Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ສິ່ງທີ່ເປັນການດີໃນການເຂົ້າມາຮ່ວມງານກັບພຣະອົງເຈົ້າ

    ອົງພຣະຜູ້ເປັນເຈົ້າກໍສາມາດກະທຳໄດ້ທີ່ ຈະແຕ່ງໃຫ້ພວກ ທູຕສະຫວັນທັງຫລາຍຂອງພຣະອົງຕ້ອງເຂົ້າມາ ເປັນຝ່າຍຜູ້ຮັບຜິດ ຊອບເອົາເອງ ຢູ່ໃນພຣະກິຈການແຫ່ງການເຜີຍແຜ່ຂ່າວປະເສີດ ແລະ ວຽກງານການຮັບໃຊ້ທັງໝົດທີ່ສະແດງອອກໃຫ້ເຫັນເຖິງ ຄວາມຮັກຂອງພຣະອົງນັ້ນ. ເພື່ອຈະທຳໃຫ້ເປົ້າໝາຍທີ່ພຣະອົງໄດ້ ວາງເອົາໄວ້ນັ້ນໄດ້ຮັບຄວາມສຳເຣັດພຣະອົງກໍສາມາດທີ່ຈະໃຊ້ວິ ທີ່ອື່ນໄດ້ເໝືອນກັນ, ແຕ່ຍ້ອນຄວາມຮັກຢ່າງບໍ່ມີຂອບເຂດຂອງພຣະ ອົງນັ້ນເອງທີ່ພາໃຫ້ພຣະອົງໄດ້ຊົງເລືອກເອົາມະນຸດພວກເຮົາທັງ ຫລາຍ ໃຫ້ເຂົ້າມາເປັນເພື່ອນຜູ້ຮ່ວມງານຂອງພຣະອົງເຈົ້າ, ຮ່ວມ ກັບອົງພຣະຄຣິສຕ໌ ແລະຮ່ວມກັບບັນດາພວກທູຕສະຫວັນທັງຫລາຍ ເພື່ອຈະໃຫ້ພວກເຮົາ ໄດ້ເປັນຜູ້ມີສ່ວນແບ່ງປັນເອົາຄວາມຈະເຣີນ ພອນ, ຄວາມສຸກ ແລະ ຄວາມຈະເຣີນທາງໃຈເຊິ່ງເປັນຜົນງານ ຈາກການຮັບໃຊ້ທີ່ປາສຈສກຄວາມເຫັນແກ່ຕົວໃດໆທັງສິ້ນ.SCL 157.1

    ພວກເຮົາໄດ້ຖືກຊັກນຳມາໃຫ້ຢູ່ຮ່ວມກັບອົງພຣະຄຣິສຕ໌ ເຈົ້າໂດຍຜ່ານການມີສ່ວນຮ່ວມຢູ່ ໃນຄວາມທົນທຸກທໍລະມານຂອງ ພຣະອົງ. ທຸກການກະທຳທີ່ປາສຈາກຄວາມເຫັນແກ່ຕົວເພື່ອແນ ໃສ່ການສ້າງຄຸນງາມຄວາມດີເພື່ອ ຜູ້ອື່ນນັ້ນກໍຈະເປັນການເສີມ ສ້າງຄວາມເຂັ້ມແຂງທາງດ້ານຈິຕໃຈທີ່ມີພຣະຄຸນໃຫ້ເກີດມີຂຶ້ນຢູ່ ພາຍ ໃນຕົວຂອງຄົນຜູ້ທີ່ເປັນຝ່າຍອຸທິດຕົນນັ້ນ ແລະທັງຍັງຈະເປັນ ການຊຸກຍູ້ໃຫ້ເຂົາໄດ້ມີໂອກາດທີ່ຈະຫຍັບໃກ້ເຂົ້າໄປຫາພຣະເຈົ້າຜູ້ ຊົງເປັນພຣະຜູ້ໂຜດໃຫ້ລອດຂອງໂລກມະນຸດເຮົານີ້, ຜູ້ຊົງ ” ເປັນ ຜູ້ມີຄວາມອຸດົມຮັ່ງມີ, ແຕ່ຊ້ຳພັດໄດ້ທຳຕົນໃຫ້ທຸກຈົນລົງເພື່ອ ພວກທ່ານທັງຫລາຍ ເພື່ອວ່າພວກທ່ານຈະໄດ້ກາຍມາເປັນ ຄົນຮັ່ງມີ ໂດຍອີງໃສ່ຄວາມທຸກຈົນຂອງພຣະອົງນັ້ນ.” (2ໂກ ຣິນທຽນ 8,9). ຊີວິດຂອງພວກເຮົາກໍຈະໄດ້ຮັບລາບພອນຢ່າງ ແທ້ຈິງໃນເມື່ອພວກເຮົາຫາກພາກັນທຳສຳເຣັດຕາມເປົ້າໝາຍທີ່ ພຣະອົງໄດ້ວາງເອົາໄວ້ສຳລັບທຸກສິ່ງຢ່າງທີ່ພຣະອົງເອງຊົງໄດ້ໃຫ້ ການເນຣະມິຕສ້າງຂຶ້ນມານັ້ນ.SCL 157.2

