Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ເພື່ອພົບປະໂຫຍດອັນສຸດຍອດຂອງພວກເຮົາທັງຫລາຍ

    ອົງພຣະຜູ້ເປັນເຈົ້າບໍ່ຕ້ອງການຢາກຈະ ໃຫ້ພວກເຮົາຕ້ອງ ພາກັນທຳການປະຕິເສດຕໍ່ ທຸກສິ່ງທຸກຢ່າງທີ່ຈະນຳມາເຊິ່ງຄວາມ ຜາສຸກຂອງພວກເຮົານັ້ນແຕ່ຢ່າງໃດເລີຍ. ຍາມໃດພຣະອົງກໍຊົງກະ ທຳເພື່ອຜົນປະໂຫຍດ ຂອງພວກລູກຂອງພຣະອົງ. ສ່ວນຜູ້ໃດທີ່ຍັງບໍ່ ທັນໄດ້ເລືອກເອົາພຣະຄີຣິສຕ໌ໃຫ້ມາກາຍເປັນ ທີ່ເພິ່ງຂອງຕົນນັ້ນ ກໍຄວນຈະທຳຄວາມເຂົ້າໃຈໃນປະເດັນອັນສຳຄັນທີ່ວ່າອົງພຣະຜູ້ ເປັນເຈົ້າຊົງໄດ້ນຳສະເໜີເອົາແຕ່ສິ່ງທີ່ດີເລີດມາໃຫ້ແກ່ຕົນເຊິ່ງມີ ຄວາມປະເສີດເລີດລ້ຳຍິ່ງໄປກວ່າສິ່ງທີ່ພວກເຂົາກຳລັງພະຍາ ຍາມ ທີ່ຈະພາກັນຊອກຫາເອົາມາດ້ວຍຕົນເອງຢູ່ນັ້ນ. ເວລາທີ່ຄົນ ເຮົາຫາກຄິດແລະກະທຳໃນສິ່ງໃດທີ່ມີລັກສະນະກົງກັນຂ້າມກັບພຣະ ປະສົງຂອງອົງພຣະ ຜູ້ເປັນເຈົ້າແລ້ວນັ້ນກໍສະແດງໃຫ້ເຫັນວ່າໃນ ຕົວແລະນອກຕົວແມ່ນເຂົາກຳລັງກະທຳໃນສິ່ງ ທີ່ຈະເປັນຜົນຮ້າຍ ອັນໃຫຍ່ຫລວງແລະເປັນຄວາມບໍ່ຍຸຕິທັມຕໍ່ຊີວິດຂອງຕົນເອງ. ການ ເດີນໄປຕາມເສັ້ນທາງທີ່ພຣະເຈົ້າໄດ້ຕ້ອງຫ້າມເອົາໄວ້ແລ້ວນັ້ນກໍ ຈະບໍ່ນຳມາເຊິ່ງຄວາມສຸກທີ່ແທ້ຈິງໄດ້, ເພາະພຣະອົງຊົງຮູ້ດີວ່າ ສິ່ງໃດແທ້ທີ່ຈະເປັນສິ່ງທີ່ດີເລີດສຳລັບພວກເຮົາ ແລະ ພຣະອົງເອງ ກໍຊົງເປັນຜູ້ຈັດວາງເອົາແຜນການອັນດີໃຫ້ແກ່ສັພສິ່ງທີ່ພຣະອົງ ເອງຊົງໄດ້ໃຫ້ການເນຣະມິຕສ້າງຂຶ້ນມານັ້ນ. ເສັ້ນທາງແຫ່ງການ ລ່ວງລະເມີດນັ້ນ ກໍຄືເສັ້ນທາງທີ່ຈະນຳໄປສູ່ຄວາມທຸກຍາກກາກກັມ ແລະລົ້ມລະລາຍ.SCL 83.1

