Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພວກເຮົາຜູ້ເປັນມະນຸດບໍ່ສາມາດຈະຊ່ວຍຕົນເອງໃຫ້ລອດ ໄປໄດ້

    ເປັນໄປບໍ່ໄດ້ສຳລັບມະນຸດພວກເຮົາທີ່ຈະອີງໃສ່ຕົນເອງ ເພື່ອມາຊ່ວຍຕົນເອງໃຫ້ຫລົບຫລີກໄປໃຫ້ພົ້ນຈາກເຫວເລິກແຫ່ງ ຄວາມບາບທີ່ມະນຸດພວກເຮົາກຳລັງພາກັນຕົກຢູ່ໃນພາວະອັນຫລົ້ມ ຈົມຢູ່ນີ້. ຢູ່ໃນແນວຄິດຈິດໃຈຂອງມະນຸດພວກເຮົານັ້ນກໍມີແຕ່ຄວາມ ເລວຮ້າຍແລະພວກເຮົາກໍບໍ່ສາມາດ ທີ່ຈະປ່ຽນແປງມັນໄດ້ດ້ວຍ ຕົນເອງ. “ມີຜູ້ໃດຈະສາມາດນຳເອົາສິ່ງທີ່ບໍຣິສຸດໃຫ້ອອກ ມາຈາກສິ່ງທີ່ບໍ່ມີຄວາມບໍຣິສຸດນັ້ນໄດ້? ບໍ່ມີໃຜຈັກຄົນ ເລີຍ” (ໂຢບ[Job]14:4). “ ຄວາມຄິດຂອງມະນຸດກໍເປັນ ສັດຕຣູຕໍ່ຕ້ານກັບ ອົງພຣະເຈົ້າຜູ້ເປັນເຈົ້າ: ດ້ວຍເຫດ ວ່າມັນບໍ່ຍອມຢູ່ໃຕ້ກົດໝາຍຂອງ ພຣະເຈົ້າແລະທັງບໍ່ສາ ມາດຈະຢູ່ໄດ້ ” (ໂຣມັນ [Romans]8:7). ການສຶກສາຫາ ຄວາມຮູ້ກ່ຽວກັບທາງຝ່າຍໂລກ, ທາງຊີວິດວັທນະທັມ, ການຝຶກ ຝົນແນວຄິດຈິດໃຈ, ຄວາມຕັ້ງໜ້າພະຍາຍາມຂອງມະນຸດ - ສິ່ງທັງ ໝົດເຫລົ່ານັ້ນກໍລ້ວນແຕ່ມີຂອບເຂດການນຳໃຊ້ຂອງມັນ, ແຕ່ພໍເມື່ອ ມາຕົກຢູ່ໃນກໍຣະນີທີ່ ກ່າວມານີ້ສິ່ງທັງໝົດເຫລົ່ານັ້ນກໍລ້ວນແຕ່ໄຮ້ ປະສິຖພາບ. ສິ່ງເຫລົ່ານັ້ນສາມາດທຳໃຫ້ຄົນເກີດມີການປະພຶດທີ່ ຖືກຕ້ອງແຕ່ທາງພາຍນອກ, ແຕ່ບໍ່ສາມາດທີ່ຈະທຳໃຫ້ຈິດໃຈຂອງ ຄົນປ່ຽນແປງໄດ້ ແລະ ກໍບໍ່ສາມາດທີ່ຈະສະສາງລ້າງສ່ວນສາຍ ທານ ແຫ່ງຊີວິດນັ້ນໄດ້. ກ່ອນທີ່ຄົນຈະສາມາດປ່ຽນແປງຕົນໃຫ້ຫັນ ອອກໄປຈາກຄວາມບາບແລ້ວກ້າວໄປສູ່ຄວາມບໍຣິສຸດໄດ້ນັ້ນມັນ ກໍຈຳເປັນທີ່ຈະຕ້ອງໃຫ້ມີພະລັງທີ່ຊ່ວຍຊຸກດັນອອກມາຈາກພາຍໃນ ມັນກໍຈະຕ້ອງກໍ່ໃຫ້ມີຊີວິດໃໝ່ເຊິ່ງໄດ້ມາຈາກເບື້ອງບົນ, ພະລັງດັ່ງ ກ່າວນັ້ນຄື ອົງພຣະຄຣິສຕ໌ ນັ້ນເອງ. ມີແຕ່ດ້ວຍພຣະເດດພຣະ ຄຸນຂອງພຣະອົງພຽງເທົ່ານັ້ນທີ່ຈະສາມາດຊ່ວຍຟື້ນຟູເອົາຄົນ ເຮົາໃຫ້ມີຊີວິດໃໝ່ຄືນມາໄດ້ແລະນຳເອົາເຂົາໃຫ້ກັບຄືນໄປສູ່ອົງ ພຣະຜູ້ເປັນເຈົ້າແລະໄປສູ່ຄວາມບໍຣິສຸດຜຸດຜ່ອງນັ້ນໄດ້.SCL 21.1

    ພຣະເຈົ້າຜູ້ໂຜດໃຫ້ລອດຊົງໄດ້ຕັດກ່າວເອົາໄວ້ວ່າ :“ຖ້າ ຄົນຜູ້ໃດຫາກບໍ່ທັນໄດ້ເກີດໃໝ່ຈາກເບື້ອງບົນ , ບໍ່ທັນໄດ້ ຮັບເອົາຫົວໃຈດວງໃໝ່, ຄວາມປາຖນາໃໝ່, ຄວາມປະ ສົງອັນໃໝ່ ແລະ ຄວາມຄິດຈິດໃຈໃໝ່ ທີ່ຈະນຳພາໄປສູ່ ຊີວິດໃໝ່ນັ້ນແລ້ວເຂົາກໍບໍ່ສາມາດ ທີ່ຈະເຫັນພຣະຣາຊອາ ນາຈັກຂອງອົງພຣະຜູ້ເປັນເຈົ້າໄດ້” (ໂຢຫັນ 3:3). ຄວາມ ຄິດທີ່ວ່າຈຳເປັນທີ່ຈະຕ້ອງເສີມຂະຫຍາຍ ແຕ່ສິ່ງທີ່ດີທີ່ມີຢູ່ໃນຕົວ ຂອງມະນຸດເຊິ່ງໄດ້ມາຕາມທາງທຳມະຊາດ ນັ້ນມັນກໍເປັນຄວາມ ເຂົ້າໃຈ ທີ່ຜິດພາດຢ່າງໜັກ. “ມະນຸດທາງເນື້ອກາຍບໍ່ສາມາດ ທີ່ຈະຮັບເອົາສິ່ງທີ່ມາຈາກພຣະວິນຍານຂອງພຣະເຈົ້ານັ້ນ ໄດ້ເພາະເຂົາຖືວ່າ ນັ້ນເປັນຄວາມອັບປັນຍາແລະບໍ່ສາ ມາດທີ່ ຈະເຂົ້າໃຈໃນສິ່ງນັ້ນໄດ້, ດ້ວຍເຫດວ່າສິ່ງນັ້ນ ຈະ ຕ້ອງອະພິປາຍກັນດ້ວຍທາງຈິດວິນຍານ” (1ໂກຣິນໂທ 2:14). ພຣະເຢຊູຊົງຕັດເອົາໄວ້ວ່າ: “ຈົ່ງຢ່າແປກໃຈໄປເລຍທີ່ ເຮົາພຣະອົງໄດ້ກ່າວຕໍ່ທ່ານວ່າທ່ານຈະຕ້ອງກັບເກີດຄືນໃໝ່ ອີກ” (ໂຢຫັນ 3:7). ຢູ່ໃນໜັງສືພຣະຄຳພີໄດ້ມີຄຳຂຽນກ່ຽວ ກັບພຣະຄຣິສຕ໌ເອົາໄວ້ວ່າ: “ຢູ່ໃນພຣະອົງກໍມີຊີວິດແລະຊີວິດ ນັ້ນກໍຄືແສງສະວ່າງຂອງມະນຸດທັງຫລາຍ” (ໂຢຫັນ 1:4), ” ບໍ່ມີຊື່ສຽງລຽງນາມອື່ນໃດອີກຢູ່ ໃຕ້ທ້ອງຟ້າທີ່ໄດ້ ໂຜດປະທານມາໃຫ້ແກ່ມະນຸດທັງຫລາຍເພື່ອຈະ ໃຫ້ພວກ ເຮົາໄດ້ຮັບຄວາມລອດພົ້ນໄປໄດ້” (ພຣະກິຈການ[Acts] 4:12). SCL 22.1