Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຢ່າເດີນກັບຫລັງ

    ຍັງມີຄົນອີກບາງຈຳພວກທີ່ໄດ້ເຂົ້າມາທຳຄວາມຮູ້ຈັກກັບ ຄວາມຮັກ ຂອງອົງພຣະຄຣິສຕ໌ເຊິ່ງຍິນດີສະເໝີທີ່ຈະໃຫ້ການອະພັຍ ໂທດແລະກໍຍັງໄດ້ສະແດງຄວາມພ້ອມໃຈຂອງຕົນທີ່ຈະກັບເຂົ້າມາເປັນລູກຫລານຂອງອົງພຣະຜູ້ເປັນເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ. ເມື່ອເວລາທີ່ພວກເຮົາໄດ້ເຫັນນິດໄສໃຈຂໍອັນບໍ່ສົມບູນພຽບພ້ອມຂອງຕົນ, ເຫັນຄວາມຜິດພາດໃນຊີວິດຂອງຕົນນັ້ນແລ້ວພວກເຂົາ ກໍກັບມາມີຄວາມລະແວງສົງສັຍວ່າຫົວໃຈຂອງພວກຕົນນັ້ນໄດ້ຮັບການປົວແປງຈາກພຣະວິນຍານບໍຣິສຸດແລ້ວຫລືໃດ. ກ່ຽວກັບພວກ ຄົນປະເພດນີ້, ຂ້າພຣະະເຈົ້າຂໍອະນຸຍາດບອກໃຫ້ຮູ້ເສັຍເລີຍວ່າ: ຈົ່ງ ຢ່າເດີນກັບຫລັງດ້ວຍຄວາມຜິດຫວັງໄປຢ່າງນັ້ນເລີຍ. ພວກເຮົາ ຄວນຈະຕ້ອງໝັ່ນເອົາຕົວເຂົ້າໄປຫາອົງພຣະເຢຊູເຈົ້າຢ່າງເປັນປະຈຳແລ້ວກົ້ມຂາບລົງຢູ່ໃຕ້ຝ່າພຣະບາດຂອງ ພຣະອົງພ້ອມກັບການ ສະແດງຄວາມເສັຍໃຈຕໍ່ຈຸດອ່ອນແລະຄວາມຂາດຕົກບົກຜ່ອງຕ່າງໆຂອງຕົນນັ້ນ, ແຕ່ບໍ່ແມ່ນວ່າພວກເຮົາຈະໄປທໍ້ຖອຍໃຈ, ແມ່ນ ກະທັ້ງວ່າສັດຕຣູໝູ່ມານໄດ້ເອົາແພ້ເອົາຊະນະເຮົາໄປແລ້ວກໍຕາມ, ແຕ່ພວກເຮົາກໍຈະບໍ່ຖືກປ່ອຍປະລະໄລແລະຈະບໍ່ຖືກພຣະເຈົ້າປະຕິເສດໄປ. ອົງພຣະຄຣິສຕ໌ຂອງພວກເຮົາກໍຊົງສະຖິດຢູ່ທີ່ພຣະຫັດ ເບື້ອງຂວາຂອງອົງພຣະຜູ້ເປັນເຈົ້ານັ້ນຢູ່ ແລະ ພຣະອົງກໍໍຊົງເປັນ ທະນາຍຄວາມຜູ້ໃຫ້ການປົກປ້ອງເອົາພວກເຮົາຢູ່ທີ່ນັ້ນ. ທ່ານໂຢ ຫັນຜູ້ເຊິ່ງເປັນໜຶ່ງໃນພວກອັຄສາວົກຂອງ ພຣະເຢຊູນັ້ນຍັງໄດ້ກ່າວ ເອົາໄວ້ວ່າ: “ຂ້າພຣະເຈົ້າໄດ້ຂຽນສິ່ງເຫລົ່ານີ້ມາຍັງພວກ ທ່ານວ່າ ຈົ່ງຢ່າພາກັນທຳຄວາມບາບ, ແຕ່ຖ້າວ່າຜູ້ໃດ ຫາກໄດ້ຫລົງກະທຳຄວາມບາບລົງໄປແລ້ວນັ້ນ ພວກເຮົາ ກໍຍັງມີທະນາຍຄວາມຜູ້ຊົງພະສະຖິດຢູ່ກັບອົງພຣະບິດາເຈົ້າ, ພ ຣະອົງນັ້ນຄືພຣະເຢຊູຄຣິສຕ໌ຜູ້ຊົງເປັນພຣະເຈົ້າ ແຫ່ງ ຄວາມ ຊອບທັມ.” (ໂຢຫັນ 2:1). ຈົ່ງຢ່າລືມພຣະວັຈນະຂອງອົງພຣະ ຄຣິສຕ໌ທີ່ຊົງໄດ້ຕັດເອົາໄວ້ວ່າ: “ອົງພຣະບິດາເຈົ້ານັ້ນເອງຊົງ ເປັນຜູ້ທີ່ຮັກເຮົາ.” (ໂຢຫັນ 16:27). ພຣະອົງມີຄວາມປະສົງຢາກ ຈະຟື້ນຟູເອົາພວກເຮົາໃຫ້ກັບຄືນໄປສູ່ການມີລັກສະນະພາບພົດທີ່ຄ້າຍດັ່ງພຣະອົງ, ເພື່ອຈະໄດ້ເຫັນຄວາມບໍຣິສຸດ ແລະເຫັນຄວາມ ສັກສິດຂອງພຣະອົງສະທ້ອນອອກມາຈາກຕົວຂອງພວກທ່ານ. ຂໍ ພຽງແຕ່ໃຫ້ທ່ານຍິນດີເອົາຕົນໃຫ້້ໄປຂຶ້ນກັບພຣະອົງແລະຕໍ່ຈາກນັ້ນ ພຣະອົງຜູ້ເຊິ່ງໄດ້ເລີ່ມການອັນດີຢູ່ໃນຕົວຂອງທ່ານນັ້ນ ກໍຈະເປັນ ຜູ້ສືບຕໍ່ກະທຳໄປຈົນເຖິງວັນແຫ່ງການສະເດັດມາຂອງອົງພຣະເຢຊູຄຣິສຕ໌. ທ່ານຈົ່ງຕັ້ງໃຈໄຫວ້ພຣະອະທິຖານຢ່າງເອົາຈິງເອົາ ຈັງ,ທ່ານຈົງມີຄວາມເຊື່ອຢ່າງຖ້ວມລົ້ນ. ໃນເມື່ອພວກເຮົາໄດ້ພາ ກັນຢຸດເຊົາໄວ້ວາງໃຈຢູ່ໃນຄວາມສາມາດຂອງ ຕົນເອງນັ້ນແລ້ວ ບັດນີ້ກໍຈົ່ງພາກັນຫັນມາໄວ້ວາງໃຈຢູ່ໃນຣິດທານຸພາບຂອງ ພຣະ ເຈົ້າຜູ້ໂຜດໃຫ້ລອດຂອງພວກເຮົາເສຍເຖີດ, ພວກເຮົາຈົ່ງພາ ກັນຫັນມາສັນລະເສີນພຣະອົງຜູ້ເຊິ່ງເປັນ ພຣະເຈົ້າຜູ້ສົ່ງໃຫ້ການມະ ໂຫສົດພະຍາບານແກ່ຊີວິດຈິດໃຈຂອງພວກເຮົາທັງຫລາຍນີ້ເຖີດ.SCL 123.1

    ຍິ່ງທ່ານຫຍັບເດີນເຂົ້າໄປໃກ້ກັບອົງພຣະຄຣິສຕ໌ພຽງເທົ່າໃດຍິ່ງທ່ານຈະເຫັນໄດ້ເຖິງຄວາມຂາດຕົກບົກຜ່ອງຂອງຕົນມາກຂຶ້ນ, ເພາະວ່າສາຍຕາຂອງທ່ານຈະນັບມືນັບຮຸ່ງແຈ້ງຂຶ້ນແລະ ຄວາມບໍ່ຄົບຖ້ວນບໍຣິບູນຂອງທ່ານນັ້ນຈະຖືກເປີດເຜີຍອອກມາໃຫ້ເຫັນຢ່າງແຈ້ມແຈ້ງໂດຍແຕ່ກຕ່່າງໄປຈາກຄວາມສົມບູບແບບ ຂອງພຣະອົງນັ້ນຢ່າງຂາດຂັ້ນ.ນີ້ກໍເປັນຫລັກຖານພິຍານຊີ້ບອກໃຫ້ເຫັນວ່າການຫລອກຫລວງຂອງສາຕານນັ້ນກໍໝົດນ້ຳຢາໄປແລ້ວແລະ ອິດທິພົນແຫ່ງຄວາມມີຊີວິດຊີວາຈາກພຣະວິຍານຂອງພຣະ ອົງເຈົ້າກໍໄດ້ເຂົ້າມາຫຸ້ມລ້ອມເອົາຕົວຂອງທ່ານນັ້ນໄວ້ແລ້ວ. SCL 125.1