Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ອິງຕາມພຣະປະສົງຂອງພຣະອົງ

    ພຣະເຢຊູ ຊົງໄດ້ຕັດກ່າວເອົາໄວ້ວ່າ: “ທຸກສິ່ງໃດທີ່ທ່ານ ປາຖນາ, ເມື່ອເວລາທ່ານໄຫວ້ວອນເອົາແລ້ວກໍຈົ່ງເຊື່ອ ເສັຍເຖີດວ່າທ່ານຈະໄດ້ຮັບສິ່ງເຫລົ່ານັ້ນມາ” (ມາລະໂກ 11:24). ສິ່ງທີ່ເປັນເງື່ອນໄຂຂໍ້ແມ້ສຳລັບພຣະສັນຍາຂໍ້ນີ້ກໍຄື: ພວກ ເຮົາຕ້ອງພາກັນໄຫວ້ວອນອະທິຖານໃຫ້ສອດຄ່ອງຕາມພຣະປະສົງ ຂອງອົງພຣະຜູ້ເປັນເຈົ້າ. ນີ້ກໍເປັນພຣະປະສົງຂອງ ອົງພຣະຜູ້ເປັນ ເຈົ້າຢູ່ແລ້ວ ທີ່ຢາກຈະສະສາງລ້າງສ່ວຍເອົາພວກເຮົາໃຫ້ບໍຣິສຸດ ໄປ ຈາກຄວາມບາບເພື່ອທຳໃຫ້ພວກເຮົາໄດ້ກາຍເປັນລູກຫລານ ຂອງພຣະອົງ ແລະ ເພື່ອຊ່ວຍໃຫ້ພວກເຮົາສາມາດທີ່ຈະດຳຣົງຊີ ວິດຢູ່ດ້ວຍຄວາມບໍຣິສຸດ. ສະນັ້ນ, ພວກເຮົາກໍສາມາດທີ່ຈະໄຫວ້ ວອນຮ້ອງຂໍເພື່ອໃຫ້ໄດ້ຮັບການໂຜດປະທານພຣະພອນເຫລົ່ານີ້ມາ ແລະ ຈົ່ງເຊື່ອວ່າພວກເຮົາຈະໄດ້ຮັບສິ່ງເຫລົ່ານີ້ມາ, ທ່ານຈົ່ງຢ່າ ລືມສະແດງຄວາມຂອບພຣະຄຸນຕໍ່ອົງພຣະຜູ້ເປັນເຈົ້າຕໍ່ສິ່ງທີ່ຕົນ ໄດ້ຮັບມາຕາມຄຳຮ້ອງຂໍນັ້ນ. ນັບວ່າເປັນໂຊກໄຊໃຫ້ພອນຂອງ ພວກເຮົາຢູ່ແລ້ວທີ່ຈະໄດ້ມີໂອກາດເຂົ້າໄປເຝົ້າອົງພຣະເຢຊູເຈົ້າ ເພື່ອຕົນຈະໄດ້ຮັບການສະສາງລ້າງສ່ວຍຕົນໃຫ້ມີຄວາມຂາວສະ ອາດ ແລະຈະໄດ້ເຂົ້າໄປສະເໜີຕົວຢູ່ຕໍ່ໜ້າກົດພຣະບັນຍັຕຂອງອົງ ພຣະຜູ້ເປັນເຈົ້າຢ່າງສົມກຽດໂດຍປາສຈາກຄວາມອັບອາຍໃດໆ ທັງສິ້ນ, “ເພາະສະນັ້ນ, ມາບັດນີ້, ສຳລັບພວກຄົນຜູ້ທີ່ບໍ່ເດີນ ຕາມເນື້ອກາຍ, ແຕ່ຫາກເດີນຕາມຈິດວິນຍານນັ້ນຈິ່ງບໍ່ມີ ຄວາມອັບອາຍ.” ໂຣມັນ 8:11).SCL 95.2

