Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຮູ້ສຶກທີ່ໄຮ້ຊີວິດຊີວາ

    ເມື່ອຄວາມບາບໄດ້ເຂົ້າມາທຳ ໃຫ້ຄວາມຮູ້ສຶກສຳນຶກຕົວ ທາງດ້ານຄຸນສົມບັດຈັນຍະທັມຂອງຄົນນັ້ນຕ້ອງດັບສິ້ນໄປແລ້ວ ຄົນບາບນັ້ນ ກໍບໍ່ສາມາດທີ່ຈະມອງເຫັນໄດ້ ເຖິງຄວາມບົກຜ່ອງທີ່ ມີຢູ່ໃນອຸປະນິສັຍຂອງເຂົາ, ບໍ່ສາມາດທີ່ຈະເຂົ້າໃຈໄດ້ໃນຄວາມ ເລວຊາມຂອງການຮ້າຍຕ່າງໆທີ່ເຂົາໄດ້ກະທຳລົງໄປ.ຕາບໃດທີ່ ເຂົາເອງຫາກຍັງບໍ່ທັນໄດ້ເອົາຕົວເຂົ້າໄປຢູ່ໃຕ້ພະລັງຂອງການ ອົບຮົມບົ່ມສອນຈາກອົງພຣະວິນຍານບໍຣິສຸດແລ້ວເຂົາຜູ້ນັ້ນ ກໍຍັງ ຈະກາຍເປັນຄົນຫູໜວກຕາບອດ ໂດຍຍັງບໍ່ທັນເຫັນຄວາມບາບ ຂອງຕົນນັ້ນຢູ່ຕໍ່ໄປ. ການຍອມຮັບສາລະພາບຂອງເຂົາກໍຈະບໍ່ເປັນ ໄປດ້ວຍຄວາມເອົາຈິງເອົາຈັງ. ທຸກຄັ້ງທຸກຄາວທີ່ເຂົາກ່າວຍອມ ຮັບຮູ້ຄວາມຜິດພາດຂອງຕົນນັ້ນເຂົາກໍມີແຕ່ຈະເຕີມຄຳຂໍໂທດຂໍ ອະພັຍຕໍ່ການກະທຳຂອງຕົນດ້ວຍການແກ້ຕົວຢ່າງນັ້ນຢ່າງນີ້ຢູ່ຕະ ຫລອດ.SCL 71.1