Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມລະແວງສົງສັຍຈະບໍ່ໄດ້ຮັບການໃຫ້ອະພັຍ

    ຢູ່ໃນໜັງສືພຣະຄຳພີນັ້ນອົງພຣະຜູ້ເປັນເຈົ້າຊົງໄດ້ໃຫ້ຄຳ ໝັ້ນສັນຍາເອົາໄວ້ຕໍ່ພວກເຮົາຢ່າງອຸດົມຮັ່ງມີ, ສະນັ້ນເປັນໄປໄດ້ ຫລືທີ່ທ່ານຍັງຈະມີຄວາມລະແວງສົງສັຍຢູ່ອີກຕໍ່ໄປ? ທ່ານເຊື່ອ ບໍ່ວ່າເມື່ອເວລາທີ່ຄົນບາບຜູ້ໜ້າສັງເວດຜູ້ໜຶ່ງຫາກເກີດມີ ຄວາມ ຕ້ອງການຢາກຈະກັບຄືນມາຫາພຣະເຈົ້າ, ຢາກຈະປ່ອຍປະລະຖິ້ມ ຄວາມຊົ່ວຮ້າຍທັງຫລາຍຂອງຕົນນັ້ນແລ້ວອົງພຣະຜູ້ເປັນເຈົ້າຫລື ທີ່ຈະມາສະແດງຄວາມເຂັ້ມງວດກວດຂັນເພື່ອສະກັດກັ້ນເຂົາບໍ່ໃຫ້ ເຂົ້າກັບໄປຍອມຮັບສາລະພາບກັບກາຍກັບໃຈຢູ່ໃຕ້ພຣະບາດຂອງ ພຣະອົງ? ທ່ານຈົ່ງປະຖິ້ມຄວາມຄິດແບບນີ້ໄປເສັຍເຖີດ! ບໍ່ມີສິ່ງ ໃດອີກແລ້ວທີ່ຈະທຳຮ້າຍຊີວິດຈິດໃຈຂອງທ່ານມາກຍິ່ງໄປກວ່າ ການມີຄວາມຄິດກ່ຽວກັບ ພຣະເທພບິດາເຈົ້າໃນລັກສະນະແບບນີ້. ພຣະອົງກຽດຊັງຄວາມບາບ, ແຕ່ຊ້ຳພັດມີຄວາມຮັກຕໍ່ຄົນຜູ້ມີບາບ ແລະພຣະອົງຊົງໄດ້ອຸທິດຕົນໃຫ້ແກ່ມະນຸດທັງຫລາຍໂດຍຜ່ານອົງ ພຣະຄຣິສຕ໌ເຈົ້າເພື່ອຈະ ໃຫ້ທຸກຄົນທີ່ຕ້ອງການເຂົ້າມາເພິ່ງພຣະ ອົງນັ້ນສາມາດທີ່ຈະໄດ້ຮັບຄວາມລອດພົ້ນແລະຈະໄດ້ຮັບພຣະພອນ ຢ່າງອະມະຕະຢູ່ໃນພຣະຣາຊອານາຈັກແຫ່ງເມືອງສະຫວັນທີ່ມີ ຄວາມສະຫງ່າລາສີ. ໃນເວລາທີ່ອົງພຣະຜູ້ເປັນເຈົ້າຊົງໄດ້ໃຫ້ການ ພັນລະນາເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ມະນຸດພວກເຮົານັ້ນຈະ ມີສຳນວນຄວາມເວົ້າອັນໃດອີກຫລືທີ່ຈະມີພະລັງແຮງເໜືອໄປກວ່າ ແລະ ແນບນຽນຍິ່ງໄປກວ່າທີ່ພຣະອົງຊົງໄດ້ຕັດກ່າວເອົາໄວ້ໂດຍ ຜ່ານທ່ານເອຊາຢາຜູ້ເຊິ່ງເປັນນັກພະຍາກອນຂອງພຣະອົງນັ້ນເອງSCL 103.1

    ພຣະອົງຊົງໄດ້ຖະແຫລງອອກວ່າ: “ແມ່ຍິງຈະລືມລູກຜູ້ທີ່ ເຄີຍດູດກິນນົມຂອງຕົນນັ້ນໄດ້ຫລືໃດທີ່ຈະບໍ່ມີ ຄວາມເອັນ ດູສົງສານຕໍ່ຜູ້ເປັນບຸດທີ່ຄອດອອກມາຈາກທ້ອງຂອງຕົນ ເອງນັ້ນ? ເຖິງແມ່ນວ່າເຂົາຫາກຈະລືມໄປໄດ້ກໍຕາມ, ແຕ່ ເຮົາພຣະອົງຈະບໍ່ລືມເຈົ້າໄປໄດ້ເລີຍ” (ເອຊາຢາ 49:15).SCL 104.1

