Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ປະສົບການອັນລ້ຳເລີດ

    ທ່ານອາຈານໂປນຜູ້ເປັນ ອັຄສາວົກທ່ານໜຶ່ງຂອງພຣະ ເຢຊູໄດ້ກ່າວເອົ້າໄວ້ວ່າ. “ພຣະຜູ້ເປັນເຈົ້າຊົງໄດ້ປົດປ່ອຍ ເອົາພວກເຮົາທັງຫລາຍໃຫ້ເປັນ ອິສຣະພາບໄປຈາກອຳ ນາດແຫ່ງຄວາມມືດມົນ ແລະ ຊົງໄດ້ຈັດສົ່ງເອົາພວກເຮົາ ໄປສູ່ພຣະຣາຊອານາຈັກຂອງພຣະບຸຕທີ່ ແສນຮັກແລະ ຫວງແຫນຂອງພຣະອົງ.” (ໂກໂລຊຽນ 1:13). ທຸກຄົນທີ່ ໄດ້ຜ່ານມາຈາກຄວາມຕາຍມາສູ່ຄວາມມີຊີວິດນັ້ນກໍສາມາດທີ່ຈະ ຖືກປະທັບຕຣາໃຫ້ເຫັນວ່າອົງພຣະຜູ້ເປັນເຈົ້ານັ້ນຄືຄວາມ ຈິງ” (ໂຢຫັນ3:33). ອາຈານໂປນຫຍັງສາມາດກ່າວຄຳພະຍານ ອອກມາວ່າ: “ຂ້າພະເຈົ້າເຄີຍມີຄວາມຈຳເປັນຕໍ່ການຊ່ວຍ ເຫລືອແລະກໍໄດ້ຮັບການຊ່ວຍເຫລືອມາຈາກ ອົງພຣະເຢຊູ ເຈົ້າ. ຄວາມຕ້ອວການທຸກຢ່າງກໍໄດ້ຮັບການຕອບສະ ໜອງມາ, ຄວາມຫອດຫິວທາງດ້ານຊີວິດຈິດໃຈຂອງຂ້າພຣະ ເຈົ້າກໍໄດ້ຮັບການຕອບສະໜອງ ແລະຕົກມາໃນເວລານີ້ພຣະ ຄຳພີສຳລັບຕົວຂ້າພຣະເຈົ້າແລ້ວກໍຄືພຣະນິມິຕຂອງອົງພຣະ ເຢຊູຄຣິສຕ໌ນັ້ນເອງ. ພວກທ່ານຖາມວ່າຂ້າພຣະເຈົ້າເຊື່ອພຣະ ເຢຊູໄດ້ແນວໃດ? ກໍເພາະວ່າພຣະອົງຊົງເປັນພຣະເຈົ້າ ຜູ້ໂຜດໃຫ້ລອດສຳລັບຂ້າພຣະເຈົ້ານັ້ນເອງ. ເປັນຫຍັງຂ້າ ພຣະເຈົ້າຈິ່ງມີຄວາມເຊື່ອຕໍ່ພຣະຄຳພີນີ້? ກໍເພາະວ່າ ຂ້າ ພະເຈົ້າໄດ້ເຫັນວ່ານີ້ເປັນພຣະສຸຣະສຽງຂອງພຣະຜູ້ເປັນ ເຈົ້າທີ່ດັ່ງກອງມາສູ່ຊີວິດຈິດໃຈຂອງຂ້າພຣະເຈົ້າ.” ພວກເຮົາ ກໍສາມາດທີ່ຈະສະແດງຄຳເປັນພະຍານຂອງຕົນເອງອອກໄດ້ວ່າ ພຣະຄຳພີນີ້ມີສັຈທັມຄວາມຈິງແລະ ອົງພຣະຄຣິສຕ໌ກໍຊົງເປັນພຣະ ບຸຕຂອງອົງພຣະຜູ້ເປັນເຈົ້າຢ່າງແທ້ຈິງ.SCL 228.1

