Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ເງື່ອນໄຂອັນແນ່ນອນ

    ເພື່ອຈະໃຫ້ອົງພຣະຜູ້ເປັນເຈົ້າໄດ້ຍິນໄດ້ຟັງແລະໂຜດປະ ທານຄຳຕອບຕໍ່ການໄຫວ້ພຣະອະທິຖານຂອງພວກເຮົານັ້ນກໍຕ້ອງ ມີເງື່ອນໄຂອັນແນ່ນອນຈຳນວນໜຶ່ງທີ່ພວກເຮົາຈະຕ້ອງປະຕິບັດ ຕາມ. ໜຶ່ງໃນເງື່ອນໄຂເຫລົ່ານັ້ນເຊິ່ງເຫັນວ່າສຳຄັນເປັນພິເສດກໍ ຄື: ພວກເຮົາຕ້ອງເກີດມີຄວາມຮຽກຮ້ອງຕ້ອງການໃນການຊ່ວຍ ເຫລືອຂອງພຣະອົງ. ພຣະອົງຊົງໄດ້ໃຫ້ຄຳສັນຍາເອົາໄວ້ວ່າ: “ເຮົາພຣະອົງຈະຖອກເທນ້ຳມາໃສ່ເຂົາຜູ້ທີ່ມີຄວາມຫິວ ກະຫາຍ ແລະ ຈະໃຫ້ມີຝົນຕົກມາກໃສ່ດິນທີ່ແຫ້ງແລ້ງ. (ເອຊາຢາ 44:3). ຜູ້ໃດທີ່ມີຄວາມຫິວໂຫຍແລະກະຫາຍໃນຄວາມ ຊອບທັມແລະຜູ້ໃດທີ່ ມີຄວາມປາຖນາຢ່າງເຮງກ້າຢາກເດີນຕາມ ອົງພຣະຜູ້ເປັນເຈົ້າໄປນັ້ນກໍຈົ່ງໝັ້ນໃຈໄດ້ເລີຍວ່າພວກເຂົາຈະໄດ້ ຮັບຄວາມອີ່ມເຕັມ. ຖ້າວ່າຄົນເຮົາຫາກບໍ່ເປີດຫົວໃຈຂອງຕົນໃຫ້ແກ່ ພຣະວິນຍານບໍຣິສຸດຂອງ ພຣະເຈົ້າແລ້ວເຂົາກໍບໍ່ສາມາດທີ່ຈະຮັບ ເອົາຄວາມຈະເຣີນພອນຈາກພຣະອົງໄດ້. SCL 189.1

    ຄວາມຈຳເປັນອັນຂ້ຽວຂາດ ໃນຊີວິດຂອງພວກເຮົານັ້ນກໍ ເປັນຫລັກຖານ ແລະເປັນພະຍານຢັ້ງຢືນອັນທ່ຽງແທ້ແນ່ນອນຢ່າງ ໜຶ່ງທີ່ເປັນປະໂຫຍດໃຫ້ແກ່ຝ່າຍພວກເຮົາຢູ່ແລ້ວ, ແຕ່ພວກເຮົາກໍ ຈະຕ້ອງເປັນຝ່າຍຜູ້ຊອກຫາອົງພຣະຜູ້ເປັນເຈົ້າເພື່ອຈະໃຫ້ພຣະອົງ ໄດ້ກະທຳສິ່ງເຫລົ່ານີ້ເພື່ອພວກເຮົາ, ພຣະອົງຊົງຕັດກ່າວເອົາໄວ້ ວ່າ: “ຈົ່ງຂໍເອົາແລ້ວທ່ານຈະໄດ້ມາ” (ມັດທາຍ 7:7), ແລະ “ພຣະອົງຜູ້ເຊິ່ງບໍ່ຫຶງຫວງແມ່ນກະທັ້ງພຣະບຸຕຂອງຕົນ ເອງ, ແຕ່ຫາກໄດ້ໂຜດປະທານພຣະອົງມາໃຫ້ພວກເຮົາ ໝົດທຸກຄົນນັ້ນເປັນໄປໄດ້ຫລືທີ່ຈະບໍ່ໂຜດປະທານທຸກສິ່ງ ທຸກຢ່າງມາໃຫ້ພວກເຮົາພ້ອມກັບພຣະອົງນັ້ນ?” (ໂຮມັນ 8:32).SCL 190.1

    ຖ້າວ່າພວກເຮົາຫາກຍັງຮັກສາຄວາມເລວຮ້າຍເອົາໄວ້ຢູ່ ໃນຫົວໃຈຂອງຄົນ ແລະ ບໍ່ຢາກປະລະຄວາມບາບຂອງຕົນນັ້ນແລ້ວ, ອົງພຣະຜູ້ເປັນເຈົ້າກໍຈະບໍ່ໄດ້ຍິນຄຳໄຫວ້ວອນອະທິຖານຂອງພວກ ເຮົາເລີຍ, ແຕ່ສ່ວນຄຳໄຫວ້ວອນອະທິຖານຂອງຄົນຜູ້ທີ່ມີຫົວໃຈ ອັນອ່ອນນ້ອມນັ້ນ ພຣະຜູ້ເປັນເຈົ້າກໍຈະພໍພຣະທັຍຮັບເອົານຳທຸກຄັ້ງ. ໃນເມື່ອພວກເຮົາຫາກຍອມຮັບຮູ້ຄວາມຜິດຄວາມບາບທັງໝົດ ຂອງຕົນແລ້ວ ພຣະເຈົ້າກໍຈະໃຫ້ຄຳຕອບຕໍ່ຄຳຂໍຮ້ອງຂອງພວກ ເຮົານັ້ນຢ່າງແນ່ນອນ. ຄຸນຄວາມດີຂອງພວກເຮົານັ້ນຈະບໍ່ສາມາດ ນຳເອົາໄປເອກອ້າງເພື່ອຂໍເອົາຄວາມເຫັນອົກເຫັນໃຈຈາກອົງພຣະ ຜູ້ເປັນເຈົ້ານັ້ນໄດ້ຈັກເທື່ອ. ມີແຕ່ຄຸນງາມຄວາມດີຂອງອົງພຣະເຢ ຊູຄຣິສຕ໌ພ່ຽງເທົ່ານັ້ນທີ່ຈະສາມາດຊ່ວຍໂຜດເອົາພວກເຮົາໃຫ້ໄດ້ ຮັບຄວາມລອດພົ້ນ, ມີແຕ່ພຣະໂລຫິດຂອງພຣະອົງພຽງເທົ່ານັ້ນທີ່ ຈະສຳລະສະສາງເອົາພວກເຮົາໃຫ້ມີຄວາມປອດໃສໄດ້, ແຕ່ເຖິງ ຢ່າງໃດກໍຕາມ ເພື່ອຈະໃຫ້ອົງພຣະຜູ້ເປັນເຈົ້າຊົງມີຄວາຍິນດີຮັບ ເອົາພວກເຮົາໄດ້ນັ້ນ ພວກເຮົາກໍຍັງຈະຕ້ອງປະຕິບັດຕາມເງື່ອນໄຂ ອັນຈຳເປັນທີ່ພຣະອົງໄດ້ວາງເອົາໄວ້ນັ້ນອີກຢູ່.SCL 190.2