Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ອົງພຣະຜູ້ເປັນເຈົ້າຊົງມີຄວາມຟັກໄຝຢູ່ກັບພວກເຮົາທັງ ຫລາຍ

    ຫົວໃຈຂອງພຣະຜູ້ເປັນເຈົ້າຍາມໃດ ກໍມີຄວາມຟັກໄຝຢູ່ ກັບພວກລູກຫລານຂອງພຣະອົງຜູ້ທີ່ອາສັຍຢູ່ເມືອງມະນຸດເຮົາດ້ວຍ ຄວາມຮັກອັນແຮງກ້າອັນເໜືອຍິງ ໄປກວ່າຄວາມຕາຍນັ້ນອີກ. ການທີ່ພຣະອົງຊົງໄດ້ໂຜດປະທານພຣະບຸຕຂອງພຣະອົງລົງມາ ໃຫ້ ພວກມະນຸດນັ້ນກໍເໝືອນດັ່ງຂອງພຣະຣາຊທານອັນໜຶ່ງ ທີ່ໄດ້ສັງ ລວມເອົາຊັພສິນສົມບັດອັນມີຄ່າທັງໝົດແຫ່ງເມືອງສະຫວັນຊັ້ນ ຟ້ານັ້ນລົງມາ ໃຫ້ພວກເຮົາທັງຫລາຍໂດຍຜ່ານພຣະອົງເອງ. ການດຳຣົງຊີວິດຢູ່, ການສິ້ນພຣະຊົນແລະການເປັນທະນາຍຄວາມ ຂອງພຣະເຈົ້າຜູ້ໂຜດໃຫ້ລອດເພື່ອໃຫ້ການປົກປ້ອງເອົາມະນຸດພວກ ເຮົາ, ການເຄື່ອນໄຫວຮັບໃຊ້ຂອງພວກຊາວເທວະທູຕ, ສຽງຮຽກ ຮ້ອງຂອງພຣະວິນຍານບໍຣິສຸດ, ການຄຸ້ມຄອງດູແລຂອງພຣະບິດາ ເຈົ້າທີ່ມີຕໍ່ມະນຸດທຸກຄົນ, ຕະຫລອດໄປເຖິງຄວາມສົນໃຈຢ່າງບໍ່ ຢຸດ ຢັ້ງຂອງຊາວເມືອງສະຫວັນ - ທັງໝົດທີ່ກ່າວມາເຫລົ່ານັ້ນກໍລ້ວນ ແຕ່ເພື່ອແນໃສ່ການໂຜດເອົາມະນຸດໃຫ້ໄດ້ຮັບຄວາມລອດພົ້ນ.SCL 28.1

    ມາເຖີດພວກເຮົາ, ຈົ່ງພາກັນມາທຳຄວາມເຂົ້າໃຈໃນພຣະ ມະຫາວິຣະກັມແຫ່ງການເສັຍສະຫລະອັນໜ້າອັສຈັນເພື່ອການ ກອບກູ້ເອົາມະນຸດ ພວກເຮົາທັງຫລາຍເຊິ່ງໄດ້ສຳເຣັດລົງໄປແລ້ວ ນັ້ນ! ຈົ່ງລອງພາກັນມາໃຫ້ການສັງເກດຕີລາຄາເຖິງ ການອອກ ເຫື່ອເທແຮງຂອງເມືອງສະຫວັນຊັ້ນຟ້າເພື່ອພຣະກິຈການແຫ່ງ ການ ໂຜດຜາຍກອບກູ້ເອົາມະນຸດຜູ້ຫລົງຜິດແລະເພື່ອຈະນຳເອົາ ພວກເຂົາໃຫ້ກັບຄືນໄປສູ່ປິຕຸພູມອັນດັ່ງເດີມຂອງຕົນນັ້ນເຖີດ. ຄວາມຄິດຈິນຕະນາການທີ່ເຂັ້ມແຂງແຮງກ້າຍິ່ງກວ່າສິ່ງໃດ, ລວມ ທັງວິທີການອັນຍອດຢ້ຽມຕ່າງໆກໍໄດ້ຖືກນຳເອົາມາໃຊ້ເຂົ້າໃນພຣະ ກິຈການດັ່ງກ່າວນັ້ນ ແລ້ວກໍຍັງມີລາງວັນອັນຍິ່ງໃຫຍ່ ເພື່ອມາຍົກ ຍ້ອງສັນລະເສີນການກະທຳທີ່ຖືກຕ້ອງເປັນທັມ, ຄວາມເບີກບານ ໃຈຂອງເມືອງສະຫວັນຊັ້ນຟ້າ, ການຊື່ສັມພັນກັບພວກຊາວເທວະ ທູຕ, ຄວາມສັມພັນກັບຄວາມຮັກຂອງພຣະຜູ້ເປັນເຈົ້າແລະພຣະບຸຕ ຂອງພຣະອົງ, ການຍົກສູງແລະເສີມຂະຫຍາຍຄວາມສາມາດຂອງ ມະນຸດພວກເຮົາຕະຫລອດຊ່ວງໄລຍະເວລາແຫ່ງຄວາມອະມະຕະ- ສິ່ງທັງໝົດທີ່ກ່າວມານີ້ຫລືທີ່ຍັງບໍ່ທັນພຽງພໍທີ່ຈະປຸກລຸກເອົາ ພວກ ເຮົາໃຫ້ພາກັນອຸທິດໝົດຈິດໝົດໃຈເຂົ້າ ໃນການທຳງານເພື່ອຮັບ ໃຊ້ພຣະເຈົ້າຜູ້ເນຣະມິຕສ້າງ ແລະທັງຊົງເປັນພຣະເຈົ້າຜູເໂຜດໃຫ້ ລອດຂອງພວກເຮົາທັງຫລາຍ?SCL 29.1

