Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຈົ່ງທຳໃຫ້ສະຕິປັນຍາຂອງທ່ານມີຄວາມເຂັ້ມແຂງ

    ບໍ່ມີສິ່ງອື່ນໃດອີກທີ່ຈະຊ່ວຍຝຶກຝົນໃຫ້ສະຕິປັນຍາຂອງຄົນ ເກີດມີຄວາມສະຫລາດຫລັກແຫລມຂຶ້ນຍິ່ງໄປກວ່າການສຶກສາ ຮຽນຮູ້ກ່ຽວກັບໜັງສືພຣະຄຳພີຂອງພຣະຜູ້ເປັນເຈົ້ານີ້.SCL 179.1

    ບໍ່ມີໜັງສືເຫລັ້ມໃດອີກທີ່ຈະມີພະລັງແຮງ ເພື່ອເຊີດຊູເອົາ ຄວາມຄິດປັນຍາ ແລະ ເສີມຂະຫຍາຍຄວາມສາມາດຂອງຄົນໃຫ້ ກວ້າງຂວາງອອກເໝືອນດັ່ງສັຈທັມຄວາມຈິງທີ່ມີຢູ່ໃນໜັງສືພຣະ ຄຳພີນີ້. ຖ້າວ່າພຣະວັຈນະຂອງພຣະເຈົ້າຫາກໄດ້ຮັກການສຶກສາ ຄົ້ນຄວ້າຢ່າວຈິງຈັງແລ້ວ ຄົນເຮົາກໍຈະມີຄວາມຄິດປັນຍາກວ້າງ ຂວາງອອກ, ຄຸນສົມບັດທັສນະຂອງຄົນກໍຈະມີຣາສີຂຶ້ນມາ ແລະ ເຂົາກໍຈະມີເປົ້າໝາຍໃນຊີວິດອັນທ່ຽງແທ້ແນ່ນອນເຊິ່ງທັງໝົດ ເຫລົ່ານັ້ນເປັນສິ່ງທີ່ ຫາໄດ້ຍາກໃນເວລາປັດຈຸບັນ. SCL 179.2

    ການອ່ານໜັງສືພຣະຄຳພີແບບຟ້າວຟັ່ງບໍ່ ລະມັດລະວັງນັ້ນ ກໍຈະໃຫ້ປະໂຫຍດແກ່ຄົນບໍ່ມາກໜັກ. ບາງຄົນກໍອາດຈະສາມາດ ອ່ານພຣະຄຳພີແຕ່ຕົ້ນຕະຫລອດປາຍຈົນຈົບຮອບດຽວ, ແຕ່ຊ້ຳພັດ ບໍ່ສາມາດທີ່ຈະຊອກເຫັນໄດ້ໃນ ຄວາມສວຍສົດງົດງາມແລະບໍ່ເຂົ້າ ໃຈໄດ້ ໃນຄວາມໝາຍອັນເລິກເຊິ່ງອັສຈັນຂອງພຣະຄຳພີນັ້ນ. ດີແທ້ແມ່ນໃຫ້ສຶກສາຄົ້ນຄວ້າຢ່າງລະມັດລະວັງເປັນແຕ່ລະຂໍ້ລະ ຄວາມໄປຈົນກວ່າຈະທຳຄວາມເຂົ້າໃຈໄດ້ຢ່າງແຈ່ມແຈ້ງໃນເນື້ອ ໃນຄວາມໝາຍທີ່ກ່ຽວພັນກັບແຜນການຂອງພຣະເຈົ້າໃນການ ໂຜດເອົາມະນຸດໃຫ້ໄດ້ຮັບຄວາມລອດພົ້ນນັ້ນ. ການທຳຢ່າງນີ້ຈະ ດີກວ່າການອ່ານຫລາຍບົດຫລາຍຕອນຄວບກັນໄປ ໂດຍບໍ່ມີຈຸດ ໝາຍປາຍທາງ ແລະຈະເກັບກຳຄຳແນະນຳສິດສອນອັນໃດກໍບໍ່ ໄດ້ຈັກຢ່າງ. ຈົ່ງຢ່າລືມພົກຖືເອົາພຣະຄຳພີຕິດຕົວທ່ານໄປທຸກບ່ອນ ທຸກຍາມ, ຈົ່ງຍາດໂອກາດອ່ານຢູ່ຢ່າງເປັນປະຈຳ, ພະຍາຍາມຈົດ ຈຳແຕ່ລະຂໍ້ຄວາມເອົາໄວ້. ແມ່ນກະທັ້ງວ່າໃນເວລາທີ່ກຳລັງ ເດີນຍ່າງຢູ່ຕາມທາງຖະໜົນນັ້ນທ່ານກໍຍັງສາມາດທີ່ ຈະຍາດໂອ ກາດອ່ານໄດ້ເປັນຂໍ້ເປັນແຖວແລະນຶກຄິດຕຶກຕອງຕໍ່ສິ່ງທີ່ຕົນໄດ້ ອ່ານໄປນັ້ນແລ້ວກໍຈົດບັນທຶກເອົາໄວ້ໃນຄວາມຊົງຈຳຂອງຕົນ.SCL 180.1

