Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບັດນີ້ທ່ານຈົ່ງມາຮ້ອງຂໍເອົາພຣະພອນຈາກພຣະອົງເສັຍເຖີດ!

    ຄົນບາງຈຳພວກກໍພາກັນຄິດວ່າກ່ອນທີ່ພວກຕົນຈະສາ ມາດຮ້ອງຂໍຍໍມືເອົາພຣະພອນຈາກອົງພຣະຜູ້ເປັນເຈົ້າໄດ້ນັ້ນ ກ່ອນ ອື່ນກໍຈະຕ້ອງຜ່ານໄລຍະແຫ່ງການທົດສອບເສັຍກ່ອນວ່າຕົນນັ້ນ ໄດ້ຮັບການດັດສ້າງໃຫ້ເປັນຄົນໃໝ່ແລ້ວຫລືໃດ. ແຕ່ຢູ່ໃນຄວາມ ຈິງແລ້ວແມ່ນພວກເຂົາສາມາດ ທີ່ຈະພາກັນຮ້ອງຂໍເອົາພຣະພອນ ຂອງພຣະເຈົ້າໄດ້ນັບຕັ້ງແຕ່ເວລານີ້ ແລະ ນັບຕັ້ງແຕ່ວັນນີ້ເປັນ ຕົ້ນໄປ. ພວກເຂົາມີຄວາມຈຳເປັນໃນພຣະເດດພຣະຄຸນຂອງພຣະ ອົງເຈົ້າ, ໃນພຣະວິນຍານບໍຣິສຸດຂອງອົງພຣະຄຣິສຕ໌ເພື່ອຈະຊ່ວຍ ໃຫ້ພວກຕົນໄດ້ຜ່ານຜ່າລັກສະນະຄວາມໄຮ້ພະລັງຂາດສະມັຖພາບ ຂອງຕົນ, ຖ້າບໍ່ດັ່ງນັ້ນກໍບໍ່ສາມາດທີ່ຈະທຳການຕໍ່ສູ້ຕ້ານກັບຄວາມ ຊົ່ວຮ້າຍເຫລົ່ານັ້ນໄດ້. ພຣະເຢຊູກໍຢາກຈະຊ່ວຍເອົາພວກເຮົາໃຫ້ ພາກັນກ້າວເດີນເຂົ້າໄປຫາພຣະອົງໂດຍອີງຕາມສະພາວະຕົວຈິງ ທີ່ພວກເຮົາຍັງຈົມຢູ່ໃນຖານະຂອງຄົນຜູ້ມີບາບ, ໄຮ້ສະມັຖພາບແລະ ບໍ່ເປັນເອກະຣາດຢູ່ນີ້. ພວກເຮົາສາມາດທີ່ຈະກ້າວເດີນເຂົ້າໄປ ຫາ ພຣະອົງພ້ອມກັບການນຳເອົາຄວາມອ່ອນເພັຍ, ຄວາມຮູ້ເທົ້າບໍ່ເຖິງ ການ, ຄວາມບາບ ແລະຄວາມຫລົ້ມຈົມທັງໝົດຂອງພວກຕົນແລ້ວ ເອົາໄປວາງໄວ້ຢູ່ໃຕ້ ພຣະບາດຂອງພຣະອົງພ້ອມດ້ວຍຄວາມຮູ້ສຶກ ຕົວທີ່ຢາກຈະກັບກາຍກັບໃຈຢ່າງແທ້ຈິງ. ນັ້ນກໍເປັນພຣະກຽດຕິ ສັກຂອງພຣະອົງຢູ່ແລ້ວ ທີ່ຈະອ້າເອົາອ້ອມແຂນແຫ່ງຄວາມຮັກອັນ ຍິ່ງໃຫຍ່ຂອງ ພຣະອົງນັ້ນເຂົ້າມາກອດພວກເຮົາເອົາໄວ້ແລະ ໃຫ້ການຫໍ່ຮຳບາບແຜຂອງພວກເຮົາ ແລະສຳລະສະສາງເອົາພວກ ເຮົາທັງຫລາຍໃຫ້ພົ້ນໄປຈາກຄວາມໂສໂຄກທັງໝົດເຫລົ່ານັ້ນ.SCL 97.2

