Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຄໍານໍາສໍານັກພິມ

    ມະນຸດເກີດມາໃນພິພົບຈັກກະວານແຫ່ງທໍາມະຊາດໂລກນີ້, ດັ່ງນັ້ນພວກເຮົາ ຈົ່ງດໍາລົງຢູ່ແລະໄດ້ລະເມີດກົດເກນຂອງທໍາມະຊາດຂອງພຣະຜູ້ສ້າງຄື ຈໍາເປັນຕ້ອງມີ ການເກີດແກ່ເຈັບຕາຍ. ກົດເກນນີ້ພາໃຫ້ພວກເຮົາປະສົບຄວາມເຈັບປວດທົນທຸກທໍລະ ມານທັງທາງດ້ານຮ່າງກາຍແລະຈິດໃຈ. ແຜ່ນດິນໄຫວພູໄຟລະເບີດແດດຮ້ອນແຫ້ງແລ້ງ ຝົນຕົກນໍ້າຖ້ວມໜາວເຢັນພະບາດລະບາດການຍາດແຍ່ງຊັບພະຍາກອນຍາດແຍ່ງສິດ ອໍານາດສົງຄາມ....ແລະອື່ນໆລ້ວນມີຜົນກະທົບຕໍ່ຊີວິດຈິດໃຈແລະນໍາມາຊຶ່ງຄວາມ ປ່ຽນແປງທີ່ມະນຸດບໍ່ອາດຄວບຄຸມໄດ້.ມແ ix.1

    ຕັ້ງແຕ່ໃດໆມາຜູ້ຄົນຕ່າງສະແຫວງຫາຫົນທາງພົ້ນທຸກແຕ່ກໍບໍ່ແມ່ນວ່າໃຜ ກໍສາມາດສາມາດລອດພົ້ນໄດ້ດັ່ງນັ້ນການປິ່ນປົວຈຶ່ງເປັນທາງດຽວທີ່ພໍຈະຢຽວຢາ ໃຫ້ມະນຸດໄດ້ບັນເທົາທຸເລົາເບົາບາງຈາກໂລກໄພໄຂ້ເຈັບໄດ້. ບາດແຜເທິງຮ່າງກາຍໂລກ ໄພໄຂ້ເຈັບຫຼາຍພະຍາດສາມາດປິ່ນປົວໄດ້ດ້ວຍຢາແລະວິທະຍາສາດການແພດ ທີ່ນັບມື້ກ້າວໜ້າແຕ່ວ່າຄວາມເຈັບປ່ວຍທາງດ້າຍຈິດໃຈກໍຕ້ອງການຢາປົວຄືກັນ. ຈະຫາຢາມະໂຫສົດຊະນິດໃດມາປິ່ນປົວ?ມແ ix.2

    ປຶ້ມເຫຼັ້ມນີ້ ມະຫັດສະຈັນແຫ່ງການຮັກສາ ເປັນໜຶ່ງໃນແນວທາງຂອງ ຄຣິສະຕຽນຊຶ່ງໄດ້ຮັບການກ່າວຂານວ່າເປັນກຸນແຈໄຂຄວາມລັບທີ່ຈະນໍາມະນຸດໄປ ສູ່ຄວາມສະຫວ່າງຄວາມສຸກຢ່າງບໍ່ມີທີ່ສິ້ນສຸດ. ຍ້ອນວ່າເປັນຜົນງານຈາກຜູ້ຊ່ຽວຊານ ແລະມີປະສົບການໃນດ້ານການບໍາບັດປິ່ນປົວ ຄວາມເຈັບປ່ວຍອັນເນື່ອງຮ່າງກາຍທີ່ບົກ ພ່ອງແລະຈິດວິນຍານທີ່ອ່ອນແອ.ມແ ix.3

    ຂໍສະແດງຄວາມຍິນດີແລະຊົມເຊີຍໃນຄວາມພະຍາຍາມຂອງຜູ້ທີ່ຈະຊ່ວຍໃຫ້ ມວນມະນຸດໄດ້ຫຼຸດພົ້ນຈາກຄວາມທຸກທໍລະມານທັງທາງດ້ານຮ່າງກາຍແລະຈິດໃຈບໍ່ວ່າ ຈະດ້ວຍວິທີການແລະວິທະຍາການໃດໆ.ມແ ix.4

    ຜູ້ອໍານວຍການ- ຫົວໜ້າບັນນາທິການ
    ສໍານັກພິມນັກປະພັນລາວ
    ຫົງເຫີນຂຸນພິທັກ

    Larger font
    Smaller font
    Copy
    Print
    Contents