    ສ່ວນຄວາມຄິດທີ່ວ່າອົງພຣະຜູ້ເປັນເຈົ້າຊົງມີຄວາມພໍພຣະ ທັຍນຳທີ່ຈະເຫັນພວກລູກຂອງ ພຣະອົງພາກັນຕົກທຸກໄດ້ຍາກນັ້ນກໍ ເປັນຄວາມຜິດທີ່ຜິດພາດລຸ້ມຫລົງໄປ. ພວກຊາວເມືອງສະຫວັນຊັ້ນ ຟ້າທັງໝົດກໍມີຄວາມສົນໃຈຢາກໃຫ້ມະນຸດມີຊີວິດຢູ່ດ້ວຍຄວາມສຸກ ສຳລານ. ພຣະເທພບິດາເຈົ້າກໍບໍ່ໄດ້ ປິດຕັນເສັ້ນທາງສຳລັບພວກ ລູກໆທັງຫລາຍຂອງພຣະອົງເພື່ອຈະໄດ້ພາກັນເດີນໄປສູ່ຄວາມສຸກ ນັ້ນແຕ່ຢ່າງໃດ. ອົງພຣະຜູ້ເປັນເຈົ້າຊົງຮຽກຮ້ອງ ໃຫ້ພວກເຮົາ ທຳການປະຕິເສດຕົນອອກຈາກແຕ່ສິ່ງໃດທີ່ ຈະນຳມາເຊິ່ງຄວາມ ທຸກຍາກກາກກັມແລະຄວາມຜິດຫວັງອັນຈະພາໃຫ້ປະຕູໄປສູ່ຄວາມ ສຸກ ແລະໄປສູ່ເມືອງສະຫວັນນັ້ນຕ້ອງຖືກປິດຕັນບໍ່ ໃຫ້ພວກເຮົາເຂົ້າ ໄປໄດ້. ພຣະເຈົ້າຜູ້ສະເດັດລົງມາໂຜດເອົາໂລກມະນຸດໃຫ້ໄດ້ຮັບ ຄວາມລອດພົ້ນນັ້ນຊົງມີຄວາມຍິນດີທີ່ ຈະຮັບເອົາມະນຸດທັງຫລາຍ ໂດຍອີງຕາມສະພາບຄວາມເປັນຈິງຂອງເຂົາ ໂດຍທີ່ບໍ່ເອົາຫົວຊາ ຫຍັງກັບຄວາມຂາດຕົກບົກຜ່ອງແລະ ຄວາມອ່ອນເພັຍໄຮ້ສະມັຖ ພາບຂອງພວກເຂົານັ້ນແຕ່ຢ່າງໃດເລີຍ ແລະ ພຣະອົງກໍບໍ່ພຽງແຕ່ ຈະສະສາງລ້າງສ່ວຍ ໃຫ້ປອດໄປຈາກຄວາມບາບແລະໂຜດປະທາ ນເອົາຄວາມລອດພົ້ນມາໃຫ້ໂດຍຜ່ານພຣະໂລຫິດຂອງພຣະອົງ ເອງແຕ່ພຽງເທົ່ານັ້ນ, ແຕ່ຫາກຍັງຈະໃຫ້ການຕອບສະໜອງຕໍ່ ຄວາມປາຖນາອັນແຮງກ້າຂອງທຸກຄົນເຊິ່ງຍິນດີທີ່ຈະເຂົ້າມາຮ່ວມ ແບກຫາບເອົາພາລະຂອງພຣະອົງນັ້ນດ້ວຍ. ນັ້ນຄືຄວາມປະສົງ ຂອງພຣະອົງທີ່ ຢາກຈະນຳເອົາຄວາມສັນຕິມາສູ່ທຸກຄົນທີ່ເດີນເຂົ້າ ມາຫາພຣະອົງເພື່ອຈະຂໍການ ໂຜດປະທານເອົາອາຫານແຫ່ງຊີວິດ. ອົງພຣະເຢຊູຊົງຮຽກໃຫ້ພວກເຮົາກະທຳແຕ່ສິ່ງໃດທີ່ຈະຊ່ວຍ ນຳເອົາພວກເຮົາໃຫ້ກ້າວເດີນໄປສູ່ຍອດແຫ່ງຄວາມຜາສຸກເຊິ່ງ ເປັນບ່ອນທີ່ ພວກຄົນຜູ້ລ່ວງລະເມີດພຣະຄຳສອນຂອງພຣະອົງບໍ່ສາ ມາດທີ່ຈະກ້າວໄປເຖິງໄດ້. ຄົນຜູ້ທີ່ອົງພຣະຄຣິສຕ໌ເຈົ້າສະຖິດຢູ່ ໃນຫົວໃຈຂອງຕົນນັ້ນເຂົາກໍຈະມີຄວາມສັຈທັມ, ມີຊີວິດອັນສຸກສັນ ແລະມີຄວາມຫວັງໃນການຟື້ນຊີບຄືນມາໃໝ່.SCL 84.1