    ພວກເຮົາບໍ່ສາມາດທີ່ຈະບັນລຸໄດ້ເຖິງອະພິປັນຍາຂອງ ອົງພຣະຜູ້ເປັນເຈົ້າໂດຍຂາດຄວາມຕັ້ງໃຈ ແລະ ຂາດການໄຫວ້ ພຣະອ້ອນວອນໃນເວລາຮ່ຳຮຽນສຶກສາພຣະຄຳພີຢູ່ນັ້ນ. ໜັງສືພຣະ ຄຳພີໃນບາງບົດບາງຕອນນັ້ນ ກໍມີຄວາມກະຈ່າງແຈ້ງທີ່ສຸດຈົນ ວ່າຍາກທີ່ຈະບໍ່ສາມາດທຳຄວາມເຂົ້າໃຈໄດ້. ແຕ່ເປັນບາງບ່ອນ ກໍມີຄວາມໝາຍອັນຊ້ອນເລິກຢູ່ ຂ້າງໃນເຊິ່ງບໍ່ສາມາດຈະເຂົ້າໃຈໄດ້ ໃນທັນທີທັນໃດ. ຕ້ອງແມ່ນພຣະຄຳພີນັ້ນເອງທີ່ຈະຕ້ອງເປັນຜູ້ໃຫ້ ການຕີຄວາມໝາຍຕໍ່ເນື້ອຫາສາຣະຂອງພຣະຄຳພີນັ້ນ. ການສຶກ ສາຄົ້ນຄວ້າພຣະຄຳພີດ້ວຍຄວາມລະມັດລະວັງ ແລະ ດ້ວຍການ ໄຫວ້ພຣະອະທິຖານຢ່າງຕັ້ງນັ້ນກໍຈະນຳມາເຊິ່ງຜົນສຳເຣັດອັນ ຍິ່ງໃຫຍ່. ນັກຂຸດຄົ້ນບໍ່ແຮ່ເຊິ່ງໄດ້ພົບເຫັນທາງແຮ່ຂອງໂລຫະທີ່ມີ ຄ່າເຊິ່ງຖືກຝັງຊ້ອນຢູ່ ໃຕ້ພື້ນດິນນັ້ນກໍເໝືອນດັ່ງຄົນຜູ້ທີ່ ຄົ້ນຄວ້າສຶກ ສາພຣະວັຈນະຂອງພຣະເຈົ້າທີ່ກຳລັງຊອກຄົ້ນຫາຂອງທີ່ ມີຄ່າເຊິ່ງ ເປັນສັຈທັມຄວາມຈິງອັນລ້ຳເລີດທີ່ເຊື່ອງຊ້ອນອອກຈາກສາຍຕາ ຂອງຄົນຜູ້ທີ່ຂາດຄວາມລະມັດລະວັງໃນການຊອກຄົ້ນນັ້ນເອງ. ພຣະວັຈນະ ຂອງພຣະເຈົ້າທີ່ໄດ້ຖືກນຳເອົາມານຶກຄິດຕຶກຕອງຢູ່ໃນ ຈິດໃຈຂອງຄົນນັ້ນກໍຈະກາຍເປັນດັ່ງກະແສນ້ຳທີ່ຫລັ່ງໄຫລອອກມາ ຈາກບໍ່ນ້ຳແຫ່ງຊີວິດນັ້ນເອງ.SCL 180.2