Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 10—ຄວາມຮູ້ກ່ຽວກັບອົງພຣະຜູ້ເປັນເຈົ້າ

    ອົງພຣະຜູ້ເປັນເຈົ້າຊົງ ໃຊ້ຫລາຍວິທີທາງເພື່ອຈະທຳການ ເປິດເຜີຍໃຫ້ພວກເຮົາໄດ້ຮູ້ຈັກກັບພຣະອົງ ແລະ ເພື່ອຈະນຳເອົາ ພວກເຮົາໃຫ້ເຂົ້າໄປສູ່ການມີຄວາມສັມພັນກັບພຣະອົງ. ສິ່ງທຳມະ ຊາດແວດລ້ອມກໍສົ່ງສັນຍານ ໃສ່ຄວາມຮູ້ສຶກຂອງພວກເຮົາຢ່າງ ບໍ່ຂາດລະຍະ. ຄົນຜູ້ໃດທີ່ມີຄວາມເປິດອົກເປິດໃຈນັ້ນເຂົາກໍຈະເກີດມີ ຄວາມຮູ້ສຶກຕໍ່ ຄວາມຮັກແລະຄວາມສະຫງ່າລາສີຂອງອົງພຣະຜູ້ ເປັນເຈົ້າທີ່ໄດ້ເຜີຍອອກໃຫ້ເຫັນ ໂດຍຜ່ານຜົນງານແຫ່ງການເນ ຣະມິຕປະດິດສ້າງອັນມາຈາກຮອຍພຣະຫັດຂອງພຣະອົງເອງ. ຜູ້ ໃດທີ່ມີຫູຟັງເຂົາກໍຈະສາມາດໄດ້ຍິນແລະເຂົ້າໃຈໄດ້ໃນການຊື່ສັມ ພັນຂອງອົງພຣະຜູ້ເປັນເຈົ້າທີ່ສົ່ງມາໂດຍຜ່ານປາກົດການທາງທຳ ມະຊາດນັ້ນ. ທົ່ງຫຍ້າອັນຂຽວງາມ, ປ່າໄມ້ດົງດອນ, ພຶກສາມາ ລາພັນ, ເມກເຝື້ທີ່ລ່ອງລອຍຢູ່ບົນທ້ອງຟ້າ, ສາຍຝົນທີ່ຢາດຫລັ່ງ ລົງມາ ແລະ ຄວາມສະຫງ່າງາມຂອງເວຫາອາກາດ-ທັງໝົດ ເຫລົ່ານັ້ນກໍລ້ວນ ແຕ່ເປັນສິ່ງທີ່ເວົ້າຈາສົນທະນາໃສ່ກັບຫົວໃຈຂອງ ພວກເຮົາ ແລະເປັນສິ່ງເຊື້ອເຊີນເອົາພວກເຮົາທັງຫລາຍ ໃຫ້ພາ ກັນເຂົ້າໄປທຳຄວາມຮູ້ຈັກກັບ ພຣະອົງຜູ້ຊົງໄດ້ເປັນຜູ້ໃຫ້ການເນ ຣະມິຕປະດິດສ້າງເອົາສິ່ງທັງໝົດເຫລົ່ານັ້ນໃຫ້ເກີດມີຂຶ້ນມາ.SCL 167.1

    ພຣະເຈົ້າຜູ້ໂຜດໃຫ້ລອດຂອງພວກເຮົາຊົງໃຫ້ການສິດສອນ ເຖິງບົດຮຽນອັນມີຄ່າຂອງພຣະອົງໂດຍມີການຕິດພັນກັບສິ່ງແວດ ລ້ອມທາງທຳມະຊາດຢ່າງສະໜິດແໜ້ນ. ພວກຕົ້ນໄມ້ໃບຫຍ້າ, ນົກ ໜູປູປີກ, ດວງດອກມາລານາໆພັນທີ່ເບັ່ງບານຢູ່ຕາມທົ່ງພຽງ, ໝູ່ ເຂົາຄ້ອຍເນີນ, ຫ້ວຍໜອງຄອງບຶງແລະທ້ອງຟ້າອັນສວຍສົດງົດ ງາມ, ນັບທັງເຫດການຕ່າງໆທີ່ເກີດຂຶ້ນໃນຊີວິດປະຈຳວັນ - ທັງ ໝົດກໍລ້ວນແຕ່ມີການປະສົມປະສານຕໍ່ກັນແລະຕິດພັນກັບພຣະວັຈ ນະແຫ່ງຄວາມຈິງຂອງພຣະເຈົ້າແລະບົດຮຽນ ຂອງພຣະອົງກໍມັກ ສະທ້ອນໄປສູ່ຄວາມຄິດປັນຍາຂອງຄົນແລະເຕັມໄປດ້ວຍຄວາມ ເອົາໃຈໃສ່ ຕໍ່ການທຳມາຫາລ້ຽງຊີບຂອງມະນຸດ.SCL 168.1

