Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ທຸກສິ່ງຢ່າງແມ່ນເພື່ອຈະໄດ້ເປັນຜູ້ຕາງໜ້າຂອງພຣະອົງ

    ອາຈານໂປນຜູ້ເຊິ່ງເປັນໜຶ່ງ ໃນອັຄສາວົກຂອງພຣະເຢຊູ ທ່ານໜຶ່ງໄດ້ກ່າວໄວ້ດັ່ງນີ້: “ພີ່ນ້ອງທັງຫລາຍ, ຜູ້ໃດຖືກ ຮຽກມາໃນຖານະໄດກໍໃຫ້ຢູ່ໃນຖານະນັ້ນກັບພຣະເຈົ້າ.” (1ໂກຣິນທຽນ 7:24). ຍ້ອນຄວາມຈົງຮັກພັກດີຂອງຕົນນັ້ນຜູ້ທີ່ ທຳງານຂອງພຣະເຈົ້າກໍສາມາດທີ່ຈະດຳເນີນການທຸຣະກິດຂອງ ຕົນໃຫ້ໄປຕາມທິດທາງທີ່ຈະສັນລະເສີນຜູ້ເປັນພຣະເຈົ້າຂອງຕົນ ນັ້ນໄດ້. ຜູ້ໃດເປັນລູກສິດທີ່ແທ້ຈິງຂອງ ພຣະຄຣິສຕ໌ນັ້ນເຂົາກໍຈະຮັກ ສາຄວາມເຊື່ອ ຂອງຕົນຢູ່ໃນທຸກສິ່ງຢ່າງທີ່ເຂົາກະທຳແລະຈະສະ ແດງອອກໃຫ້ຄົນທັງຫລາຍໄດ້ເຫັນເຖິງພຣະວິນຍານຂອງພຣະຄຣິ ສຕ໌ທີ່ສະຖິດຢູ່ໃນຕົວຂອງເຂົານັ້ນປາກົດອອກມາ. ຜູ້ເປັນນາຍຊ່າງ ກົນຈັກທຳມະດາສາມັນເຂົາກໍສາມາດທີ່ຈະກັບກາຍມາເປັນຜູ້ຕາງ ໜ້າທີ່ດຸໝັ້ນເຂັ້ມແຂງ ແລະ ຈົງຮັກພັກດີຂອງພຣະອົງຜູ້ຊົງເຄີຍ ໄດ້ບາກບັ່ນທຳງານດ້ວຍຄວາມຖ່ອມຕົວຢູ່ຖ້າມກາງເນີນເຂົາແຫ່ງ ແຄວ້ນກາລີເລນັ້ນ. ທຸກຄົນໃດທີ່ຖືວ່າຕົນ ເປັນຜູ້ເຊື່ອໃນອົງພຣະ ຄຣິສຕ໌ນັ້ນເຂົາກໍຈະຕ້ອງຕັ້ງໜ້າທຳງານເພື່ອໃຫ້ຄົນອື່ນ ໄດ້ເຫັນຜົນ ງານການກະທຳອັນດີຂອງເຂົາ ແລ້ວກໍຈະພ້ອມກັນສັນລະເສີນພຣະ ເຈົ້າຜູ້ເນຣະມິຕສ້າງແລະຜູ້ໂຜດໃຫ້ລອດຂອງພວກຕົນ.SCL 163.1

    ມີຫລາຍຄົນທີ່ ບໍ່ຢາກນຳເອົາຄວາມຮູ້ຄວາມສາມາດຂອງ ຕົນເຂົ້າມາຮັບໃຊ້ອົງພຣະຄຣິສຕ໌ໂດຍອ້າງວ່າ ຜູ້ອື່ນກໍຍັງມີຄວາມ ຮູ້ຄວາມສາມາດທີ່ເໜື່ອກວ່າຕົນ. ຕາມຄວາມຄິດຂອງພວກເຂົາ ແລ້ວ, ຄົນຜູ້ທີ່ ຈະເຂົ້າມາຮັບໃຊ້ພຣະເຈົ້ານັ້ນກໍຈະຕ້ອງມີພອນສະ ຫວັນ ແລະ ຄວາມຮູ້ຄວາມສາມາດແບບດີເດັ່ນພິເສດ. ຫລາຍຄົນ ຈິ່ງພາກັນເຂົ້າໃຈຜິດໄປວ່າອົງພຣະຜູ້ເປັນເຈົ້າໄດ້ໂຜດປະທານເອົາ ພອນສະຫວັນຄວາມຮູ້ຄວາມສາມາດອັນແນ່ນອນ ໃຫ້ແກ່ກຸ່ມຄົນທີ່ ພຣະອົງຊົງໄດ້ຄັດເລືອກເອົາໄວ້ກ່ອນນັ້ນແລ້ວ, ສ່ວນຄົນອີກກຸ່ມ ອື່ນທີ່ພຣະອົງບໍ່ໄດ້ຄັດເລືອກເອົາໄວ້ກ່ອນນັ້ນພວກເຂົາກໍຈະບໍ່ຖືກ ຮຽກມາເພື່ອໃຫ້້ເປັນຜູ້ມີສ່ວນຮ່ວມເຂົ້າໃນການທຳງານຂອງພຣະ ອົງເພື່ອຈະໄດ້ຮັບລາງວັນບຳເນັດ. ກ່ຽວກັບເລື້໋ອງພອນສະຫວັນ ທີ່ພຣະເຈົ້າແບ່ງມາໃຫ້ນັ້ນຢູ່ໃນໜັງສືພຣະຄຳພີ ກໍຍັງມີນິທານສຸພາ ສິດເລື້ອງໜຶ່ງທີ່ກ່າວເຖິງເຊິ່ງກໍບໍ່ໄດ້ມີຄຳສອນແບບນັ້ນເອົາໄວ້ ເລີຍ. ຄືໃນເວລາທີ່ເຈົ້າຂອງບ້ານຜູ້ໜຶ່ງໄດ້ຮຽກເອົາພວກຄົນໃຊ້ໃນ ບ້ານຂອງຕົນໃຫ້ເຂົ້າມາຫາຕົນ ແລ້ວຈາກນັ້ນເພິ່ນກໍຍັງໄດ້ຈັດສັນ ແບ່ງປັນໃຫ້ແກ່ທຸກໆຄົນ ໄດ້ມີວຽກງານຮັບຜິດຊອບຂອງໃຜຂອງ ມັນຢ່າງຄົບຖ້ວນກັນທຸກທົ່ວໜ້າ.SCL 164.1