Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການໂຜດໃຫ້ລອດພົ້ນນັ້ນກໍເປັນຂອງພຣະຣາຊທານທີ່ໃຫ້ ມາລ້າໆ

    ພວກເຮົາບໍ່ໄດ້ອ້າງໃສ່ການຍອມເຊື່ອຟັງຂອງຕົນນັ້ນເພື່ອ ຈະນຳເອົາມາເປັນສິ່ງໄປແລກເອົາຄວາມໂຜດໃຫ້ລອດນັ້ນມາໄດ້, ເພາະວ່າຄວາມໂຜດໃຫ້ລອດນັ້ນແມ່ນຂອງພຣະຣາຊທານທີ່ອົງ ພຣະຜູ້ເປັນເຈົ້າຊົງເອົາມາມອບໃຫ້ພວກເຮົາລ້າໆ ແລະຈະໄດ້ມາ ກໍດ້ວຍອີງໃສ່ການຍອມເຊື່ອພຽງເທົ່ານັ້ນ. ສ່ວນການປະຕິບັດຕາມ ກົດພຣະບັນຍັຕຂອງ ພຣະເຈົ້ານັ້ນກໍຄືໝາກຜົນທີ່ໄດ້ມາຈາກຄວາມ ເຊື່ອນັ້ນເອງ. “ທ່ານຮູ້ວ່າພຣະອົງຊົງໄດ້ສະເດັດລົງມາ ເພື່ອນຳເອົາຄວາມບາບຂອງພວກເຮົາທັງຫລາຍອອກໄປ, ແຕ່ຢູ່ໃນຕົວຂອງ ພຣະອົງເອງຊ້ຳພັດບໍ່ມີຄວາມບາບໃດໆ ທັງສິ້ນ. ຜູ້ໃດທີ່ຢູ່ໃນພຣະອົງກໍຈະບໍ່ທຳບາບເພາະວ່າຜູ້ ໃດທີ່ທຳບາບເຂໄາກໍບໍ່ໄດ້ເຫັນພຣະອົງ ແລະ ທັງບໍ່ໄດ້ຮູ້ ຈັກກັບ ພຣະອົງ.” (1ໂຢຫັນ 3:5,6). ຢູ່ບ່ອນນີ້ເອງຄືການທົດ ສອບທີ່ແທ້ຈິງ. ຖ້າວ່າພວກເຮົາຫາກຢູ່ໃນອົງພຣະຄຣິສຕ໌ ແລະຖ້າ ວ່າຄວາມຮັກຂອງພຣະເຈົ້າຫາກສະຖິດຢູ່ນຳພວກເຮົາແລ້ວ, ຄວາມຮູ້ສຶກຂອງພວກເຮົາ,ຄວາມຄິດຂອງພວກເຮົາຈົນຕະລອດ ໄປທັງການປະພຶດຕົນຂອງ ພວກເຮົາກໍຈະມີການປະສົມປະສານກັນ ກັບພຣະປະສົງຂອງອົງພຣະຜູ້ເປັນເຈົ້າ, ເໝືອນດັ່ງທີ່ອົງພຣະວິນ ຍານບໍຣິສຸດຊົງໄດ້ມີພຣະຄຳສອນເອົາໄວ້ຢູ່ໃນກົດໝາຍຂອງພຣະ ເຈົ້ານັ້ນວ່າ: “ພວກລູກເອີຍ! ຈົ່ງຢ່າໃຫ້ມະນຸດຜູ້ໃດລໍ້ລວງ ພວກເຈົ້າເລີຍ: ເພາະວ່າຜູ້ໃດທີ່ກະທຳຄວາມຊອບທັມ ນັ້ນເຂົາກໍເປັນຄົນຊອບທັມເໝືອນດັ່ງພຣະອົງເຈົ້າຜູ້ຊອບ ທັມ.” (1ໂຢຫັນ 3:7). ມາຕຖານສຳລັບການວັດແທກຄວາມຊອບ ທັມນັ້ນກໍຄືກົດພຣະບັນຍັຕ ທີ່ສັກສິດຂອງອົງພຣະຜູ້ເປັນເຈົ້າເຊິ່ງປະ ກອບດ້ວຍກົດພຣະບັນຍັຕສິບປະການທີ່ ພຣະຜູ້ເປັນຊົງໄດ້ສະຖາປະ ນາອອກມາຢູ່ທີ່ສັນພູ ສີນາຍ(Sinai) ນັ້ນເອງ.SCL 116.1

