Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຈະເຊື່ອໄດ້ແນວໃດ?

    ຈາກການເລົ່າເຣື່ອງແບບກະທັດລັດງ່າຍດາຍທີ່ມີຢູ່ໃນໜັງ ສືພຣະຄຳພີກ່ຽວກັບການທີ່ອົງພຣະເຢຊູເຈົ້າຊົງໄດ້ ໃຫ້ການປິ່ນປົວ ພະຍາບານແກ່ພວກຄົນຜູ້ເຈັບປ່ວຍເຫລົ່ານັ້ນພວກເຮົາກໍສາມາດ ຈະຖອດຖອນໄດ້ບາງບົດຮຽນວ່າຈະເຊື່ອພຣະອົງໄດ້ແນວໃດໃນ ການທີ່ພຣະອົງຈະໃຫ້ອະພັຍໂທດຕໍ່ການກະທຳຄວາມບາບທັງ ຫລາຍເຫລົ່ານັ້ນ. ພວກເຮົາຈົ່ງພາກັນຫັນມາສຶກສາເບິ່ງເລື້ອງ ຂອງຄົນອຳມະພາດຢູ່ທີ່ເບເທສະດາ (Bethesda) ນັ້ນອີກຄັ້ງ. ຄົນຜູ້ທີ່ໄດ້ຮັບເຄາະອັນໜ້າສົມເພດເວທະນາຜູ້ນັ້ນກໍໄດ້ຕົກຢູ່ໃນທ່າ ຮັບ ໂດຍຂາດຄວາມເຫັນໃຈຈາກຜູ້ໃດທັງສິ້ນ. ເຂົາໄດ້ຕົກຢູ່ໃນສະ ພາບອ່ອນເພັຍເປັ້ຍລ່ອຍມາເປັນເວລານານເຖິງ38ປີແລ້ວ, ອົງ ພຣະເຢຊູເຈົ້າຈິ່ງຊົງໄດ້ຕັດສັ່ງໃຫ້ເຂົາຜູ້ນັ້ນວ່າ: “ເຈົ້າຈົ່ງລຸກຂຶ້ນ, ຈົ່ງ ຫອບເອົາບ່ອນນອນຂອງເຈົ້ານັ້ນແລ້ວເດີນໄປເສຍ” ສ່ວນ ຊາຍອຳມະພາດຜູ້ນັ້ນເຂົາກໍສາມາດທີ່ຈະເວົ້າຕອບຄືນວ່າ: “ໂອ ນໍ,ອົງພຣະຜູ້ເປັນເຈົ້າ,ຖ້າວ່າພຣະອົງຫາກປົວຂ້ານ້ອຍໃຫ້ຫາຍດີ ຂ້ານ້ອຍກໍຈະຫັນມາເຊື່ອຟັງຄຳຂອງພຣະອົງເຈົ້າ”. ແຕ່ກົງກັນ ຂ້າມ, ເຂົາໄດ້ປົງໃຈເຊື່ອໃນຄຳເວົ້າຂອງ ອົງພຣະຄຣິສຕ໌ນັ້ນໂລດ ແລະເຂົາກໍເຊື່ອວ່າ ຕົນຈະຖືກປິ່ນປົວໃຫ້ຫາຍດີແລະເຂົາກໍໄດ້ຕັ້ງ ໃຈລຸກຂຶ້ນໃນທັນທີທັນໃດ, ເຂົາຕ້ອງການຢາກຈະກ້າວເດີນໄປແລະ ໃນທີ່ສຸດ ເຂົາກໍສາມາດກ້າວເດີນໄປຈົນໄດ້. ເຂົາຜູ້ນັ້ນໄດ້ປະຕິບັດ ຕາມຄຳເວົ້າຂອງອົງພຣະຄຣິສຕ໌ເຈົ້າ ແລະພຣະອົງກໍໄດ້ໂຜດປະ ທານເອົາພະລັງແຮງມາໃຫ້ແກ່ເຂົາ ແລະ ແລ້ວເຂົາກໍໄດ້ຖືກປິ່ນ ປົວພະຍາ ບານໃຫ້ຫາຍດີ. SCL 93.2

