Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ທ່ານໃດທຳໃຫ້ພຣະຜູ້ເປັນເຈົ້າຕ້ອງເສັຍພຣະທັຍຫລືໃດ?

    ເມື່ອໃດທີ່ພວກເຮົາຫາກເກີດມາມີຄວາມສົງສັຍໃນຄວາມຮັກ ຂອງພຣະເຈົ້າ ແລະບໍ່ໄວ້ວ່າງໃຈໃນຄຳໝັ້ນສັນຍາຂອງພຣະອົງ ແລ້ວ, ເມື່ອນັ້ນພວກເຮົາກໍບໍ່ມີຄວາມນັບຖືຕໍ່ພຣະອົງແລະ ເປັນຝ່າຍ ທີ່ທຳໃຫ້ພຣະວິຍານບໍຣິສຸດຂອງພຣະອົງຕ້ອງເສັຍພຣະທັຍໄປ. ຜູ້ ເປັນມາດາຜູ້ໜຶ່ງຈະເກີດມີຄວາມຮູ້ສຶກຢ່າງໃດໃນເມື່ອພວກລູກ ຂອງນາງຫາກມີແຕ່ພາກັນກ່າວຄວາມບໍ່ ດີກ່ຽວກັບຕົນໂດຍເວົ້າ ວ່າເຂົາບໍ່ມີຄວາມຫວັງດີຕໍ່ພວກລູກໆໃນຂະນະທີ່ນາງເອງກໍໄດ້ອຸ ທິດໝົດທັງຊີວິດຂອງຕົນເພື່ອຜົນປະໂຫຍດແລະຄວາມສຸກຂອງ ພວກລູກທັງຫລາຍເຫລົ່ານັ້ນຢູ່ແລ້ວ? ສົມມຸດວ່າພວກເຂົາພາກັນ ສະແດງຄວາມລະແວງສົງສັຍໃນຄວາມຮັກຂອງຜູ້ເປັນແມ່ ແລະ ນັ້ນກໍເປັນການສ້າງໃຫ້ນາງຕ້ອງເກີດມີຄວາມເຈັບປວດຢູ່ໃນຫົວອົກ ຫົວໃຈຂອງຕົນ. ໃນກໍລະນີນີ້,ຈະຖືກໃຜກໍຕາມທີ່ຢູ່ໃນຖານະຂອງຜູ້ ເປັນພໍ່ແມ່ຜູ້ປົກຄອງ ແລ້ວພວກເພິ່ນຈະເກີດມີທ່າທີແນວໃດຕໍ່ພວກ ລູກຂອງພວກຕົນ? ອົງພຣະເທພບິດາເຈົ້າຂອງພວກເຮົາຈະມີທ່າ ທີແນວໃດຕໍ່ພວກເຮົາໃນເມື່ອພວກເຮົາຫາກພາກັນສະແດງຄວາມ ບໍ່ໄວ້ວ່າງໃຈໃນຄວາມຮັກຂອງພຣະອົງເຊິ່ງເປັນຄວາມຮັກທີ່ນຳໃຫ້ ພຣະອົງນັ້ນຕ້ອງໄດ້ເສຍສະລະອົງພຣະບຸດທີ່ແສນຮັກອົງໜຶ່ງອົງ ດຽວຂອງຕົນເພື່ອຈະໃຫ້ມະນຸດພວກເຮົາທັງຫລາຍໄດ້ຮັບເອົາ ຄວາມມີຊີວິດ? ອັຄສາວົກທ່ານໜຶ່ງຂອງພຣະເຢຊູໄດ້ມີຂໍ້ຄວາມ ຂຽນບັນທຶກເອົາໄວ້ວ່າ: “ພຣະອົງຜູ້ບໍ່ໄດ້ຫວງເອົາພຣະບຸຕ ອົງໜຶ່ງອົງດຽວຂອງພຣະອົງເອງ, ແຕ່ຊົງໄດ້ໂຜດປະ ທານພຣະບຸຕເພື່ອພວກເຮົາທັງໝົດນັ້ນ ເຫດໃດພຣະອົງຈິ່ງ ຈະບໍ່ໂຜດປະທານໝົດທຸກສິ່ງຢ່າງພ້ອມກັບອົງ ພຣະບຸຕນັ້ນ ມາໃຫ້ພວກເຮົາທັງຫລາຍ.” (ໂຣມັນ 8:32). ແຕ່ເຖິງປານນັ້ນ ກໍຕາມເຫັນວ່າຍັງມີຄົນເປັນຈຳນວນມາກບໍ່ດ້ວຍຄວາມເວົ້າກໍດ້ວຍ ການກະທຳຂອງພວກຕົນໄດ້ພາກັນກ່າວຫາວ່າ: “ພຣະເຈົ້າບໍ່ ໄດ້ໝາຍເອົາສິ່ງນີ້ໄວ້ໃຫ້ແກ່ຂ້ອຍດອກ. ບາງທີພຣະອົງ ກໍຮັກຜູ້ອື່ນພຸ້ນແຕ່ຫາກບໍ່ແມ່ນວ່າຈະມາຮັກຕົວຂ້ອຍນີ້.SCL 240.1