    ອັນທີ່ເອີ້ນກັນວ່າ ເປັນຄວາມເຊື່ອຢູ່ໃນອົງພຣະຄຣິສຕ໌ທີ່ພາ ໃຫ້ຄົນເຮົາບໍ່ຍອມເຊື່ອຟັງປະຕິບັດຕາມອົງພຣະຜູ້ເປັນເຈົ້ານັ້ນມັນ ກໍບໍ່ແມ່ນຄວາມເຊື່ອທີ່ແທ້ຈິງເລີຍ, ແຕ່ຫາກເປັນພຽງແຕ່ຄວາມຄິດ ຄາດເອົາໄວ້ຢ່າງດຽວດາຍພຽງເທົ່ານັ້ນ. “ທ່ານໄດ້ຮັບຄວາມ ລອດພົ້ນກໍດ້ວຍພຣະເດດພຣະຄຸນ ແລະ ໂດຍຜ່ານຄວາມ ເຊື່ອ.” (ເອເຟຊຽນ 2:8). ແຕ່ວ່າ “ຄວາມເຊື່ອຖ້າຫາກປາ ສຈາກການກະທຳນັ້ນມັນ ກໍເປັນພຽງແຕ່ຄວາມເຊື່ອທີ່ ຕາຍໄປແລ້ວ” (ຢາໂກໂບ 2:7). ພຣະເຢຊູຊົງໄດ້ຕັດກ່າວກ່ຽວ ກັບພຣະອົງເອງກ່ອນທີ່ ພຣະອົງຈະສະເດັດລົງມາສູ່ໂລກມະນຸດເອົາ ໄວ້ດັ່ງນີ້: “ຂ້າແດ່ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງ, ຂ້າ ພຣະອົງປະສົງຢາກຈະກະທຳຕາມພຣະປະສົງຂອງພຣະ ອົງເຈົ້າ, ເພາະວ່າກົດພຣະບັນຍັຕຂອງພຣະອົງກໍສະຖິດ ຢູ່ໃນຫົວໃຈຂອງຂ້າພຣະອົງນີ້.” (ເພງສັນລະເສີນ 40:8)ແລະໃນເວລາບໍ່ດົນກ່ອນການສະເດັດກັບຂຶ້ນ ໄປສູ່ເມືອງສະ ຫວັນນັ້ນພຣະອົງກໍຊົງໄດ້ຖະແຫລງອອກມາວ່າ: “ເຮົາພຣະອົງ ໄດ້ປະຕິບັດຕາມກົດພຣະບັນຍັຕຂອງພຣະບິດາເຈົ້າແລະ ໄດ້ດຳຣົງຢູ່ໃນຄວາມຮັກຂອງພຣະອົງ.” (ໂຢຫັນ 15:10). ໜັງສືພຣະຄຳພີທີ່ສັກສິດໄດ້ຕັດກ່າວເອົາໄວ້ດັ່ງນີ້: “ອັນວ່າພວກ ເຮົາໄດ້ຮູ້ຈັກພຣະອົງນັ້ນກໍເພາະວ່າຖ້າພວກເຮົາໄດ້ປະ ຕິບັດຕາມກົດພຣະບັນຍັຕຂອງພຣະອົງນັ້ນເອງ...ສ່ວນ ຜູ້ໃດທີ່ເວົ້າວ່າເຂົາກໍຢູ່ໃນພຣະອົງນັ້ນແລ້ວເຂົາກໍຕ້ອງປະ ພຶດຕົນເໝືອນດັ່ງທີ່ ພຣະອົງທີ່ໄດ້ປະພຶດມາ.” (1ໂຢຫັນ2:3-6). “ເພາະວ່າອົງພຣະຄຣິສຕ໌ເຈົ້າຊົງໄດ້ຮັບເອົາຄວາມ ທົນທຸກເພື່ອພວກເຮົາ, ໄດ້ສະແດງເປັນແບບຢ່າງໃຫ້ແກ່ ພວກເຮົາເພື່ອພວກທ່ານຈະໄດ້ເດີນຕາມຮອຍພຣະບາດ ຂອງພຣະອົງໄປ” (1ເປໂຕຣ 2:21).SCL 117.1