    ອົງພຣະຜູ້ເປັນເຈົ້າປະສົງຢາກຈະ ໃຫ້ພວກລູກຫລານຂອງ ພຣະອົງເຫັນໄດ້ເຖິງຄຸນຄ່າຂອງພຣະກິຈການທີ່ ພຣະອົງຊົງໄດ້ ສ້າງຂຶ້ນມາແລະ ໃຫ້ພາກັນມີຄວາມຊື່ນຊົມໃຈໃນຄວາມສວຍ ສົດງົດງາມແບບກະທັດລັດງ່າຍດາຍ ແລະ ສະຫງົບສຸກຂອງສິ່ງ ແວດລ້ອມທາງທຳມະຊາດທີ່ ພຣະອົງໄດ້ນຳເອົາມາເອ້ຢ້ອງປະດັບ ປະດາຜືນແຜ່ນພະສຸທາທີ່ເປັນບ່ອນພັກພາອາສັຍຂອງມວນມະ ນຸດເຮົານີ້. ອົງພຣະຜູ້ເປັນເຈົ້າເປັນຜູ້ຊົງມີຄວາມຮັກໃນຄວາມສວຍ ງາມວິລາວັນທັງໝົດທີ່ມີຢູ່ໃນໂລກນີ້, ແຕ່ຄວາມສວຍງາມທາງ ດ້ານຄຸນສົມບັດທັສນະຂອງຄົນນັ້ນ ພຣະອົງຊົງມີຄວາມຊອບກວ່າ ຄວາມສວຍງາມແຕ່ພຽງທາງດ້ານຮູບນອກນັ້ນອີກ. ພຣະອົງປະ ສົງຢາກຈະໃຫ້ພວກເຮົາໄດ້ພາກັນປັບປຸງບຸຣະນະຕົນເອງໃຫ້ເປັນ ຄົນຜູ້ທີ່ ມີຄວາມບໍຣິສຸດຜຸດຜ່ອງ ແລະ ກະທັດລັດງ່າຍດາຍເໝືອນ ດັ່ງຄຸນລັກສະນະອັນສວຍງາມທີ່ມີຢູ່ໃນດວງດອກໄມ້ນັ້ນ.SCL 168.2

