Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ສະຖານທີ່ສຳລັບການໄຫວ້ພຣະອະທິຖານ

    ຈົ່ງໄຫວ້ພຣະອະທິຖານຢູ່ບ່ອນປິດບັງ. ທຸກຄັ້ງກ່ອນທີ່ຈະ ເລີ່ມກິຈວັຕປະຈຳວັນທ່ານຈົ່ງເປີດຫົວໃຈຂອງຕົນໃຫ້ໄປຢູ່ໃກ້ກັບອົງ ພຣະຜູ້ເປັນເຈົ້າເສັຍກ່ອນ. ທ່ານ ເອນົກ(Enoch)ຜູ້ເຊິ່ງເປັນນັກ ພະຍາກອນຂອງພຣະເຈົ້າທ່ານໜຶ່ງກໍໄດ້ກໍທຳແບບນີ້. ການໄຫວ້ ວອນຢູ່ບ່ອນປິດບັງງຽບສະຫງັດນີ້ກໍຈະປຽບເໝືອນທູບຫອມທີ່ ສົ່ງກິ່ນຄວາມບູຊາຢູ່ຕໍ່ໜ້າພຣະຣາຊບັນລັງຂອງອົງພຣະຜູ້ເປັນເຈົ້າ ຜູ້ຊົງພຣະເດດພຣະຄຸນ. ສາຕານຈະບໍ່ສາມາດເອົາຊະນະກັບຄົນຜູ້ ທີ່ໄດ້ເອົາໝາກຫົວໃຈຂອງຕົນໄປມອບຖວາຍໄວ້ກັບອົງພຣະຜູ້ເປັນ ເຈົ້ານັ້ນໄດ້ເລີຍ. SCL 198.1

    ພວກເຮົາສາມາດທີ່ຈະ ໄຫວ້ວອນເຖິງອົງພຣະຜູ້ເປັນເຈົ້າ ໄດ້ຢູ່ໃນທຸກສິ່ງທຸກຍາມ, ບໍ່ມີອຸປະສັກຢ່າງໃດເລີຍທີ່ຈະສາມາດເຂົ້າ ມາເປັນສິ່ງຂວາງກັ້ນບໍ່ໃຫ້ພວກເຮົາເປີດອົກເປີດໃຈໄຫວ້ວອນເຖິງ ພຣະເຈົ້າດ້ວຍຈິດໃຈອັນຕັ້ງໝັ້ນນັ້ນໄດ້. ບໍ່ວ່າຈະຢູ່ຕາມຖະໜົນຫົນ ທາງທີ່ຄັບຄາໜາແໜ້ນ ຫລືວ່າຈະຢູ່ຕາມສູນກາງທຸຣະກິດແຫ່ງໃດ ກໍຕາມ ພວກເຮົາກໍສາມາດທີ່ຈະສົ່ງຄຳໄຫວ້ວອນໄປຫາອົງພຣະຜູ້ ເປັນເຈົ້າໃຫ້ເປັນຜູ້ຊົງນຳພາໄດ້ເຊິ່ງທ່ານ ເນເຫມາຢາ (Nehe miah) ຜູ້ເຊິ່ງເປັນນັກພະຍາກອນທ່ານໜຶ່ງຂອງພຣະເຈົ້າກໍເຄີຍ ໄດ້ປະຕິບັດມາ ໃນເວລາທີ່ເພິ່ນໄດ້ເຂົ້າໄປເຝົ້າກະສັດອາຣ໌ຕາເຊີ ຊິສ(Artaxerxes). ຈະຢູ່ແຫ່ງຫົນໃດກໍຕາມ, ພວກເຮົາກໍສາມາດ ທີ່ຈະມີຄວາມສັມພັນຢ່າງໃກ້ສິດກັບອົງພຣະຜູ້ເປັນເຈົ້າໄດ້ຢູ່ໃນທຸກ ບ່ອນທຸກທີ່. ພວກເຮົາຕ້ອງປ່ອຍປະຕູຫົວໃຈຂອງຕົນນັ້ນໃຫ້ຖືກ ເປີດໄວ້ຢູ່ຕະຫລອດເວລາ ແລະ ອັນເຊີນໃຫ້ອົງພຣະຜູ້ເຢຊູເຈົ້າໄດ້ ສະເດັດເຂົ້າມາສະຖິດຢູ່ໃນຫົວໃຈຂອງພວກເຮົາໃນຖານະທີ່ພຣະ ອົງຊົງເປັນແຂກມະຫາກິຕິມະສັກຂອງຕົນຜູ້ຊົງສະເດັດມາຈາກ ເມືອງສະຫວັນຊັ້ນຟ້າ.SCL 198.2

