Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຕັ້ງໜ້າພະຍາຍາມຂອງມະນຸດແຕ່ພຽງຝ່າຍດຽວກໍ ຍັງບໍ່ທັນພຽງພໍເທື່ອ

    ຫລາຍຄົນກໍພາກັນຄິດວ່າພວກຕົນສາມາດ ທີ່ຈະກະທຳສິ່ງ ໃດທີ່ຕົກມາເປັນພູດຝ່າຍຂອງຕົນນັ້ນໄດ້ໂດຍລຳພັງແຕ່ພຽງຕົນຝ່າຍດຽວ. ພວກເຂົາກໍໄດ້ກັບຫັນເຂົ້າມາໄວ້ວາງໃຈ ຢູ່ໃນພຣະ ຄຣິສຕ໌ເພື່ອຈະໄດ້ຮັບການ ໃຫ້ອະພັຍຕໍ່ຄວາມບາບຂອງພວກ ຕົນ, ແຕ່ຕໍ່ໄປບໍ່ນານກໍສຳພັດພາກັນອຸບປະຊົນໃຊ້ຄວາມພະຍາ ຍາມຂອງຕົນ ແຕ່ພຽງຝ່າຍດຽວໂດຍລຳພັງເພື່ອຈະສ້າງຊີວິດອັນ ຊອບທັມນັ້ນ ຂຶ້ນມາ. ແຕ່ຄວາມພະຍາຍາມທັງໝົດເຫລົ່ານັ້ນກໍ ຕ້ອງພັງທະລາຍໄປ, ພຣະເຢຊູຊົງຄຣິສຕ໌ຊົງຕັດເອົາໄວ້ວ່າ: “ຖ້າບໍ່ ມີເຮົາພຣະອັງແລ້ວທ່ານກໍບໍ່ສາມາດທີ່ຈະກະທຳສິ່ງໃດຈັກ ຢ່າງເລີຍ”. ຄວາມເຕີບໂຕຂອງພວກເຮົາຢູ່ໃຕ້ພຣະບາຣະມີຂອງ ພຣະອົງເຈົ້າ, ຄວາມສຸກສັນຂອງພວກເຮົາ ແລະຄວາມມີສະມັຖ ພາບຂອງພວກເຮົານັ້ນ - ທັງໝົດກໍລ້ວນແຕ່ຂຶ້ນກັບຄວາມສັມພັນ ເປັນອັນໜຶ່ງອັນດຽວຂອງ ພວກເຮົາກັບອົງພຣະຄຣິສຕ໌ແຕ່ພຽງ ເທົ່ານັ້ນ. ສິ່ງນີ້ແມ່ນໄດ້ມາດ້ວຍການຍຶດໝັ້ນຄວາມສຳພັນຢູ່ກັບພ ຣະອົງ. ການດຳລົງຊີວິດຢູ່ກັບພຣະອົງທຸກໆມືທຸກໆວັນ ແລະ ທຸກ ເວລານາທີນັ້ນຈະພາໃຫ້ພວກເຮົາ ໄດ້ຮັບຄວາມຈະເຣີນເຕີບໂຕຂຶ້ນ. ຢູ່ພາຍໃຕ້ພຣະເດດພຣະຄຸນຂອງພຣະອົງເຈົ້າ. ພຣະອົງບໍ່ພຽງແຕ່ ເປັນຜູ້ລິເລີ່ມກໍ່ ສ້າງຄວາມເຊື່ອຂອງພວກເຮົາພຽງເທົ່ານັ້ນ, ແຕ່ ຫາກຍັງເປັນທັງຜູ້ທຳໃຫ້ຄວາມເຊື່ອຂອງພວກເຮົານັ້ນໄດ້ຮັບ ຄວາມສຳເຣັດອີກດ້ວຍ. ອົງພຣະຄຣິສຕ໌ ຊົງເປັນຜູ້ເລີ່ມແລກ ແລະ ທັງເປັນຜູ້ມ້ວນທ້າຍໃຫ້ສຳເຣັດຢູ່ຕະຫລອດເວລາ. ພຣະອົງ ຈະຕ້ອງສະຖິດຢູ່ກັບພວກເຮົາບໍ່ພຽງແຕ່ ຢູ່ໃນຕອນເລີ່ມຕົ້ນ ແລະ ຕອນສຸດທ້າຍແຫ່ງເສັ້ນທາງເດີນຂອງພວກເຮົາພຽງເທົ່ານັ້ນ, ແຕ່ ພຣະອົງຫາກຊົງສະຖິດຢູ່ກັບພວກເຮົາຢູ່ ໃນທຸກໆບາດກ້າວບົນເສັ້ນ ທາງເດີນຂອງພວກເຮົານັ້ນອີກດ້ວຍ, ກະສັຕດາວິດໄດ້ກ່າວເອົາ ໃວ້ວ່າ: ” ຂ້າພະເຈົ້າໄດ້ເອົາພຣະເຈົ້າເຂົ້າມານຳໜ້າຕົນ ເອງ ຢູ່ຕະຫລອດເວລາ: ເພຣາະວ່າພຣະອົງຊົງສະຖິດ ຢູ່ເບື້ອງແຂນຂວາຂອງຂ້າ ພຣະເຈົ້ານີ້ຕະຫລອດ ແລະ ຂ້າພະເຈົ້າກໍຈະບໍ່ຕ້ອງຄອນນແຄນເລີຍ.” (ເພງສັນລະເສີນ 16:8).SCL 133.2