    ຖ້າພວກເຮົາຫາກພາກັນສັງເກດສຶກສາເບິ່ງພຣະກິຈການ ແຫ່ງການເນຣະມິຕສ້າງຂອງ ພຣະອົງນັ້ນແລ້ວ, ສິ່ງເຫລົ່ານັ້ນກໍຈະ ເປັນການສອນໃຫ້ພວກເຮົາໄດ້ຮຽນຮູ້ເຖິງບົດຮຽນອັນລ້ຳຄ່າ, ສອນໃຫ້ພວກເຮົາທັງຫລາຍໄດ້ຮູ້ກ່ຽວກັບການທຳຕົນໃຫ້ເປັນຄົນທີ່ມີ ຄວາມເຊື່ອຟັງ ແລະ ມີຄວາມໄວ້ວາງໃຈຕໍ່ພຣະເຈົ້າ. ນັບຕັ້ງແຕ່ ໝູ່ດວງດາວທີ່ຢູ່ໃນທ້ອງຟ້າຈັກກະວານ, ແຕ່ໃດໆມາກໍຍັງພາກັນ ກ້ຽວເດີນໄປມາຕາມວົງໂຄຈອນໂດຍອີງຕາມກົດເກນຂອງພວກ ມັນ, ລວມໄປຈົນຕະຫລອດເຖິງເມັດອະນຸພາກຕ່າງເຊິ່ງເປັນສິ່ງທີ່ ມີຢູ່ໃນທາງທຳມະຊາດນັ້ນ - ທັງໝົດກໍລ້ວນແຕ່ພາກັນເຊື່ອຟັງ ປະຕິບັດຕາມພຣະປະສົງຂອງອົງພຣະຜູ້ເປັນເຈົ້າທັງນັ້ນ. ອົງພຣະ ຜູ້ເປັນເຈົ້າຊົງເປັນຜູ້ໃຫ້ການອຸບປະຖຳຄ້ຳຊູແກ່ທຸກສິ່ງຢ່າງທີ່ພຣະ ອົງໄດ້ສ້າງຂຶ້ນມາ. ພຣະອົງຜູ້ຊົງໃຫ້ການຄຸ້ມຄອງບໍຣິຫານຕໍ່ ບັນ ດາໜ່ວຍໂລກຕ່າງໆເປັນຈຳນວນອັນນັບບໍ່ຖ້ວນທີ່ມີຢູ່ ໃນພື້ນພິພົບ ມະຫາຈັກກະວານທີ່ບໍ່ມີຂອບເຂດອັນຈຳກັດນັ້ນ ໃນເວລາດຽວກັນກໍ ຊ້ຳພັດຍັງມາໃຫ້ຄວາມດູແລແມ່ນກະທັ້ງຕໍ່ນົກກະຈິກຈອກຕົວນ້ອຍໆ ທີ່ສົ່ງສຽງຮ້ອງອັນໄພເລາະຂອງຕົນໂດຍບໍ່ມີຄວາມຫວາດຫວັ່ນ ຢ້ານກົວແຕ່ຢ່າງໃດເລີຍນັ້ນ.SCL 169.1

    ອົງພຣະເທພບິດາເຈົ້າຂອງພວກເຮົາຊົງໃຫ້ການເບິ່ງແຍງ ດູແລດ້ວຍຄວາມຮັກໄຄ່ຕໍ່ທຸກສິ່ງທຸກຢ່າງ: ບໍ່ວ່າຈະເປັນຍາມທີ່ຄົນ ເຮົາຈະອອກຈາກບ້ານໄປ ທຳງານຫາລ້ຽງຊີບປະຈຳວັນຂອງຕົນ, ບໍ່ວ່າໃນຍາມທີ່ພວກເຮົາກຳລັງໄຫວ້ພຣະອະທິຖານ, ໃນເວລາທີ່ ພວກເຮົາລົ້ມຫົວນອນລົງ ໃນຍາມຄ່ຳຄືນຣາຕຣີການຫລືວ່າໃນເວ ລາລຸກຕື່ນຂຶ້ນມາໃນ ຍາມຮຸ່ງອາຣຸນຂອງວັນໃໝ່, ຫລືວ່າໃນເວລາ ທີ່ຄົນຜູ້ເປັນເສດຖີມີມັ່ງກຳລັງຈັດງານລ້ຽງສະຫລອງຢູ່ໃນອາຄານ ວຽງວັງຂອງຕົນ, ຫລືວ່າໃນເວລາທີ່ຄົນຜູ້ທຸກຈົນກຳລັງເຕົ້າໂຮມ ເອົາພວກລູກນ້ອຍຂອງຕົນອ້ອມຕໍ່ພາເຂົ້າອັນຫອດແຫ້ງຂອງຄອບ ຄົວຂອງເຂົານັ້ນກໍຕາມ. ບໍ່ມີນ້ຳຕາຢົດຢາດໃດເລີຍທີ່ຈະໄຫລອອກ ມາໂດຍທີ່ອົງພຣະຜູ້ເປັນເຈົ້າຈະບໍ່ຮູ້ບໍ່ເຫັນນຳ. ບໍ່ມີຮອຍຍິ້ມຄັ້ງ ໃດເລີຍທີ່ພຣະອົງຈະບໍ່ໄດ້ໝັກໝາຍເອົາໄວ້.SCL 170.1