    ແຕ່ນີ້ໄປ, ທ່ານກໍບໍ່ໄດ້ຂຶ້ນກັບຕົວຂອງທ່ານເອງອີກແລ້ວ ເພາະວ່າຕົງຂອງທ່ານກໍ ໄດ້ຖືກໄຖ່ເອົາມາດ້ວຍລາຄາອັນສູງສົ່ງ, “ຕົວທ່ານບໍ່ໄດ້ຖືກໄຖ່ຄືນມາດ້ວຍສິ່ງທີ່ເປັນທາງເນື້ອ ການ, ເຊັ່ນວ່າດ້ວຍເງິນແລະທອງຄຳ...ແຕ່ຫາກດ້ວຍຄຸນ ຄ່າຈາກພຣະໂລຫິດຂອງອົງພຣະຄຣິສຕ໌ເຈົ້າຜູ້ເຊິ່ງເປັນ ລູກແພ໊ະ ທີ່ປາສຈາກຮອຍເປີະເປື້ອນດ່າງດຳໃດໆທັງສິ້ນ.” (1ເປໂຕຣ 1:18,19). ໂດຍຜ່ານຄວາມເຊື່ອຕໍ່ພຣະຜູ້ເປັນເຈົ້າໃນ ພາກປະຕິບັດແບບງ່າຍໆ ນີ້ເອງພຣະວິນຍານບໍຣິສຸດກໍຈະຊົງເປັນ ຜູ້ໃຫ້ການກຳເນີດແກ່ຊີວິດໃໝ່ຢູ່ໃນດວງໃຈຂອງທ່ານ. ທ່ານກໍເປັນ ເໝືອນເດັກທີ່ ໄດ້ກຳເນີດເກີດມາຢູ່ໃນວົງຄະນາຍາດຂອງພຣະຜູ້ ເປັນເຈົ້າແລະພຣະອົງກໍຊົງມີຄວາມຮັກຕໍ່ທ່ານເໝືອນດັ່ງຄວາມຮັກ ທີ່ພຣະອົງຊົງມີຕໍ່ພຣະບຸຕຂອງພຣະອົງນັ້ນເອງ.SCL 96.1

    ບັດນີ້, ໃນເມື່ອທ່ານໄດ້ເຂົ້າມາມອບກາຍຖວາຍຊີວິດຂອງ ຕົນໃຫ້ແກ່ອົງພຣະເຢຊູເຈົ້າແລ້ວກໍຂໍໃຫ້ທ່ານຈົ່ງຢ່າໄດ້ຫັນຫລັງ ກັບໄປເດີນຕາມທາງສາຍເກົ່ານັ້ນອີກ, ຈົ່ງຢ່າໄດ້ເອົາຕົວຫ່າງ ເຫີນອອກໄປຈາກພຣະອົງ, ທຸກມື້ທຸກວັນທ່ານຈົ່ງກ່າວວ່າ: “ຂ້າ ພຣະເຈົ້າກໍໄດ້ເອົາຕົວມາຂຶ້ນກັບ ອົງພຣະຄຣິສຕ໌ແລ້ວ, ຂ້າພຣະ ເຈົ້າກໍໄດ້ເຂົາມາມອບຕົວ ໃຫ້ແກ່ພຣະອົງແລ້ວ,” ແລະຈົ່ງຮຽກ ຮ້ອງໃຫ້ພຣະອົງໄດ້ໂຜດປະທານເອົາພຣະວິນຍານບໍຣິສຸດຂອງພຣະອົງລົງມາໃຫ້ທ່ານແລະປົກປັກຮັກສາຕົວຂອງທ່ານເອົາໄວ້ໃຫ້ຢູ່ໃຕ້ ຮົ່ມພຣະບາຣະມີຂອງພຣະອົງ.ເມື່ອເວລາ ທີ່ທ່ານໄດ້ມອບຕົນໃຫ້ ຂຶ້ນກັບອົງພຣະຜູ້ເປັນເຈົ້າແລະເຂົ້າມາເຊື່ອຢູ່ໃນພຣະອົງແລ້ວນັ້ນ, ທ່ານກໍຈະກັບກາຍມາເປັນລູກຂອງພຣະອົງແລະຈະຕ້ອງດຳຣົງຊີ ວິດຢູ່ໃນພຣະອົງ. ອັຄສາວົກຂອງພຣະເຢຊູ ທ່ານໜຶ່ງໄດ້ກ່າວເອົາ ໄວ້ວ່າ: “ສະນັ້ນ, ເມື່ອທ່ານໄດ້ເຂົ້າມາຮັບເອົາພຣະເຢຊູ ຄຣິສຕ໌ ຜູ້ຊົງເປັນອົງພຣະຜູ້ເປັນເຈົ້ານັ້ນແລ້ວ ທ່ານກໍຈົ່ງ ກ້າວເດີນໄປໃນທາງຂອງພຣະອົງ.” (ໂກໂລຊຽນ 2:6).SCL 97.1