Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການຍອມຮັບສາລະພາບແບບບໍ່ຈິງໃຈ

    ນັ້ນເປັນການຍອມຮັບສາລະພາບ ທີ່ໄດ້ເກີດຂຶ້ນໂດຍໄດ້ ມາຈາກການບັງຄັບໃຈເພາະຄວາມຮູ້ສຶກຫວາດຫວັ່ນຕົວວ່າຕົນ ເປັນຄົນຜິດ ແລະ ຍ້ອນຄວາມຢ້ານກົວຕໍ່ຄວາມຜິດຂອງຜູ້ກ່ຽວວ່າ ຕົນຈະຖືກສານຕັດສິນລົງໂທດ. ເຂົາຢ້ານກົວຢ່າງໜັກຕໍ່ຜົນຂອງ ການກະທຳຄວາມບາບທີ່ຈະຕາມຕົວເຂົາມາ, ແຕ່ວ່າຢູ່ໃນແນວຄິດ ຈິດໃຈຂອງເຂົາ ແລ້ວກໍບໍ່ໄດ້ເກີດມີຄວາມເສົ້າສະຫລົດໃຈຢ່າງເລິກ ເຊິ່ງເຖິງຖອງ ແລະໝາກຫົວໃຈຂອງເຂົາກໍຍັງບໍ່ທັນຫັກແຕກລ້າວ ລານໄປເທື່ອຕໍ່ສິ່ງທີ່ຕົນໄດ້ທຳການທໍລະຍົດຕໍ່ອົງພຣະບຸຕຂອງພຣະ ຜູ້ເປັນເຈົ້າຜູ້ເຊິ່ງປາສຈາກຄວາມຜິດພາດທຸກຢ່າງທັງສິ້ນ ແລະ ດ້ວຍການກະທຳດັ່ງກ່າວນັ້ນເຂົາກໍຍັງເປັນຝ່າຍຜູ້ທີ່ຫັນຫລັງໃສ່ ພຣະອົງຜູ້ຊົງເປັນພຣະເຈົ້າທີ່ມີຄວາມສັກສິດບໍຣິສຸດຂອງອິສຣະເອລ (Israel) ນັ້ນອີກດ້ວຍ. ຟາຣາໂອງ (Pharaoh) ຜູ້ເປັນກະສັຕ ແຫ່ງປະເທດເອຢິບໃນສະໄໝໂບຮານເວລານັ້ນເມື່ອຖືກອົງພຣະຜູ້ ເປັນເຈົ້າລົງໂທດແລ້ວເຂົາກໍຍອມຮັບຮູ້ຄວາມບາບຂອງ ຕົນເພື່ອ ຈະໄດ້ຫລົບຫລີກໄປຈາກການລົງໂທດຄັ້ງໃໝ່, ແຕ່ໜ້າເສັຍດາຍ ທີ່ວ່າພໍແຕ່ເຂົາຖືກລົງໂທດແລ້ວ ເຂົາກໍຊ້ຳພັດກັບຄືນມາເປັນສັດ ຕຣູກັບອົງພຣະຜູ້ເປັນເຈົ້ານັ້ນອີກຄັ້ງແລ້ວຄັ້ງເລົ່າ.SCL 33.1

    ພວກຄົນທີ່ກ່າວມາຂ້າງເທິງນັ້ນບໍ່ ໄດ້ພາກັນມີຄວາມເສົ້າ ໂສກເສັຍໃຈໃນຄວາມບາບຂອງຕົນເລີຍ, ຫາກມີແຕ່ພາກັນສະ ແດງຄວາມເສັຍໃຈໃນຜົນຮ້າຍທີ່ຕາມມາຈາກຄວາມບາບພຽງ ເທົ່ານັ້ນ.SCL 34.1

    Larger font
    Smaller font
    Copy
    Print
    Contents