Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຈົ່ງພາກັນມອງເບິ່ງພວກດອກລີລານັ້ນເສັຍເຖິດ

    ອົງພຣະຄຣິສຕ໌ເຈົ້າຊົງໄດ້ບອກໃຫ້ພວກສາວົກທັງຫລາຍ ຂອງພຣະອົງໃຫ້ພາກັນມອງໄປຍັງພວກດວງດອກພຶກສານາໆພັນ ທີ່ພາກັນເບັ່ງບານຢູ່ຕາມທ້ອງທົ່ງຫຍ້າເຫລົ່ານັ້ນວ່າພວກມັນພາກັນ ເຕີບໃຫຍ່ຂຶ້ນດ້ວຍຄວາມອຸດົມຮັ່ງມີ ແລະຖືກປະດັບປະດາໄປດ້ວຍ ຄວາມສວຍງາມວິລາວັນຢ່າງກະທັດລັດງ່າຍດາຍເຊິ່ງ ອົງພຣະ ບິດາເຈົ້ານັ້ນເອງຊົງເປັນຜູ້ໃຫ້ການໂຜດປະທານແກ່ພວກມັນມາ ເພື່ອສະແດງອອກເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ມະນຸດເຮົາ. ພຣະອົງຊົງຕັດກ່າວເອົາໄວ້ວ່າ: “ຈົ່ງມອງເບິ່ງພວກດອກລີລາ ທີ່ຢູ່ຕາມທົ່ງຫຍ້ານັ້ນເສັຍເຖີດວ່າພວກມັນຈະເຣີມເຕີບໂຕ ຂຶ້ນໄດ້ແນວໃດ.” ຄວາມສວຍສົດງົດງາມແບບກະທັດລັດງ່າຍ ດາຍຂອງພວກດວງດອກໄມ້ໃນທາງທຳມະຊາດເຫລົ່ານັ້ນມັນກໍ ເລີດລ້ຳຍິ່ງໄປກວ່າຄວາມໂອ້ໂຖງຫລູກຫລາທາງພາຍນອກຂອງ ອະດີດກະສັຕໂຊໂລມອນນັ້ນອີກດ້ວຍ(Solomon). ສິລປະວິທະຍາ ກັມທີ່ປະດິດຄິດສ້າງຂຶ້ນມາດ້ວຍສີໄມ້ລາຍມືຂອງມະນຸດນັ້ນເຖິງ ແມ່ນວ່າຈະມີຄວາມເລີດລ້ຳພຽງໃດກໍຕາມ ແຕ່ກໍຍັງບໍ່ສາມາດ ທີ່ຈະນຳເອົາມາສົມທຽບປຽບປານກັບຄວາມມີຊີວິດຊີວາທາງດ້ານ ທຳມະຊາດ ແລະຄວາມສວຍງາມແບບຮຸ່ງປະກາຍຂອງ ພວກພຶກ ສາມາລາພັນທັງຫລາຍທີ່ໄດ້ຖືກເນຣະມິຕປະດິດສ້າງຂຶ້ນ ມາດ້ວຍ ອົງພຣະຜູ້ເປັນເຈົ້ານັ້ນເອງ. ພຣະເຢຊູເຈົ້າຊົງຕັດຖາມວ່າ: “ຖ້າ ວ່າອົງພຣະຜູ້ເປັນເຈົ້າຫາກຊົງໄດ້ ໂຜດປະທານໃຫ້ການ ນຸ່ງຫົ່ມແກ່ພວກທົ່ງຫຍ້າເຊິ່ງວັນນີ້ມັນຍັງຄົງມີຢູ່ແຕ່ສ່ວນ ວັນຕໍ່ໄປກໍຈັກຖືກຕັດຖິມກອງໄຟນັ້ນເສັຍແລ້ວພຣະຫລືທີ່ ຈະບໍ່ໃຫ້ການນຸ່ງຫົ່ມແກ່ພວກທ່ານຜູ້ເປັນມະນຸດມາກຍິ່ງໄປ ກວ່ານັ້ນອີກ? ໂອນໍ! ພວກທ່ານຜູ້ມີຄວາມເຊື່ອອັນອ່່ອນແອ ທັງຫລາຍ.” ( ມັດທາຍ 6:28-30). ຖ້າວ່າອົງພຣະ ຜູ້ເປັນ ເຈົ້າເຊິ່ງເປັນນັກວິຈິຕກັມແຫ່ງເມືອງຟ້າສະຫວັນນັ້ນ ຫາກນຳ ເອົາສີສັນອັນຄະນານັບບໍ່ໄດ້ເຫລົ່ານັ້ນມາໃຫ້ການປະດັບປະດາ ແກ່ ພວກດວງດອກມາລາທີ່ຈະຫ່ຽວແຫ້ງລົງໄປຢູ່ໃນເວລາບໍ່ພໍເທົ່າໃດ ວັນນັ້ນ ແລ້ວເປັນໄປໄດ້ຫລືທີ່ພຣະອົງເຈົ້າຈະບໍ່ໃຫ້ການອຸບປະຖັມ ຄ້ຳຊູແກ່ພວກມະນຸດຜູ້ທີ່ພຣະອົງເອງຊົງເປັນຜູ້ໃຫ້ການເນຣະມິຕ ສ້າງຂຶ້ນມາໂດຍອີງຕາມລັກສະນະສາຍະພາບຂອງພຣະອົງ ນັ້ນ? ພຣະຄຳສອນຂອງອົງພຣະຄຣິສຕ໌ທີ່ໄດ້ຍົກໃຫ້ເຫັນມານີ້ກໍະເປັນ ການຕຳນິກໍສ້າງຕໍ່ພວກຄົນທີ່ມີຄວາມຄິດອັນສັບສົນວຸ້ນວາຍ, ມີ ຄວາມລະແວງສົງສັຍແລະມີຄວາມເຊື່ອອັນບໍ່ໜັກແໜ້ນເຫລົ່ານັ້ນ.SCL 253.1

