Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ອົງພຣະອົງຜູ້ເປັນເຈົ້າຍັງຄົງລໍທ່ານຢູ່

    ອົງພຣະເທພບິດາເຈົ້າຂອງພວກເຮົາກໍຍັງຄົງລໍທີ່ຈະຖອກ ເທບພຣະພອນຂອງພຣະອົງລົງມາໃຫ້ພວກເຮົາຢ່າງຖ້ວມລົ້ນ. ນີ້ ຄືໂອກາດອັນດີສຳລັບພວກເຮົາທີ່ຈະໄດ້ພາກັນດື່ມກິນເອົານຳຈາກ ບໍ່ເກີດແຫ່ງຄວາມຮັກອັນບໍ່ມີວັນສ້ຽງສຸດນີ້. ທ່ານບໍ່ມີຄວາມອັສຈັນ ໃຈຫລືທີ່ ພວກເຮົາພາກັນໄຫວ້ພຣະອະທິຖານໜ້ອຍເກີນໄປ. ພຣະ ຜູ້ເປັນເຈົ້າກໍມີຄວາມປະສົງ ແລະພ້ອມສະເໝີຢູ່ແລ້ວທີ່ຈະຟັງຄຳ ໄຫວ້ວອນອະທິຖານອັນມາຈາກໃຈຈິງຂອງພວກລູກຫລານຜູ້ທີ່ມີ ຄວາມຖ່ອມຕົວທັງຫລາຍຂອງພຣະອົງ, ແຕ່ບັນຫາກໍຂຶ້ນຢູ່ກັບພວກ ເຮົານີ້ເອງເຊິ່ງເປັນຝ່າຍທີ່ບໍ່ຢາກຈະເຜີຍເຖິງຄວາມຂັດສົນຈົນໃຈ ຂອງພວກຕົນໃຫ້ອົງພຣະຜູ້ເປັນເຈົ້າໄດ້ຮູ້ຈັກນຳຕາມການເວລາ. ພວກເທວະທູຕແຫ່ງເໝືອງສະຫວັນຈະພາກັນຄິດແນວໃດຕໍ່ ພວກມະ ນຸດຜູ້ໜ້າສັງເວດທັງຫລາຍທີ່ກຳລັງຕົກຢູ່ໃນການທົດສອບ ແລະລໍ້ ລວງໃຈເຊິ່ງໃນຂະນະເວລາທີ່ ຫົວໃຈອັນເຕັມໄປດ້ວຍຄວາມຮັກ ຢ່າງອະມະຕະຂອງອົງພຣະຜູ້ເປັນເຈົ້າກຳລັງ ໂນ້ມອ່ຽງມາຫາພວກ ເຂົາທັງຫລາຍນັ້ນຢູ່ແລະກໍພ້ອມສະເໝີທີ່ຈະໂຜດປະທານມາໃຫ້ ພວກເຂົາມາກຍິ່ງໄປກວ່າທີ່ພວກເຂົາຈະຮ້ອງຂໍເອົາມາໄດ້ ແລະ ກໍທັງມາກມາຍໄປຍິ່ງກວ່າທີ່ພວກເຂົາເຈົ້າໄດ້ຄາດຄິດເອົາໄວ້, ແຕ່ ເຖິງປານັ້ນກໍຕາມ, ພວກເຂົາກໍຍັງພາກັນໄຫວ້ພຣະອະທິຖານ ໜ້ອຍເກີນໄປ ແລະກໍຍັງມີຄວາມເຊື່ອໜ້ອຍເກີນໄປ? ພວກເທວະ ທູຕທັງຫລາຍມັກຈະພາກັນກົ້ມຂາບລົງຢູ່ຕໍ່ໜ້າພຣະພັກຂອງອົງ ພຣະຜູ້ເປັນເຈົ້າ, ມັກຈະຢູ່ໃກ້ກັບພຣະອົງ. ພວກເພິ່ນນັບຖືຄວາມ ສັມພັນກັບພຣະເຈົ້າໂດຍຖືວ່ານັ້ນເປັນຄວາມສຸກອັນເລີດລ້ຳ, ພວກ ເຮົາຜູ້ເປັນລູກຫລານຂອງພຣະອົງທີ່ຍັງຢູ່ໃນເມືອງມະນຸດເຊິ່ງມີ ຄວາມຕ້ອງການຍິ່ງໃນການຊ່ວຍເຫລືອຈາກອົງພຣະຜູ້ເປັນເຈົ້າ ນັ້ນຊ້ຳພັດພາກັນເກີດມີຄວາມຮູ້ສຶກລໍ້ລວງຕົນເອງວ່າພວກຕົນມີ ຄວາມພໍໃຈແລ້ວທີ່ໄດ້ດຳຣົງຊີວິດໂດຍຢູ່ນອກແສງສະຫວ່າງຈາກ ພຣະວິນຍານບໍຣິສຸດຂອງພຣະອົງ ແລະ ຂາດຄວາມສັມພັນໄມ ຕຣີກັບພຣະອົງເອງ. SCL 187.1