    ຖ້າວ່າທ່ານຫາກກ້າວເດີນໄປເພື່ອທຳງານຕາມທີ່ອົງພຣະ ຄຣິສຕ໌ຊົງໄດ້ຄາດໝາຍເອົາ ໄວ້ເໝືອນດັ່ງທີ່ພວກສາວົກຂອງພຣະ ອົງເຄີຍໄດ້ພາກັນກະທຳມາ ແລະ ທັງນຳເອົາຄົນທັງຫລາຍໃຫ້ເຂົ້າ ມາເຊື່ອໃນພຣະອົງນັ້ນ ແລ້ວທ່ານກໍຈະເກີດມີຄວາມຮູ້ສຶກຕໍ່ຄວາມ ຈຳເປັນ ໃນປະສົບການອັນເລິກເຊິ່ງແລະໃນຄວາມຮູ້ກ່ຽວກັບເຣື່ອງ ຂອງພຣະເຈົ້າຢ່າງກວ້າງຂວາງຍິ່ງກວ່າເດີມ ແລະ ທ່ານກໍຈະເກີດ ມີຄວາມໂຫຍຫິວຢາກຈະກິນຢາກຈະດື່ມເອົາຄວາມຊອບທັມຂອງ ພຣະເຈົ້າ. ທ່ານກໍຈະໄຫວ້ວອນຊອກຫາເອົາຄວາມຢາກຈະ ຢູ່ຢ່າງ ໃກ້ສິດກັບອົງພຣະຜູ້ເປັນເຈົ້າແລະ ຄວາມເຊື່ອຂອງທ່ານກໍຈະເຂັ້ມ ແຂງຍິ່ງຂຶ້ນ, ຊີວິດຂອງທ່ານກໍນັບມື້ນັບຈະຊອກສະແຫວງຫາດູດ ດື່ມເອົານ້ຳຈາກບໍ່ເລິກເຊິ່ງຈະໄດ້ມາຈາກ ບໍ່ເກີດແຫ່ງຄວາມໂຜດ ໃຫ້ລອດນັ້ນເອງ. ອຸບປະສັກຄວາມຫຍຸ້ງຍາກຕ່າງໆນາໆເຊິ່ງເປັນ ການທົດສອບແຫ່ງຊີວິດນັ້ນກໍຈະເປັນສິ່ງກະຕຸກຊຸກຍູ້ໃຫ້ທ່ານ ໄດ້ຫັນໄປສູ່ການສຶກສາຄົ້ນຄວ້າພຣະຄຳພີ ເຊິ່ງເປັນພຣະວັຈນະ ຂອງພຣະເຈົ້າແລະແລ້ວທ່ານກໍຈະມີຄວາມຕັ້ງໃຈໄຫວ້ພຣະອະທິ ຖານເຖິງພຣະອົງເຈົ້າ. ທ່ານຈະເຕີບໃຫຍ່ຂຶ້ນຢູ່ພາຍໃຕ້ພຣະເດດ ພຣະຄຸນ ແລະ ດ້ວຍຄວາມຮອບຮູ້ກ່ຽວກັບອົງພຣະຄຣິສຕ໌ ແລະ ນັ້ນກໍຈະເປັນການຝຶກຝົນຫລໍ່ຫລອມຕົວທ່ານໃຫ້ເປັນຄົນທີ່ມີບົດຮຽນ ປະສົບການອັນນັບມື້ນັບອຸດົມຮ່ັງມີຍິ່ງຂຶ້ນ.SCL 158.1