Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພວກເຮົາຈະອຸທິດຕົນໄດ້ດ້ວຍວິທີໃດ?

    ຫລາຍຄົນກໍຖາມວ່າ: “ຈະໃຫ້ຂ້ອຍນຳເອົາຕົນໄປອຸທິດ ແດ່ພຣະເຈົ້າໄດ້ດ້ວຍວິທີໃດ?”. ທ່ານຕົກລົງໃຈທີ່ຈະອຸທິດຕົນ ເອງເພື່ອອົງພຣະຜູ້ເປັນເຈົ້າ, ແຕ່ກຳລັງໃຈຂອງທ່ານຊ້ຳພັດ ຍັງ ອ່ອນເພັຍຢູ່, ຍັງຕົກເປັນທາດຂອງຄວາມຄິດແບບລະແວງສົງສັຍ ນັ້ນຢູ່, ຄວາມຊິນເຄີຍອັນບໍ່ດີທີ່ເປັນຜົນຕາມມາຈາກຄວາມບາບນັ້ນ ກໍຍັງຄົງຄວບຄຸມຕົວຂອງທ່ານນັ້ນຢູ່. ຄຳສັນຍາສາບານແລະ ຄວາມຕົກລົງໃຈຂອງທ່ານນັ້ນກໍຍັງເປັນແບບລົມໆແລ້ວໆຢູ່. ທ່ານ ຍັງບໍ່ທັນສາມາດຄວບຄຸມຄວາມຄິດຈິດໃຈແລະຄວາມຊິນເຄີຍເກົ່າ ຂອງຕົນນັ້ນໄດ້. ການຍອມຮັບວ່າຄຳໝັ້ນສັນຍາແລະໜ້າທີ່ ຄວາມ ຮັບຜິດຊອບຂອງທ່ານໄດ້ຮັບຄວາມຫລົ້ມເຫລວໄປນັ້ນກໍຈະເປັນສິ່ງ ບີບບັງຄັບໃຈຂອງທ່ານໃຫ້ເກີດມີຄວາມສົງສັຍໃນຄວາມຊື່ສັດສຸຈ ຣິດຂອງຕົນເອງໃນທີ່ສຸດ, ຈາກນັ້ນມັນກໍຈະເປັນສິ່ງຊຸກຍູ້ໃຫ້ ທ່ານ ເອງໄດ້ເກີດມີຄວາມຮູ້ສຶກວ່າ ອົງພຣະຜູ້ເປັນເຈົ້າບໍ່ຢາກຈະຮັບເອົາ ຕົວຂອງທ່ານນັ້ນເລີຍ, ແຕ່ເຖິງຢ່າງໃດກໍດີ ທ່ານຈົ່ງຢ່າໄດ້ສິ້ນ ຄວາມຫວັງໄປ. ສິ່ງທີ່ທ່ານຈະຕ້ອງທຳຄວາມເຂົ້າອົກເຂົ້າໃຈເອົາ ໄວ້ໃຫ້ດີນັ້ນກໍຄື ” ພະລັງແຫ່ງໃຈນັ້ນຄືສິ່ງໃດ ”, ເພາະນັ້ນເປັນພະ ລັງອຳນາດທີ່ກຳລັງທຳການຄຸ້ມຄອງຢູ່ພາຍໃນອັນເປັນທຳມະຊາດ ວິສັຍຂອງມະນຸດເຮົາ, ນັ້ນຄືພະລັງຊຸກດັນທີ່ ພາໃຫ້ເກີດມີຄວາມ ຕັດສິນໃຈວ່າຈະເລືອກເອົາອັນໃດ. ທຸກສິ່ງຢ່າງກໍຂຶ້ນກັບການເຄື່ອນ ໄຫວອັນແນ່ນອນຈາກພະລັງທາງໃຈ. ພະລັງທາງໃຈຫລືເສຣີພາບ ໃນການເລືອກນັ້ນ ກໍແມ່ນອົງພຣະຜູ້ເປັນເຈົ້າຊົງເປັນຜູ້ໄດ້ໂຜດປະ ທານມາໃຫ້ແກ່ມະນຸດເຮົາ, ນີ້ກໍຄືສິ່ງທີ່ຄົນເຮົາຈະຕ້ອງທຳການຝຶກ ຝົນຕົນເອງເພື່ອ ໃຫ້ຮູ້ຈັກຊົມໃຊ້ພະລັງອຳນາດດັ່ງກ່າວ. ທ່ານເອງ ບໍ່ສາມາດທີ່ຈະປ່ຽນໝາກຫົວໃຈຂອງຕົນເອງນັ້ນໄດ້ ແລະ ທ່ານ ກໍຍັງບໍ່ສາມາດທີ່ຈະທຳສິ່ງໃດກັບມັນໄດ້ດ້ວຍຕົວຂອງທ່ານເອງ ເພື່ອຈະໄດ້ນຳເອົາມັນໄປມອບຖວາຍແດ່ອົງພຣະຜູ້ເປັນເຈົ້ານັ້ນ. ມີສິ່ງດຽວທີ່ທ່ານຈະທຳໄດ້ ແລະ ສິ່ງນັ້ນກໍຄືການເລືອກເອົາເສັ້ນ ທາງເພື່ອຫັນເຂົ້າມາຮັບໃຊ້ພຣະອົງ. ທ່ານສາມາດທີ່ຈະມອບ ຖວາຍຄວາມຄິດຈິດໃຈຂອງຕົນເອົາໄວ້ກັບພຣະອົງຜູ້ເປັນເຈົ້າ, ຈາກນັ້ນພຣະອົງກໍຈະຊົງເປັນຜູ້ທຳການຂອງ ພຣະອົງເອງຢູ່ຝ່າຍ ໃນກາຍແລະໃຈຂອງທ່ານນັ້ນເພື່ອໃຫ້ທ່ານໄດ້ເກີດມີຄວາມຄິດຈິດ ໃຈ ແລະ ການກະທຳທີ່ສອດຄ່ອງກັບຄວາມປະສົງຂອງພຣະອົງ. ເວລານັ້ນກາຍແລະໃຈທັງໝົດຂອງທ່ານກໍຈະຖືກຊັກນຳໃຫ້ເຂົາໄປ ຢູ່ໃຕ້ການຄຸ້ມຄອງຂອງພຣະວິນຍານບໍຣິສຸດຂອງອົງພຣະຄຣິສຕ໌, ການເຄື່ອນໄຫວໄປມາຂອງທ່ານກໍຈະອີງໃສ່ພຣະອົງເປັນຫລັກ, ຄວາມຄິດຈິນຕະນາການຂອງທ່ານກໍຈະມີຄວາມສ່ອດຄອງກົມ ກຽວກັບພຣະອົງເຈົ້າ.SCL 85.1