    ອາຈານເປໂຕຣໄດ້ບອກວ່າໃຫ້ພວກພີ່ນ້ອງຜູ້ເຊື່ອໃນອົງພຣະ ຄຣິສຕ໌ທັງຫລາຍຂອງຕົນວ່າໃຫ້ພາກັນ “ຈະເຣີນເຕີບໂຕຂຶ້ນ ໂດຍພຣະເດດພຣະຄຸນ ແລະ ດ້ວຍຄວາມຮູ້ກ່ຽວກັບອົງ ພຣະຜູ້ເປັນເຈົ້າ ແລະອົງພຣະເຢຊູຄຣິສຕ໌ຜູ້ຊົງເປັນພຣະ ເຈົ້າຜູ້ໂຜດໃຫ້ລອດຂອງພວກເຮົາ.” (2ເປໂຕຣ 3:18). ໃນ ເວລາທີ່ພວກໄພ່ພົນຂອງອົງພຣະຜູ້ເປັນເຈົ້າມີຄວາມຈະເຣີນເຕີບ ໂຕຂຶ້ນດ້ວຍພຣະເດດພຣະຄຸນຂອງພຣະເຈົ້າແລ້ວ, ພວກເຂົາກໍຈະມີ ຄວາມເຂົ້າໃຈໄດ້ໃນພຣະວັຈນະຂອງພຣະເຈົ້ານັບມືນັບແຈ່ມແຈ້ງ ຂຶ້ນ. ພວກເຂົາກໍຈະເຫັນໄດ້ໃນແສງສະຫວ່າງຄັ້ງໃໝ່ແລະຄວາມ ສວຍງາມວິລາວັນທີ່ມີຢູ່ໃນສັຈທັມຄວາຈິງອັນສັກສິດນັ້ນ. ປະຫວັດ ສາຕການເປັນມາຂອງພຣະຄຣິສ໌ຈະຢູ່ໃນທຸກຍົກທຸກສະໄໝກໍເປັນດັ່ງ ນັ້ນ ແລະ ກໍຈະສືບຕໍ່ເປັນດັ່ງນັ້ນຕະຫລອດໄປຈົນເຖິງວັນສຸດທ້າຍ ຂອງໂລກ. “ເສັນທາງຂອງຄົນຊອບທັມກໍເປັນດັ່ງແສງອາ ຣຸນຂອງວັນໃໝ່ທີ່ສອງແສງຮຸ່ງແຈ້ງຍິ່ງຂຶ້ນຈົນເຖິງຕອນ ກາງວັນ.” (ສຸພາສິດ 4:18).SCL 229.1

    ໂດຍອີງໃສ່ຄວາມເຊື່ອໝັ້ນ ພວກເຮົາກໍສາມາດທີ່ຈະມອງ ໄປສູ່ເບື້ອງອະນາຄົດໄດ້ ແລະ ທຳຄວາມເຂົ້າໃຈເຖິງຄຳສັນຍາ ຂອງອົງພຣະເຢຊູເປັນເຈົ້າທີ່ວ່າເມື່ອເວລາຄວາມຄິດປັນຍາແລະ ຄວາມຮູ້ຄວາມສາມາດຂອງມະນຸດພວກເຮົາຫາກມີການຕິດພັນ ຢ່າງໃກ້ຊິດກັບພຣະເຈົ້າຜູ້ຊົງເປັນບໍ່ເກີດຂອງແສງສະຫວ່າງນັ້ນ ແລ້ວມັນກໍຈະມີພະລັງແຮງຍິງຂຶ້ນ. ພວກເຮົາກໍສາມາດທີ່ຈະມີ ຄວາມເບີກບານໃຈໄດ້ເພາະເຊື່ອວ່າທຸກສິ່ງໃດຢູ່ໃນແນວທາງຂອງ ພຣະຜູ້ເປັນເຈົ້າທີ່ຍັງມີຄວາມສັບສົນຢູ່ນັ້ນກໍຈະມີຄວາມແຈ້ງຂ່າວ ຂຶ້ນມາ ແລະ ສິ່ງໃດທີ່ຍັງມີຄວາມຫຍຸ້ງຍາກສຳລັບຄວາມເຂົ້າໃຈ ໃນເວລານີ້ກໍຈະໄດ້ຮັບຄຳອະທິບາຍໃນວັນໜຶ່ງຂ້າງໜ້າ ແລະ ຢູ່ ໃນບ່ອນໃດທີ່ຄວາມຄິດປັນຍາອັນຈຳກັດຮັດແຄບຂອງມະນຸດເຮົາໄດ້ ເຫັນແຕ່ຄວາມສັບສົນ ແລະຈຸດມຸ້ງໝາຍປາຍທາງທີ່ບໍ່ປະສົບຜົນສຳ ເຣັດຢູ່ນັ້ນ ພວກເຮົາກໍຈະເຫັນຄວາມຄົບຖ້ວນບໍຣິບູນ ແລະຄວາມ ປະສານກົມກຽວກັນຢ່າງສວຍງາມວິລາວັນ. “ໃນເວລານີ້SCL 230.1

    ເໝືອນດັ່ງວ່າພວກເຮົາມອງເຫັນໂດຍຜ່ານກະຈົກມົວ, ແຕ່ ພໍເຖິງເວລານັ້ນມາກໍຈະເຫັນແບບໜ້າເຊິ່ງໜ້າ, ເວລານີ້ ຂ້າພຣະເຈົ້າກໍຮູ້ໄດ້ເປັນບາງສ່ວນ ແຕ່ພໍເຖິງເວລານັ້ນມາ ຂ້າພະເຈົ້າກໍຈະຮູ້ເໝືອນດັ່ງທີ່ພຣະອົງຣູ້ຕົວຂ້າພຣະ ເຈົ້ານີ້.” (1ໂກຣິນ 13:12)./.SCL 231.1