    ກໍແມ່ນຢູ່ໃນຈຸດນີ້ເອງທີ່ ຄົນນັບເປັນຮ້ອຍໆພັນໆຕ້ອງພາ ກັນຕົກຢູ່ໃນຄວາມປະລາໄຊ: ສິ່ງນັ້ນກໍຄືການທີ່ພວກເຂົາບໍ່ພາກັນ ເຊື່ອວ່າອົງພຣະເຢຊູເຈົ້າຊົງໃຫ້ການອະພັຍໂທດແກ່ພວກເຂົາໃນ ຖານສ່ວນຕົວຢູ່ແລ້ວ. ພວກເຂົາບໍ່ພາກັນເຊື່ອພຣະເຈົ້າຕາມພຣະ ວັຈນະຂອງພຣະອົງ. ທຸກຄົນໃດທີ່ຫັນມາຍອມເຊື່ອຟັງປະຕິບັດຕາມ ເງື່ອນໄຂທີ່ ອົງພຣະຜູ້ເປັນເຈົ້າທີ່ໄດ້ວາງເອົາໄວ້ນັ້ນແລ້ວກໍນັບວ່າ ເປັນໂອກາດອັນດີເລີດທີ່ຈະໄດ້ຮຽນຮູ້ດ້ວຍຕົນເອງວ່າການໃຫ້ອະ ພັຍ ໂທດນັ້ນແມ່ນໄດ້ມາແບບລ້າໆແລະມີຜົນກະທົບໄປເຖິງຄວາມ ບາບທຸກປະການ. ທ່ານຈົ່ງປະຖິ້ມຄວາມສົງສັຍທີ່ວ່າຄຳໝັ້ນສັນ ຍາຂອງອົງພຣະຜູ້ເປັນເຈົ້ານັ້ນຈະບໍ່ມີສ່ວນກ່ຽວຂ້ອງກັບຕົວຂອງ ທ່ານນັ້ນເລີຍ. ຄຳສັນຍາຂອງອົງພຣະຜູ້ເປັນເຈົ້ານັ້ນແມ່ນມີໄວ້ຕໍ່ ຄົນບາບທຸກຄົນທີ່ໄດ້ຍອມຕົວເຂົ້າມາກັບປ່ຽນຈິດໃຈໃໝ່. ອົງພຣະ ຄຣິສຕ໌ ຊົງໄດ້ແຕ່ງໃຫ້ພວກທູຕສະຫວັນຂອງພຣະອົງລົງມາຮັບໃຊ້ ມະນຸດທຸກຄົນໂດຍການນຳເອົາພະລັງອັນເຂັ້ມແຂງ ແລະ ພຣະເດດ ພຣະຄຸນຂອງ ພຣະອົງນັ້ນລົງມາ ໂຜດປະທານໃຫ້ແກ່ມະນຸດທຸກຄົນ ທີ່ໄດ້ເອົາຕົວຫົນເຂົ້າມາເຊື່ອໃນພຣະອົງ. ຄົນໃດກໍດີເຖິງແມ່ນວ່າຈະ ມີຄວາມບາບອັນໜັກໜາພຽງໃດກໍຕາມ ແຕ່ເຂົາກໍມີໂອກາດທີ່ຈະ ໄດ້ຮັບການໂຜດປະທານເອົາພະລັງອັນເຂັ້ມແຂງ, ເອົາຄວາມບໍ ຣິສຸດແລະຄວາມຊອບທັມທີ່ໄດ້ມາຈາກ ອົງພຣະເຢຊູເຈົ້າຜູ້ເຊິ່ງໄດ້ ສິ້ນພຣະຊົນໄປເພື່ອພວກເຮົານັ້ນ. ພຣະອົງເຈົ້າຄົງຍັງຊົງໃຫ້ການລໍ ຄອຍຢູ່ຕໍ່ໄປເພື່ອຈະໄດ້ຖອດແກ້ເອົາເສື້ອຜ້າອັນເປີ໋ະເປື້ອນດ່າງດຳ ໄປດ້ວຍຄວາມບາບນັ້ນໃຫ້ອອກໄປຈາກຕົວພວກເຂົາແລ້ວຈະສວມ ເອົາເສື້ອຜ້າອາພອນຊຸດໃໝ່ ທີ່ຂາວສະອາດໄປດ້ວຍຄວາມຊອບ ທັມຂອງພຣະອົງນັ້ນໃຫ້ແກ່ພວກເຂົາ. ພຣະອົງເຈົ້າຊົງຮຽກໃຫ້ພວກ ເຮົາທັງຫລາຍໄດ້ພາກັນຫັນມາຮັບເອົາຄວາມມີຊີວິດເພື່ອຈະໄດ້ ພົ້ນໄປຈາກຄວາມຕາຍ.SCL 98.1

    ອົງພຣະຜູ້ເປັນເຈົ້າຊົງມີການກະທຳຕໍ່ ພວກເຮົາຊາວມະ ນຸດເຊິ່ງແຕກຕ່າງໄປຈາກການທີ່ພວກເຮົາຜູ້ເປັນມະນຸດເນື້ອກາຍ ດ້ວຍກັນນີ້ກະທຳຕໍ່ກັນ. ຄວາມຄິດຈິນຕະນາການຂອງພຣະອົງແມ່ນ ເຕັມໄປດ້ວຍຄວາມຮັກ, ຄວາມເມດຕາສົງສານແລະ ຄວາມເຫັນ ອົກເຫັນໃຈຢ່າງນິ້ມນວນ. ພຣະອົງຊົງໄດ້ຕັດກ່າວເອົາໄວ້ວ່າ: “ຈົ່ງ ໃຫ້ຄົນຊົ່ວຮ້າຍປະຖິ້ມທາງເດີນຂອງເຂົານັ້ນເສັຍ ແລະ ຄົນອະທັມກໍໃຫ້ປະຖິ້ມຄວາມຄິດຂອງເຂົາແລະໃຫ້ເຂົາກັບ ຄືນມາຫາພຣະອົງ, ແລ້ວພຣະອົງກໍຈະໃຫ້ຄວາມເມດຕາ ກະຣຸນາແກ່ເຂົາ,ໃຫ້ເຂົາກັບຄືນມາຫາອົງພຣະຜູ້ເປັນ ເຈົ້າຂອງພວກເຮົາເພາະວ່າພຣະອົງຊົງຈະໃຫ້ອະພັຍດ້ວຍ ພຣະມະຫາກະຣຸນາຍິ່ງໜັກ.” (ເອຊາຢາ 55:7). “ເຮົາພຣະ ອົງໄດ້ລຶບລ້າງຄວາມອະທັມຂອງທ່ານໃຫ້ຫາຍໄປເໝືອນ ດັ່ງກ້ອນເຝື້ອແລະ ຄວາມບາບຂອງທ່ານນັ້ນໃຫ້ຫາຍ ໄປເໝືອນດັ່ງກ້ອນເມກຫາຍ.” (ເອຊາຢາ 44:22). SCL 100.1