    ຄວາມມຸ້ງຫວັງຕັ້ງໃຈ ໃນສິ່ງທີ່ເປັນຄຸນງາມຄວາມດີ ແລະເປັນ ຄວາມບໍຣິສຸດຜຸດຜ່ອງນັ້ນກໍເປັນສິ່ງ ທີ່ຖືກຕ້ອງຢູ່ແລ້ວຖ້າວ່າສິ່ງ ນັ້ນຫາກກ້າວເຂົ້າໄປເປັນພາກປະຕິບັດຕົວຈິງ. ຖ້າວ່າທ່ານຫາກ ທຳການຢຸດໆຢ່ອນໆຢູ່ມັນກໍຈະບໍ່ບັງເກີດຜົນອັນໃດອອກມາໃຫ້ເຫັນ ເລີຍ. ຫລານຄົນທີ່ ພາກັນສ້າງຄວາມຫວັງແບບເປົ່າລ້າວ່າຢາກ ເປັນຜູ້ເຂົ້າມາເຊື່ອໃນອົງພຣະຄຣິສຕ໌ ແຕ່ຊ້ຳພັດບໍ່ຍອມເອົາຕົນເຂົ້າ ມາຂຶ້ນກັບພຣະປະສົງຂອງ ອົງພຣະຜູ້ເປັນເຈົ້ານັ້ນແລ້ວ ຕໍ່ໄປກໍຈະ ພາກັນມະຫັບມະຫາຍໄປໃນທີ່ສຸດ. ຈົນເຖິງເວລານີ້, ພວກຄົນປະ ເພດດັ່ງກ່າວກໍຍັງບໍ່ທັນຕັດສິນໃຈໄດ້ວ່າຕົນຈະເຂົ້າມາເປັນຄົນຜູ້ ເຊື່ອໃນພຣະຄຣິສຕ໌ນັ້ນໄດ້ເລີຍ.SCL 87.1

    ຊີວິດທັງໝົດ ຂອງທ່ານກໍຈະເກີດມີການປ່ຽນແປງທີ່ດີຂຶ້ນ ໄດ້ຖ້າວ່າທ່ານຫາກທຳການຝຶກຝົນຄວາມຄິດຈິດໃຈຂອງຕົນໃຫ້ ເປັນໄປໃນທາງທີ່ຖືກຕ້ອງ. ການນຳເອົາແນວຄິດຈິດໃຈຂອງຕົນ ໃຫ້ໄປຂຶ້ນກັບອົງພຣະຄຣິສຕ໌ນັ້ນ ກໍສະແດງວ່າທ່ານເປັນຜູ້ທີ່ໄດ້ເປິດ ເສັ້ນທາງໃຫ້ແກ່ຕົນເອງເພື່ອຈະໄດ້ມີໂອກາດຮັບເອົາພະລັງອຳ ນາດຂອງພຣະເຈົ້າທີ່ ຢູ່ເໜືອກວ່າພະລັງແລະອຳນາດທຸກປະການ. ທ່ານຈະມີພະລັງອັນເຂັ້ມແຂງແຮງກ້າທີ່ໄດ້ຮັບການໂຜດປະທານ ມາຈາກເບື້ອງບົນແລະໂດຍຜ່ານການມອບກາຍຖະຫວາຍຊີິວິດໃຫ້ ແກ່ອົງພຣະຜູ້ເປັນເຈົ້າຢູ່ຢ່າງເນື່ອງນິດລຽນຕິດນັ້ນ ທ່ານເອງກໍຈະ ສາມາດທີ່ຈະດຳຣົງຊີວິດຢູ່ດ້ວຍຊີວິດໃໝ່ອັນເປັນຊີວິດແຫ່ງການມີ ຄວາມເຊື່ອຢູ່ໃນອົງພຣະຜູ້ເປັນເຈົ້າ./.SCL 87.2