    ຄວາມມືດມົນອັນມາຈາກມານຮ້າຍເຫລົ່າ ນັ້ນຈະເຂົ້າມາ ປິດລ້ອມເອົາຄົນຜູ້ທີ່ບໍ່ເອົາໃຈໃສ່ໃນການໄຫວ້ພຣະອະທິຖານ. ຝ່າຍສັດຕຣູໝູ່ມານກໍຈະເຂົ້າມາກະຊັບໃສ່ຫູເພື່ອເປັນກົນອຸບາຍລໍ້ ລວງເຂົາໃຫ້ທຳຄວາມຊົ່ວຮ້າຍ. ສິ່ງເຫລົ່ານີ້ຈະເກີດມີຂຶ້ນໄດ້ກໍຕໍ່ເມື່ອພວກເຂົາບໍ່ສວຍໃຊ້ໂອກາດອັນດີເລີດຂອງຕົນໃນການໄຫວ້ ວອນອະທິຖານເຊິ່ງອົງພຣະຜູ້ເປັນເຈົ້າຊົງໄດ້ໂຜດປະທານມາໃຫ້ ແກ່ພວກຕົນຢູ່ແລ້ວນັ້ນ. ເປັນດ້ວຍເຫດໃດທີ່ພວກລູກຫລານຂອງ ພຣະເຈົ້າທັງຊາຍ ແລະ ຍິງຈິ່ງບໍ່ພາກັນເອົາໃຈໃສ່ໃນການໄຫວ້ ພຣະອະທິຖານໃນເມື່ອຮູ້ດີຢູ່ແລ້ວວ່າການໄຫວ້ພຣະນັ້ນຄືຂໍກຸນແຈ ທີ່ ມີຢູ່ໃນກຳມືຂອງຄົນຜູ້ທີ່ ມີຄວາມເຊື່ອໃນພຣະເຈົ້າເພື່ອເປັນສິ່ງ ເປີດ ປະຕູໄປສູ່ເຮືອນສາງແຫ່ງມໍຣະດົກທີ່ມີຄ່າຂອງເມືອງສະຫວັນ ຊັ້ນຟ້າເຊິ່ງເປັນບ່ອນເກັບຮັກສາພະລັງຄວາມສາມາດອັນບໍ່ເຫືອດ ແຫ້ງຂອງພຣະເຈົ້າຜູ້ຊົງດ້ວຍຣິດທານຸພາບນັ້ນ. ຖ້າວ່າຫາກຂາດ ການໄຫວ້ພຣະອະທິຖານຢ່າງເປັນປະຈຳ ແລະ ຂາດຄວາມຕັ້ງອົກ ຕັ້ງໃຈແລ້ວ ພວກເຮົາກໍຈະຕົກເຂົ້າໄປສູ່ພັຍອັນຕະລາຍທີ່ຈະກາຍ ເປັນຄົນບໍ່ເອົາຈິງເອົາຈັງ ແລະ ຈະຜີກອອກຈາກເສັ້ນທາງທີ່ຖືກ ຕ້ອງນັ້ນໄປ. ພວກສັດຕຣູໝູ່ມານກໍຈະໃຊ້ຄວາມພະຍາຍາມຢ່າງ ບໍ່ຢຸດຢັ້ງເພື່ອກີດຂວາງເສັ້ນທາງໄປສູ່ພຣະຣາຊບັນລັງແຫ່ງພຣະ ບາຣະມີຂອງພຣະອົງເຈົ້າເຊິ່ງຈະທຳໃຫ້ພວກເຮົາຕ້ອງຢຸດເຊົາ ໄຫວ້ວອນຮ້ອງຂໍຢ່າງຕັ້ງໜ້າແລະຈະບໍ່ໄດ້ອີງໃສ່ຄວາມເຊື່ອຂອງ ຕົນເພື່ອຈະໄດ້ມາເຊິ່ງພຣະເດເພຣະຄຸນ ແລະພະລັງແຮງສຳລັບ ການຕໍ່ສູ້ຕ້ານກັບການລໍ້ລວງທົດສອບນາໆປະການເຫລົ່ານັ້ນ.SCL 188.1