Loading...
Larger font
Smaller font
Copy
Print
Contents
ເສັ້ນທາງແຫ່ງຄວາມຫວັງ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບາງສິ່ງຢ່າງກໍຈະຖືກເຜີຍອອກມາໃຫ້ມີຄວາມກະຈ່າງແຈ້ງ

    ຢູ່ໃນໜັງສືພຣະຄຳພີກໍຍັງມີຫລາຍສິ່ງຫລາຍຢ່າງທີ່ຍັງມີ ຄວາມສັບສົນຫຍຸ້ງຍາກ ແລະ ຍັງເປັນຄວາມພິສດານຢູ່, ແຕ່ ວັນໜຶ່ງໃນທີ່ສຸດກໍຈະຖືກອົງພຣະຜູ້ເປັນເຈົ້າທຳໃຫ້ເປັນຄວາມກະ ຈ່າງແຈ້ງອອກມາ ແລະ ກໍຈະບໍ່ມີຄວາມສັບສົນແຕ່ຢ່າງໃດເລີຍ ສຳລັບພວກຄົນຜູ້ທີ່ມີຄວາມບຸກໜ້າບືນຕົວເພື່ອທຳຄວາມເຂົ້າໃຈ ໃນສັຈທັມຄວາມຈິງເຫລົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ, ຖ້າຫາກ ບໍ່ມີການຊີ້ນຳຈາກອົງພຣະວິນຍານບໍຣິສຸດ ແລ້ວພວກເຮົາກໍຈະມີ ຄວາມເຂົ້າໃຈຜິດຫລືວ່າໃຫ້ການຕີຄວາມໝາຍຂອງພຣະຄຳພີເຊິງ ເປັນພຣະວັຈນະຂອງ ພຣະເຈົ້ານັ້ນໄປໃນທາງທີ່ບໍ່ຖືກຕ້ອງ. ຫລາຍ ຄົນກໍພາກັນອ່ານຮຽນໜັງສືພຣະຄຳພີໂດຍບໍ່ໄດ້ມາເຊິ່ງຜົນປະ ໂຫຍດອັນໃດເລີຍ ແລະ ໃນຫລາຍກໍຣະນີກໍຍັງເປັນທັງການນຳເອົາ ຜົນຮ້າຍມາສູ່ຕົນເອງອີກຊ້ຳ. ໃນເມື່ອພຣະວັຈນະຂອງພຣະເຈົ້າໄດ້ ຖືກຄົນເຮົາເປິດອອກມາອ່ານໂດຍບໍ່ມີການໄຫວ້ພຣະອະທິຖານ ແລະຂາດຄວາມໂຄຣົບຢຳເກງ, ໃນເມື່ອຄວາມຄິດຈິດໃຈຂອງຄົນ ຫາກບໍ່ຕຸ້ມຕ່ອມຢູ່ກັບພຣະຜູ້ເປັນເຈົ້າຫລືວ່າບໍ່ມີຄວາມປະສານກົມ ກ່ຽວກັນກັບພຣະປະສົງຂອງພຣະອົງນັ້ນແລ້ວຄວາມຄິດຈິດໃຈຂອງ ຄົນກໍຈະຖືກປົກຄຸມໄປດ້ວຍຄວາມລະແວງສົງສັຍ ແລະ ແລ້ວການ ສຶກສາຮ່ຳຮຽນພຣະຄຳພີຕາມແບບທີ່ກ່າວມານີ້ກໍ ຈະພາໃຫ້ຄວາມ ລະແວງສົງສັຍຂອງຄົນນັບມື້ນັບທະວີຄູນຂຶ້ນ. ສ່ວນສາຕານກໍເປັນ ຝ່າຍຜູ້ຄວບຄຸມແນວຄິດຈິດໃຈຂອງຄົນເອົາໄວ້ຢູ່ຕະຫລອດ ແລະ ມັນກໍຈອບແຕ່ຈະປ້ອນເອົາການຕີຄວາມໝາຍຂອງພຣະຄຳພີແບບ ບໍ່ຖືກຕ້ອງນັ້ນມາໃຫ້ຢູ່ສະເໝີ. ໃນເມື່ອຄົນເຮົາຫາກບໍ່ມີການດຳຣົງຊີ ວິດຢູ່ຕາມທີ່ພຣະວັຈນະໄດ້ກຳນົດເອົາໄວ້ ແລະບໍ່ມີຄວາມເປັນອັນ ໜຶ່ງອັນດຽວກັນກັບອົງພຣະຜູ້ເປັນເຈົ້າ ແລ້ວເຖິງແມ່ນວ່າເຂົາອາດ ຈະໄດ້ຮຽນຮູ້ມາແລ້ວຢ່າງມາກມາຍປານໃດກໍຕາມ ແຕ່ພວກເຂົາ ກໍຍັງມີໂອກາດທີ່ຈະທຳໃຫ້ຕົນເກີດມີຄວາມເຂົ້າໃຈຜິດຕໍ່ພຣະຄຳ ພີນັ້ນໄດ້ ແລະ ກໍບໍ່ມີຄວາມປອດພັຍເລີຍທີ່ຈະໄປສ້າງຄວາມໄວ້ວາງ ໃຈໃນການອະທິບາຍຂອງພວກກ່ຽວ. ຜູ້ໃດທີ່ມີແຕ່ພະຍາຍາມ ຢາກຊອກຫາຄວາມຂັດແຍ້ງຢູ່ໃນພຣະຄຳພີນັ້ນພວກເຮົາກໍຈະບໍ່ ມີຄວາມເຂົ້າໃຈໄດ້ໃນທາງຝ່າຍຈິດວິນຍານນັ້ນເລີຍ. ດ້ວຍທັສນະ ອັນບິດເບືອນນັ້ນພວກເຂົາກໍຈະຊອກຫາແຕ່ ຂໍ້ອ້າງຕ່າງໆເພື່ອມາ ສ້າງຄວາມລະແວງສົງສັຍ ແລະຄວາມບໍ່ເຊື່ອຕໍ່ສິ່ງທີ່ມີຄວາມກະ ຈ່າງແຈ້ງ ແລະບໍ່ມີຄວາມສັບສົນຢູ່ແລ້ວນັ້ນ.SCL 224.1