Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຢູ່ພາຍໃຕ້ບາຣະມີຂອງພຣະອົງ

    ການທີ່ອົງພຣະຜູ້ເປັນເຈົ້າຊົງໄດ້ແຕ່ງໃຫ້ພຣະບຸຕຂອງພຣະ ອົງໄດ້ສະເດັດລົງມາສູ່ໂລກມະນຸດເຮົານີ້ກໍເປັນສິ່ງທີ່ສະແດງອອກໃຫ້ເຫັນເຖິງຂອງພຣະຣາຊທານທີ່ຈະຫາສິ່ງໃດມາປຽບປານບໍ່ໄດ້,ອົງພຣະຜູ້ເປັນເຈົ້າຊົງໄດ້ໂຜດປະທານເອົາບັນຍາກາດແຫ່ງ ຄວາມມີພຣະເດດພຣະຄຸນໃຫ້ເຂົ້າມາປົກຄຸມເອົາໂລກທັງໂລກ ແລະ ບັນຍາກາດດັ່ງກ່າວກໍມີີີຄວາມເປັນຈິງເໝືອນກັນກັບບັນຍາກາດທີ່ຫຸ້ມລ້ອມເອົາໂລກມະນຸດຂອງພວກເຮົາຢູ່ນີ້. ທຸກຄົນໃດທີ່ຕ້ອງ ການຢາກຈະເລືອກເອົາລົມຫາຍໃຈທີ່ໄດ້ມາຈາກບັນຍາກາດແຫ່ງຊີວິດດັ່ງກ່າວນີ້ກໍຈະມີຊີວິດຢູ່ ແລະຈະເຣີນເຕີບໃຫຍ່ຂຶ້ນຈົນກວ່າ ຈະກາຍເປັນບຸຣຸດແລະສັຕຣີຜູ້ໜຶ່ງຂອງອົງພຣະເຢຊູຄຣິສຕ໌.SCL 131.2

    ພວກເຮົາຈະຕ້ອງທຳຕົນໃຫ້ເປັນເໝືອນ ດັ່ງດອກໄມ້ທີ່ໂນ້ມ ອ່ຽງໄປຫາແສງຕາເວັນເພື່ອຈະໄດ້ອ້າກີບກິ່ງໃບຮັບເອົາຄວາມສວຍສົດງົດງາມຢ່າງຄົບຖ້ວນບໍຣິບູນຂອງພວກຕົນ ແລະພວກເຮົາ ຜູ້ເປັນມະນຸດກໍຄວນຈະໂນ້ມອ່ຽງຕົນໄປສູ່ພຣະອົງຜູ້ຊົງເປັນດວງຕາ ເວັນແຫ່ງຄວາມ ຊອບທັມເພື່ອຈະໃຫ້ແສງສະຫວ່າງຈາກເມືອງສະ ຫວັນຊັ້ນຟ້າໄດ້ສາດສ່ອງລົງມາສູ່ພວກເຮົາອັນຈະພາໃຫ້ຄຸນສົມບັດທາດແທ້ຂອງພວກເຮົາໄດ້ຮັບຄວາມກ້າວໜ້າພັທນາໄປຈົນກວ່າຈະມີີຄວາມຄ້າຍຄຽງກັນກັບອົງພຣະຄຣິສຕ໌ເຈົ້າ. SCL 132.1

    ພຣະເຢຊູ ຊົງມີພຣະຄຳສອນເອົາໄວ້ດັ່ງດຽວກັນນີ້, ພຣະ ອົງຊົງໄດ້ຕັດວ່າ: “ຈົ່ງມາຢູ່ໃນເຮົາພຣະອົງແລະເຮົາກໍຈະ ສະຖິດຢູ່ໃນຕົວຂອງທ່ານ. ກ້ານກິ່ງເຄືອຖ້າວ່າມັນຫາກ ບໍ່ຕິດພັນຢູ່ກັບຕົ້ນອາງຸນ ແລ້ວມັນກໍບໍ່ສາມາດທີ່ຈະອອກ ໝາກອອກຜົນ ໄດ້ດ້ວຍຕົວເອງສັນໃດແລະພວກທ່ານSCL 132.2

    ເອງຖ້າຫາກບໍ່ເຂົ້າມາຢູ່ໃນເຮົາ ເຮົາກໍຍິ່ງ ບໍ່ມີຄວາມສາ ມາດສັນນັ້ນ.... ຖ້າຫາກຂາດເຮົາພຣະອົງໄປແລ້ວທ່ານ ກໍບໍ່ສາມາດທີ່ຈະກະທຳສິ່ງໃດໄດ້ຈັກຢ່າງ.” (ໂຢຫັນ 15:4,5). ໃນເມືອກ້ານກິງເຄືອຫາກບໍ່ສາມາດຈະເຣີນເຕີບໂຕ ແລະ ໃຫ້ໝາກຜົນອອກມາດ້ວຍຕົນເອງໄດ້ໂດຍທີ່ມັນບໍ່ຕິດພັນກັບ ລ້ຳຕົ້ນສັນໃດແລ້ວຕົວຂອງທ່ານກໍຈະບໍ່ສາມາດມີຊີວິດທີ່ ບໍຣິ ສຸດໄດ້ຖ້າຫາກບໍ່ເອົາຕົນໃຫ້ເຂົ້າໄປຢູ່ໃນອົງພຣະຄຣິສຕ໌ເຈົ້າ. ຖ້າຫາກຂາດພຣະອົງໄປແລ້ວທ່ານກໍບໍ່ສາມາດທີ່ຈະມີຊີວິດຢູ່ໄດ້.ທ່ານກໍຈະບໍ່ມີກຳລັງເຮື່ອແຮງໃດໆທີ່ ຈະມາຕໍ່ສູ້ກັບການລໍ້ລວງແລະ ທັງຍັງບໍ່ສາມາດທີ່ຈະເຕີບໃຫຍ່ຂຶ້ນດ້ວຍຊີວິດທີ່ມີຄວາມບໍຣິສຸດ ໂດຍ ຢູ່ພາຍໃຕ້ພຣະບາຣະມີຂອງພຣະອົງເຈົ້ານັ້ນໄດ້. ຖ້າວ່າທ່ານຫາກ ຢູ່ໃນພຣະອົງແລ້ວທ່ານກໍສາມາດທີ່ຈະມີຊີວິດຢູ່ອັນຈະເຣີນກ້າວໜ້າໄດ້. ຖ້າວ່າທ່ານຫັນມາຕັກກອບເອົາຊີວິດທີ່ ມາຈາກພຣະ ອົງນັ້ນແລ້ວຕົວຂອງທ່ານກໍຈະບໍ່ມີຄວາມເຫືອດແຫ້ງ ແລະຄອດ ໝາກຄອດຜົນໄປໄດ້ເລີຍ. ຕົວຂອງທ່ານກໍຈະປຽບສະເໝືອນດັ່ງ ຕົ້ນໄມ້ທີ່ຖືກປູກເອົາໄວ້ຢູ່ໃກ້ໆກັບຝັ່ງນ້ຳ. SCL 133.1