Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບັນຫາທີ່ສຳຄັນສຳລັບທ່ານເພື່ອຊວນໃຫ້ຄິດ

    ທ່ານອາດຄິດວ່າການອຸທິດທັງໝົດແດ່ ອົງພຣະຄຣິສຕ໌ນັ້ນ ຄົງເປັນການເສັຍສະຫລະອັນຍິ່ງໃຫຍ່ໜັກໜາແມ່ນບໍ່? ທ່ານຈົ່ງ ຖາມຕົນເອງລອງເບິ່ງວ່າ: ອົງພຣະຄຣິສຕ໌ຊົງໄດ້ໂຜດປະທານສິ່ງ ໃດແດ່ມາໃຫ້ທ່ານແລ້ວ? ພຣະອົງຜູ້ຊົງເປັນພຣະບຸຕຂອງອົງພຣະ ຜູ້ເປັນເຈົ້ານັ້ນໄດ້ ໂຜດປະທານທຸກສິ່ງທຸກຢ່າງມາໃຫ້ພວກເຮົາຢູ່ ແລ້ວ - ຊີວິດອິນຊີ, ຄວາມຮັກ ແລະ ຄວາມເຈັບປວດທໍລະມານ ຂອງພຣະອົງນັ້ນແມ່ນລ້ວນແຕ່ ໄດ້ຖືກອຸທິດໄປເພື່ອການໂຜດຜາຍ ໄຖ່ຖອນເອົາມະນຸດພວກເຮົາທັງຫລາຍໃຫ້ໄດ້ຮັບຄວາມລອດພົ້ນ. ເປັນໄປໄດ້ຫລືທີ່ພວກເຮົາຈະບໍ່ມີຄຸນຄ່າລາຄາສົມກັບຄວາມຮັກດັ່ງ ກ່າວ ແລ້ວຈະພາກັນປິດປະຕູຫົວໃຈຂອງພວກຕົນສະກັດກັ້ນບໍ່ ໃຫ້ ພຣະອົງເຂົ້າມາຫາຕົນເອງໄດ້? ລົມຫາຍໃຈທຸກຄັ້ງຂອງພວກເຮົາ ນັ້ນກໍລ້ວນແຕ່ໄດ້ມາຈາກພຣະພອນ ແຫ່ງ ພຣະເດດພຣະຄຸນຂອງ ພຣະອົງນັ້ນເອງ, ດ້ວຍເຫດຜົນດັ່ງກ່າວນີ້ພວກເຮົາຈິ່ງບໍ່ສາມາດທີ່ ຈະທຳຄວາມເຂົ້າໃຈໄດ້ ຢ່າງເຕັມສ່ວນເຖິງຄວາມເລິກເຊິ່ງເຖິງ ຖອງຂອງຄວາມທໍລະມານ ແລະການເສັຍສະຫລະທີ່ພາໃຫ້ພວກ ເຮົາທັງຫລາຍໄດ້ຮັບຄວາມລອດພົ້ນໄປນັ້ນ. ເປັນໄປໄດ້ຫລືທີ່ພວກ ເຮົາຈະພາກັນແນມເບິ່ງພຣະອົງຜູ້ທີ່ໄດ້ຖືກປະຫານໃຫ້ສິ້ນພຣະຊົນ ໄປຍ້ອນຄວາມບາບຂອງພວກເຮົານີ້ເອງ ແລະ ແລ້ວກໍຍັງຈະພາ ກັນກັບມາຫັນຫລັງໃສ່ຄວາມຮັກແລະຄວາມເສັຍສະຫລະອັນຍິ່ງ ໃຫຍ່ມະຫາການຂອງພຣະອົງນັ້ນອີກ? ເມື່ອໄດ້ເຫັນວ່າພຣະເຈົ້າ ຜູ້ຊົງຢູ່ດ້ວຍຄວາມສະຫງ່າລາສີນັ້ນໄດ້ສະເດັດລົງມາເພື່ອຢູ່ ດ້ວຍ ຄວາມຖະໜອມຖ່ອມຕົວລົງໂດຍບໍ່ມີຂອບເຂດຢ່າງນັ້ນແລ້ວ ເປັນ ໄປໄດ້ຫລືທີ່ພວກເຮົາຈະພາກັນມາຈົ່ມວ່າຕໍ່ການທີ່ທາງເດີນແຫ່ງ ຊີວິດ ຂອງຕົນນັ້ນຕ້ອງຜ່ານການຕໍ່ສູ້ທີ່ຫຍຸ້ງຍາກສັບສົນ ແລະປະ ເຊີນກັບຄວາມຕ່ຳຕ້ອຍນ້ອຍໜ້າ?SCL 81.1