    ອົງພຣະຜູ້ເປັນເຈົ້າກໍມີຄວາມປະສົງຢາກຈະໃຫ້ພວກລູກ ຫລານທັງຍິງ ແລະຊາຍທັງຫລາຍຂອງພຣະອົງໄດ້ພາກັນມີຄວາມ ສຸກ, ມີຄວາມສັນຕິ ແລະມີຄວາມເຊື່ອຟັງປະຕິບັດຕາມພຣະຄຳ ສອນຂອງພຣະອົງ. ອົງພຣະເຢຊູຊົງໄດ້ຕັດກ່າວເອົາໄວ້ວ່າ: “ເຮົາ ພຣະອົງນຳເອົາຄວາມສັນຕິມາໃຫ້ແກ່ພວກທ່ານ: ບໍ່ ເໝືອນກັນກັບທີ່ທາງຝ່າຍໂລກນຳເອົາມາໃຫ້. ເຮົາພຣະ ອົງໂຜດປະທານໃຫ້ແກ່ພວກທ່ານ. ຈົ່ງຢ່າທຳໃຫ້ຫົວໃຈ ຂອງທ່ານຕ້ອງສັບສົນວຸ້ນວາຍ ແລະຫວັ່ນກົວໄປເລີຍ” “ເຮົາພຣະອົງໄດ້ກ່າວສິ່ງເຫລົ່ານີ້ລົງໄປຕໍ່ພວກທ່ານເພື່ອ ຈະໃຫ້ຄວາມສຸກຂອງເຮົານັ້ນໝັ້ນຄົງຢູ່ກັບທ່ານ ແລະ ເພື່ອ ໃຫ້ທ່ານໄດ້ມີຄວາມສຸກຢ່າງເຕັມສ່ວນ” ໂຢຫັນ 14:27; 15:11).SCL 254.1

    Larger font
    Smaller font
    Copy
    Print
    Contents