    ເຖິງແມ່ນວ່າບັນຍາກາດທີ່ ຢູ່ແວດລ້ອມຕົວພວກເຮົານັ້ນ ຈະໄດ້ຮັບຄວາມສົກກະປົກໄປແລ້ວພຽງໃດກໍຕາມແຕ່ພວກເຮົາກໍ ບໍ່ຈຳເປັນເລີຍທີ່ຈະໄປຫາຍໃຈເອົາຄວາມອາຍອັນເປັນພິດເປັນພັຍ ຂອງມັນນັ້ນ, ເພາະພວກເຮົາຍັງສາມາດທີ່ຈະດຳຣົງຊີວິດຢູ່ດ້ວຍ ບັນຍາກາດອັນບໍຣິສຸດຜຸດຜ່ອງຈາກເມືອງສະຫວັນຊັ້ນຟ້າ. ພວກ ເຮົາສາມາດທີ່ຈະປົກປ້ອງຕົວເອງໃຫ້ພົ້ນໄປຈາກຄວາມຄິດອັນສົກ ກະປົກນັ້ນ ໄດ້ດ້ວຍການເປີດອົກເປີດໃຈຂອງຕົນຕໍ່ພຣະຜູ້ເປັນ ເຈົ້າຢູ່ໃນເວລາໄຫວ້ວອນອະທິຖານເຖິງພຣະອົງ. ຜູ້ໃດທີ່ເປີດຫົວ ໃຈຂອງຕົນອອກຮັບເອົາການສະໜັບສະໜູນແລະຮັບເອົາຄວາມ ຈະເຣີນພອນຈາກພຣະຜູ້ເປັນເຈົ້ານັ້ນເຂົ້າກໍຈະກ້າວເດີນໄປຢູ່ໃຕ້ ບັນຍາກາດທີ່ບໍຣິສຸດຜຸດຜ່ອງຍິ່ງໄປກວ່າບັນຍາກາດທີ່ມີຢູ່ໃນໂລກ ມະນຸດຂອງພວກເຮົາ ແລະ ເຂົາກໍຈະມີຄວາມສັມພັນກັບເມືອງສະ ຫວັນຊັ້ນຟ້າຢູ່ຢ່າງເປັນປະຈຳ.SCL 199.1

    ພວກເຮົາຈຳເປັນທີ່ຈະຕ້ອງມີຄວາມຮູ້ກ່ຽວກັບອົງພຣະເຢ ຊູເຈົ້າໃຫ້ມາກຍິ່ງຂຶ້ນ ແລະ ຕ້ອງມີຄວາມເຂົ້າໃຈໄດ້ຢ່າງເຕັມສ່ວນ ກ່ຽວກັບຄຸນຄ່າຂອງຄວາມເປັນຈິງທີ່ອະມະຕະ. ຄວາມສວຍງາມ ວິລາວັນທີ່ ໄດ້ມາຈາກຄວາມສັກສິດບໍຣິສຸດນັ້ນກໍຈະຕ້ອງເຂົ້າມາ ຖ້ວມລົ້ນຢູ່ໃນຫົວໃຈຂອງພວກລູກຫລານທັງຫລາຍຂອງອົງພຣະຜູ້ ເປັນເຈົ້າ. ເພື່ອຢາກຈະບັນລຸເຖິງສິ່ງດັ່ງກ່າວນັ້ນໄດ້ພວກເຮົາກໍຈະ ຕ້ອງຊອກສະແຫວງຫາຄວາມກະຈ່າງແຈ້ງເຊິ່ງເປັນສິ່ງທີ່ໄດ້ມາ ຈາກທາງເມືອງສະຫວັນຊັ້ນຟ້າ. SCL 199.2