    ດູເຖີດ! ພວກທ່ານຜູ້ທີ່ມີຄວາມລະແວງສົງສັຍແລະສະ ທ້ານຫວັ່ນກົວທັງຫລາຍ! ອົງພຣະເຢຊູເຈົ້າຍັງຊົງພຣະຊົນຢູ່ເພື່ອ ເປັນທະນາຍຄວາມປົກປ້ອງເອົາພວກເຮົາທັງຫລາຍ. ຈົ່ງພາກັນ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ອົງພຣະຜູ້ເປັນເຈົ້າດ້ວຍເຖີດຕໍ່ ການທີ່ພຣະອົງຊົງໄດ້ໂຜດປະທານພຣະບຸດຜູ້ແສນຮັກຂອງພຣະ ເຈົ້າອົງໜຶ່ງອົງດຽວນັ້ນມາໃຫ້ມະນຸດພວກເຮົາ, ຈົ່ງພາກັນໄຫວ້ ພຣະອະທິຖານເສັຍເຖີດເພື່ອບໍ່ໃຫ້ການສິ້ນພຣະຊົນຂອງພຣະອົງ ເພື່ອພວກເຮົາທັງຫລາຍນັ້ນຕ້ອງໄຮ້ຄວາມໝາຍໄປ. ຕົກມາວັນນີ້, ພຣະວິນຍານບໍຣິສຸດຊົງສົ່ງຄຳຮຽກເຊີນເອົາທ່ານໃຫ້ເດີນເຂົ້າໄປ ຫາພຣະອົງ. ມາເຖີດ, ທ່ານຈົ່ງເຂົ້າມາຫາອົງພຣະເຢຊູເຈົ້າດ້ວຍ ຄວາມເຕັມໃຈ, ທ່ານຈົ່ງໄວ້ວາງໃຈໃນພຣະຣາຊພອນອັນຍິ່ງໃຫຍ່ ມະຫາສານຂອງພຣະເຈົ້ານັ້ນ.SCL 104.2

    ເມື່ອທ່ານໄດ້ອ່ານພຣະສັນຍາອັນມີຄວາມອຸດົມຮັ່ງມີຂອງ ອົງພຣະຜູ້ເປັນເຈົ້ານັ້ນແລ້ວກໍຈົ່ງຢ່າລືມໄປເລີຍວ່ານັ້ນກໍເປັນພຽງ ແຕ່ການສະແດງອອກໃຫ້ເຫັນເຖິງຄວາມຮັກ ແລະ ຄວາມເມດຕາ ກະຣຸນາຂອງພຣະອົງທີ່ຈະຊອກຫາສຳນວນຄຳເວົ້າອັນໃດມາພັນ ລະນາບໍ່ໄດ້ເລີຍ. ພຣະຣືທັຍອັນຍິ່ງໃຫຍ່ທີ່ເຕັມໄປດ້ວຍຄວາມຮັກ ອັນບໍ່ມີຂອບເຂດຂອງພຣະເຈົ້າກໍອ່ວຍໂນ້ມເຂົ້າມາຫາຄົນຜູ້ມີບາບ ນັ້ນດ້ວຍຄວາມເມດຕາສົງສານຢ່າງຖ້ວມລົ້ນ, “ພວກເຮົາໄດ້ຮັບ ຄວາມໂຜດໃຫ້ລອດໂດຍຜ່ານພຣະໂລຫິດຂອງພຣະອົງ ແລະໂດຍຜ່ານການໃຫ້ອະພັຍຕໍ່ຄວາມບາບທັງປວງ” (ເອ ເຟຊຽນ [Ephesians]1:7). ຖືກຕ້ອງແລ້ວທີ່ທ່ານເຊື່ອວ່າມີແຕ່ ອົງພຣະຜູ້ເປັນເຈົ້າພຽງເທົ່ານັ້ນທີ່ຈະເປັນຜູ້ຊ່ວຍທ່ານໄດ້. ພຣະອົງ ມີຄວາມປະສົງຢາກຈະຟື້ນຟູເອົາພາບພົດຂອງພຣະອົງ ໃຫ້ກັບຄືນ ມາຢູ່ກັບຕົວຂອງມະນຸດອີກເປັນຄັ້ງໃໝ່. ໃນເມື່ອທ່ານຫາກກ້າວເດີນ ເຂົ້າໄປຫາພຣະອົງພ້ອມກັບການຍອມຮັບສາລະພາບກັບຈິດກັບໃຈ ແລ້ວພຣະອົງກໍຈະເຂົ້າມາສະຖິດຢູ່ໃກ້ກັບທ່ານພ້ອມດ້ວນຄວາມເມດ ຕາສົງສານແລະຈະໃຫ້ອະພັຍຕໍ່ທຸກສິ່ງຢ່າງ./.SCL 104.3