    ທ່ານຜູ້ອ່ານກໍເປັນຄົນບາບຜູ້ໜຶ່ງທີ່ກຳລັງຕົກຢູ່ໃນສະພາບ ດັ່ງດຽວກັນນີ້. ທ່ານບໍ່ສາມາດທີ່ຈະໄຖ່ຖອນເອົາຄວາມບາບຂອງ ຕົນໃນອະດີດທີ່ຜ່ານມານັ້ນດ້ວຍຕົນເອງໄດ້. ທ່ານບໍ່ສາມາດທີ່ ຈະປ່ຽນໝາກຫົວໃຈຂອງຕົນແລະ ກໍບໍ່ສາມາດທີ່ຈະທຳຕົນເອງໃຫ້ ມີຄວາມບໍຣິສຸດຜຸດຜ່ອງໄດ້. ແຕ່ອົງ ພຣະຜູ້ເປັນເຈົ້າຊົງໄດ້ໃຫ້ຄຳ ໝັ້ນສັນຍາເອົາໄວ້ວ່າຈະທຳສິ່ງທັງໝົດເຫລົ່ານີ້ເພື່ອທ່ານໂດຍຜ່ານ ອົງພຣະຄຣິສຕ໌ເຈົ້າ. ທ່ານຈ່ົງເຊື່ອໃນຄຳໝັ້ນສັນຍາດັ່ງກ່າວນັ້ນ ເຖີດ, ທ່ານຈົ່ງຍອມຮັບສາລະພາບຕໍ່ຄວາມບາບທັງສິ້ນຂອງຕົນ ແລ້ວເຂົາໄປມອບກາຍຖະຫວາຍຕົວໃຫ້ແກ່ພຣະຜູ້ເປັນເຈົ້າເສັຍ ເຖີດ. ທ່ານຈົ່ງຕັດສິນໃຈເຂົ້າມາຮັບໃຊ້ພຣະອົງເສັຍເຖີດ. ຖ້າ ວ່າທ່ານຫາກຍອມປະຕິບັດຕາມສິ່ງທີ່ກ່າວມານີ້ຢ່າງແນ້ວແນ່ແລ້ວ ອົງພຣະຜູ້ເປັນເຈົ້າ ກໍຈະເປັນຝ່າຍຜູ້ປະຕິບັດໃຫ້ພຣະວັຈນະ ຂອງ ພຣະອົງໄດ້ມີຄວາມສຳເຣັດຢູ່ພາຍໃນຕົວຂອງທ່ານນັ້ນ. ຖ້າວ່າ ທ່ານຫາກໄດ້ຫັນມາເຊື່ອໃນພຣະສັນຍາຂອງອົງພຣະຜູ້ເປັນເຈົ້າ ນັ້ນແລ້ວທ່ານກໍຈົ່ງມີຄວາມໝັ້ນໃຈເສັຍເຖີດວ່າຕົວຂອງ ທ່ານກໍໄດ້ ຮັບການອະພັຍໂທດເສັຍແລ້ວແລະຕົວຂອງທ່ານເອງກໍ ຈະໄດ້ຮັບ ການສະສາງລ້າງສ່ວຍໃຫ້ມີຄວາມບໍຣິສຸດ. ອົງພຣະຜູ້ເປັນເຈົ້າຊົງ ເປັນຜູ້ໃຫ້ການຕອບສະໜອງ ແກ່ທ່ານເໝືອນກັນກັບທີ່ ອົງພຣະ ຄຣິສຕ໌ຊົງໄດ້ໂຜດປະທານເອົາພະລັງແຮງໃຫ້ແກ່ຊາຍຜູ້ເປັນອຳມະ ພາດຄົນໜຶ່ງທີ່ໄດ້ກ່າວມານັ້ນຈົນໃຫ້ເຂົາສາມາດກ້າວເດີນໄປໄດ້ ເພາະວ່າຊາຍຄົນນັ້ນໄດ້ປົງໃຈເຊື່ອວ່າຕົນຈະຖືກປິ່ນປົວໃຫ້ຫາຍດີ. ຖ້າທ່ານຫາກມາປົງໃຈເຊື່ອແລ້ວສິ່ງດັ່ງກ່າວກໍຈະເກີດມີຂຶ້ນກັບ ທ່ານເໝືອນກັນ.SCL 94.1

    ທ່ານຈົ່ງຢ່າໄດ້ຊັກຊ້າເສັຍເວລາລໍຖ້າໄປຈົນກວ່າເສລາໃດ ທີ່ຕົນເອງຈະເກີດມີຄວາມຮູ້ສຶກວ່າຕົນໄດ້ຫາຍດີແລ້ວ, ແຕ່ຂໍໃຫ້ ທ່ານຈົ່ງກ່າວອອກດ້ວຍຄຳວ່າ: “ຂ້າພຣະເຈົ້າເຊື່ອໃນສິ່ງນີ້ແລ້ວ ແລະກໍບໍ່ແມ່ນຍ້ອນວ່າ ຂ້າພຣະເຈົ້າໄດ້ເກີດມີຄວາມຮູ້ສຶກໃນສິ່ງດັ່ງ ກ່າວ, ແຕ່ຫາກຍ້ອນວ່າອົງພຣະຜູ້ເປັນເຈົ້າຊົງໄດ້ໃຫ້ຄຳພຣະສັນ ຍາເອົາໄວ້ ດັ່ງນັ້ນ”.SCL 95.1