    ອີກດ້ານໜຶ່ງ, ການພິພາກສາຂອງອົງພຣະຜູ້ເປັນເຈົ້າເພື່ອ ຕັດສິນຄະດີຂອງຄວາມບາບ, ຜົນກັມຈະຕາມສະໜອງຢ່າງຫລີກ ບໍ່ພົ້ນ, ຄວາມເປື່ອຍເຍື່ອຍທາງດ້ານຄຸນສົມບັດທັສນະຂອງມະ ນຸດພວກເຮົາແລະໃນທີ່ສຸດກໍຄືຄວາມຫາຍຍະນາດ ໃນບັ້ນສຸດທ້າຍ- ສິ່ງທັງໝົດເຫລົ່ານີ້ກໍລ້ວນແຕ່ ໄດ້ຖືກບັນທຶກຂີດຂຽນເອົາໄວ້ຢູ່ ໃນ ພຣະວັຈນະຂອງພຣະຜູ້ເປັນເຈົ້າເພື່ອເປັນການຕັກເຕືອນ ພວກເຮົາ ບໍ່ໃຫ້ພາກັນໄປຮັບໃຊ້ສາຕານ.SCL 29.2

    ເປັນໄປໄດ້ຫລືທີ່ ພວກເຮົາຈະພາກັນເມີນເສີຍຕໍ່ຄວາມຮັກ ຄວາມເມດຕາຂອງພຣະຜູ້ເປັນເຈົ້າ? ມີສິ່ງໃດອີກແດ່ ທີ່ພວກເຮົາ ສາມາດທຳໄດ້? ມາເຖີດພວກເຮົາ, ຈົ່ງພາກັນມາວາງຕົນໃຫ້ມີ ຄວາມສັມພັນອັນຖືກຕ້ອງກັບພຣະອົງຊົງໄດ້ປະທານຄວາມຮັກ ທີ່ຍິ່ງ ໃຫຍ່ອັສຈັນຕໍ່ພວກເຮົາໄປແລ້ວນັ້ນ. ມາເຖີດພວກເຮົາ, ຈົ່ງ ພາກັນມານຳໃຊ້ທຸກສິ່ງຢ່າງທີ່ພວກເຮົາມີຢູ່ເພື່ອຈະໄດ້ທຳການຝຶກ ຝົນກໍ່ສ້າງຕົນໃຫ້ກ້າວໄປສູ່ການມີຄຸນລັກສະນະທາດແທ້ທີ່ຄ້າຍຄືກັນ ກັບພຣະອົງເພື່ອຈະໄດ້ຟື້ນຟູຄວາມເປັນມິດໄມຕຣີມີຄວາມສັມພັນ ກັບພວກຊາວເທວະທູຕຜູ້ມີຄວາມບໍຣິສຸດ ທີ່ໄດ້ຖືກແຕ່ງໃຫ້ພາກັນ ລົງມາຮັບໃຊ້ມະນຸດແລະ ເພື່ອພວກເຮົາທັງຫລາຍຈະໄດ້ພາກັນກັບ ຫລ່າວຕ່າວຄືນ ໄປສູ່ຄວາມສັມພັນທີ່ປະສານກົມກຽວກັນກັບພຣະ ບິດາເຈົ້າແລະພຣະບຸຕຂອງພຣະອົງ./.SCL 30.1