າງຊັດເຈນ {MH 421.2} ມແ 431.2

“ໃນໂບຮານນະການ ພຣະເຈົ້າໄດ້ຕັດດ້ວຍວິທີຕ່າງໆຫຼາກຫຼາຍແກ່ບັນພະບູລຸດ ຂອງເຮົາທາງຜູ້ເຜີຍພຣະວັດຈະນະແຕ່ໃນເວລາສຸດທ້າຍນີ້ ພຣະອົງໄດ້ຕັດແກ່ເຮົາ ທັງຫຼາຍທາງພຣະບຸດ... ພຣະບຸດຊົງເປັນແສງສະທ້ອນພຣະສະຣິຂອງພຣະເຈົ້າແລະຊົງ ມີພາວະເປັນພິມດຽວກັນກັບພຣະອົງ ແລະຊົງຜະຍຸງໂລກໄວ້ດ້ວຍພຣະບັນຍັດອັນຊົງ ລິດຂອງພຣະອົງ ເມື່ອພຣະອົງໄດ້ຊົງຊຳລະບາບແລ້ວກໍໄດ້ປະທັບນະເບື້ອງຂວາຂອງ ພຣະເຈົ້າເບື້ອງເທິງພຣະອົງຊົ່ງຍິ່ງໃຫຍ່ເໜືອເຫຼົ່າທູດສະຫວັນທັງຫຼາຍ ດ້ວຍວ່າພຣະອົງ ຊົງພຣະນາມທີາປະເສີດວ່ານາມຂອງທູດສະຫວັນເພາະວ່າມີຜູ້ໃດແດ່ທີ່ບັນດາທູດສະ ຫວັນທີ່ພຣະອົງໄດ້ຕັດແກ່ເຂົາວ່າ ມແ 431.3

“ທ່ານເປັນບຸດຂອງເຮົາ
ວັນນີ້ເຮົາໃຫ້ກຳເນີດທ່ານ ແລະຍັງຕັດອີກວ່າ
ເຮົາຈະເປັນບິດາຂອງທ່ານ
ແລະທ່ານຈະເປັນບຸດຂອງເຮົາ” ມແ 431.4

ຮີບຣູ 1:1-5 {MH 421.3}

ບຸກຄະລິກລັກສະນະຂອງພຣະບິດາ ແລະພຣະບຸດຮ່ວມ ທັງຄວາມເປັນອັນໜື່ງ ອັນດຽວກັນທີ່ປະກົດລະຫວ່າງທັງສອງພຣະອົງໄດ້ຮັບການອະທິບາຍໄວ້ ໃນຄຳອະທິ ຖານທີ່ພຣະຄຣິດ ຊົງອະທິຖານເພື່ອເຫຼົ່າສາວົກຂອງພຣະອົງໃນພຣະທຳໂຢຮັນບົດທີ່ ສິບເຈັດ {MH 421.4} ມແ 432.1

“ຂ້າພຣະອົງບໍ່ໄດ້ອະທິຖານເພື່ອຄົນເຫຼົ່ານີ້ພວກດຽວແຕ່ເພື່ອຄົນທັງປວງ ທີ່ວາງ ໃຈໃນຂ້າພຣະອົງເພາະຖ້ອຍຄຳຂອງເຂົາເພື່ອເຂົາທັງຫຼາຍຈະໄດ້ເປັນອັນໜຶ່ງອັນດຽວ ກັນດັ່ງທີ່ພຣະອົງຄືພຣະບິດາສະຖິດໃນຂ້າພຣະອົງ ແລະຂ້າພຣະອົງໃນພຣະອົງເພື່ອໃຫ້ ເຂົາເປັນອັນໜຶ່ງອັນດຽວກັນກັບພຣະອົງແລະກັບຂ້າພຣະອົງດ້ວຍ ເພື່ອໂລກນີ້ຈະໄດ້ເຊື່ອ ວ່າພຣະອົງຊົງໃຊ້ຂ້າພຣະອົງມາ” ໂຢຮັນ 17:20,21 {MH 421.5} ມແ 432.2

ຄວາມເປັນອັນໜຶ່ງອັນດຽວກັນລະຫວ່າງພຣະຄຣິດແລະເຫຼົ່າສາວົກຂອງພຣະອົງ ບໍ່ໄດ້ເປັນສິ່ງທຳລາຍຍຸກຄະລິກລັກສະນະຂອງທັງສອງຝ່າຍ ພຣະຄຣິດແລະເຫຼົ່າສາວົກມີ ຄວາມມຸ້ງໝາຍມີຄວາມຄິດແລະມີລັກສະນະນິໃສຢ່າງດຽວກັນ ແຕ່ບໍ່ແມ່ນຄົນດຽວ ກັນໂດຍປະການສະນີ້ແຫຼະພຣະເຈົ້າແລະພຣະຄຣິດຊົງເປັນອັນໜຶ່ງອັນດຽວກັນ {MH 422.1} ມແ 432.3