    ພວກທ່ານພາກັນຕັ້ງຄຳຖາມຂຶ້ນວ່າ: ”ຈະໃຫ້ຂ້ອຍໄປຢູ່ ໃນພຣະຄຣິສຕ໌ໄດ້ດ້ວຍວິທີໃດ?” ຄຳຕອບຄື: ດ້ວຍວິທີດຽວ ກັນກັບທີ່ທ່ານຕັດສິນໃຈເຂົ້າມາຮັບເຊື່ອໃນພຣະອົງແຕ່ຕອນເລີ່ມ ຕົ້ນນັ້ນເອງ. “ເພາະທ່ານໄດ້ຮັບເອົາພຣະເຢຊູຄຣິສຕ໌ຜູ້ຊົງ ເປັນພຣະເຈົ້າສັນໃດ ແລ້ວ ທ່ານກໍຈົ່ງກ້າວເດີນໄປຢູ່ໃນ ພຣະອົງສະນັ້ນ.” (ໂກໂລຊຽນ 2:6). “ຄົນຜູ້ມີຄວາມຊອບ ທັມຈະຕ້ອງຢູ່ດ້ວຍຄວາມເຊື່ອ” (ຮີບູຣ 10:38). ທ່ານໄດ້ ອຸທິດຕົ້ນໃຫ້ແກ່ອົງພຣະຜູ້ເປັນເຈົ້າແລ້ວເພື່ອຈະໄດ້ເອົາຕົນໃຫ້ ກັບກາຍມາເປັນກັມມະສິດຂອງພຣະອົງຢ່າງເຕັມສ່ວນ, ເພື່ອຈະ ໄດ້ເຊື່ອຟັງປະຕິບັດຕາມພຣະອົງ ແລະທ່ານກໍໄດ້ຮັບເອົາອົງພຣະ ຄຣິສຕ໌ເຂົ້າມາເປັນພຣະເຈົ້າຜູ້ໂຜດໃຫ້ລອດຂອງຕົ້ນແລ້ວ. ທ່ານບໍ່ ສາມາດທີ່ຈະໄຖ່ຖອນເອົາຄວາມບາບຂອງຕົນນັ້ນດ້ວຍຕົນເອງໄດ້ຫລືວ່າບໍ່ສາມາດທີ່ຈະປ່ຽນຫົວໃຈຂອງ ຕົນເອງນັ້ນໄດ້, ແຕ່ທ່ານ ຊ້ຳພັດໄດ້ອຸທິດຕົນໃຫ້ແກ່ອົງພຣະຜູ້ເປັນເຈົ້າໄປແລ້ວ, ທ່ານໄດ້ປົງ ໃຈເຊື່ອວ່າພຣະອົງຊົງໄດ້ກະທຳທຸກສິ່ງຢ່າງເຫລົ່ານີ້ໄປເພື່ອທ່ານໂດຍຜ່ານ ພຣະນາມຂອງພຣະອົງຄຣິສຕ໌ເຈົ້າ. ທ່່ານໄດ້ກັບກາຍ ມາເປັນຄົນຜູ້ເຊື່ອໃນພຣະຄຣິສຕ໌ ກໍໂດຍຜ່ານຄວາມເຊື່ອ ແລະ ກໍດ້ວຍຄວາມເຊື່ອນີ້ເອງທີ່ທ່ານຈະຕ້ອງຈະເຣີນເຕີບໂຕຂຶ້ນຢູ່ໃນ ພຣະອົງດ້ວຍຫລັກການທີ່ວ່າ “ທັງເປັນນຝ່າຍຜູ້ອຸທິດແລະທັງເປັນ ຝ່າຍຜູ້ຮັບເອົາ”. ທ່ານຈະຕ້ອງເປັນຝ່າຍອຸທິດໝົດທຸກສິ່ງຢ່າງ: ທັງຫົວໃຈຂອງທ່ານ, ທັງຄວາມປະສົງຂອງທ່ານແລະທັງ ການຮັບ ໃຊ້ຂອງທ່ານ. ທ່ານຈົ່ງນຳເອົາຕົນໄປມອບໃຫ້ ພຣະອົງເພື່ອຈະ ໄດ້ເຊື່ອຟັງປະຕິບັດຕາມທຸກມາຕຖານເງື່ອນໄຂທີ່ ພຣະອົງໄດ້ວາງ ເອົາໄວ້ ແລະ ພ້ອມດຽວກັນນັ້ນທ່ານກໍຈະຕ້ອງຮັບເອົາໝົດທຸກສິ່ງ ຢ່າງ - ຮັບເອົາອົງພຣະຄຣິສຕ໌ເຈົ້າ, ຮັບເອົາພຣະພອນທັງໝົດຢ່າງ ເຕັມສ່ວນເພື່ອ ໃຫ້ສິ່ງທັງໝົດເຫລົ່ານີ້ໄດ້ເຂົ້າມາຢູ່ໃນຈິດໃຈຂອງ ທ່ານເພື່ືອ ຈະໄດ້ເປັນຄວາມເຂັ້ມແຂງຂອງທ່ານ, ເປັນຄວາມຊອບ ທັມຂອງທ່ານແລະເປັນທັງ ພຣະເຈົ້າຜູ່ທີ່ຊ່ວຍເຫລືອທ່ານໄປຕະ ຫລອດກາລະນານ - ເພາະສິ່ງເຫລົ່ານີ້ຈະເປັນພະລັງໃຫ້ແກ່ທ່ານ ໄດ້ເກີດມີຄວາມສາມາດເຊື່ອຟັງປະຕິບັດຕາມພຣະອົງ. SCL 135.1