    ພວກຄົນຜູ້ທີ່ ມີຄວາມອວດອົ່ງທະນົງຕົວທັງຫລາຍຕ່າງກໍ ພາກັນຕັ້ງຄຳຖາມຂຶ້ນວ່າ: ຈຳເປັນເລື້ອງໃດທີ່ຂ້ອຍຈະຕ້ອງຫັນມາ ຍອມກັບກາຍກັບໃຈໃໝ່ ແລະ ຕ້ອງຫັນມາຍອມຖ່ອມຕົວລົງກ່ອນ ທີ່ຂ້ອຍຈະໄດ້ຖືກຮັບການຄ້ຳປະກັນໄວ້ກ່ອນລ່ວງໜ້າວ່າ ພຣະເຈົ້າ ຈະຮັບເອົາຕົວຂ້ອຍນີ້ແທ້ຫລືບໍ່? ຕໍ່ບັນຫານີ້ ຂ້າພຣະເຈົ້າຂໍຮຽກ ຮ້ອງໃຫ້ທ່ານຈົ່ງມອງໄປຍັງອົງພຣະຄີຣິສຕ໌ເຈົ້ານັ້ນເສັຍເຖີດ. ພຣະ ອົງບໍ່ ມີຄວາມບາບໃດໆທັງສິ້ນ ແລະຍິ່ງໄປກວ່ານັ້ນ ພຣະອົງກໍຍັງ ຊົງເປັນເຈົ້າຊາຍແຫ່ງເມືອງສະຫວັນຊັ້ນຟ້າອີກດ້ວຍ, ແຕ່ເພື່ອຈະ ໂຜດເອົາພວກມະນຸດໃຫ້ໄດ້ຮັບຄວາມລອດພົ້ນນັ້ນພຣະອົງຈິ່ງໄດ້ ຊົງສະເດັດລົງມາສິ້ນພຣະຊົນຕາງຄວາມບາບຂອງພວກເຮົາທັງ ຫລາຍ. “ພຣະອົງຈິ່ງໄດ້ຖືກຈົດເຂົ້າຢູ່ ໃນບັນຊີດຽວກັນກັບ ພວກຄົນບາບທັງຫລາຍແລະ ພຣະອົງກໍໄດ້ແບກຫາບເອົາ ຄວາມບາບຂອງຄົນເປັນຈຳນວນມາກແລະທັງໄດ້ເປັນທະ ນາຍຄວາມ ປົກປ້ອງເອົາພວກຄົນບາບເຫລົ່ານັ້ນອີກດ້ວຍ” (ເອຊາຢາ 53:12).SCL 82.1

    ເມື່ອເວລາທີ່ພວກເຮົາໄດ້ອຸທິດທຸກສິ່ງຢ່າງໃຫ້ແກ່ອົງພຣະ ຄຣິສຕ໌ນັ້ນແມ່ນສະແດງວ່າພວກເຮົາໄດ້ທຳການປະຕິເສດຈາກສິ່ງ ໃດກັນແທ້? ຄຳຕອບກໍຄື: ກໍຈາກຄວາມບາບທີ່ເປັນຕົວການທຳໃຫ້ ຫົວໃຈຂອງມະນຸດຕ້ອງເກີດມີຄວາມສົກກະປົກນັ້ນເອງເພື່ອຈະໃຫ້ ພຣະເຢຊູເຈົ້າໄດ້ເອົາພຣະໂລຫິດຂອງພຣະອົງ ນັ້ນເຂົ້າມາສະສາງ ລ້າງສ່ວຍເອົາພວກເຮົາໃຫ້ກາຍເປັນຄົນຜູ້ທີ່ມີຄວາມບໍຣິສຸດ ແລະ ເພື່ອໃຫ້ພຣະອົງຊົງໄດ້ໂຜດເອົາພວກເຮົາໃຫ້ໄດ້ຮັບຄວາມລອດພົ້ນ ດ້ວຍຄວາມຮັກຂອງພຣະອົງອັນຈະຫາສິ່ງໄດ້ມາປຽບປານບໍ່ ໄດ້ເລີຍ. ແຕ່ເຖິງຢ່າງນັ້ນກໍຕາມ, ຄົນບາງຈຳພວກກໍຍັງພາກັນ ຄິດຢູ່ວ່າມັນເປັນການຍາກໜັກໜາທີ່ຈະປະຖິ້ມທຸກສິ່ງທຸກຢ່າງນັ້ນ ໄດ້. ຂ້າພຣະເຈົ້າຮູ້ສຶກອັບອາຍຕາງທີ່ຈະໄດ້ຍິນ ໄດ້ຟັງຄຳເວົ້າຄຳ ວ່າໃນລັກສະນະແບບນີ້ແລະກໍອັບອາຍທີ່ຈະມາຂີດຂຽນກ່ຽວກັບ ເລື້ອງນີ້ອອກມາ.SCL 82.2